ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍອມຮັບວ່າ ຍາກທີ່ຈະປາບປາມການ ລັກລອບຕັດໄມ້ເຖື່ອນໄດ້


ລາວຍອມຮັບວ່າ ຍາກທີ່ຈະປາບປາມການ ລັກລອບຕັດໄມ້ເຖື່ອນໄດ້
ລາວຍອມຮັບວ່າ ຍາກທີ່ຈະປາບປາມການ ລັກລອບຕັດໄມ້ເຖື່ອນໄດ້

<!-- IMAGE -->

ເຈົ້າໜ້າທີ່ກົມປ່າໄມ້ລາວຍອມຮັບວ່າ ມັນເປັນການຍາກລຳບາກ ທີ່ຈະສາມາດປາບ ປາມການລັກລອບ ຕັດໄມ້ເພື່ອການຄ້າເຖື່ອນ ເນຶ່ອງຈາກພາກສ່ວນລັດຖະບານ ຍັງຂາດເຂີນ ງົບປະມານແລະເຄຶ່ອງໄມ້ ເຄຶ່ອງມື ທີ່ຈະນຳ ໃຊ້ ເຂົ້າ ໃນການກວດກາໄດ້ ຢ່າງມີປະສິດທິ ພາບ. ເຈົ້າໜ້າທີ່ຂັ້ນສູງປະຈຳສຳນັກນາຍົກລັດຖະ ມົນຕີລາວ ໄດ້ໃຫ້ການຢືນຢັນວ່າ ກະຊວງກະ ສິກຳແລະ ປ່າໄມ້ ໄດ້ດຳເນີນການຮ່າງກົດ ໝາຍວ່າດ້ວຍ ການ ປ້ອງກັນ ຊັບພະຍາກອນ ປ່າໄມ້ ສຳເລັດຮຽບຮ້ອຍ ແລະໄດ້ນຳ ສະເນີຕໍ່ ຄະນະ ລັດຖະບານລາວ ຢ່າງ ເປັນທາງການ ແລ້ວ ເມື່ອບໍ່ນານມານີ້ ຊຶ່ງບັດນີ້ ກໍຄາດໝາຍວ່າ ນາຍົກລັດຖະມົນຕີລາວ ຈະໄດ້ລົງນາມອະນຸມັດ ເພື່ອປະກາດ ບັງຄັບໃຊ້ຢ່າງ ເປັນທາງ ການ ໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້.

ຮ່າງກົດໝາຍດັ່ງກ່າວນີ້ຈະມີບົດບາດສຳຄັນ ຕໍ່ການປະຕິບັດງານຂອງເຈົ້າໜ້າທີ່ ຂອງ ກະຊວງກະສິກຳ ແລະປ່າໄມ້ ທັງໃນດ້ານການສະຫງວນຊັບພະຍາກອນ ປ່າໄມ້ ແລະການປາບປາມການລັກລອບຕັດໄມ້ ທຳລາຍປ່າເພື່ອການຄ້າເຖື່ອນ ຊຶ່ງລວມໄປ ເຖິງການກຳໜົດຂອບເຂດຂອງການຄຸ້ມຄອງ ການປົກປັກຮັກ ສາ ການພັທະນາ ແລະການນຳໃຊ້ປະໂຫຍດ ຈາກປ່າປ້ອງກັນ ເຊັ່ນປ່າຍອດນ້ຳ ປ່າແຫລ່ງນ້ຳ ປ່າແຄມ ນ້ຳ ແລະປ່າແຄມທາງ. ຍິ່ງໄປກວ່ານັ້ນ ຮ່າງຍັດຕິດັ່ງນີ້ຍັງນັບເປັນການຜັນ ຂະຫຍາຍ ການປະຕິບັດກົດໝາຍ ວ່າດ້ວຍປ່າໄມ້ແລະຍຸດທະສາດປ່າໄມ້ ຈາກປັດຈຸບັນໄປຈົນເຖິງ ປີ 2020 ໃຫ້ກາຍເປັນຈິງນຳອີກ.

<!-- IMAGE -->

ແຕ່ຢ່າງໃດກໍຕາມ ສຳລັບທາງດ້ານເຈົ້າໜ້າທີ່ຂອງກະຊວງກະສິກຳແລະປ່າໄມ້ນັ້ນ ກໍຍອມຮັບວ່າການປະຕິບັດການບັງຄັບ ກົດໝາຍ ແລະ ຮ່າງຍັດຕິດັ່ງກ່າວນີ້ ໃຫ້ໄດ້ຢ່າງມີປະສິດທິ ພາບຢ່າງແທ້ຈິງນັ້ນ ບໍ່ແມ່ນເລຶ່ອງງ່າຍໆທັ້ງນີ້ກໍ ໍຍ້ອນວ່າ ທາງການລາວ ໂດຍສະເພາະ​ແລ້ວ ກໍແມ່ນໃນພາກ ສ່ວນທີ່ຮັບຜິດຊອບໃນ ການ ປ້ອງກັນ ແລະປາບ ປາມ ການລັກລອບຕັດໄມ້ ທຳລາຍປ່າເພື່ອການຄ້າ ເຖື່ອນ ນັ້ນ ​ແມ່ນຍັງ ຂາດເຂີນ ທັງງົບປະມານແລະເຄຶ່ອງໄມ້ເຄຶ່ອງມື ຕ່າງໆ ທີ່ຈະນຳໃຊ້ເຂົ້າໃນການກວດກາໄດ້ ຢ່າງທົ່ວເຖິງໃນທົ່ວປະເທດ. ແລະໃນຂະນະດຽວກັນ ກໍເປັນການຍາກຫລາຍ ທີ່ຈະໄດ້ ຮັບການຮ່ວມມືຈາກປະຊາຊົນໃນການ ເປັນຫູເປັນຕາ ໃຫ້ກັບພາກສ່ວນລັດຖະບານ ຖ້າຫາກວ່າປະຊາຊົນເຫລົ່ານັ້ນ ບໍ່​ແລ​ເຫັນຜົນປະ ໂຫຍດອັນ​ໃດ ທີ່ຈະໄດ້ຮັບເປັນ ສິ່ງຕອບແທນ.

<!-- IMAGE -->

ທາງການລາວໄດ້ວາງແຜນການແລະເປົ້າໝາຍ ທີ່ຈະ ປູກແລະຟື້ນຟູສະພາບປ່າໄມ້ ໃຫ້ສາມາດ ປົກຫຸ້ມ ພື້ນ ທີ່ ໃຫ້ໄດ້ 70 ເປີເຊັນ ຂອງພື້ນທີ່ທັງ ໝົດຂອງລາວ ພາຍໃນປີ 2020 ຫາກແຕ່ວ່າ ຈາກການສຳຫລວດໃນ ປີ 1992 ນັ້ນ ພົບວ່າ ລາວ ຍັງຄົງເຫລືອ ປ່າໄມ້ປົກ ຫຸ້ມຢູ່ 47 ເປີເຊັນ ຊຶ່ງກໍ ດ້ຫລຸດລົງເຫລືອ 42 ເປີເຊັນ ໃນປີ 2002.ສ່ວນໃນປັດຈຸບັນນີ້ ກໍເຊື່ອວ່າລາວຍັງ ຄົງເຫລືອ ປ່າໄມ້ປົກຫຸ້ມຢູ່ບໍ່ເກີດ 35 ເປີເຊັນ ຂອງພື້ນທີ່ ທັງໝົດ ທັ້ງນີ້ກໍ​ຍ້ອ​ນວ່່າ ນອກຈາກການລັກ ລອບຕັດໄມ້ທຳ ລາຍປ່າ ເພື່ອການຄ້າເຖື່ອນ ທີ່ເປັນມູນເຫດ ສຳຄັນທີ່ ເຮັດໃຫ້ ປ່າໄມ້ ໃນລາວຫລຸດນ້ອຍ ຖອຍ ລົງຢ່າງຕໍ່ເນຶ່ອງແລ້ວ ກໍຍັງມີການຕັດໄມ້ທຳລາຍ ປ່າເພື່ອ ການ ເຮັດໄຮ່ເລື່ອນລອຍ ການໃຫ້ສຳປະທານໄມ້ໃນເຂດພັດທະນາໂຄງ ການຕ່າງໆ ແລະການຕັດໄມ້ເກີນກຳ ໜົດທີ່​ອະນຸມັດໃຫ້ ໃນແຕ່ລະເຂດແຂວງ ໃນ ຕລອດໄລຍະຫລາຍສິບປີມານີ້ ທີ່ເປັນ ສາເຫດສຳຄັນເຊັ່ນກັນ.

ຊົງຣິດ ​ໂພນເງິນ​ລາຍ​ງານ​ເປັນ​ພາສາ​ລາວ​ຈາກ​ບາງກອກ.

XS
SM
MD
LG