ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີ ວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ໄດ້ຖະແຫລງຍອມຮັບວ່າ ບັນຫາວິ ກິດການທາງເສດຖະກິດການເງິນໂລກ ໄດ້ສົ່ງຜົນກະທົບເຮັດໃຫ້ປະຊາຊົນລາວຕ້ອງກາຍເປັນຄົນຫວ່າງງານເພີ້ມຫລາຍຂຶ້ນນັບມື້ ໂດຍຈາກການສຳຫລວດໃນຂັ້ນເບື້ອງຕົ້ນກໍພົບວ່າ ໃນປະຈຸບັນນີ້ ມີປະຊາຊົນຄົນລາວທີ່ຕົກງານຢ່າງເຕັມຮູບແບບແລ້ວ ຈຳນວນຫລາຍກວ່າ 48,800 ຄົນ ເນື່ອງຈາກຖືກນາຍຈ້າງໃນປະເທດລາວເລີກຈ້າງ ເພາະໄດ້ຮັບຜົນກະທົບຈາກບັນຫາວິກິດການທາງເສດຖະກິດການເງິນໂລກ ທີ່ເປັນຢູ່ໃນປະຈຸບັນນີ້. ຍິ່ງໄປກວ່ານັ້ນ ທ່ານ ນາງ ອ່ອນຈັນ ຍັງໄດ້ລະບຸດ້ວຍວ່າ ແຮງງານລາວຈະຕ້ອງຕົກງານເພີ້ມຫລາຍຂຶ້ນກວ່າ 16,000 ໃນໝໍ່ໆນີ້ອີກດ້ວຍ ໂດຍຫລາຍກວ່າ 2,000 ຄົນນັ້ນ ຈະເປັນແຮງງານທີ່ຖືກນາຍຈ້າງໃນລາວເລີກຈ້າງ ສ່ວນທີ່ເຫລືອອີກຫລາຍກວ່າ 14,000 ຄົນນັ້ນ ຈະຕ້ອງຖືກເລີກຈ້າງ ໂດຍນາຍຈ້າງໃນປະເທດໄທ.
ແຕ່ຢ່າງໃດກໍຕາມ ທ່ານ ນາງ ອ່ອນຈັນ ກໍໄດ້ຢືນຢັນວ່າ ບັນຫາການ ຫວ່າງງານຢູ່ໃນປະເທດລາວ ຈະບໍ່ຮຸ່ນແຮງ ເພາະຈາກການສຳຫລວດໃນໄລຍະກ່ອນໜ້ານີ້ ຍັງພົບດ້ວຍວ່າ ພາກການຜະຫລິດຕ່າງໆ ຢູ່ໃນປະເທດລາວນັ້ນ ຍັງຄົງມີຄວາມຕ້ອງການທີ່ຈະຈ້າງແຮງງານລາວ ເພີ້ມຂຶ້ນລວມກັນ ຫລາຍກວ່າ 60,000 ຄົນ ໂດຍແບ່ງເປັນ 14,000 ກວ່າຄົນ ສຳລັບການວ່າຈ້າງໂດຍບັນດາໜ່ວຍທຸລະກິດຕ່າງໆໃນທົ່ວປະເທດລາວ ສ່ວນພາກອຸດສາຫະກໍາປ່າໄມ້ ກໍຕ້ອງການຈ້າງແຮງງານອີກຫລາຍກວ່າ 5,000 ຄົນ, ອຸດສະຫາກຳເສື້ອຜ້າສຳເລັດຮູບກໍຕ້ອງການແຮງງານເພີ້ມຂຶ້ນອີກຫລາຍກວ່າ 14,000 ຄົນ ແລະ ອຸດສະຫະ ກຳຂຸດຄົ້ນບໍ່ແຮ່ນັ້ນ ກໍຍັງຄົງມີຄວາມຕ້ອງການແຮງງານ ເພີ້ມຂຶ້ນອີກຫລາຍກວ່າ 15,000 ຄົນ ແລະ ໃນຂະນະດຽວກັນ ບັນດານາຍຈ້າງໃນໄທ, ເກົາຫລີໄຕ້, ມະເລເຊຍ, ແລະ ຍີ່ປຸ່ນ ກໍຍັງເຄີຍສະແດງຄວາມຕ້ອງການທີ່ຈະວ່າຈ້າງແຮງງານລາວເພີ້ມຕື່ມຂຶ້ນອີກ ລວມກັນຫລາຍກວ່າ 25,000 ຄົນ ອີກດ້ວຍ.
ແຕ່ຢ່າງໃດກໍຕາມ
ເນື່ອງຈາກວ່າເປັນຕົວເລກຂອງຄວາມຕ້ອງ ການຈ້າງແຮງງານລາວ ກ່ອນບັນຫາວິກິດການທາງເສດຖກິດການເງິນໂລກ
ຈະມີລະດັບຄວາມຮຸນແຮງຫລາຍຂຶ້ນ ຄືຢູ່ໃນປະຈຸບັນນີ້ ຈຶ່ງເຮັດໃຫ້ເຊື່ອວ່າ
ຈະບໍ່ມີການຈ້າງແຮງງານລາວເພີ້ມຂຶ້ນ ຈິງ ເພາະເມື່ອບໍ່ນານມານີ້ ບໍລິສັດ AUS
Mining Resources, ຫລື ບໍລິສັດ Oxiana ໃນອາດີດນັ້ນ ກໍໄດ້ປະກາດວ່າ ຈະເລີກຈ້າງແຮງງານລາວຢູ່ບໍ່ແຮ່ເຊໂປນ
ຈຳນວນຫລາຍກວ່າພັນຄົນ ເນື່ອງຈາກຄວາມຕ້ອງການ ແລະ ລາຄາແຮ່ທອງແດງໃນຕະຫລາດໂລກຕົກຕໍ່າລົງຢ່າງໜັກນັ້ນເອງ.
ນອກຈາກນີ້ ລັດຖະບານໄທ ກໍຍັງໄດ້ປະກາດມາດຕະການທີ່ຈະບໍ່ຈົດທະບຽນ ເພື່ອຈ້າງແຮງງານຕ່າງດ້າວ ຈາກ ລາວ, ພະມ້າ, ແລະ ກຳປູເຈຍ ເພີ້ມຕື່ມຂຶ້ນອີກແລ້ວໃນປີນີ້ ໂດຍມີເປົ້າໝາຍ ທີ່ຈະກັນຕຳແໜ່ງງານ ໄວ້ສຳລັບຮອງຮັບແຮງງານໄທ ທີ່ຄາດໝາຍວ່າ ຈະຖືກເລີກຈ້າງນັບເປັນລ້ານຄົນໃນປີ 2009 ນີ້. ເພາະສະນັ້ນ ຈຶ່ງຍ່ອມຈະສົ່ງຜົນສະທ້ອນເຖິງແຮງງານລາວທີ່ຈະເດີນທາງເຂົ້າໄປຊອກວຽກເຮັດງານທຳຢູ່ໃນປະເທດໄທໃນໄລຍະຕໍ່ໄປນີ້ ຢ່າງຫລີກລ້ຽງ ບໍ່ໄດ້.
ສ່ວນແຮງງານລາວທີ່ໄດ້ມີການແຈ້ງຈົດທະບຽນທຳງານຢ່າງຖືກຕ້ອງໄວ້ແລ້ວໃນປະເທດໄທນັ້ນ ກໍຍັງຈະບໍ່ໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວນີ້ ຫາກແຕ່ທາງການໄທຈະເລັ່ງດຳເນີນການຮ່ວມກັນ ກັບທາງການລາວເພື່ອທຳການພິສູດສັນຊາດແຮງງານລາວຢູ່ໃນປະເທດໄທໃຫ້ໄດ້ຢ່າງຄົບຖ້ວນ ພາຍໃນປີນີ້ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ແຮງງານລາວເຫລົ່ານີ້ ຕ້ອງຕົກໄປເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ ແລະ ບໍ່ໃຫ້ມີການລັກລອບທຳງານໃນໄທໂດຍຜິດກົດໝາຍອີກຕໍ່ໄປ ດັ່ງທີ່ ທ່ານ ກະສິດ ພິຣົມ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດຂອງໄທໄດ້ຖະແຫລງ ຢືນຢັນວ່າ:
ເລື້ອງຂອງແຮງງານລາວໃນໄທ ທີ່ມີປະມານ 50,000 ກວ່າຄົ້ນນັ້ນ. ນະວັນນີ້ກໍຂຶ້ນທະບຽນໄປແລ້ວ 30,000 ກວ່າຄົນ ແລ້ວກໍເຫລືອອີກໝື່ນກວ່າຄົນທີ່ຈະລ້ວມກັນ ໃນການທີ່ຈະພິສູດວ່າເປັນຊາວລາວ ແລ້ວກໍຂຶ້ນກັບທະບຽນ ແລະ ກໍໃຫ້ມີການຈັດແຣງງານລາວ ທຳງານໃນປະເທດໄທຢ່າງມີລະບົບ ໄມ້ໃຫ້ເປັນສ່ວນນຶ່ງໃນການຄ້າມະນຸດ ຫລື ໃຫ້ມີການຂຸດຣີດ ຫລື ວ່າຈ້າງໃນທາງໄມ້ຢຸດຕິທຳ ໄປທຳງານໃນອາຊີບທີ່ໄມ້ເໝາະສົມ.