ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນພວກເສັຽຊີວິດ ຈາກແຜ່ນດິນໄຫວໃນຈີນ ເພີ້ມຂຶ້ນເປັນ ກາຍ 600 ຄົນແລ້ວ


ຈຳນວນພວກເສັຽຊີວິດ ຈາກແຜ່ນດິນໄຫວໃນຈີນ ເພີ້ມຂຶ້ນເປັນ ກາຍ 600 ຄົນແລ້ວ
ຈຳນວນພວກເສັຽຊີວິດ ຈາກແຜ່ນດິນໄຫວໃນຈີນ ເພີ້ມຂຶ້ນເປັນ ກາຍ 600 ຄົນແລ້ວ

<!-- IMAGE -->

ຈີນ: ພວກຄົນງານ ກູ້ພັຍສຸກເສີນ ໃນພາກຕາ ເວັນຕົກຂອງຈີນ ພວມດີ້ນຮົນຕໍ່ສູ້ ກັບສະພາບ ອາກາດໜາວຈັດ ​ເພື່ອຊອກຄົ້ນຫາພວກທີ່ອາດ ລອດຊີວິດຕື່ມອີກ ຈາກພັຍແຜ່ນດິນໄຫວຂນາດ ແຮງ ໃນມື້ວານນີ້ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ ແລ້ວ ຢ່າງນ້ອຍ 617 ຄົນ ແລະອີກຫຼາຍໆພັນ ຄົນບໍ່ມີບ່ອນພັກພາອາສັຍ. ມີຜູ້ໄດ້ຮັບບາດເຈັບ ຫລາຍກວ່າ 10 ພັນຄົນ ແລະອີກ 300 ກວ່າ ຄົນຍັງຫາຍສາບສູນ ຫລັງຈາກໄດ້ເກີດແຜ່ນດິນ ໄຫວ ທີ່ມີຄວາມແຮງ 6.9 ໃນມື້ວັນພຸດວານນີ້ ຊຶ່ງໄດ້ເຮັດໃຫ້ຕຶກອາຄານຈຳນວນນຶ່ງ ພັງລົງມາ ຖນົນຫົນທາງ ຖືກທຳລາຍ ສາຍໄຟຟ້າ ແລະສາຍໂທຣະສັບ ຖືກຕັດຂາດ ຢູ່ທີ່ແຂວງ QINGHAI ຊຶ່ງຕິດກັບ ເຂດທິເບດນັ້ນ. ຫລັງຈາກ ເກີດແຜ່ນດິນໄຫວ ຂນາດແຮງແລ້ວກໍ ໄດ້ມີ ແຜ່ນດິນໄຫວ ຂນາດນ້ອຍ ຕິດຕາມມາ ຈຳນວນນຶ່ງ ຊຶ່ງແຮງສຸດນັ້ນ ​ແມ່ນແທກໄດ້ 6.3. ແຜ່ນດິນໄຫວຄັ້ງທຳ​ອິດ ທີ່ແຮງສຸດນັ້ນ ມີຈຸດສູນກາງຢູ່ໃນເຂດເມືອງ YUSHU ຊຶ່ງ ມີພວກຊົນເຜົ່າທິເບດ ອາສັຍຢູ່ ​ທາງພາກໃຕ້ ຂອງແຂວງ QINGHAI.

<!-- IMAGE -->

ກຽກກິສຖານ: ພວກທີ່ເຫັນເຫດການກ່າວວ່າ ສຽງປືນໄດ້ແຕກຂຶ້ນ ໃນການໂຮມຊຸມນຸມ ຢູ່ທີ່ ເມືອງ OSH ທາງພາກໃຕ້ຂອງກຽກກິສຖານ ໃນວັນພະຫັດມື້ນີ້ ບ່ອນທີ່ປະທານາທິບໍດີ KURMANBEK BAKIYEV ທີ່ຖືກຂັບໄລ່ ອອກຈາກອຳນາດນັ້ນກຳລັງກ່າວຄຳປາສັຍຢູ່. ທ່ານ BAKIYEV ຫາກໍເລີ້ມກ່າວ ຄຳປາສັຍ ຕໍ່ຝູງຊົນ 2 ພັນຄົນເວລາສຽງປືນດັງຂຶ້ນ. ຍັງ ບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ແມ່ນໃຜເປັນຜູ້ ຍິງປືນ ແຕ່ລາຍງານຂ່າວ ໂທຣະພາບ ສະ ແດງໃຫ້ເຫັນວ່າ ພວກຄັດຄ້ານ ທ່ານ BAKIYEV ໄດ້ພາກັນຫຍັບເຂົ້າໄປໃກ້ໆເວທີບ່ອນທີ່ທ່ານ ກ່າວຄຳປາສັຍ. ກຳລັງອາລັກຂາ ທ່ານ BAKIYEV ໄດ້​ແລ່ນໄປຢືນຕັນຢູ່ທາງໜ້າ​ທ່ານ ແລະຍິງປືນຂຶ້ນຟ້າ. ສ່ວນພວກສນັບ ສນຸນ ຣັຖບານຊົ່ວຄາວ ກໍໄດ້ຈັດ ການໂຮມຊຸມນຸມ ຂອງຕົນຂຶ້ນ ປະມານ 300 ແມັດຫ່າງ ຈາກບ່ອນທີ່ ທ່ານ BAKIYEV ກ່າວປາສັຍ. ຍັງບໍ່ທັນມີລາຍງານເທື່ອວ່າ ມີການບາດເຈັບ ລົ້ມຕາຍເກີດຂຶ້ນຫລືບໍ່. ພວກທີ່ເຫັນເຫດການກ່າວວ່າ ຫລັງຈາກສຽງປືນດັງຂຶ້ນແລ້ວ ທ່ານ BAKIYEV ກໍໄດ້ຍ້າຍໄປຍັງ ໂຮງລະຄອນທີ່ຕັ້ງຢູ່ໃກ້ໆ ພ້ອມກັບກຳລັງອາລັກຂາຂອງທ່ານ ແລະຫລັງຈາກນັ້ນ ກໍພາກັນຂັບຣົດ ໜີໄປ.

<!-- IMAGE -->

ໄທ: ພວກປະທ້ວງຕໍ່ຕ້ານຣັຖບານ ໄດ້ໄປໂຮມ ຊຸມນຸມກັນ ຢູ່ທີ່ຍ່ານການຄ້າ ໃນຄຸ້ມຄົນຮັ່ງແຫ່ງ ນຶ່ງ ໃນບາງກອກ ເພື່ອກະກຽມ ການປະທ້ວງຕໍ່ ຕ້ານຣັຖບານ ຂອງນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ຮອບໃໝ່. ພວກປະທ້ວງເສື້ອແດງ ຈຳນວນຫລາຍພັນຄົນ ໄດ້ພາກັນໄປ​ໂຮມ​ຊຸມນຸມ ຢູ່ຍ່ານການຄ້າ ຣາຊປຣະສົງ ໃນຕອນເດິກຂອງ ຄືນວັນພຸດວານນີ້​ໂດຍຍ້າຍຈາກຄຸ້ມປະວັດສາດ ຂອງບາງກອກ ທີ່ໄດ້ມີການປະທະກັນຢ່າງນອງ ເລືອດ ໃນມື້ວັນເສົາແລ້ວ ທີ່ເປັນເຫດໃຫ້ມີຜູ້ເສັຽ ຊີວິດ ບໍ່ຕຳກວ່າ 21 ຄົນນັ້ນ. ບັນດາຜູ້ນຳຂອງ ພວກປະທ້ວງເສື້ອແດງໄດ້ຮຽກຮ້ອງໃຫ້​ໄປໂຮມ ຊຸມນຸມກັນ ຢູ່ບ່ອນດັ່ງກ່າວ ຊຶ່ງກ່າວກັນວ່າ ເປັນບ່ອນປະເຊີນໜ້າ ສຸດທ້າຍ ກັບຣັຖບານ. ສ່ວນຢູ່ໃນບ່ອນອື່ນໆ ຂອງນະຄອນຫລວງ ໄທນັ້ນ ມີຫລາຍໆຮ້ອຍຄົນ ໄດ້ໄປໂຮມຊຸມນຸມ ກັນ ທີ່ອະນຸສາວະລີ ໄຊສມໍຣະພູມ ຮຽກຮ້ອງໃຫ້ມີ ສັນຕິພາບ ແລະສນັບສນຸນ ຣັຖບານ. ພວກທີ່ໄປໂຮມຊຸມນຸມເວົ້າວ່າ ຕົນບໍ່ແມ່ນພາກສ່ວນ ໃນການປະທ້ວງ ຂອງພວກນິຍົມຣັຖ ບານ ຊຶ່ງຮູ້ກັນ ໃນນາມພວກເສື້ອເຫຼືອງນັ້ນ.

<!-- IMAGE -->

ມຽນມາ: ເຈົ້າໜ້າທີ່ມຽນມາ ກ່າວວ່າ ມີຜູ້ເສັຽ ຊີວິດ ຢ່າງນ້ອຍ 9 ຄົນ ແລະໄດ້ຮັບບາດເຈັບ ບໍ່ຕຳກວ່າ 50 ຄົນ ລຸນຫລັງໄດ້ເກີດ ເຫດຣະ ເບີດ 3 ຄັ້ງ ທີ່ສວນສາທາຣະນະ ໃນນະຄອນ ຢ່າງກຸ້ງ ໃນວັນພຸດວານນີ້. ເຫດຣະເບີດເຫລົ່າ ນີ້ເກີດຂຶ້ນ ໃນລະຫວ່າງ ບຸນຮົດນຳສລອງວັນ ຂຶ້ນປີໃໝ່ ຂອງມຽນມາ ທີ່ສວນສາທາຣະນະ KANDAWGYI ໃນຢ່າງກຸ້ງ ຊຶ່ງເປັນເມືອງ​ໃຫຍ່ສຸດ​ຂອງ​ມຽນມາ. ລາຍງານ​ຂັ້ນຕົ້ນແຈ້ງ ວ່າມີຢ່າງນ້ອຍ 30 ຄົນໄດ້ຮັບບາດເຈັບ ຈາກ ເຫດຣະເບີດ ທີ່ວ່ານີ້.

<!-- IMAGE -->

ໄອສະແລນ: ຂີ້​ເຖົ່າຈາກພູໄຟທີ່ຣະເບີດຂຶ້ນຢູ່ ໄອສະແລນ ໃນວັນພຸດວານນີ້ ໄດ້ປິວໄປຮອດ ປະເທດອັງກິດ ແລະເຂດສະແກນດີເນເວັຽ ບີບ ບັງຄັບໃຫ້ ພວກເຈົ້າໜ້າທີ່ ຕ້ອງໄດ້ປິດສນາມ ບິນຫລາຍໆແຫ່ງ ແລະ ຍົກເລີກຖ້ຽວບິນຫຼາຍ ຮ້ອຍຖ້ຽວ. ສນາມບິນ HEATHROW ໃນກຸງ ລອນດອນ ຊຶ່ງເປັນສນາມບິນ ທີ່ມີເຮືອບິນ ຂຶ້ນ ລົງຫລາຍທີ່ສຸດໃນຢູໂຣບນັ້ນ ໄດ້ຖືກປິດໃນວັນ ພະຫັດມື້ນີ້ພ້ອມໆກັບສນາມບິນທີ່ສະກອັດແລນ ໄອແລນເໜືອ ນໍຣະເວ ສະວີເດັນແລະຟິນແລນ. ເຈົ້າໜ້າທີ່ ຄວບຄຸມອາກາສຍານ ຂອງອັງກິດ ກ່າວວ່າ ຂີ້​ເຖົ່າພູໄຟແມ່ນເປັນພັຍຂົ່ມຂູ່ທີ່ສຳ ຄັນ ຕໍ່ຄວາມປອດພັຍ ຂອງເຮືອບິນ ແລະໄດ້ປະກາດວ່າ ຕົນຈະປິດ ເຂດອາກາດຂອງຕົນ ນຳດ້ວຍ. ສ່ວນເຈົ້າໜ້າທີ່ ໃນໄອສະແລນ ໄດ້ຍົກຍ້າຍປະຊາຊົນ ຈຳນວນຫລາຍຮ້ອຍຄົນ ອອກໜີ ໃນມື້ວານນີ້ ຫລັງຈາກ ການລະ​ເບີດ ຂອງພູໄຟດັ່ງກ່າວ ທີ່​ປົກ​ຄຸມໂດຍ ​ແຜ່ນ​ນຳ ກ້ອນ​ນັ້ນ ໄດ້ເຮັດໃຫ້ ພາກສ່ວນ​ໃຫຍ່ໆ​ ສ່ວນນຶ່ງ ຂອງ​ແຜ່ນນຳກ້ອນເປື່ອຍ ຊຶ່ງໄດ້ພາໃຫ້ ເກີດ ພັຍນຳຖ້ວມ ຢູ່ໃນບາງເຂດ ທາງພາກ ຕາເວັນອອກສຽງໃຕ້ຂອງປະ​ເທດເກາະໄອສະ ແລນ.

<!-- IMAGE -->

ຈີນ - ເສຖກິດ: ຈີນກ່າວວ່າ ເສຖະກິດຂອງຕົນໄດ້ຂຍາຍ ໂຕຢ່າງ​ແຂງແຮງ ​ໃນ​ອັດຕາ 11.9% ໃນໄຕຣມາດທຳອິດ ຂອງປີ 2010 ຈາກໄລຍະດຽວກັນຂອງປີຜ່ານມາ. ນີ້ແມ່ນ ໄຕຣມາດທີ 2 ລຽນຕິດ ທີ່ຍອດຜລິດຮວມພາຍໃນ ຫລື GDP ຂອງຈີນ ​ໄດ້ຂຍາຍໂຕ ຫຼາຍກວ່າ 10% ຫລັງຈາກ ໄດ້ມີການເຕີບໂຕ 10.7% ໃນໄຕຣມາດສຸດທ້າຍ ຂອງປີ 2009. ການຂຍາຍໂຕຢ່າງ​ແຂງແຮງຂອງເສຖກິດຈີນແມ່ນ ໄດ້ຮັບ ການຂັບດັນ ຈາກການເພີ້ມຂຶ້ນ 19.6% ຂອງຜລິດ ຕະພັນ ອຸສາຫະກັມ ແລະ ການເພີ້ມຂຶ້ນ 26.4% ໃນການລົງທຶນ ​ໃສ່ຊັບສິນຄົງ​ທີ່ ເຊັ່ນ ໂຮງຈັກໂຮງງານ ແລະໂຄງລ່າງພື້ນຖານ ເປັນຕົ້ນ. ໂຕເລກໃໝ່ ທີ່ວ່ານີ້ ສະແດງໃຫ້ເຫັນວ່າ ເສຖກິດຂອງຈີນ ທີ່ໃຫຍ່ເປັນ ອັນດັບ 3 ຂອງໂລກນັ້ນ ພວມເປັນຜູ້ນຳພາ ໃນການຟື້ນໂຕຄືນ ຈາກສະພາບ ເສຖກິດຫົດ​ຖອຍ ຂອງໂລກ. ພວກນັກເສຖສາດເວົ້າວ່າ ນອກນັ້ນ ຍັງໄດ້ມີການກົດດັນ ໃຫ້ພວກກຳນົດ ນະໂຍບາຍຂອງຈີນ ຄວບຄຸມ ນະໂຍບາຍການເງິນ ໃຫ້ເຄັ່ງຄັດຂຶ້ນ ກວ່າເກົ່າ ເພື່ອປ້ອງກັນ ບໍ່ໃຫ້ເສຖກິດ ຂຍາຍໂຕແຮງໂພດ ແລະກໍ່ໃຫ້ເກີດ ສະພາບເງິນເຟີ້.

<!-- IMAGE -->

ເກົາຫລີໃຕ້: ພວກພະນັກງານເກັບ​ກູ້ໄດ້ຍົກເອົາ ຊາກກຳປັ່ນຣົບ ຂອງເກົາຫລີໃຕ້ລຳນຶ່ງ ທີ່ໄດ້ຫັກ ອອກເປັນ 2 ທ່ອນ ແລະຈົມລົງສູ່ພື້ນທະເລ ລຸນ ຫຼັງທີ່ໄດ້ເກີດ ເຫດຣະເບີດລຶກລັບ ໃນເດືອນແລ້ວ ໃນທະເລເຫລືອງນັ້ນ ຂຶ້ນມາ. ເຄື່ອງຍົກ ຂນາດໃຫຍ່ ໄດ້ຄ່ອຍໆຍົກ ເອົາສ່ວນຫລັງ ຂອງກຳປັ່ນຣົບ CHEONAN ທີ່​ໃຫຍ່ຂນາດ 1 ພັນ 200 ໂຕນນັ້ນຂຶ້ນມາ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້ ແລ້ວກໍນຳໄປວາງໃສ່ ກຳປັ່ນທ້ອງແບນ ແລະຫລັງຈາກນັ້ນ ກໍໄດ້ລຳລຽງໄປຍັງ ຖານທັບເຮືອ ຂອງເກົາຫຼີໃຕ້ ເພື່ອກວດກາເບິ່ງ. ພວກນັກຊ່ຽວຊານ ນາໆຊາດ ຈາກສະຫະຣັດ ແລະອອສເຕຣເລັຽ ພ້ອມແລ້ວ ທີ່ຈະໃຫ້ ຄວາມຊ່ອຍເຫລືອ ໃນການສືບສວນ ທີ່ວ່ານີ້. ເຈົ້າໜ້າທີ່ເຊື່ອວ່າ ສ່ວນຫລັງ ຂອງກຳປັ່ນຣົບ ເກົາຫລີໃຕ້ ບັນຈຸສົບຂອງ ພວກລູກເຮືອ 44 ຄົນ ທີ່ຫາຍສາບສູນໄປ ຕັ້ງແຕ່ມື້ເກີດ ອຸບັດຕິເຫດ. ມີລູກເຮືອທັງໝົດ 58 ຄົນ ຖືກຊ່ອຍຊີວິດໄວ້ໄດ້ ຫລັງຈາກ ເກີດເຫດຣະເບີດຂຶ້ນ ໄດ້ບໍ່ດົນ. ລາຍງານຂ່າວ ໂທຣະພາບ ສະແດງໃຫ້ເຫັນ ສົບຂອງພວກລູກເຮືອ ໃນສ່ວນຫລັງ ຂອງກຳປັ່ນຣົບ ໄດ້ຖືກຍ້າຍອອກ ຫລັງຈາກ ຖືກຍົກຂຶ້ນມາ ຈາກພື້ນທະເລ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG