ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Laos Did Not Reach its Tourism Goal in 2008


ທ່ານ ສົມ​ພົງ ມົງຄົນວິ​ໄລ ລັດຖະ​ມົນຕີ​ປະຈຳສຳນັກງານ​ນາ​ຍົກ​ລັດຖະມົນຕີ​ລາວ ຜູ້​ຮັບຜິດຊອບ​ອົງການທ່ອງທ່ຽວ​ແຫ່ງ​ຊາດ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ຈຳນວນ​ນັກ​ທ່ອງທ່ຽວຊາວ​ຕ່າງປະ​ເທດ​ທີ່​ເດີນ​ທາ​ງເຂົ້າລາວ​ໃນຕະຫລອດປີນີ້ ຈະບໍ່ເປັນ​ໄປ​ຕາມແຜນການແລະເປົ້າ ໝາຍທີ່ໄດ້ວາງເອົາ​ໄວ້ໂດຍຕາມແຜນການ​ທີ່ວາງເອົາໄວ້​ແລ້ວນັ້ນ​ແມ່ນໄດ້​ຕັ້ງເປົ້າໝາຍທີ່​ຈະຮອງ​ຮັບ​ນັກທ່ອງທ່ຽວຊາວ​ຕ່າງຊາດໃຫ້​ໄດ້ຈຳນວນ​ບໍ່ໜ້ອຍ ກວ່າ 1,800,000 ຄົນ ​ເຊິ່ງກໍ​ຈະ​ເຮັດ​ໃຫ້​ພາກ​ທຸລະ​ກິດ​ບໍ​ລິ​ການ ​ແລະ ການທ່ອງທ່ຽວຂອງ​ລາວມີ​ລາຍ​ຮັບ​ບໍ່ໜ້ອຍກວ່າ 250 ລ້ານໂດ​ລ້າ​ ສະ​ຫະ​ລັດ ຫລື ​ເພີ້ມຂຶ້ນຈາກປີ 2007 ຄຶດເປັນ​ສັດສ່ວນເຖິງ 30%. ແຕ່​ຢ່າງ​ໃດ​ກໍຕາມ​ໃນ​ໄລຍະ 10 ​ເດືອນ​ທີ່​ຜ່ານ​ມາຂອງປີ 2008 ນີ້ ກໍ​ປາກົດ​ວ່າມີ​ນັກ​ທ່ອງທ່ຽວ ຊາວຕ່າງປະ​ເທດ ​ເດີນທາງ​ເຂົ້າລາວ ພຽງ​ 1,370,000 ກວ່າ​ຄົນ ຫລື ​ເພີ້ມຂຶ້ນຈາກ​ໃນ​ໄລຍະ​ດຽວ ກັນ​ຂອງປີ​ທີ່​ແລ້ວ ຄຶດ​ເປັນ​ສັດສ່ວນພຽງ​ແຕ່ 3% ​ເທົ່າ​ນັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ເປັນ​ໄປ​ໄດ້​ຍາກທີ່​ຈະ​ມີ​ນັກ​ທ່ອງທ່ຽວຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າລາວ ໄດ້​ຕາມ​ເປົ້າໝາຍ​ແຜນການ​ທີ່​ວາງ​ເອົາ​ໄວ້​ດັ່ງກ່າວ. ທັງນີ້ ທ່ານ ສົມ​ພົງ ​ໄດ້​ໃຫ້ການ​ອະທິບາຍ​ວ່າ ສາ​ເຫດ​ສຳຄັນທີ່​ເຮັດ​ໃຫ້ການ​ທ່ອງທ່ຽວຂອງ​ລາວ ບໍ່​ເປັນ​ໄປ​ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້ນັ້ນກໍ​ຍ້ອນ​ວ່າ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກ ຈາກບັນ​ຫາ​ວິ​ກິ​ດການ​ທາງ​ເສດຖະ​ກິດ​ການ​ເງິນ​ໂລກ ທີ່​ສົມທົບດ້ວຍບັນຫາ​ທາງ​ການ​ເມືອງ​ໃນ​ປະ​ເທດ​ໄທ ​ເຊິ່ງກໍ​ໄດ້​ເປັນ​ຜົນ​ຕໍ່​ເນື່ອງ ເຮັດ​ໃຫ້​ມີນັກ​ທ່ອງທ່ຽວ​ເດີນທາງ​ຈາກ​ໄທ​ເຂົ້າລາວ ຫລຸດໜ້ອຍຖອຍ​ລົງຢ່າງ​ຫລີກ ລ້ຽ​ງບໍ່​ໄດ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ໃນ​ໄລຍະ​ຍາວ​ແລ້ວ ທາງ​ການ​ລາວ​ກໍເຊື່​ອ ໝັ້ນວ່າ ພາກ​ທຸລະ​ກິດ ບໍລິການ ​ແລະ ການ​ທ່ອງທ່ຽວ ຂອງ​ລາວ ຈະຍັງຄົງ​ມີ​ ການຂະຫຍາຍ ຕົວເພີ້ມ​ຂຶ້ນຢ່າງ​ຕໍ່​ເນື່ອງກັບ​ທັງ​ຍັງ​ຈະ​ເປັນ​ພາກສ່ວນ ສຳຄັນຕໍ່ການ​ພັດທະນາ​ປະ​ເທດ​ໃຫ້​ຫລຸດ​ພົ້ນຈາກ​ສະພາບດ້ອຍພັດທະນາ ​ແລະ ປະຊາຊົນ​ລາວ​ຫລຸດ​ພົ້ນຈາກ​ບັນຫາ​ຄວາມທຸກ​ຈົນ ຢ່າງ​ສິ້ນເຊີງ​ໄດ້​ຢ່າງ​ແທ້​ຈິງ ພາຍ​ໃນ​ປີ 2020 ຕາມ​ທີ່​ພັກ​ປະຊາຊົນປະຕິວັດ​ລາວ ​ແລະ ລັດຖະບານ​ລາວ​ໄດ້​ວາງ​ເອົາ​ໄວ້, ​ແລະ ກໍ​ເພື່ອ​ເປັນ​ການ​ຮັບປະກັນ​ວ່າ ຈະສາມາດ​ບັນລຸ​ເປົ້າ ໝາຍ ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ອົງການທ່ອງທ່ຽວ​ແຫ່ງ​ຊາດ​ລາວ ກໍ​ໄດ້​ຈັດ​ກອງ​ປະຊຸມ​ວິຊາ​ການທ່ອງ ທ່ຽວທົ່ວ​ປະ​ເທດ ​ເມື່ອ​ບໍ່ນານ​ມານີ້​ຢູ່​ນະ ຄອນຫລວງ​ວຽງຈັນ ​ໂດຍ​ມີ​ຫົວໜ້າພະ​ແນກທ່ອງທ່ຽວ ຈາກ​ແຂວງ​ຕ່າງໆ ​ແລະ ບັນດາ​ຜູ້​ແທນຈາກກະຊວງ​ຖະບວງກົມ ບໍລິສັດ​ສະມາ ຄົມ​ທຸລະ​ກິດ​ການ​ທ່ອງທ່ຽວ ​ໂຮງແຮມ ​ແລະ ​ເຮືອນ​ພັກ ຈາກ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ຢ່າງ​ພ້ອມໜ້າ. ​ໂດຍ​ທ່ານ ສົມ​ພົງ ​ໃນ​ຖານະ​ປະ​ທານກອງ​ປະຊຸມ​ຄັ້ງນີ້ ໄດ້​ກ່າວເນັ້ນຢ້ຳຕໍ່ບັນດາ​ຜູ້ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ວ່າ:

ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າທ່ານ​ແຂກ​ທີ່​ມີ​ກຽດ ທ່ານ​ຜູ້​ແທນຈະ​ຄົ້ນຄວ້າ ປະກອບ​ຄວາມຄິດ​ຄວາມ​ເຫັນ​ໃນ​ກອງ​ປະຊຸມ​ຄັ້ງນີ້ ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ທ້ອງ​ທ່ຽວທົ່ວ​ປະ​ເທດຄັ້ງທີ່ 4 ມີ​ຜົນສຳ​ເລັດຢ່າງງົດງາມ, ​ແນ່​ໃສ່ພັດທະນາ​ຂະ​ແໜງທ່ອງ ທ່ຽວ ​ໃຫ້​ກາຍ​ເປັນ​ອຸ​ສະ​ຫາ​ກຳການ​ທ່ອງທ່ຽວທີ່​ທັນ​ສະ​ໄໝ ​ຍືນ​ຍົງ​ ສ້າງປະ​ເທດ​ລາວ​ເປັນ​ອຸ​ດສະ​ຫາ​ກຳຂຽວ ​ເຮັດ​ໃຫ້ ການ​ທ່ອງ​ທ່ຽວ ສາມາດ​ນຳ​ຜົນ​ປະ​ໂຫຍດສູງ​ສຸດ ​ເຊິ່ງ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ​ສັງຄົມ ​ແລະ ກໍ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ​ໃຫ້ໝົດ​ໄປ​ໃນ ປີ 2020 ຕາມ​ແຜນ​ນະ​ໂຍບາຍຂອງ​ລັດຖະບານ​ທີ່​ໄດ້​ກຳນົດ​ໄວ້.

ສຳລັບ​ໃນ ປີ 2007 ທີ່​ຜ່ານ​ມາມີ​ນັກ​ທ່ອງທ່ຽວຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າລາວ​ຈຳນວນ​ທັງໝົດ 1,600,000 ກວ່າ​ຄົນ ​ໂດຍ​ເພີ້ມຂຶ້ນຈາກ ປີ 2006 ​ຄຶດ​ເປັນ​ສັດສ່ວນ​ເຖິງ 34% ​ແລະ ກໍສ້າງ​ລາຍ​ຮັບ​ໃຫ້​ກັບ​ພາກ​ທຸລະ​ກິດ​ບໍລິການ​ ​ແລະ ການ​ທ່ອງທ່ຽວ​ໃນ​ລາວ​ໄດ້​ຫລາຍ​ກວ່າ 233 ລ້ານ​ໂດ​ລ້າ​ສະ​ຫະລັດ. ​ໂດຍ​ໃນ​ປະຈຸ​ບັນນີ້ ຢູ່​ໃນທົ່ວ​ປະ​ເທດ​ລາວ ມີ​ບໍລິສັດ​ທີ່​ດຳ​ເນີນ​ທຸລະ​ກິດ ດ້ານ​ການ​ທ່ອງທ່ຽວທັງໝົດ 134 ຫົວ​ຫນ່ວຍ ມີ​ໂຮງ​ແ​ຮມ ​ແລະ ​ເຮືອນ​ພັກ 1,381​ແຫ່ງ ​ໂດຍ​ມີ​ຈຳນວນ​ຫ້ອງ​ພັກ​ລວມກັນ​ທັງໝົດ 22,233 ຫ້ອງ ​ແລະ ​ເປົ້າໝາຍສຳ​ລັບ​ ປີ 2020 ນັ້ນ ທາງ​ການ​ລາວ ກໍ​ຈະ​ພັດ​ທະນາ ພາກທຸລະ​ກິດ​ບໍລິການ ​ເພື່ອ​ຮອງ​ຮັບ​ນັກ ທ່ອງທ່ຽວ​ໃຫ້​ໄດ້ ບໍ່ໜ້ອຍກວ່າ 3,100,000 ຄົນ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ເມື່ອວັນທີ 13 ທັນວາ 2008.

XS
SM
MD
LG