ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດຢືນຢັນວ່າ ການຮ່ວມມືກັບລາວ ສືບຕໍ່ຂະຫຍາຍກວ້າງອອກ


ສະຫະຣັດຢືນຢັນວ່າ ການຮ່ວມມືກັບລາວ ສືບຕໍ່ຂະຫຍາຍກວ້າງອອກ
ສະຫະຣັດຢືນຢັນວ່າ ການຮ່ວມມືກັບລາວ ສືບຕໍ່ຂະຫຍາຍກວ້າງອອກ

ສະຫະລັດ​ໃຫ້ການ​ຊ່ວຍ​ເຫລືອ​ລາວ​ຫລາຍ​ຂື້ນ ທັງ​ໃນ​ດ້ານ​ສຸຂະພາບ ອະ​ນາ​ໄມ​ຂອງ​ປະຊາຊົນ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ​ໃນ​ຂະນະ​ທີ່​ທາງການ​ສະຫະລັດ​ກໍ​ໄດ້​ຢືນຢັນ​ວ່າ ຄວາມ​ຮ່ວມ​ມື​ລະ​ວ່າງ​ສອງ​ປະ​ເທດ​ ໄດ້​ຂະຫຍາຍ​ຕົວ​ຫລາຍ​ຂື້ນ​ໃນ​ທຸກໆ​ດ້ານ.

<!-- IMAGE -->

ທ່ານ Ralph Cossa ປະທານ​ສູ​ນສຶກສາ​ຍຸ​ທະ​ສາດ​ລະ​ວ່າງ​ຊາດຂອງສະຫະລັດ ​ໄດ້​ກ່າວ​ຢືນຢັນ​ໃນ​ລະ​ວ່າງ​ການ​ບັນ​ລະ​ຍາຍ​ພິ​ເສດ​ໃນ​ຫົວ​ຂໍ້​ວ່າ​ດ້ວຍ​ ວິວັດທະນາ​ການ​ຂອງ​ສ່ວນ​ພູມິ​ພາກ​ນິຍົມ ​ແລະ​ບົດບາດ​ຂອງ​ສະຫະລັດໃນ​ສ່ວນ​ພູມິ​ພາກ ​ເອ​ເຊຍ-​ແປ​ຊິ​ຟິກ ຊື່​ງ​ໄດ້​ຈັດ​ຂື້ນ​ທີ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ການ ຕ່າງ​ປະ​ເທດ​ຂອງ​ລາວ​ເມື່ອ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ​ນີ້ ວ່າການ​ຮ່ວມ​ມື​ລະ​ວ່າງ ສະຫະລັດ​ແລະ​ລາວ​ໄດ້​ມີ​ການ​ຂຍາຍ​ຕົວ​ຫລາຍ​ຂື້ນ​ແລະ​ກໍ​ມີ​ການ​ພັດທະນາ​ການ​ ທີ່​ດີ​ຂື້ນ​ໃນ​ທຸກໆ​ດ້ານ​ອີກ​ດ້ວຍ.

ການ​ກ່າວ​ຢືນຢັນ​ຂອງ​ທ່ານ Ralph Cossa ດັ່ງກ່າວໄດ້​ມີ​ຂື້ນ​ໃນ​ຊ່ວງ​ດຽວ ກັນ​ກັບ​ການ​ທີ່​ກະຊວງ​ສາທາລະນະ​ສຸກ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ລາວ ​ໄດ້​ຮ່ວມ​ມື​ກັບ​ກອງ​ບັນຊາ​ການ​ກອງທັບ​ສະຫະລັດ​ປະຈຳ​ພູມິ​ພາກ​ເອ​ເຊຍ-​ແປ​ຊິ​ ຟິກ ​ເພື່ອ​ດຳ​ເນີນ​ການ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ຮັກສາ​ປິ່ນປົວ​ອາການ​ເຈັບ​ ປ່ວຍ​ຂອງ​ປະຊາຊົນ​ລາວ​ຢູ່​ໃນ​ເຂດ​ແຂວງ​ຊຽງຂວາງ​ໂດຍ​ສະ​ເພາະ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ຕອບ​ແທນ​ປະຊາຊົນ​ລາວ​ໃນ​ເຂດ​ແຂວງ​ດັ່ງກ່າວທີ່​ໄດ້​ໃຫ້​ ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ການ​ຊ່ວຍ​ຊອກ​ຫາ​ກະດູກ​ແລະ​ສິ່ງ​ເສດ​ເຫລືອ​ຂອງ ທະຫານ​ອາ​ເມ​ລີ​ກັນ​ທີ່​ໄດ້​ເສຍ​ຊີວິດ​ໃນ​ເຂດແຂວງ​ຊຽງ​ຂວາງ​ໃນ​ຊ່ວງ​ສົງຄາມ​ອິນ​ໂດ​ຈີນ ​ໂດຍ​ການ​ຮ່ວມ​ມືດັ່ງກ່າວ​ນີ້​ກໍ​ຍັງ​ນັບ​ວ່າ​ເປັນ​ຄັ້ງ​ທຳ​ອິດ​ໃນ​ແຂວງ​ຊຽງ​ຂວາງ ​ແລະ​ທາງ​ການ​ທັງ​ສອງ​ຝ່າຍ​ກໍ​ຍັງ​ຄາດ​ຫວັງ​ວ່າ​ຈະ​ມີ​ການ​ຮ່ວມ​ມື​ກັນ​ອີກ​ຕໍ່ ​ໄປ​ໃນ​ອະນາຄົດ.

ແຕ່​ສຳ​ຫລັບ​ການ​ຮ່ວມ​ມື​ໃນ​ຄັ້ງ​ນີ້​ ນອກ​ຈາກ​ທາງ​ການ​ສະຫະລັດ​ຈະ​ໄດ້​ໃຫ້ການ ຊ່ວຍ​ເຫລືອ​ໃນ​ການກວດ​ສຸກຂະພາບ​ອະນາໄມ ​ແລະ​ຮັກສາ​ປິ່ນປົວ​ອາການ​ເຈັບປ່ວຍ​ຂອງ​ປະຊາຊົນ​ລາວ​ ທີ່​ເຂົ້າປິ່ນປົວ​ຢູ່​ທີ​ໂຮງໝໍ​ປະ​ຈຳ​ເມືອງ​ໂພນ​ສະຫວັນ ​ແລະ​ໂຮງໝໍ​ປະຈຳ​ເມືອງ​ຄູນແລ້ວ​ ບັນດາ​ນາຍ​ໝໍ​ຂອງ​ສະຫະລັດ​ກໍ​ຍັງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ເຝິກອົບຮົມ​ ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ການ​ແພດ​ສະ​ມັຍ​ໃຫມ່ ​ໃຫ້​ກັບ​ກັບ​ພວກ​ນາຍ​ໝໍ​ຂອງ​ລາວ​ນຳ ພ້ອມ​ທັງ​ຍັງ​ໄດ້​ມອບ​ອຸບປະກອນ​ການ​ ແພດ​ແລະ​ຢາ​ຮັກສາ​ໂຣກຈຳນວນ​ນຶ່ງ​ ໃຫ້​ໂຮງໝໍ​ທັງ​ສອງ​ແຫ່ງ​ດ່ັງກ່າວ​ອີກ​ດ້ວຍ​.

<!-- IMAGE -->

ອີກ​ດ້ານ​ນຶ່ງ ທາງ​ການ​ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ​ຮັບຜິດຊອບ​ກິດຈະການ​ດ້ານ​ການ​ເມືອງ​ແລະ​ການ​ທະຫານ ກໍ​ໄດ້​ສົ່ງ​ຄວາ​ມຊ່ວຍ​ເຫລືອ​ໃນ​ມູນ​ຄ່າ 163 ພັນ​ໂດ​ລາ ​ໃຫ້​ກັບ​ອົງການ​ເກັບ​ກູ້​ລະ​ເບີດ​ຢູ່​ໃນ​ລາວ​ ຊຶ່ງ ລະຍະ​ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ ຈົນ​ເຖິງທ້າຍ​ປີ 2009ນັ້ນ ກໍ​ປາກົດ​ວ່າ​ສາມາດ​ເກັບ​ກູ້​ລະ​ເບີ​ດ​ໄດ້​ ພຽງ​ໃນ​ພື້ນ​ທີ 195ກິ​ໂລ​ເມດ​ມົນທົນເທົ່າ​ນັ້ນ ຂະນະ​ທີ່​ມີ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຕົກ ຄ້າງ​ຢູ່​ໃນ​ດິນ​ລາວ​ກວ້າງ​ກວ່າ 87 ພັນຕາ​ລາງ​ກິ​ໂລ​ເມດ ​ແລະ​ເຖິງ​ແມ່ນ​ວ່າ​ທາງ ການ​ສະຫະລັດ​ຈະ​ໄດ້​ໃຫ້​ຄວາມ​ຊ່ວຍເຫ​ລື​ອ​ໃນ​ດ້ານ​ດັ່ງກ່າວ​ນີ້​ແກ່​ລາວ​ຄິດ​ເປັນ ມູນ​ຄ່າ​ລວມທັງ​ໝົດ​ຫລາຍ​ກວ່າ 25ລ້ານ​ໂດ​ລາ​ນັບ​ຕັ້ງ​ແຕ່​ປີ 1998​ເປັນ​ຕົ້ນ​ມາ ​ແລ້ວ​ກໍ​ຕາມ ຫາກ​ແຕ່​ຍັງ​ຖື​ວ່າ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ(​ເປົ້າ​ໝາຍ)​ທີ່ເປັນຈິງ ຊຶ່ງ​ກໍ​ເປົນ​ຜົນ​ທີ່​ເຮັດ​ໃຫ້​ບັນດສະມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ກຽມ​ແຜນການ​ທີ່ ຈະ​ຮຽກຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ເພີ່ມ​ຕື່ມ​ຂື້ນ​ອີກ​ໃນ​ໝໍ່ໆ​ນີ້.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ເມື່ອວັນທີ່ 8 ເມສາ 2010.

XS
SM
MD
LG