ທ່ານ ຢີບສ ດອສ ທີ່ປຶກສາອົງການ UNESCO ເຊິ່ງຢູ່ໃນລະຫວ່າງການເດີນທາງຢ້ຽມຢາມລາວເພື່ອພົບປະເຈລະຈາກັບທາງການລາວ ລວມໄປເຖິງການກວດກາເບິ່ງຄວາມຄືບໜ້າຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາປັບປຸງລະບົບການບໍລິຫານງານ ແລະ ການຄຸ້ມຄອງເມືອງມໍລະດົກໂລກ ຫລວງພະບາງຢູ່ໃນລາວ ໃນຂະນະນີ້ ໄດ້ຖະແຫລງຢືນ ຢັນວ່າທາງການ ລາວຈະຕ້ອງ ຈັດສົ່ງລາຍງານເພື່ອຕອບບັນດາຂໍ້ສົງໃສຕ່າງໆ ໃຫ້ໄປເຖິງມືຂອງຄະນະກຳມະການມໍລະດົກໂລກ ຂອງອົງການ UNESCO ໃຫ້ທັນຕາມ ກຳນົດທີ່ໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ເຊິ່ງກໍຄື ພາຍໃນວັນທີ 1 ກຸມພາ ປີນີ້ ເພື່ອທີ່ວ່າຄະນະກຳມະການມໍລະດົກໂລກ ຂອງອົງການ UNESCO ນັ້ນ ຈະໄດ້ນຳເອົາຂໍ້ມູນໄປໃຊ້ປະກອບການພິຈາລະນາວ່າ ຫລວງພະບາງນັ້ນ ຍັງຄົງຮັກສາສະພາບເງື່ອນໄຂຕ່າງໆ ໄວ້ໄດ້ຕາມຫລັກເກນ ແລະ ອົງປະກອບ ຂອງການເປັນເມືອງມໍລະດົກ ຫລືບໍ່. ທັງນີ້ ໂດຍເນື້ອໃນສຳຄັນ ໃນລາຍງານທີ່ຄະນະກຳມະການມໍລະດົກໂລກຂອງອົງການ UNESCO ຕ້ອງ ການທີ່ຈະໄດ້ຮັບຄຳຕອບ ແລະ ການອະທິບາຍຈາກທາງການລາວນັ້ນກໍຄື ການພັດທະນາປັບປຸງລະບົບການງານບໍລິຫານງານ ແລະ ຄຸ້ມຄອງ ເມືອງມໍລະດົກໂລກໃນລາວ, ແຜນການພັດທະນາເມືອງມໍລະດົກໂລກ ຫລວງພະບາງ ລວມໄປເຖິງຄວາມຄືບໜ້າລັກສະນະ ຂອງໂຄງການ ພັດທະນາຂະໜາດໃຫຍ່ ທີ່ຢູ່ໃນແຂວງຫລວງພະບາງ ຕົວຢ່າງກໍຄື ໂຄງການກໍ່ສ້າງສະໜາມກັອຟ ຂະໜາດ 36 ຂຸມ ແລະ ໂຮງແຮມຣີສອດ ພ້ອມດ້ວຍສະຖານບັນເທິງຢ່າງຄົບຊຸດ, ລວມໄປເຖິງ ໂຄງການຂະຫຍາຍສະໜາມບິນ ນາໆຊາດຫລວງພະບາງອີກດ້ວຍ.
ໂດຍກ່ອນໜ້ານີ້
ອົງການ UNESCO ໄດ້ແຈ້ງເຕືອນຕໍ່ທາງການ ລາວວ່າ ໂຄງການພັດທະນາຂະໜາດໃຫຍ່ ຈະສົ່ງຜົນກະທົບຕໍ່ສະຖານະເມືອງມໍລະດົກໂລກ
ຫລວງພະບາງ ໂດຍສະເພາະແມ່ນການສ້າງອາຄານສະໄໝໃໝ່ ແລະ ການດັດແປງອາຄານ ຫລື
ເຮືອນເກົ່ານັ້ນອາດຈະເປັນເງື່ອນໄຂທີ່ຈະເຮັດໃຫ້ເມືອງຫລວງ ພະບາງຂາດຄຸນນະສົມບັດທີ່ຈະເປັນເມືອງ ມໍລະດົກໂລກໃນໄລຍະຕໍ່ໄປກໍເປັນໄດ້ຄືກັນ. ທັງນີ້ ໂດຍກໍລະນີຕົວຢ່າງນຶ່ງທີ່ຊັດເຈນທີ່ຜູ້ຕາງໜ້າຂອງອົງການ
UNESCO ໄດ້ຍົກຂຶ້ນມາໃຫ້ເຫັນນັ້ນກໍຄື ປະເພນີການຕັກບາດຢູ່ໃນເຂດເມືອງຫລວງພະບາງ
ທີ່ໄດ້ເລີ້ມຫົດຫາຍໄປ ທັງໆທີ່ວ່າ ອົງການ UNESCO ຖືວ່າເປັນອົງປະກອບ ແລະ ຄຸນນະສົມບັດສຳຄັນປະການນຶ່ງ
ທີ່ເຮັດໃຫ້ຫລວງພະບາງ ຖືກຮັບຮອງໃຫ້ເປັນເມືອງມໍລະດົກໂລກ ນັບຈາກປີ 1995 ເປັນຕົ້ນມາ.
ຫາກແຕ່ຍ້ອນວ່າຊາວເມືອງຫລວງພະບາງ ໄດ້ພາກັນຂາຍເຮືອນຊານຂອງພວກຕົນໃຫ້ກັບບັນດານັກທຸລະກິດຊາວຕ່າງຊາດ
ທີ່ໄດ້ເຂົ້າມາທຳການພັດທະນາປັບປຸງເຮືອນເກົ່າໃຫ້ເປັນຮ້ານອາຫານ, ເຮືອນພັກສະໄໝໃໝ່,
ຮ້ານກິນດື່ມ ແລະ ຮ້ານອິນເຕີເນັດ ເພື່ອຮອງຮັບນັກທ່ອງ ທ່ຽວຊາວຕ່າງຊາດຫລາຍຂຶ້ນນັ້ນ
ໃນຂະນະທີ່ຊາວຫລວງພະບາງ ທີ່ໄດ້ຂາຍເຮືອນຊານເກົ່າໄປແລ້ວນັ້ນ ກໍໄດ້ພາກັນຍົກຍ້າຍອອກໄປຢູ່ໃນເຂດຮອບນອກ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ການຕັກບາດພະໃນຕອນເຊົ້າ ຕ້ອງຫົດຫາຍ ໄປດ້ວຍນັ້ນເອງ.
ຍິ່ງໄປກວ່ານັ້ນ ຜູ້ຕາງໜ້າຂອງອົງການ UNESCO ກໍເນັ້ນຢໍ້າວ່າ ການກໍ່ສ້າງໂຄງການຂະໜາດໃຫຍ່
ຈະເຮັດໃຫ້ສະພາບທາງພູມມີສາດ ຫລື ພູມທັດທັມມະຊາດນັ້ນປ່ຽນແປງໄປຢ່າງ ຫຼີກລ້ຽງບໍ່ໄດ້.
ແຕ່ຢ່າງໃດກໍຕາມ ທາງການລາວໂດຍທ່ານ ສົມສະຫວັດ ເລັງສະຫວັດ ຮອງນາຍຍົກຣັດຖະມົນຕຣີ ຜູ້ປະຈຳການຄະນະຣັດຖບານລາວ ກໍໄດ້ຢືນຢັນວ່າ ທາງການລາວຈະດຳເນີນມາດຕະການໃນທຸກວິທີທາງເພື່ອຮັກສາເມືອງມໍລະດົກໂລກ ຫລວງພະບາງ ໄວ້ໃຫ້ໄດ້ຕໍ່ໄປ.
ຊົງຣິດ ໂພນເງິນ ລາຍງານຈາກບັງກອກ ເມື່ອວັນທີ 22 ມັງກອນ 2008
ນຳສະເໜີ ໂດຍ ບົວສວັນ ສິມມາລາ