ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມສຸດຍອດວ່າດ້ວຍນີວເຄລັຍເພ່ງເລັງໃສ່ການປ້ອງກັນບໍ່ໃຫ້ວັດຖຸນີວເຄລັຍຕົກຢູ່ໃນກຳມືຂອງພວກກໍ່ການຮ້າຍ


ກອງປະຊຸມສຸດຍອດວ່າດ້ວຍນີວເຄລັຍເພ່ງເລັງໃສ່ການປ້ອງກັນບໍ່ໃຫ້ວັດຖຸນີວເຄລັຍຕົກຢູ່ໃນກຳມືຂອງພວກກໍ່ການຮ້າຍ
ກອງປະຊຸມສຸດຍອດວ່າດ້ວຍນີວເຄລັຍເພ່ງເລັງໃສ່ການປ້ອງກັນບໍ່ໃຫ້ວັດຖຸນີວເຄລັຍຕົກຢູ່ໃນກຳມືຂອງພວກກໍ່ການຮ້າຍ

<!-- IMAGE -->

ຂ່າວກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ນີວ​ເຄລັຍ​: ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ນີວ​ເຄລັຍ​ເປັນ​ເວລາ​ສອງ​ມື້​ທ່ີ​ກຸງ​ວໍ​ຊິງ​ຕັນຈະ​ເສັດ​ສິ້ນ​ລົງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ເພ່ງ​ເລັງ​ໃສ່​ການ​ປ້ອງ​ກັນບໍ່​ໃຫ້​ພວກ​ວັດຖຸນີວ​ເຄລັຍ​ໄປ​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກ​ກໍ່​ການ​ຮ້າຍ. 47 ຊາດ​ທ່ີ​ມາ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແຫ່ງ​ສະຫະຣັດ ວາງ​ແຜນ​ທ່ີ​ຈະ​ອອກ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ທ່ີ​ໃຫ້​ຄຳ​ໝັ້ນ​ສັນຍາໃນ​ການ​ຮັກສາ​ວັດຖຸ​ນີວ​ເຄລັຍ​ຂອງ​ຕົນ​ໃຫ້​ໄດ້​ພາຍ​ໃນ 4 ປີ​ຂ້າງ​ໜ້າ​ນີ້. ບັນດາ​ນັກ​ຊ່ຽວຊານກ່າວ​ວ່າ ປັດຈຸບັນ​ໂລກມີ​ວັດຖຸ​ນີວ​ເຄລັຍໃນ​ລະດັບ​ສູງ​ພໍທ່ີຈະສາມາດ​ຜລິດ​ອາວຸດ​ນີວ​ເຄລັຍ​ໄດ້ຢ່າງ​ນ້ອຍ 120 ພັນ ​ແລະ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ​ພວກ​ວັດຖຸ​ນີວ​ເຄລັຍເຫລົ່າ​ນີ້​ບາງ​ສ່ວນ​ສາມາດ​
ຕົກ​ຢູ່​ໃນ​ກຳມື​ພວກ​ກໍ​ການ​ຮ້າຍ​ໄດ້. ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ໄຂ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ພົບ​ປະ​ກັບ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ແລະ​ໄດ້​ເຫັນ​ດີ​ນຳ​ກັນ​ທ່ີ
ຈະ​ເພີ່ມ​ທຳ​ຄວາມ​ກົດ​ດັນ​ໃສ່​ອິຣ່ານຫລາຍ​ຂຶ້ນ ​ເພື່ອ​ໃຫ້​ອິຣ່ານຢຸດ​ເຊົາ​ໂຄງການ​ນີວ​ເຄລັຍ​ຂອງ​ຕົນ​ນັ້ນ. ​ແຕ່​ໃດໆ​ມາຈີນ​ບໍ່​ມີ​ຄວາມ​ເຕັມ​ໃຈປານ​ໃດ​ທ່ີ​ຈະ​ທຳ​ການ​ລົງ​ໂທດ​ຕື່ມ​ອີກ​ຕໍ່​ຣັດຖະບານ​ກຸງ​ເຕຮິຣ່ານ ນັ້ນ.
ອິຣ່ານ ​ເກົາຫລີ​ເໜືອ​ແລະ​ຊີ​ເຣັຍ ທ່ີ​ໄດ້​ຖືກ​ຕຳ​ໜິຕິຕຽນຢ່າງ​ຫລວງຫລາຍ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ຍ້ອນ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ໂຄງການ​ນີວຂອງ​ເຂົາ​ເຈົ້າ​ນັ້ນ ບໍ່​ໄດ້​ຖືກ​ເຊື້ອ​ເຊີນ​ມາ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້.
ທີ່ Kyrgyzstan:ຣັດຖະບານ​ທ່ີ​ປະກາດ​ຕົນ​ເອງ​ເປັນຣັດຖະບານ​ຊົ່ວຄາວ​ຂອງ Kyrgyzstan

<!-- IMAGE -->

ໄດ້​ອອກ​ຄຳ​ຂາດ​ຕໍ່​ປະທານາທິບໍດີ Kurmanbek Bakiyev ທ່ີ​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໄປ​ນັ້ນໃຫ້​ທ່ານ​ເຂົ້າ​ມອບ​ໂຕ​ທ່ີ​ນະຄອນຫລວງ Bishkek ​ໃນ​ຕອນ​ບ່າຍ​ມື້​ນີ້ ບໍ່ດັ່ງ​ນັ້ນ​ຈະ​ປະ​ເຊີນ​ກັບ​ການ​ຖືກ​ຈັບ​ກຸມ​ໂດຍ​ກຳລັງ​ພິ​ເສດ. ຣັດຖະມຸນຕີ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງຣັດຖະບານ​ໃໝ່ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສິດທິ​ພິ​ເສດ​ທ່ີທ່ານBakiyev ມີ​ໃນ​ຖານະ​ເປັນ​ປະທານາທິບໍດີ​ນັ້ນໄດ້​ຖືກ​ຕັດ​ຖິ້ມ​ໄປ​ແລ້ວ ​ແລະ​ໄດ້​ມີ​ການ​ໄຂ​ການ​ດຳ​ເນີນ​ຄະດີ​ອາຊຍາ​ຕໍ່​ທ່ານ​ແລ້ວ. ທ່ານ Bakiyev ​ໄດ້​ຫລົບໜີ​ຈາກ​ນະຄອນຫລວງ​ໄປ​ໃນ​ສັບປະດາ​ແລ້ວ​ນີ້ ຫລັງ​ຈາກ​ມີ​ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ລະຫວ່າງ​ພວກ​ຕຳຫລວດ​ແລະພວກ​ປະ​ທ້ວງ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ປະມານ 80 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ຮ້ອຍ​ຄົນ​ນັ້ນ. ນັບ​ແຕ່​ນັ້ນ​ມາ ທ່ານ Bakiyev ​ໄດ້​ພະຍາຍາມ​ຫາ​ການ​ສະໜັບສະໜຸນຈາກ​ປະຊາຊົນ​ໃນ​ພາກ​ໃຕ້​ຂອງ Kyrgyzstan ​ແລະ​ໄດ້​ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ຫລາຍ​ພັນ​ຄົນ​ໃນ​ວັນ​ອັງຄານ​ມື້​ນີ້​ທ່ີ​ຈັດ​ຕຸຣັດ​ແຫ່ງ​ນຶ່ງ​ໃນ​ເມືອງ Jalalabad ວ່າ ທ່ານ​ບໍ່​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງຣັດຖະບານ​ຊົ່ວຄາວ​ນີ້ ແລະ​ເວົ້າ​ວ່າ ອຳນາດ​ຂອງ​ທ່ານ​ມາ​ຈາກ​ປະຊາຊົນບໍ່​ແມ່ນ​ມາ​ຈາກ​ທ່ານ​ເອງ. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ວ່າ ທ່ານ​ມີ​ຄວາມ​ເຕັມ​ໃຈ​ທ່ີ​ຈະ​ທຳ​ການ​ເຈຣະຈາ​ກັບ​ພວກ​ປົກຄອງ​ໃໝ່.
ຂ່າວ​ຄືບ​ໜ້າ​ຂອງ​ການ​ປະ​ທ້ວງ​ທີ່ໄທ: ຣັດຖະມຸນຕີ​ການ​ຕ່າງປະ​ເທດ​ໄທ ກ່າວ​ປະນາມ​ທ່ານ​ທັກສິນ ຊິນນະ​ວັດອະ​ດີດ​ນາຍົກຣັດຖະມຸນຕີ​ທ່ີ​ໄດ້​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ ​ໂດຍ​ກ່າວ​ຫາ​ຜູ້ກ່ຽວ​ວ່າ​ເປັນ​ຜູ້​ຍຸຍົງ​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ບາງກອກ​ທ່ີ​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ນັ້ນແລະເປັນ​ຜູ້​ກໍ່​ການ​ຮ້າຍ​ທ່ີ​ໜ້າ​ເລືອດ. ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງ​ໃນ​ວັນ​ຈັນ​ວານ​ນີ້ ນອກ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ນີວ​ເຄລັຍ​ຂອງ​ໂລກ​ທ່ີ​ກຸງ​ວໍ​ຊິງ​ຕັນ ທ່ານ​ກະ​ສິດ​ພິຣົມ ສົມທຽບ​ທ່ານ​ທັກສິນ​ໃສ່​ກັບພວກ​ຜະ​ເດັດ​ການ​ເຊັ່ນ: Hitler, Mussolini ​ແລະ Stalin. ບັນດາ​ເຈົ້າ​ໜ້າ​ທ່ີ​ໄທ​ທ່ີ​ກອງ​ປະຊຸມ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ຕໍ່ຕ້ານຣັດຖະບານ​ທຳ​ການ​ເຈຣະຈາກັບຣັດຖະບານ​ເພື່ອ​ຫລີກ​ລ້ຽງ​ການ​ແຊກ​ແຊງ​ຂອງ​ທະຫານ​ນັ້ນ.
ໃນ​ວັນ​ຈັນ​ວານ​ນີ້​ເຊັ່ນ​ກັນ ຫົວໜ້າ​ກອງທັບ​ໄທ​ທ່ີ​ມີ​ອິດ​ທິພົນ​ໄດ້​ຮຽກຮ້ອງໃຫ້​ຍຸບ​ສະພາ​ແລະ​ໃຫ້​ຈັດການ​ເລືອກ​ຕັ້ງ​ຂຶ້ນກ່ອນ​ກຳນົດ ຊຶ່ງ​ຈະ​ເປັນຊ່ອງ​ທາງ​ທ່ີ​ດີ​ທ່ີ​ສຸດ​ເພື່ອເຮັດ​ໃຫ້ການ​ປະ​ທ້ວງ​ຕໍ່ຕ້ານຣັດຖະບານ​ຍຸດຕິລົງ​.
ນາຍ​ພົນ​ອະນຸພົງ ​ເຜົ່າ​ຈິນດາ ກ່າວ​ວ່າ ທ່ານ​ບໍ່​ຢາກ​ໃຊ້​ກຳລັງ​ຕໍ່ຕ້ານ​ກັບ​ພວກ​ປະ​ທ້ວງ​ເສື້ອ​ແດງ​ຕໍ່ຕ້ານ
ຣັດຖະບານ​ທ່ີ​ກຳລັງ​ຮຽກຮ້ອງ​ໃຫ້​ນາຍົກຣັດຖະມຸນຕີ​ອະພິສິດ​ເວດ​ຊາ​ຊີວະ​ລາ​ອອກ​ຈາກ​ຕຳ​ແໜ່​ງນັ້ນ.
ນາຍ​ພົນ​ອະນຸພົງ​ກ່າວ​ຕື່ມ​ວ່າ ການ​ຍຸບ​ສະພາ​ປາກົດ​ວ່າ ​ເປັນ​ບາດກ້າວ​ທ່ີ​ມີ​ເຫດ​ມີ​ຜົນ​ທ່ີ​ຈະ​ຄວນ​ເຮັດ.
ສະຫະຣັດ​ແລະ​ຈີນ: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດກ່າວ​ຕໍ່​ທ່ານ​ຫູ​ຈິນ​ເຖົາປະທານ​
ປະ​ເທດ​ຈີນ​ໃນ​ວັນ​ຈັນ​ວານ​ນີ້ທ່ີ​ກຸງ​ວໍ​ຊິງ​ຕັນ​ໃຫ້​ປັບ​ອັດຕາແລກ
ປ່ຽນເງິນຕາຂອງ​ຕົນ​ໃສ່​ກັບອັດຕາ​ແລກປ່ຽນ​ຕາມກົນ​ໄກ​ຕະຫລາດ​ເສຣີຫລາຍ​ຂຶ້ນ. ກ່ອນ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ນີວ​ເຄລັຍ​ຢ່າງ​ເປັນ​ທາງ​ການ ທ່ານ​ຫູ ກ່າວ​ວ່າ ຈີນ​ຈະ​ດຳ​ເນີນ​ການ​ຢ່າງ​ໜັກ​ແໜ້ນ​ຕາມ​ແນວທາງ​ຂອງ​ຕົນ​ເອງ​ເພື່ອ​ປະຕິ​ຮູບ​ເງິນ​ຢວນຂອງ​ຕົນ​ນັ້ນ. ກ່ອນ​ໜ້າການ​ໄຂ​ກອງ​ປະຊຸມ​ສຸດ​ຍອດວ່າ​ດ້ວຍ​ນີວ​ເຄລັຍ​ຢ່າງ​ເປັນ​ທາງ​ການ ທ່ານ​ຫູ ກ່າວ​ຕໍ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ວ່າ ການ​ເພ່ີມ​ຄ່າ​ເງິນ​ຢວນຂຶ້ນຈະ​ບໍ່​ແກ້​ໄຂ​ບັນຫາ​ຄົນ​ຫວ່າງ​ງານ​ໃນ​ສະຫະຣັດ​ແລະ​ຈະ​ບໍ່​ລົດຄວາມ​ບໍ່​ກ້ຳ​ເກິ່ງ​ທາງ​ດ້ານ​ການ​ຄ້າ ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ປັກ​ກິ​ງນັ້ນ​ລົງ​ແຕ່​ຢ່າງ​ໃດ.
ສະຫະຣັດ​ເຄີຍ​ກ່າວ​ມາ​ວ່າ ການ​ຄວບ​ຄຸມ​ຄ່າ​ເງິນຕາ​ຂອງ​ຈີນ​ທ່ີ​ໃຫ້​ຢູ່
ໃນ​ອັດຕາ​ຕ່ຳ​ຜິດ​ທັມມະ​ດາ​ນັ້ນ ​ເຮັດ​ໃຫ້​ຜລິດ​ຕະພັນ​ຂອງ​ຈີນ​ມີລາຄາ
ຖືກ​ກວ່າ​ລາຄາ​ໃນ​ຕະຫລາດ​ໂລກ. ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຕະຫລາດຂອງ​ໂລກ​ຄວນ​ຈະ​ເປັນ​ຜູ້​ກຳນົດ​ວ່າເງິນ​ຢວນຈະ​ມີ​ລາຄາ​ເທົ່າ​ໃດ​ນັ້ນ.
ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ: ບັນດາ​ເຈົ້າ​ໜ້າ​ທ່ີ​ກຸງ​ໂຊນ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ປິດ​ພວກ​ຕຶກ​ອາຄານ​ທ່ີ​ເກົາຫລີ​ໃຕ້​ເປັນ​ເຈົ້າ​ຂອງ​ຈຳນວນ​ນຶ່ງ​ລົງ ທ່ີ​ສະຖານ​ທ່ີ​ຕາກອາກາດແຫ່ງ​ນຶ່ງ​ຢູ່​ເທິງ​ພູ​ຂອງ​ເກົາຫລີ​ເໜືອໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ເປັນ​ເວລາ 2ປີຫລັງຈາກຣັດຖະ ບານ​ກຸງ​ໂຊນ​ໄດ້​ຢຸດ​ການທ່ອງທ່ຽວ​ໄວ້​ຊົ່ວຄາວ​ທ່ີ​ສະຖານ​ທ່ີທ່ອງ​ທ່ຽວ​ລົງທຶນຮ່ວມ​ກັນ​ລະຫວ່າງສອງ​ປະ​ເທດ. ກະຊວງ​ທ້ອນ​ໂຮມ​ເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຕິດ​ປ້າຍ​ອັດ​ໄວ້ທ່ີ​ສູນ​ກາງ​ພົບ​ປະ ລະ​ຫວ່າງ​ຄອບຄົວ ທ່ີ​ສະຖານີ​ດັບ​ເພີງ ສູນ​ກາງ​ວັດທະນະ​ທັມ ພ້ອມ​ທັງ​ສະຖານ​ທ່ີ​ພັກ​ຟື້ນ​ນ້ຳພຸ ​ແລະ​ຮ້ານ​ຄ້າ​ທ່ີ​ຍົກ​ເວັ້ນ
ພາສີນັ້ນ. ນອກ​ນັ້ນ​ກຸງ​ພຽງ​ຢັ້ງ​ຍັງ​ສັ່ງໃຫ້ຊາວ​ເກົາຫລີ​ໃຕ້​ເຊື້ອສາຍ​ຈີນ 4 ຄົນ​ທ່ີ​ເຮັດວຽກໃນ​ສະຖານ​ທ່ີ​ຕາກ​ອາກາດ​ດັ່ງກ່າວ​ໃຫ້​ອອກ​ຈາກ​ປະ​ເທດໄປ​ພາຍ​ໃນ 48 ຊົ່ວ​ໂມງ​ເຊັ່ນ​ກັນ. ກຸງ​ພຽງຢັ້ງ​ໄດ້​ປະກາດ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ຕົນ​ຈະ​ຖອນ​ໂຕ​ອອກ​ຈາກ​ສະຖານ​ທ່ີ​ຕາກ​ອາກາດ​ເທິງ​ພູ Mount Kumgang ທ່ີ​ບໍ່​ໄດ້ເປີດ​ບໍລິການ​ມາ​ຕັ້ງ​ແຕ່​ກຸງ​ໂຊນ ຢຸດ​ການທ່ອງທ່ຽວຂອງ​ຕົນ​ລົງ​ໃນ​ປີ 2008 ນັ້ນ. ກຸງ​ໂຊນ​ຢຸດ​ການນຳ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ໃນ​ເຂດ​ດັ່ງກ່າວ ຫລັງ​ຈາກ​ທະຫານ​ເກົາຫລີ​ເໜືອ​ຄົນ​ນຶ່ງ​ຍິງ​ນັກ​ທ່ອງ​ທ່ຽວ​ຊາວ​ເກົາຫລີ​ໃຕ້​ຄົນ​ນຶ່ງ​ຕາຍ​ທ່ີ​ໄດ້​ຫລົງ​ເຂົ້າ​ໄປ​ໃນ​ເຂດ​ຫາດ​ຊາຍ​ແຄມ​ທະ​ເລ​ທ່ີ​ຫວງ​ຫ້າມແຫ່ງ
ນຶ່ງ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG