ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອບາມາເຕືອນບໍ່ໃຫ້ອາວຸດນີວເຄລັຍໄປເຖິງມືພວກກໍ່ການຮ້າຍ


ໂອບາມາເຕືອນບໍ່ໃຫ້ອາວຸດນີວເຄລັຍໄປເຖິງມືພວກກໍ່ການຮ້າຍ
ໂອບາມາເຕືອນບໍ່ໃຫ້ອາວຸດນີວເຄລັຍໄປເຖິງມືພວກກໍ່ການຮ້າຍ

<!-- IMAGE -->

ຂ່າວກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ນີວ​ເຄລຍ​ທີ່​ກຸງ​ວໍ​ຊິງ​ຕັນ: ບັນດາ​ຜູ້ນຳ​ຂອງ​ໂລກ​ກຳລັງ​ມາ​ເຕົ້າໂຮມ​ກັນ​ຢູ່​ທ່ີ​ກຸງ​ວໍ​ຊິງ​ຕັນ ດີ​ຊີ​ ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ນາໆ​ຊາດ ​ວ່າດ້ວຍ​ນີວ​ເຄລຍ​ເພື່ອ​ພັດ ທະນາ​ຍຸດ​ທະ​ສາດ​ໃໝ່​ຂອງ​ໂລກ​ຂຶ້ນ​ມາ ເພື່ອ​ປ້ອງ​ກັນບໍ່​ໃຫ້​ພວກ​ອາວຸດ​ນີວເຄລຍ​ຕົກ​ໄປ​ຮອດ​ໄປ​ເຖິງ​ມື​ພວກ​ກໍ່​ການ​ຮ້າຍ. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ທ່ີ​ຈະໄຂ​ກອງ​ປະຊຸມ​ເປັນເວລາ 2 ມື້​ ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້ ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ທ່ີໄດ້ວັດຖຸ​ນີວ​ເຄລຍ​ໄປ​ນັ້ນ ​ຈະ​ເປັນ​ໄພ​ຂົ່ມ​ຂູ່ອັນນຶ່ງ​ອັນ​ດຽວ​ທ່ີ​ໃຫຍ່ຫລວງ ທ່ີ​ສຸດ​ ​ຕໍ່​ຄວາມ​ໝັ້ນຄົງ ຂອງ​ສະຫະຣັດ ​ແລະ​ຂອງ​ໂລກ​ນຳ.
ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າພວກອົງ ການ​ຈັດ​ຕັ້ງຂອງກຸ່ມກໍ່​ການ​ຮ້າຍຕ່າງໆ ​ເຊັ່ນ ກຸ່ມ​ອານ​ກາ​ອິດາ ກຳລັງ​ພະຍາຍາມ​ສະ​ແຫວ​ງ​ຫາ​ອາວຸດ​ນີວ​ເຄລຍ ​ແລະ​ຖ້າ​ພວກ​ເຂົາ​ຫາກ​ກະ ທຳສຳ​ເຣັດ ມັນກໍ​ອາດ​ສາມາດ​ປ່ຽນ​ແປງ​ສະພາບ​ການຂອງ​ຄວາມ​ໜັ້ນ ຄົງ​ຂອງ​ໂລກໄດ້ເປັນ​ເວລາ​ຫລາຍ​ໆປີ​ຂ້າງ​ໜ້າ​ ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ ວ່າ ພວກ​ກໍ່​ການ​ຮ້າຍ​ຈະ​ບໍ່​ມີ​ຄວາມລັ່ງ​ເລ​ໃຈ​ໃດໆເລີຍ ທ່ີ​ຈະ​ໃຊ້​ພວກ​ອາວຸດ​ເຫລ່ົານີ້. ທ່ານ​ໂອ​ບາ​ມາ​ຫວັງ​ວ່າ ຈະ​ຊັກ​ຊວນ​ປະ​ເທດ​ອື່ນໆໃຫ້ຊ່ອຍ​ກັນ​ຊອກ​ຫາ ພວກວັດຖຸ​ນີວ​ເຄລຍ​ທ່ີ​ຍັງຄວບ​ຄຸມ​ບໍ່​ໄດ້​ ຊຶ່ງ​ເປັນ​ວັດຖຸ​ທ່ີ​ສາມາດເປັນ​ອັນຕະລາຍ​ໄດ້ ຖ້າ​ມັນ​ຕົກ​ໄປ​ຢູ່​ໃນ​ກຳມື​ຂອງ​ພວກ​ກໍ່​ການ​ຮ້າຍນັ້ນ​ ມາ​ເກັບ​ຮັກສາ​ໄວ້​ຢ່າງ​ປອດ​ໄພແລະ​ໝັ້ນຄົງ ພາຍ​ໃນ​ເວລາ 4 ປີ.
ເກົາຫລີ​ເໜືອ ອິຣ່ານ​ແລະ​ຊີ​ເຣັຍ ຊຶ່ງ​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງໜັກ​ ຈາກ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍ​ຂອງ​ພວກເຂົາ​ ທ່ີ​ມີ​ການ​ສົງ​ໄສກັນວ່າ​ຈະ​ເ​ປັນ​ໂຄງການ​ຜະລິດ​ອາວຸນິວ​ເຄລຍນັ້ນ ບໍ່​ໄດ້ຖືກ​ເຊື້ອ​ເຊີນ​ ໃຫ້​ມາ​ຮ່ວມ​ໃນ​ກອງ​ປະຊຸມສຸດ​ຍອດ​ຄັ້ງ​ນີ້.
ທີ່ເຄີກຊີສຖານ: ຮອງ​ຜູ້ນຳ​ຄົນທີ​ນຶ່ງ​ຂອງຣັດຖະບານຊົ່ວຄາວ​ຂອງ Kyrgyzstan ກ່າວ​ໃນ​ວັນ​ຈັນ​ມື້​ນີ້

<!-- IMAGE -->

ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ວາງ​ແຜນ ປະຕິບັດການ​ພິ​ເສດ​ເພື່ອ​ທຳ​ການ​ຈັບ​ກຸມ​ປະທານາທິບໍດີ Kurmanbek Bakiyev ທ່ີຖືກ​ ​ໂຄ່ນ​ລົ້ມ ຈາກ​ຕຳ​ແໜ່​ງ​ໄປ​ນັ້ນ. ທ່ານ Almaz Atambayev ກ່າວ​ວ່າ ການປະຕິບັດ​ການຄັ້ງ​ນີ້ ຈະ ກະທຳ​ໄປ​ໂດຍ​ບໍ່​ມີ​ການ​ນອງ​ເລືອດ​ກັນ. ຢູ່​ທ່ີ​ພາກ​ໃຕ້​ຂອງ Kyrgyzstan ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Bakiyev ​ໄດ້​ອອກມາ​ປາກົດ​ໂຕ​ໃຫ້​ປະຊາຊົນ​ເຫັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​. ​ໃນຖ້ອຍ​ຖະ​ແຫລ​ງຕໍ່​ພວກ​ສະໜັບ​ສະ​ໜຸນ​ທ່ານ​ຈຳນວນ​ນຶ່ງ​ ທ່ີ​ເມືອງ Teyit ຜູ້ນຳ​ທ່ີ​ຖືກ​ປົກ​ອອກ​ຈາກ​ຕຳ​ແໜ່​ງກ່າວ​ວ່າ ທ່ານ ຍັງ​ເປັນ​ປະທານາທິບໍດີ​ທ່ີ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ ​ທ່ີ​ເຄີຍ​ເປັນ​ແຄ້ວ​ນຶ່ງ​ໃນ​ອະດີດ​ສະຫະພາບ​ໂຊ​ວຽດນັ້ນ​ຢູ່. ອົງການ​ຂ່າວ​ຝຣັ່ງ ກ່າວ​ວ່າ ທ່ານ Bakiyev ​ໄດ້ເອີ້ນ​ພວກ​ຜູ້ນຳ​ໃນຣັດຖະບານ​ຊົ່ວຄາວ​ ວ່າ ​ເປັນ​ພວກ​ອັນທະພານ​ທຳ​ມະ​ດາໆ​ນີ້​ເອງ.
ທ່ີ​ນະຄອນຫລວງ Bishkek ພວກ​ຜູ້ນຳ​ໃໝ່​ກ່າວ​ວ່າ ປະຊາຊົນ Kyrgyzstan ສາມາດ​ຄາດຫວັງ ຈະ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຫລາຍໆ​ຢ່າງໄດ້ ພາຍ​ໃຕ້ຣັດຖະບານ​ຊົ່ວຄາວ ຮວມທັງ​ການ​ປະຕິ​ຮູບ​ລະບົບ​ການ​ເມືອງ ມາເປັນສາທາຣະນະຣັດທ່ີ​ມີ​ສະພາ​ແຫ່ງ​ຊາດ ​ແທນ​ທ່ີ​ຈະ​ລະບົບຣັດຖະສະພາ ທີ່​ມີ​ປະທານາທິບໍດີ​ນັ້ນ.
ທ່ານ Atambayev ກ່າວ​ເຊັ່ນ​ກັນ​ວ່າ ຣັດຖະບານ​ໃໝ່​ແມ່ນ​ເປີດ​ກວ້າງ​ຕໍ່​ການ​ໂອ້​ລົມ​ສົນທະນາ​ກັບ​ໝົດ​ທຸກ​ປະ​ເທດ ​ແລະ​ວ່າພວກ​ທ່ານ​ໄດ້​ຮ້ອງ ຂໍ​ການ​ຊ່ອຍ​ເຫລືອ​ຈາກຣັດ​ເຊັຍ​ ເປັນ​ເງິນ​ຈຳນວນ​ປະມານ 150 ລ້ານ​ ດອນ​ລາ​.
ຂ່າວ​ຄືບ​ໜ້າການ​ປະ​ທ້ວງ​ທີ່ໄທ: ພວກ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ​ພາກັນ​ແຫ່​ໂລງສົບ​ເປົ່າ​ຫລາຍ​ອັນ​ຜ່ານ​ຖະໜົນສາຍ​ຕ່າງໆ​ທ່ີ​ບາງກອກ​ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ໄວ້ອາ​ໄລ​ນຳ​ພວກທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ເສັຍ​ຊີວິດ​ໄປ​ໃນ​ການ​ປະ​ທະ​ກັນ​ທ່ີ​ຮຸນ​ແຮງ​ໃນ​ວັນ​ເສົາ​ຜ່ານ​ມາ​ ກັບ​ກຳລັງ​ຮັກສາ​ຄວາມສງົບ​ຂອງລັດຖະບານ ທີ່ໄດ້​ຍັງຜົນໃຫ້ ​ມີຜູ້​ເສຍ​ຊີວິດ​ໄປ 21 ຄົນ​ແລະເກື​ອບ 900 ຄົນ​ໄດ້ຮັບ​ບາດ​ເຈັບ. ພວກ​ສະມາຊິກ​ຄອບຄົວ​ທ່ີ​ໂສກ​ເສົ້າ​ເສຍ​ໃຈ​ ໄດ້​ນຳ​ໜ້າຂະ​ບວນແຫ່​ດັ່ງ ກ່າວ ​ໃນ​ຕອນ​ແລງ​ວັນ​ອາທິດວານ​ນີ້ ຊຶ່ງ​ບາງ​ຄົນ​ພາກັນ​ຫາມ​ໂລງ​ສົບ ແລະ​ອີກ​ບາງ​ຄົນ​ກໍ​ພາກັນ​ຖື​ຮູບ​ຖ່າຍຂອງພວກ​ປະ​ທ້ວງ​ເສື້ອ​ແດງ ທ່ີ​ໄດ້ເສຍ​ຊີວິດໄປ ​ເວລາກຳລັງ​ຮັກສາ​ຄວາມສງົບ​ພະຍາຍາມ​ຂັບ​ໄລ່​ພວກ​ປະ​ທ້ວງ​ ໃຫ້​ໜີອອກ​ຈາກ​ບ່ອນ​ທ່ີ​ເຂົາ​ເຈົ້າ​ຍຶດ​ເປັນ​ທີ່​ໜັ້ນທຳ​ການ​ໂຮມ ຊຸມນຸມນັ້ນ. ພວກ​ປະ​ທ້ວງ​ຍັງ​ສືບ​ຕໍ່​ປະຕິ​ເສດ​ຕໍ່​ການ​ເຈຣະຈາ​ກັບ​ຝ່າຍລັດຖະບານ ​ແລະ​ຍັງ​ຍຶດຄອງ​ຢູ່​ໃນ​ເຂດ​ສຳຄັນໆ​ຫລາຍແຫ່ງ​ຢູ່​ໃນ​ໃຈກາງ​ກຸງ​ເທບ​ຫລື​ບາງກອກ ທ່ີ​ເປັນ​ສູນ​ການ​ການ​ຄ້າ​ໃຫຍ່​ແລະ​ເປັນ​ເຂດ​ປວັດ​ສາດຂອງ​ນະຄອນຫລວງ​ນັ້ນ. ພວກ​ປະ​ທ້ວງໄດ້​ທວງໃຫ້​ນາຍົກຣັດຖະມຸນຕີ​ອະພິສິດ ເວດ​ຊາ​ຊີວະ ລາ​ອອກ​ຈາກ​ຕຳ​ແໜ່​ງ. ທ່ານ​ອະພິສິດ​ໄດ້ກ່າວມາ​ກ່ອນ​ແລ້ວ​ວ່າ ທ່ານຈະ​ບໍ່​ລາ​ອອກ​ ​ແລະ​ທ່ານ​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ມາ​ພົບ​ປະ​ກັບ​ທ່ານອີກ. ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ຣັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ສະຫະຣັດຫວັງ​ວ່າ ວັນ​ປີ​ໃໝ່​ຫລື​ສົງການ ຊຶ່ງ​ຈ​ະ​ເລີ້ມ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ຈະ​ເປັນ​ໂອກາດ​ສຳລັບ​ການ​ຟື້ນ​ຄືນ​ສູ່​ສະພາບ​ເດີມ​ ແລະ​ຄວາມ​ປອງ​ດອງ​ກັນ.
ສະຫະຣັດ​ສົ່ງ​ພອນ​ປີ​ໃໝ່​ໄປ​ຍັງ​ປະຊາຊົນ​ລາວ: ທ່ານ​ນາງ​ຮິນ​ລາຣີ ຄລິນ​ຕັນ ຣັດຖະມຸນຕີ​ການ​ຕ່າງປະ ເທດ​ສະຫະຣັດ ໄດ້​ສົ່ງ​ສານອວຍພອນໃຫ້ປະຊາຊົນລາວ ​ຈົ່ງ​ມີ​ປີ​ໃໝ່​ທ່ີ​ມັ່ງ​ຄັ່ງ​ສົມບູນ. ໃນ​ສານ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ເວັບ​ໄຊ້ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ໃນ​ນາມ​ຂອງປະທານາທິບໍດີ​ໂອ​ບາ​ມາ ແລະ​ປະຊາຊົນ​ອາ​ເມຣິກັນ ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ຂໍ​ຖື​ໂອກາດ​ນີ້​ອວຍພອນ​ໃຫ້​ປະຊາຊົນ​ລາວ ຈົ່ງ​ມີ​ປີ​ໃໝ່​ທ່ີມັ່ງ​ຄັ່ງ​ສົມບູນ ແລະ​ມີ​ແຕ່​ຄວາມ​ສະ​ງົບ​ສຸກ​. ​ນີ້​ແມ່ນ​ໂອກາດ​ ສຳລັບໃຫ້​ກຽດ​ແກ່​ວັດທະນະ​ທັມ ແລະມູນ​ເຊື້ອ​ມໍຣະດົກ​ຂອງ​ລາວ ​ແລະ ມາ​ຮ່ວມ​ກັນ​ຕ້ອນຮັບ​ການເລີ້​ມ​ຕົ້ນໃໝ່ ແລະຄວາມ​ເປັນ​ໄປ​ໄດ້​ໃໝ່ ຫລາ​ຍໆຢ່າງ. ໃນ​ຂະນະ​ທ່ີ​ພວກ​ເຮົາ​ສະ​ເຫລີ​ມສະຫລອງໂອກາດ​ຄົບ ຮອບ​ 55 ປີ​ແຫ່ງສາຍ​ພົວພັນ​ສອງ​ຝ່າຍລະຫວ່າງ​ສະຫະຣັດ​ແລະ​ລາວ​ໃນ​ປີ​ນີ້ ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ດຳ​ເນີນ​ງານ​ຮ່ວມ​ກັນເພື່ອເສີມຂະຫຍາຍ ​ຄວາມ​ເປັນພາຄີ​ກັນລະຫວ່າງ​ສອງຣັດຖະບານ ​ແລະ​ຂະຫຍາຍ​ມິດຕະ ພາບ​ໃຫ້ແໜ້ນ​ແຟ້ນເລິກ​ເຊິ່ງຍິ່ງ​ຂຶ້ນ​ອີກ ລະຫວ່າງ​ປະຊາຊົນ​ຂອງ​ພວກ​ເຮົາ. ຂ້າພະ​ເຈົ້າ​ຂໍ​ສົ່ງພອນ​ອັນ​ອົບ​ອຸ່ນ​ທ່ີ​ສຸດໄປໃຫ້ປະຊາຊົນ​ລາວ​ ຂໍ​ໃຫ້ ມີ​ປີ​ໃໝ່​ທ່ີ​ສຸກ​ສັນ​ແລະ​ປອດ​ໄພ.
ທີ່ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ທະຫານ​ກຸ່ມ​ເນ​ໂຕໄດ້ລະດົມ ຍິງ​ໃສ່​ລັດ​ບັສ ຄັນ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ ​ເຮັດ​ໃຫ້​ຜູ້​ຄົນ ຢ່າງ​ນ້ອຍ 4 ຄົນ​ເສຍ​ຊີວິດ​ ແລະ​ບາດ​ເຈັບ 18 ຄົນ. ໂຄສົກ​ປະຈຳ​ແຂວງ Kandahar ກ່າວ​ວ່າການໂຈມ​ຕີດັ່ງກ່າວ​ເກີດ​ຂຶ້ນໃນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ໃນ​ຂະນະ​ທ່ີ​ລົດ​ບັສຄັນນັ້ນກຳລັງ​ແລ່ນ​ມຸ່ງ​ໜ້າ​ຈາກ​ແຂວງ Kanda-har ​ໄປ​ຍັງ​ເມືອງ​ເຮຣັດ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນີສຖານ.​ ມີ ແມ່ຍິງ​ຄົນ​ນຶ່ງ​ແລະ​ເດັກນ້ອຍ​ຄົນ​ນຶ່ງ ​ຮວມຢູ່​ໃນ​ຈຳນວນ​ຄົນ 4 ຄົນ​ທ່ີ​ເສຍ​ຊີວິດ​ໄປ​ນັ້ນ.
ພວກທະຫານ​ຂອງ​ກຸ່ມ​ເນ​ໂຕ​ໄດ້​ນຳ​ໂຕ​12 ຄົນ ໃນ​ຈຳນວນພວກ​ທ່ີ​ໄດ້​ຮັບ​ບາດ​ເຈັບ 18 ຄົນນັ້ນໄປ​ຍັງ​ໂຮງໝໍ​ທະຫານ​ແຫ່ງ​ນຶ່ງ. ເນ​ໂຕກ່າວ​ວ່າ ​ເວລາ​ນີ້​ຕົນ​ກຳລັງ​ທຳ​ການ​ສືບສວນ​ກ່ຽວ​ກັບເຫດການ​ດັ່ງກ່າວຢູ່. ຫລັງ​ຈາກ​ການ​ຍິງ​ລົດ​ບັສຄັນ​ນີ້​ແລ້ວ ພວກ​ວາງ​ລະເບີດ​ສະລະ​ຊີບ​ ຈຳ ນວນ​ນຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ບໍລິ​ເວນໂຮງການສືບ​ຂ່າວ​ລັບ​ຂອງອັຟກາ​ນີສ ຖານ​ ທ່ີ​ຍັງ​ຜົນ​ເຮັດ​ໃຫ້​ມີ​ຍິງ​ຕໍ່ສູ້​ກັນຢ່າງ​ຮຸນ​ແຮງ. ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟ ກາ​ນີສຖານ ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ລະ​ເບີດ​ໂຕ​ຕາຍ​ ແລະ​ອີກ​ຄົນ​ນຶ່ງ​ໄດ້​ຖືກ​ກຳລັງ​ຮັກສາ​ຄວາມປອດ​ໄພ​ຍິງ​ຕາຍ.
ທີ່ຣັດ​ເຊັຍ: ເຈົ້າ​ໜ້າ​ທ່ີຣັດ​ເຊັຍ​ກ່າວ​ວ່າ ຜູ້​ພິພາກສາ​ທ່ານ​ນຶ່ງ​ທ່ີ​ກຸງ​ມອສກູໄດ້​ຖືກ​ຍິງ ​ຕາຍ​ຢູ່​ໃກ້ໆ​ກັບເຮືອນ​ຂອງ​ທ່ານ. ບັນດາ​ເຈົ້າ​ໜ້າ​ທ່ີ​ສືບສວນ​ກ່າວ​ວ່າ ທ່ານ Eduard Chuvashov ຜູ້​ພິພາກສາ​ສານ​ຊັ້ນ​ຕົ້ນແຫ່ງ​ນຶ່ງ​ໃນ ​ກຸງ​ມອສກູ ​ໄດ້​ຖື​ດຍິງ​ຕາຍ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ຢູ່​ຂັ້ນ​ໃດ​ຕຶກ​ອາຄານ​ apartment ຂອງ​ທ່ານ. ທ່ານ Chuvashov ​ເຄີຍ​ເປັນ​ຫົວໜ້າໃນ​ການ​ດຳ​ເນີນ​ຄະດີ​ທີ່ໂດ່​ງດັງ ມາຫລາຍ​ຄະດີ ຮວມທັງ​ການຕັດສິນ​ໂທດ​ພວກ​ສະມາຊິກ​ກຸ່ມ​ອັນທະ ພານ​ແຖຫົວ​ໂລ້ນ​ຫລາຍ​ຄົນ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ ​ໃນຄະດີຄາດ​ຕະກຳຍ້ອນ​ການແບ່ງ​ແຍກ​ເຊື້ອ​ຊາດ​ຜີວພັນ. ​ເວລາ​ນີ້​ ຍັງ​ບໍ່​ມີ​ລາຍ​ງານ​ວ່າ​ໄດ້​ມີ​ການ​ຈັບ​ກຸມຜູ້ຕ້ອງ​ສົງ​ໄສຄົນ​ໃດ​ ກ່ຽວ​ກັບ​ການ​ຄາດ​ຕະກັມ​ຜູ້​ພິພາກສາ​ທ່ານ​ນີ້ ​ເທື່ອ.

XS
SM
MD
LG