ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ 400 ຄົນ ເສັຽຊີວິດ ຍ້ອນແຜ່ນດິນໄຫວ ຂນາດແຮງ ຢູ່ຈີນ


ມີ 400 ຄົນ ເສັຽຊີວິດ ຍ້ອນແຜ່ນດິນໄຫວ ຂນາດແຮງ ຢູ່ຈີນ
ມີ 400 ຄົນ ເສັຽຊີວິດ ຍ້ອນແຜ່ນດິນໄຫວ ຂນາດແຮງ ຢູ່ຈີນ

<!-- IMAGE -->

ຈີນ - ແຜ່ນດິນໄຫວ: ສື່ມວນຊົນຂອງທາງ ການຈີນ ລາຍງານວ່າ ມີຢ່າງນ້ອຍ 400 ຄົນ ເສັຽຊີວິດ ໃນ​ເຫດການ ແຜ່ນດິນໄຫວ ຂນາດ ແຮງທາງພາກຕາເວັນຕົກ ຂອງຈີນ ໃນວັນພຸດ ມື້ນີ້. ລາຍງານຂ່າວແຈ້ງວ່າ ມີ 8 ພັນຄົນ ໄດ້ ຮັບບາດເຈັບ ເວລາແຜ່ນດິນໄຫວທີ່ມີຄວາມ ແຮງແທກໄດ້ 6.9 ເກີດຂຶ້ນ ແລະແຜ່ນດິນໄຫວ ຂນາດນ້ອຍຕິດ ຕາມມາ​ຫລາຍ​ຄັ້ງ ຢູ່ທີ່ແຂວງ QINGHAI ຕິດກັບຊາຍແດນ ເຂດທິເບດນັ້ນ. ເຈົ້າໜ້າທີ່ ໃນເຂດດັ່ງກ່າວ ແຈ້ງວ່າ ມີເຮືອນ ແລະໂຮງຮຽນ ຫລາຍສິບຫລັງ ໃນເຂດເມືອງ YUSHU ຂອງທິເບດ ໄດ້ພັງລົງ ແລະມີພວກ ນັກຮຽນຈຳນວນນຶ່ງ ຍັງຕົກຄ້າງຢູ່ພາຍໃນຊາກ ຫັກພັງ. ໄດ້ມີການສົ່ງທະຫານ ໄປຍັງເຂດ ດັ່ງກ່າວ ເພື່ອໃຫ້ຄວາມຊ່ອຍເຫຼືອ ໃນການປະຕິບັດງານກູ້ພັຍ ແຕ່ຜູ້ບັນຊາການຕຳຣວດ ໃນເຂດທ້ອງຖິ່ນ ທີ່ແຂວງ QINGHAI ກ່າວຕໍ່ໂທຣະພາບສູນກາງ ຂອງຈີນວ່າ ພວກເຂົາເຈົ້າ ບໍ່ມີອຸບປະກອນ ອັນເໝາະສົມ ສຳລັບຮັບມື ກັບພັຍພິບັດ ແຜ່ນດິນໄຫວຄັ້ງນີ້.

<!-- IMAGE -->

ກອງປະຊຸມສຸດຍອດ - ນິວເຄລັຽ: ປະທາ ນາທິບໍດີສະຫະຣັດທ່ານ BARACK OBAMA ກ່າວວ່າ 47 ປະເທດ ທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດນິວເຄລັຽ ທີ່ກຸງວໍຊິງຕັນ ໄດ້ຕົກລົງກັນ ທີ່ຈະ​ເອົາມາດຕາ​ການ ຮັກສາຄວາມປອດພັຍ ກ່ຽວກັບ ວັດຖຸນິວເຄລັຽທັງໝົດ ​ໃຫ້​ໄດ້ ພາຍ​ໃນເວລາ 4 ປີ ເພື່ອປ້ອງກັນການກໍ່ການຮ້າຍ ທາງດ້ານນິວເຄລັຽທີ່ອາດມີຂຶ້ນ​ໄດ້ນັ້ນ. ໃນຄຳ ປາສັຍ ປິດກອງປະຊຸມ ສຸດຍອດນິວເຄລັຽ ໃນ ວັນອັງຄານວານນີ້ ທ່ານ OBAMA ເອີ້ນກອງ ປະຊຸມ ສຸດຍອດວ່າ ເປັນມື້ທີ່ ມີຄວາມກ້າວ ໜ້າ ຢ່າງໃຫຍ່ຫຼວງ ແລະພາກສ່ວນນຶ່ງ ຂອງແຜນການ ໃນການດຳເນີນ ຄວາມພະຍາຍາມ ໃນຂອບເຂດ ທີ່ກວ້າງຂວາງ ເພື່ອໃຫ້ໂລກ ປອດຈາກ ອາວຸດນິວເຄລັຽ. ບັນດາພວກຜູ້ນຳ ທີ່ເຂົ້າຮ່ວມ ໄດ້ລົງນາມ ໃນຖແລງການຮ່ວມ ສະບັບນຶ່ງ ທີ່ກຳນົດບາດກ້າວ ໃຫ້ປະເທດຕ່າງໆ ຈັດຕັ້ງປະຕິບັດ ເພື່ອຫລຸດຜ່ອນໂອກາດ ໃນການທີ່ກຸ່ມ ກໍ່ການຮ້າຍ ຈະສາມາດເຂົ້າເຖິງ ຫລື​ໄດ້​ຮັບວັດຖຸ ຂໍ້ມູນແລະເທັກໂນ ໂລຈີນິວເຄລັຽໄດ້. ບາດກ້າວເຫລົ່ານີ້ ແມ່ນຮວມທັງ ການຮ່ວມມື ເພື່ອຕໍ່ຕ້ານ ການລັກລອບ ຄ້າວັດຖຸນິວເຄລັຽ ທີ່ຜິດກົດໝາຍ.

<!-- IMAGE -->

ກຽກກິສຖານ: ນັກການທູດ ອະວຸໂສທ່ານນຶ່ງ ຂອງສະຫະຣັດໃຫ້ຄຳໝັ້ນສັນຍາວ່າ ສະຫະຣັດ ຈະ​ໃຫ້ການຮ່ວມມື ກັບຣັຖບານຊົ່ວຄາວ KYRGYZSTAN ທີ່ໄດ້ເຂົ້າກຳອຳນາດຫຼັງຈາກ ປະທານາທິບໍດີຂອງປະເທດດັ່ງກ່າວ ໄດ້ຖືກຂັບ ໄລ່ ອອກຈາກໜ້າທີ່ ໃນການປະທ້ວງຮຸນແຮງ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 83 ຄົນນັ້ນ. ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການຕ່າງປະ ເທດ ສະຫະຣັດ ທ່ານ ROBERT BLAKE ແລະຜູ້ນຳຊົ່ວຄາວ ຂອງ KYRGYZSTAN ທ່ານນາງ RE ZA OTUNBAYEVA ໄດ້​ແຖ​ລງ ຕໍ່ພວກນັກຂ່າວ ຫລັງຈາກການພົບ ປະກັນ ທີ່ ນະຄອນຫລວງ BISHKEK ໃນວັນພຸດມື້ນີ້. ທ່ານ BLAKE ກ່າວ​ວ່າ ສະຫະຣັດ ຈະໃຫ້ການສນັບສນຸນ ຕໍ່ຣັຖບານຊົ່ວຄາວ ໃນເປົ້າໝາຍ ກ່ຽວກັບການຮ່າງ ຣັຖທັມມະນູນ ສະບັບໃໝ່ ແລະການຈັດ ການເລືອກຕັ້ງ ສະພາແຫ່ງຊາດ. ພວກຜູ້ນຳ ຂອງຣັຖບານຊົ່ວຄາວ KYRGYZSTAN ກ່າວວ່າ ຕົນຕ້ອງການ ຢາກປະຕິຮູບ ຣັຖທັມມະນູນ ເພື່ອຕັດຮອນ ອຳນາດຂອງ ປະທານາທິບໍດີລົງ.

<!-- IMAGE -->

ໄທ: ພວກປະທ້ວງຕໍ່ຕ້ານຣັຖບານ ໄດ້ປະກາດ ຍົກເລີກ ແຜນການເດີນຂະບວນໄປຍັງຄ້າຍທະ ຫານບ່ອນທີ່ນາຍົກຣັຖມຸນຕຣີອະພິຊີດ ເວດຊາ ຊີວະ ພັກເຊົາຢູ່ ໃນລະຫວ່າງ ທີ່ພວກເຂົາເຈົ້າ ໂຮມຊຸມນຸມປະທ້ວງ ເປັນເວລານຶ່ງອາທິດ ຢູ່ທີ່ ບາງກອກ. ບັນດາຜູ້ນຳ ຂອງກຸ່ມທີ່ເອີ້ນວ່າ ພວກເສື້ອແດງ ຍັງໄດ້ຕັດສິນໃຈ ທີ່ຈະ​ເອົາ ພວກປະທ້ວງທັງໝົດ​ ໄປໂຮມຊຸມນຸມກັນ ​ຢູ່ຈຸດ​ໃຫຍ່​ແຫ່ງ​ດຽວ ໃນຍ່ານ​ການຄ້າ ຄຸ້ມຄົນຮັ່ງ ຂອງບາງກອກ ຊຶ່ງເປັນທີ່ຕັ້ງ ຂອງໂຮງແຮມ ຫລູຫລາ ຫລາຍຫລັງນັ້ນ. ປະຊາຊົນ ໃນບາງກອກ ໄດ້ພາກັນຊົມໃຊ້​ ການຢຸດເຊົາ ປະທ້ວງຊົ່ວຄາວນັ້ນ ທຳ​ການສເລີມສລອງ ວັນຂຶ້ນປີໃໝ່ ຫລືວັນສົງກຣານຂອງໄທ ໂດຍມີຫລາຍໆພັນຄົນ ພາກັນໄປມວ່ນຊື່ນ ຢູ່ຕາມຖນົນຫົນທາງ ແລະຮົດນ້ຳກັນ. ການປະທ້ວງ ຕໍ່ຕ້ານຣັຖບານ ໃນມື້ວັນເສົາຜ່ານ​ມາ ໄດ້ເກີດຄວາມຮຸນແຮງຂຶ້ນ ​ເຮັດ​ໃຫ້ມີຄົນ​ຕາຍ 21 ຄົນ. ມັນເປັນຄວາມຮຸນແຮງ ທາງການເມືອງ ທີ່ຮ້າຍແຮງສຸດ ຢູ່ໃນປະເທດໄທ ໃນຮອບເກືອບ 2 ທົສວັດ.

<!-- IMAGE -->

ອິນເດັຽ - ໄຊໂຄລນ: ລົມພາຍຸໄຊໂຄລນໃນ ພາກຕາເວັນອອກ ຂອງອິນເດັຽເຮັດໃຫ້ມີຜູ້ເສັຽຊີ ວິດ 56 ຄົນ ແລະທຳລາຍ ເຮືອນຊານອີກ 50 ພັນຫຼັງ. ພາຍຸດັ່ງກ່າວ ໄດ້ພັດເຂົ້າຖລົ່ມແຄວ້ນ BENGAL ຕາ​ເວັນ​ຕົກ ແລະແຄວ້ນ BIHAR ໃນຕອນເດິກ ຂອງຄືນວັນອັງຄານ ວານນີ້ ປະ ມານ 500 ຫລັກກິໂລແມັດ ຫ່າງຈາກນະຄອນ CALCUTTA ໄປທາງທິດເໜືອ. ເຈົ້າໜ້າທີ່ອະ ວຸໂສທ່ານນຶ່ງ ຂອງແຄວ້ນ BENGAL ຕາ​ເວັນ​ຕົກ ກ່າວວ່າ ນອກນັ້ນ ພາຍຸຫົວນີ້ ຍັງໄດ້ທຳລາຍ ສາຍໄຟຟ້າ ແລະສາຍໂທຣະສັບ ແລະ​ເຮັດໃຫ້ຕົ້ນໄມ້ກົ່ນ ຫລາຍໆ​ຕົ້ນ. ພາຍຸ ແລະລົມໄຊໂຄລນ ມັກເກີດເລື້ອຍໆ ຢູ່ໃນບໍຣິເວນ ອ່າວ BENGAL. ໃນປີ 2007 ລົມໄຊໂຄລນ SIDR ເຮັດໃຫ້ມີ ຜູ້ເສັຽຊີວິດ 3 ພັນ 500 ຄົນ ໃນບັງກລາແດັສ ແລະບໍ່ມີບ່ອນ ພັກພາອາສັຍອີກ 2 ລ້ານຄົນ. ເມື່ອນຶ່ງປີ ຜ່ານມານີ້ ລົມໄຊໂຄລນ NARGIS ກໍ​ໄດ້ເຮັດໃຫ້ມີ ຜູ້ເສັຽຊີວິດ ​ໃນ​ຈຳນວນ​ ທີ່ກະປະມານວ່າ ມີເກືອບ 150 ພັນຄົນ ໃນປະເທດມຽນມາ.

<!-- IMAGE -->

ອິນເດັຽ - ບຸນຮິນດູ: ໃນອີກຂ່າວນຶ່ງນັ້ນ ຕຳຣວດ ຫລາຍພັນຄົນ ພາກັນຍາມຮັກສາຄວາມເປັນລະບຽບ ຮຽບຮ້ອຍ ຂະນະທີ່ຊາວອິນເດັຽ ຢ່າງນ້ອຍ 8 ລ້ານ ຄົນໄປໂຮມຊຸມນຸມກັນ ຕາມບໍຣິເວນແຄມຝັ່ງ ແມ່ ນຳຄົງຄາ ຢູ່ພາກເໜືອ ຂອງປະເທດອິນເດັຽ ໃນມື້ສຸດທ້າຍ ຂອງບຸນສາສນາຮິນດູ KUMBH MELA. ຕຳຣວດເວົ້າວ່າ ມີແມ່ຍິງ 2 ຄົນ ເສັຽຊີວິດແລ້ວ ຍ້ອນການແອອັດ​ແຫຍ້​ກັນ ​ຂອງ​ພວກ​ໄປ ສະ​ແຫວ​ງບຸນ. ວັນພຸດມື້ນີ້ ເປັນວັນສຳຄັນ ໃນພິທີລົງອາບນຳ ຂອງງານບຸນ ທີ່ດຳເນີນມາ ເປັນເວລາ 12 ອາທິດ ຊຶ່ງຈັດຂຶ້ນ ໃນທຸກໆ 3 ປີນັ້ນ. ພວກຈັດງານກະວ່າ ​ມີຜູ້ຄົນຫລາຍເຖິງ 40 ລ້ານຄົນ ໄປຮ່ວມງານບຸນ ໃນປີນີ້. ພວກເຂົາເຈົ້າ ພາກັນໄປລົງອາບນຳ ໃນແມ່ນຳຄົງຄາ ຊຶ່ງເປັນພິທີ ທີ່ເຊື່ອກັນວ່າ ລ້າງສວ່ຍບາບຕ່າງໆ ໃຫ້ລ່ອງໄຫລ ໄປກັບນ້ຳນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG