ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄລີນິກປົວແຂ້ວ ເປັນແຫ່ງທຳອິດ ທີ່ຖືກປິດລົງ ເພາະຖືວ່າ ເປັນທຸລະກິດທີ່ມີຄວາມສ່ຽງສູງ ໃນການຕິດແປດ ເຊື້ອໄວຣັສໂຄໂຣນາ


ທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ເປັນພະນັກງານທຳຄວາມສະອາດແຂ້ວ ຫຼື dental hygienist ທັງເປັນຜູ້ຊ່ວຍໝໍແຂ້ວນຳດ້ວຍ ຢູ່ທີ່ເມືອງ ຟອລສ໌ ເຊີດ ລັດເວີຈີເນຍ.
ທ່ານນາງອຳໄພສອນ ໄຊຍະສິດເສນາ ກອນຊາເລສ ເປັນພະນັກງານທຳຄວາມສະອາດແຂ້ວ ຫຼື dental hygienist ທັງເປັນຜູ້ຊ່ວຍໝໍແຂ້ວນຳດ້ວຍ ຢູ່ທີ່ເມືອງ ຟອລສ໌ ເຊີດ ລັດເວີຈີເນຍ.

ນັບແຕ່ເດືອນມີນາເປັນຕົ້ນມາ ທາງການຂອງລັດຕ່າງໆຢູ່ໃນສະຫະລັດ ໄດ້ອອກຄຳສັ່ງໃຫ້ຫົວເມືອງໃຫຍ່ທັງຫຼາຍ ປິດໂຮງຈັກໂຮງງານແລະທຸລະກິດທີ່ບໍ່ຈຳເປັນ ຍ້ອນໂລກລະບາດໄວຣັສໂຄໂຣນາສາຍພັນໃໝ່ ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍລົ້ມຕາຍໄປ ແລະຫຼາຍລ້ານຄົນຕິດເຊື້ອໄວຣັສນີ້ ໜຳບໍ່ຊ້ຳໄດ້ສົ່ງຜົນເຮັດໃຫ້ປະຊາຊົນຫຼາຍກວ່າ 30 ລ້ານຄົນ ຕ້ອງຕົກງານແລະພາກັນຢູ່ແຕ່ໃນບ້ານມາເປັນເວລາສອງເດືອນແລ້ວ.

ທຸລະກິດໃນດ້ານສຸຂະອະນາໄມທາງປາກ ເວົ້າສະເພາະກໍແມ່ນແຂ້ວທົ່ວໄປນັ້ນ ເປັນແຫ່ງທຳອິດທີ່ຖືກປິດລົງ ຍ້ອນເປັນທຸລະກິດທີ່ມີຄວາມສ່ຽງສູງສຸດ ທີ່ຈະຕິດແປດພະຍາດໄວຣັສໂຄໂຣນາໄດ້ໂດຍງ່າຍ ເພາະວຽກງານການຮັກສາປິ່ນປົວ ແລະທຳຄວາມສະອາດແຂ້ວ ຕ້ອງໄດ້ຕິດແທດກັບລູກຄ້າ ແລະຕ້ອງໃຊ້ອຸປະກອນທີ່ເຮັດໃຫ້ເກີດຝຸ່ນລະອອງນ້ຳລາຍ ຈາກປາກຂອງຜູ້ທີ່ໄດ້ຮັບການປິ່ນປົວ ສະນັ້ນແລ້ວຈຶ່ງຕ້ອງຖືກປິດໄວກ່ອນໝູ່ເລີຍ.

ດັ່ງທີ່ທ່ານນາງ ອຳໄພສອນ ໄຊຍະສິດເສນາ ກອນຊາເລສ ພະນັກງານທຳຄວາມສະອາດແຂ້ວ ທັງເປັນຜູ້ຊ່ວຍໝໍແຂ້ວ ຄົນລາວອາເມຣິກັນ ຢູ່ທີ່ເມືອງ ຟອລສ໌ ເຊີດ ລັດເວີຈີເນຍ ກ່າວຕໍ່ວີໂອເອ ເປັນພາສາອັງກິດວ່າ:

ທ່ານນາງ ອຳໄພສອນ ໄຊຍະສິດເສນາ ກອນຊາເລສ
ທ່ານນາງ ອຳໄພສອນ ໄຊຍະສິດເສນາ ກອນຊາເລສ

“ມັນໄດ້ສົ່ງຜົນກະທົບຕໍ່ພວກເຮົາຫຼາຍຢ່າງ ຫ້ອງການຂອງພວກເຮົາຖືກປິດລົງ ຕັ້ງແຕ່ວັນທີ 18 ມີນາ ເປັນຕົ້ນມາ ພວກເຮົາບໍ່ສາມາດ ສະໜອງການຮັກສາລູກຄ້າທົ່ວໄປໄດ້ເລີຍ ພຽງແຕ່ຄົນປ່ວຍສຸກເສີນເທົ່ານັ້ນ ແນ່ນອນພວກເຮົາກໍຈະບໍ່ປະຕິເສດຮັບເອົາເຂົາເຈົ້າ ຖ້າເຂົ້າເຈົ້າມີອາການສຸກເສີນ ສ່ວນການທຳຄວາມສະອາດແຂ້ວນັ້ນ ກໍຖືວ່າ ເປັນສິ່ງທີ່ເລືອກໄດ້ທີ່ບໍ່ສຳຄັນ ກໍຈະຖືກໂຈະໄວ້ກ່ອນ ຈົນມາເຖິງວັນຈັນອາທິດແລ້ວນີ້ ພວກເຮົາໄດ້ເປີດຄືນໃໝ່ ແລະແນ່ນອນມີຜົນກະທົບຕໍ່ທຸລະກິດຂອງພວກເຮົາ ກໍເພາະວ່າ ເຮົາບໍ່ໄດ້ສ້າງລາຍຮັບເຂົ້າບໍລິສັດ ແລ້ວພະນັກງານກໍບໍ່ໄດ້ຮັບເງິນເດືອນ.”

ເມື່ອວັນຈັນ ທີ 11 ຜ່ານມານີ້ ທາງການລັດເວີຈີເນຍ ໄດ້ອະນຸຍາດໃຫ້ເປີດທຸລະກິດບາງສ່ວນຄືນໄດ້ ສຳລັບຄລີນິກປົວແຂ້ວນັ້ນ ດັ່ງທີ່ທ່ານນາງອຳໄພສອນ ໄດ້ກ່າວໄປວ່າ ໝໍແຂ້ວພຽງແຕ່ຮັກສາຄົນປ່ວຍ ທີ່ມີອາການສຸກເສີນເທົ່ານັ້ນ ແລະໄດ້ມີການປ່ຽນແປງໃນການທຳງານຈາກທີ່ເຄີຍໄດ້ປະຕິບັດມາ ດັ່ງທີ່ທ່ານນາງອຳໄພສອນກ່າວສູ່ຟັງດັ່ງນີ້:

“ໃນເມື່ອເປີດຄືນໃໝ່ແລ້ວທ່ານໝໍກໍສາມາດເບິ່ງແຍງຄົນປ່ວຍໄດ້ ໝົດທຸກຄົນກັບຄືນມາເຮັດວຽກ ແຕ່ມີການປ່ຽນແປງຫຼາຍຢ່າງ ເຊັ່ນວ່າ ການກວດຂັນຄົນປ່ວຍຫຼາຍຂຶ້ນເສຍກ່ອນ ທີ່ຈະເຂົ້າໄປຫາໝໍ ລວມທັງພວກພະນັກງານເຊັ່ນດຽວກັນ ພວກເຮົາຕ້ອງໄດ້ກວດອຸນຫະພູມພວກເຮົາທຸກມື້ ເມື່ອເຮົາເຂົ້າມາໃນຫ້ອງການພວກເຮົາຕ້ອງໄປລ້າງມືກ່ອນອື່ນໝົດ ແລ້ວແທກອຸນຫະພູມ ຕໍ່ຈາກນັ້ນໄປເບິ່ງແຍງລູກຄ້າວ່າ ຕ້ອງການເຮັດຫຍັງ.”

XS
SM
MD
LG