ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ​ະ​ຊາ​ຊົນ ພາ​ກັນ​ສະ​ຫຼອງ​ບຸນ ຄ​ຣິ​ສ​ມັ​ສ ​ຢ່າງ​ໜາ​ແໜ້ນ ຢູ່​ເມືອງ​ ເບັດ​ເລ​ແຮມ


ຊາວ​ຄ​ຣິ​ສ​ອາ​ມີ​ເນຍ ພາ​ກັນ​ສູດ​ມົນ​ຢູ່​ Grotto ຂອງ​ໂບດ Nativity ທີ່​ເຊື່ອ​ກັນ​ວ່າ ເປັນ​ບ່ອນ​​ປະ​ສູດຂອງ​ພະ​ເຍ​ຊູ​​ເຈົ້າ ຢູ່​ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ ວັນ​ທີ 24, 2019.
ຊາວ​ຄ​ຣິ​ສ​ອາ​ມີ​ເນຍ ພາ​ກັນ​ສູດ​ມົນ​ຢູ່​ Grotto ຂອງ​ໂບດ Nativity ທີ່​ເຊື່ອ​ກັນ​ວ່າ ເປັນ​ບ່ອນ​​ປະ​ສູດຂອງ​ພະ​ເຍ​ຊູ​​ເຈົ້າ ຢູ່​ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ ວັນ​ທີ 24, 2019.

ຊາວ​ຄ​ຣິ​ສ​ທີ່​ເຫຼື້ອ​ໃສ ພາ​ກັນ​ຫຼັ່ງ​ໄຫຼ​ໄປ​ນະ​ຄອນ​ແບັ​ສ​ທາ​ແຮ​ມ ທີ່​ປົກ​ຄອງ​ໂດຍ​ປາ​ແລສ
​ໄຕນ໌ ຢູ່​ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ ເພື່ອ​ສະ​ຫຼອງ​ ຄ​ຣິ​ສມັ​ສ.

ການ​ສະ​ຫຼອງ​ກ່ອນວັນ​ຄ​ຣິ​ສ​ມັ​ສ ໄດ້​ເລີ້ມ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ທີ່​ຈະ​ຕຸ​ລັດ ມັງ​ເກີ (Manger).

ບັນ​ດາ​ລູກ​ເສືອເດັກ​ນ້ອຍ​ຜູ້​ຊາຍ ແລະ​ແມ່​ຍິງ ໄດ້​ພາ​ກັນສວນ​ສ​ະ​ໜາມ​ຜ່ານຕົ້ນ​ ຄ​ຣິ​ສ
ມັ​ສ​ໃຫຍ່ ຢູ່​ຕໍ່​ໜ້າ​ໂບດ​ທີ່​ເກົ່າ​ແກ່​ຂອງ​ເມືອງ​ນາ​ຕີ​ວີ​ຕີ (Nativity) ທີ່​ເປັນ​ບ່ອນ​ເກີດ​ຂອງ​
ພະ​ເຍ​ຊູ.

ຊາວ​ປາ​ແລ​ສ​ໄຕ​ນ໌​ທ້ອງ​ຖິ່ນ ໄດ້​ພາ​ກັນ​ເບິ່ງ​ການ​ສວນ​ສະ​ໜາມ ພ້ອມ​ດ້ວຍ​ບັນ​ດາ​ຜູ້​
ສະ​ແຫຼວງ​ບຸນ​ທີ່ມ​າ​ຈາກ​ທົ່ວ​ໂລກ.

ທ່ານ​ໄມ​ເກີ​ລ ອ​າ​ລີ​ປ​ຣານ​ດີ​ນີ ຈາກ​ລັດ​ອາ​ຣີ​ໂຊ​ນາ ສະ​ຫະ​ລັດ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​
ດີ​ໃຈ​ທີ່​ໄດ້​ມາ​ທີ່​ນີ້ ແລະ​ເຫັນ​ສະ​ຖານ​ທີ່ຕ່າງໆ​ທີ່​ແຕກ​ຕ່າງ ແລະ​ແຕ່​ລະ​ປະ​ເພ​ນີ ຕີ​
ຄວາມ​ໝາຍ​ການ​ອຸ​ທິດ​ແກ່​ພະ​ເຈົ້າ​ໃນ​ຫຼາຍ​ວິ​ທີ.”

ບັນ​ຍາ​ກາດ​ໄດ້​ມີ​ຄວາມ​ຫງຽບ​ສະ​ຫງົບ​ຢູ່​ໃນ​ໂບດ ບ່ອນ​ທີ່​ພວກ​ສະ​ແຫວງ​ບຸນ​ໄດ້​ຢ້ຽມ
ຢາມ Grotto ຂອງ​ເມືອງ​ນາ​ຕີ​ວີ​ຕີ. ນາງ​ຊິ​ລ​ເວຍ ນາ​ກາ​ຊິບ​ວີ ໄດ້​ມາ​ຈາກ​ອູ​ການ​ດາ.

ນາງ​ນາ​ກາ​ຊິບ​ວີ ກ່າວ​ວ່າ “ເປັນ​ການ​ປ່ຽນ​ແປງ​ປະ​ສົບ​ການ​ຊີ​ວິດ​ທີ່​ດີ​ແກ່​ຂ້າ​ພະ​ເຈົ້າ
ເພາະ​ວ່າ​ນັບແຕ່​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຄຳ​ພີ ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ວ່າ​ພະ​ເຍ​ຊູ
​ໄດ້ເກີດ​ຢູ່​ໃສ ແຕ່​ບາງ​ເທື່ອ​ທ່ານ​ພຽງ​ແຕ່​ຝັນ ແລະ​ບໍ່​ເປັນ​ທີ່​ແນ່ນອນ. ແຕ່​ມາ​ທີ່​ນີ້​ໄດ້​
ເພີ້ມ​ຄວາມ​ເຊື່ອ​ຖືໃຫ້​ແກ່​ຂ້າ​ພະ​ເຈົ້າ.”

ມີ​ຄົນ​ມາ​ຫຼາຍ​ປີ​ນີ້ ຂອບ​ໃຈ​ຕໍ່​ຄວາມ​ສະ​ຫງົບ​ຈາກ​ຄວາມ​ຮຸນ​ແຮງ​ຢູ່​ເຂດ​ແຄມ​ຝັ່ງ​ຕາ​
ເວັນຕົກ ຂອງ​ແມ່​ນໍ້າ ຈໍ​ແດນ.

ທ່ານ​ອັນ​ເຕີນ ຊາ​ລ​ມານ ເຈົ້າ​ເມືອງ​ແບັ​ສ​ທາ​ແຮ​ມ ​ຂອງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ “ສານ
​ຂອງ​ແບັ​ສ​ທາ​ແຮ​ມ ເປັນ​ສານ​ສັນ​ຕິ​ພາບ​ຢູ່​ເລື້ອຍໆ ຄວາມ​ຫວັງ ແລະ​ຍຸ​ຕິ​ທຳ​ແກ່​ທຸກ​ໆ
​ຄົນ.”

ແຕ່ ທ່າ​ນ​ຊາລ​ມານ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ທ່າ​ນ​ເຫັນ​ໃນແງ່​ທີ່​ບໍ່​ດີກ່ຽວ​ກັບ​ອະ​ນາ​ຄົດ​ສັນ​
ຕິ​ພ​າບ​ກັບ​ອິ​ສ​ຣາ​ແອ​ລ. ທ່ານ​ໄດ້​ຖິ້ມ​ໂທດ​ໃສ່ ປະ​ທານ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ
ທ​ຣຳ ທີ່​ຮັບ​ຮູ້​ເອົາ​ນະ​ຄອນ​ເຈີ​ຣູ​ຊາ​ແລມເປັນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອ​ລ ແລະ​
ຍ້າຍ​ສະ​ຖານ​ທູດ​ອາ​ເມ​ຣິ​ກັນ​ໄປ​ທີ່​ນັ້ນ​ຈາກ​ເມືອງ ແຕນ ອາ​ວີບ ປີ​ກາຍ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG