ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດອອກແບບ ແລະກໍ່ສ້າງ ຂອງນັກທຸລະກິດອາເມຣິກັນເຊື້ອສາຍລາວ


ຮູບພາບ-ການກໍ່ສ້າງສະຖານທີ່ແຫ່ງນຶ່ງທີ່ບໍລິສັດ Sai Construction and Engineering ຂອງທ່ານ ທັອມ ຮັບເໝົາກໍ່ສ້າງ ຢູ່ໃນລັດໂຄໂລຣາໂດ.
ຮູບພາບ-ການກໍ່ສ້າງສະຖານທີ່ແຫ່ງນຶ່ງທີ່ບໍລິສັດ Sai Construction and Engineering ຂອງທ່ານ ທັອມ ຮັບເໝົາກໍ່ສ້າງ ຢູ່ໃນລັດໂຄໂລຣາໂດ.

ອາດຈະເປັນຍ້ອນບຸນ ຫຼືປະສົບການ ແລະການໄຝ່ຫາ, ປະຊາຊົນອາເມຣິກັນເຊື້ອສາຍລາວທ່ານນຶ່ງ ທີ່ອາໄສຢູ່ໃນລັດໂຄໂລຣາໂດຈຶ່ງດໍາເນີນການເຮັດທຸລະກິດດ້ວຍຄວາມສໍາເລັດ​ຜົນ. ລາວໄດ້ບອກກັບ VOA ພາກພາສາລາວວ່າ ມັນ
ບໍ່ງ່າຍເລີຍກ່ອນທີ່ຈະມາເຖິງຂັ້ນນີ້ໄດ້, ໂດຍສະເພາະ ການເຮັດທຸລະກິດອອກແບບຮັບເໝົາກໍ່ສ້າງ ສ້ອມແປງອາຄານສໍານັກງານ ແລະທີ່ພັກອາໄສ.

ທ່ານ ທັອມ ພັອງ ໄດ້ເວົ້າໃຫ້ຟັງວ່າ “ຍ້ອນມີຄວາມຄິດ ຢາກມີທຸລະກິດເປັນຂອງໂຕເອງ ບວກກັບປະສົບການ ໃນການເຮັດວຽກທີ່ ພົວພັນກັບເອກະສານຕ່າງໆແລະກໍຮູ້ລາຍລະອຽດມາເປັນເວລາດົນ, ລາວຈຶ່ງອອກຈາກງານປະຈໍາທີ່ລາວຮຽນຈົບມາ ທາງດ້ານຄອມພິວເຕີ້ ແລະ MBA, ແລ້ວມາສຸມໃສ່ວຽກດັ່ງ ກ່າວຈົນເຖິງປັດຈຸບັນ. ລາວບໍ່ເຄີຍຄິດວ່າຈະປະສົບຜົນສໍາເລັດປານນີ້,” ເຊິ່ງລາວໄດ້ກ່າວເຖິງທຸລະກິດຂອງລາວໃຫ້ຟັງຕອນນຶ່ງວ່າ:

“ບໍ່ ບໍ່ໄດ້ມີບັນຫາຫຍັງ ເພາະວ່າວຽກໜ້າທີ່ຂອງຂ້ອຍເຂົາອະນຸຍາດໃຫ້ມັນເປັນໜ້າທີ່ສໍາຄັນຫັ້ນນະ, ສ້ອມແປງ ກໍ່ສ້າງ ໄຟຟ້າ ແມ່ນຫຍັງກໍຕາມ ມັນເປັນລັກສະນະໃນການເຮັດວຽກແຖວໜ້າ. ຂ້ອຍເຮັດອອກແບບ ເຮັດແຕ້ມ ກໍ່ສ້າງໝົດທຸກແນວ ຄຸມງານແດ່ ຈັດວຽກລູກນ້ອງແດ່ ໄປເອົາຄອນແທຣັກຮັບເໝົາແດ່, ວຽກບໍ່ໄດ້ຢຸດຈັກດີ້ເລີຍດຽວນີ້ ມີແຕ່ຈະເລີນຂຶ້ນ.”

ການເຮັດທຸລະກິດຂອງລາວແມ່ນອອກນອກສະຖານທີ່ເປັນປະຈໍາ, ບໍລິສັດຂອງລາວບໍ່ໃຫຍ່ ແຕ່ກໍເປັນບໍລິສັດຂະໜາດພໍດີ ທີ່ສາມາດຮັບງານຕາມຄວາມຕ້ອງ ການຂອງລູກຄ້າໄດ້. ເປີດມາ 10 ກວ່າປີແລ້ວ, ມີພະນັກງານທັງໝົດ 8 ຄົນ ທັງໝົດເປັນພະນັກງານປະຈໍາຂອງລາວເລີຍ, ເຮັດວຽກນໍາກັນມາບໍ່ເຄີຍພົບກັບບັນຫາ. ອີກຢ່າງ ເຖິງວ່າໃນຊ່ວງສອງປີທີ່ຜ່ານມາຈະເປັນສະຖານະການຂອງການລະບາດໃຫຍ່ ຂອງໂຄວິດ-19 ແຕ່ຄວາມຕ້ອງການຂອງລູກຄ້າແມ່ນຍັງມີຫຼາຍ, ດັ່ງນັ້ນ ທຸລະກິດຂອງລາວ ຍິ່ງເປັນທີ່ຮູ້ຈັກຫຼາຍຂຶ້ນ ຜູ້ຄົນຮ້ອງໃຊ້ບໍລິ ການຫຼາຍຂຶ້ນ ເພາະບໍລິການເປັນກັນເອງ ແຕ່ເຮັດວຽກຢ່າງເຕັມທີ່ ແລະເອົາ ໃຈໃສ່ທຸກລາຍລະອຽດຂອງໜ້າວຽກ, ແລະນີ້ເອງຄືສູດການເຮັດທຸລະກິດຂອງລາວ ທີ່ປະສົບຜົນສໍາເລັດມາເປັນຢ່າງດີ.

ຮູບພາບ-ການວາງຖານກໍ່ສ້າງນະສະຖານທີ່ແຫ່ງນຶ່ງ ທີ່ບໍລິສັດຂອງທ່ານ ທັອມ ຮັບເໝົາກໍ່ສ້າງຢູ່ໃນລັດໂຄໂລຣາໂດ.
ຮູບພາບ-ການວາງຖານກໍ່ສ້າງນະສະຖານທີ່ແຫ່ງນຶ່ງ ທີ່ບໍລິສັດຂອງທ່ານ ທັອມ ຮັບເໝົາກໍ່ສ້າງຢູ່ໃນລັດໂຄໂລຣາໂດ.
XS
SM
MD
LG