ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກປະທ້ວງກັບຄືນໄປຍັງໃຈກາງບາງກອກ ຫລັງຈາກຜູ້ຄົນຕາຍ 29 ຄົນ


ພວກປະທ້ວງກັບຄືນໄປຍັງໃຈກາງບາງກອກ ຫລັງຈາກຜູ້ຄົນຕາຍ 29 ຄົນ
ພວກປະທ້ວງກັບຄືນໄປຍັງໃຈກາງບາງກອກ ຫລັງຈາກຜູ້ຄົນຕາຍ 29 ຄົນ

<!-- IMAGE -->

ຂ່າວຄືບ​ໜ້າ​ກ່ຽວ​ກັບປະ​ເທດ​ໄທ: ພວກ​ປະ​ທ້ວງ​ຕໍ່ຕ້ານຣັດຖະບານ​ຫລາຍ​ພັນ​ຄົນ​ພາ​ກັບ​ລຸ​ລັ່ງຄືນ​ເຂົ້າ​ໄປ
ໃນ​ໃຈກາງ​ບາງກອກ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ບໍ່​ຍອມ​ທຳ​ການ​ພົບ​ປະ​ເຈຣະຈາ​ກັບຣັດຖະບານ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ເກີດການ​ປະ​ທະ​ກັນ​ຫລາຍ​ບັ້ນ​ລະຫວ່າງ​ພວກ​ປະ​ທ້ວງ​ກັບທະຫານທີ່ໄດ້​ເຮັດ​ໃຫ້​ມີ​ຄົນເສັຍ​ຊີວິດ ຢ່າງ​ນ້ອຍ 20 ຄົນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ການ​ແພດ​ໄທ ກ່າວ​ວ່າ ນັກ​ຖ່າຍ​ພາບ​ຍີ່ປຸ່ນ​ຄົນ​ນຶ່ງທີ່ີ​ ເຮັດ​ວຽກ​ໃຫ້​ອົງການ​ຂ່າວ Reuters ​ແລະ​ຢ່າງ​ນ້ອຍ​ທະຫານ 5 ຄົນ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທ່ີ​ເສັຍ​ຊີວິດ​. ປະຊາຊົນ​ຕື່ມ​ອີກຫລາຍ ຮ້ອຍຄົນ​ ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ໃນ​ວັນ​ເສົາວານ​ນີ້​ ໃນ​ເຂດ​ອື່ນໆ​ຂອງ​ນະຄອນຫລວງ​ຂອງໄທ. ໂຄສົກລັດຖະບານ​ໄທ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ກອງທັບ​ບໍ່​ໄດ້​ຍິລູກປືນ ​ແທ້ຈັກ​ລູກ ​ໃສ່​ພວກ​ປະ​ທ້ວງ,ທາງ​ການ​ໄທ​ຢືນຢັນ​ວ່າ
ໃນ​ຄືນ​ວັນ​ເສົາ​ວານນີ້ ພວກ​ກຸ່ມເສື້ອ​ແດງ​ໄດ້​ຈັບ​ໂຕທະ
ຫານ​ຢ່າງ​ນ້ອຍ 5 ຄົນ​ເປັນ​ຕົວ​ປະກັນ. ການ​ຍິງຕໍ່ສູ້​ກັນ​ໄດ້​ຍຸດຕິ​ລົງ​ໃນ​ຕອນ​ເດິກ​ແລງ​ວານ​ນີ້ ຫລັງ​ຈກາ​ພວກ​ກຳລັງ​ຮັກສາ​ຄວາມ ສງົບ​ຖອກ​ນອອກ​ໄປ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ເສື້ອ​ແດງ​ຖອນ​ອອກ​ໄປ​ເຊັ່ນ​ກັນ​.
ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາຍົກຣັດຖະມຸນຕີ​ໄທ ​ໄດ້​ອອກມາ​ກ່າວ ທາງໂທຣະພາບ​ໃນ​ຕອນ​ເດິກ​ຄ່ຳວານ​ນີ້ ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ນຳ​ພວກ​ຄອບຄົວ​ຂອງ​ຜູ້ເຄາະ​ຮ້າ​ຍທ່ີ​ເສຍ​ຊີວິດ​ໄປ​ນັ້ນ ​ແລະ​ທ່ານ​ກ່າວ​ວ່າ ທາງຣັດຖະບານ​ຈະ​ທຳ​ການ​ສືບສວນກ່ຽວ​ກັບ​ການ​ກໍ່ຄວາມ​ຮຸນ​ແຮງ​ຄັ້ງ​ນີ້ ​ແລະ​ທ່ານ​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ພວກ​ປະ​ທ້ວງ​ທ່ີ​ທວງ ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ນັ້ນ.
ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດ​ໄດ້​ອອກຖະ​ແຫລ​ງການ​ ໃນ​ຄືນ​ວານ​ນີ້ ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍສະ​ແດງ​ຄວາມຍັບ​ຍັ້ງຊັ່ງ​ໃຈ ​ແລະ​ໃຫ້ຫາ​ທາງ​ຕົກລົງ​ກັນ​ໂດຍ​ສັນຕິ​ວິທີ ​ ຜ່ານ​ການ​ເຈຣະຈາ​ກັນ​ຢ່າງຈິງໆ​ ຈັງໆ​.
ໂພ​ແລນ​ໄວ້ອາ​ໄລ​ນຳ​ປະທານາທິບໍດີ​: ປະຊາຊົນໂພ​ແລນ ຫລາຍ​ພັນ​ຄົນ​ພາກັນສະ​ແດງ​ຄວາມ​ໂສກ​ເສົ້າ

<!-- IMAGE -->

ໄວ້ອາ​ໄລ​ນຳ​ປະທານາທິບໍດີ Lech Kaczynski ​ແລະ​ພັນ​ລະ​ຍາ​ ​ທ່ານນາງ Maria ​ພ້ອມ​ທັງພວກ​ຜູ້ນຳ​ແຫ່ງ​ຊາດ​ອື່ນໆ​ອີກ ທ່ີ​ໄດ້​ເສັຍ​ຊີວິດໄປ​ໃນ​ອຸ ບັດ​ເຫດເຮືອບິນ​ຕົກ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊັຍໃນ​ວັນ​ເສົາ​ວານນີ້.ປະຊາຊົນໂພແລນທົ່ວປະເທດ ພາກັນຢືນ
ຢູ່​ໃນ​ຄວາມສະງົບ​ ໃນຂະນະ ທີ່ສຽງຫວອດດັງກັງວານຂຶ້ນໃນ
ຕອນທ່ຽງ​ຕາມ​ເວລາ​ທ້ອງ​ຖິ່ນວັນອາທິດ ມື້ນີ້. ສົບຂອງທ່ານ Kaczynski ແລະພັນລະຍາຂອງທ່ານ ກຳໜົດຈະ​ໄປ​ຮອດ ກຸງວໍຊໍ ພາຍໃນອີກສອງສາມຊົ່ວໂມງຂ້າງ​ໜ້າ.ຊາວ​ໂພ​ແລນ​ພາກັນ​ໄປ​ຮ່ວມ​ພິທີ​ທາງ ​ສາດສະໜາ​ພິ​ເສດ​ໃນທົ່ວ​ປະ​ເທດ​ ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ພາກັນ​ໄປສະ​ແດງ​ຄວາມ​ເຄົາຣົບນັບຖື​ທ່ີ​ທຳນຽບ ປະທານາທິບໍດີ​ໃນ​ນະຄອນຫລວງ​ ວໍ​ຊໍ ທີ່​ເວລາ​ນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ​ດອກ​ໄມ້​ແລະ​ທຽນ​ໄຂ ທ່ີ​ປະຊາຊົນ​ນຳ​ໄປ​ວາງ​ໄວ້ເພື່ອ​ສະ​ແດງ​ຄວາມ​ໄວ້​ ອາ​ໄລ​ນຳ​ມື້​ລາງ​ປະທານາທິບໍດີ Kaczynski ພ້ອມ​ທັງພັນ​ລະ​ຍາ ​ແລະ ​ອີກ 95 ຄົນທ່ີໄດ້​ເສັຍ​ຊີວິດ​ຍ້ອນ​ເຮືອບິນ​ຕົກ​ທ່ີ​ເມືອງ Smolenskນັ້ນ.
ທ່ານ Bronislaw Komorowski ໂຄສົກສະພາ​ແຫ່ງ​ຊາດໂພແລນ ທີ່ ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳປະເທດ
ໃນລະຍະຂ້າມຜ່ານ ໄດ້ປະກາດໃຫ້ມີ ການໄວ້ອາລັຍທົ່ວປະເທດເປັນເວລານຶ່ງອາທິດ.
ພວກ​ເຈົ້າ​ໜ້າ​ທ່ີ​ສືບສວນຣັດ​ເຊັຍ​ແລະ​ໂປ​ແລນ​ກຳລັງເຮັດ​ວຽກຮ່ວມ​ກັນ​ເພື່ອ​ວິ​ເຄາະ​ເບິ່ງ​ຂໍ້​ມູນ ໃນ​ເຄື່ອງ​ບັນທຶກການບິນ​ທ່ີ​ກູ້​ມາ​ໄດ້​ຈາກ​ເຮືອບິນ​ Tupelov ທ່ີ​ເຮັດໃນຣັດ​ເຊັຍ​ ທ່ີ​ປະທານາທິບໍດີ Kaczynski ຂີ່​ໄປ ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີຣັດ​ເຊັຍ​ກ່າວ​ວ່າ ເຮືອບິນ​ລຳ​ນີ້​ໄດ້​ແຕກ​ຫັກ​ອອກ​ຈາກ​ກັນ ​ແລະລຸກ​ໄໝ້ເປັນ​ແປວ​ໄຟ ​ຫລັງ​ຈາກ​ບິນ​ໄປ​ຕຳ​ປາຍ​ໄມ້ໃນ​ຂະນະ​ທ່ີກຳລັງ​ຈະລົງ​ສູ່ທາງ​ແລ່ນ​ຂອງ​ສະໜາມ​ບິນ​ເມືອງ Smolensk ທ່ີ​ມີ​ໝອກກົ້ວ​ຢ່າງ​ໜາ​ແໜ້ນນັ້ນ. ຄນະ​ຂອງ​ທ່ານ Kackzynski ກຳລັງ​ມຸ້ງໜ້າ​ໄປ​ຍັງ​ເມືອງ Smolensk ​ເພື່ອ​ ໄປ​ຮ່ວມ​ພິທີ​ລະນຶກ​ເຖິງ​ຊາວໂພແລນ ທ່ີ​ຈັດ​ຂຶ້ນ​ໃນ​ເມືອງ Katyn ທ່ີ​ຢູໃກ້ໆ​ກັນ​ ບ່ອນ​ທ່ີ​ກຳລັງ​ຂອງ​ອະດີດ​ສະຫະພາບ​ໂຊ​ວຽດ​ໄດ້​ສັງຫານ ພວກ​ນາຍ​ທະຫານ ພ້ອມ​ທັງ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ ພວກ​ປັນຍາ​ຊົນ​ແລະ​ຄົນອື່ນໆ​ອີກຂອງ​ໂພ​ແລນ ຈຳນວນ 22 ພັນ​ຄົນ​ ໃນ​ປີ 1940 ຫລັງ​ຈາກສົງຄາມ​ໂລກ​ຄັ້ງ​ທີ​ສອງ​ ​ໄດ້ເລີ້ມ​ຕົ້ນຂຶ້ນ.
ໃນອີກດ້ານນຶ່ງ ບັນດາ​ຜູ້ນຳທົ່ວໂລກພາກັນສະແດງຄວາມເສົ້າໂສກເສຍໃຈຕໍ່ການເສຍ ຊີວິດຂອງປະທາ
ນາທິບໍດີ Lech Kaczynski ແລະ ພັນລະຍາຂອງ ທ່ານ ພ້ອມ​ທັງເຈົ້າໜ້າທີ່ອາວຸໂສຂອງລັດຖະບານ
ໂພແລນຫລາຍທ່ານ ​ໃນອຸບັດເຫດຍົນຕົກໃນເຂດຕາເວັນຕົກຂອງລັດເຊຍນັ້ນ.
ປະທານາທິບໍດີບາຣັກ ໂອບາມາເອີ້ນອຸບັດເຫດຄັ້ງນີ້ວ່າເປັນການ
ສູນ ເສຍຢ່າງໃຫຍ່ຫລວງຂອງປະເທດໂພແລນ ຂອງສະຫະລັດ
ແລະຂອງ ໂລກ. ທ່ານໂອບາມາກ່າວວ່າ ທ່ານໄດ້ຕິດຕໍ່ໄປຍັງນາ
ຍົກລັດຖະມົນຕີ ໂພແລນ ທ່ານ Donal Tusk ​ເພື່ອສະແດງ
ຄວາມເສົ້າໂສກເສຍໃຈ ຢ່າງສຸດຊຶ້ງຂອງທ່ານ.ທ່ານກໍດອນ ບຣາວ ນາຍົກລັດຖະມົນຕີອັງກິດໄດ້ສະແດງຄວາມຍ້ອງ ຍໍສັນລະເສີນ ມື້ລາງປະທານາທິບໍດີໂພແລນວ່າເປັນຜູ້​ມີ​ບົດບາດສຳຄັນ ​ທີ່ສຸດ
ຜູ້ນຶ່ງ ໃນການ​ກຳໜົດປະວັດສາດການເມືອງຍຸກສະມັຍໃໝ່ ຂອງ ໂພແລນ. ພະສັນຕະປາປາ ເບເນດິກ ກໍໄດ້ສົ່ງ​ສານ​ໄປສະແດງ
ຄວາມ ເສົ້າໂສກເສຍໃຈນຳ ​ເຊ່ນດຽວ​ກັນ​ກັບ​ທ່ານພັນຄີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ເອີ້ນ ອຸບັດເຫດຍົນຕົກຄັ້ງນີ້ ວ່າເປັນໂສກນາດຕະກຳທາງດ້ານ
ການເມືອງ ແລະຂອງມະນຸດສຳຫລັບໂພແລນ ​ໃນ​ຂະນະ​ທີ່ທ່ານ ນິໂຄລາສ ຊາໂກຊີ ປະທານາທິບໍດີຝຣັ່ງກ່າວວ່າ ມື້ລາງປະ
ທານາທິບໍໂ​ພແລນ ທ່ານ Kaczynskiເປັນຜູ້ພິທັກປົກປ້ອງ
ປະຊາທິປະໄຕ ແລະອິສະລະ ພາບ ຢ່າງບໍ່ອິດເມື່ອຍ.

<!-- IMAGE -->

ກອງປະຊຸມສຸດຍອດວ່າດ້ວຍນີວເຄລັຍທີ່ກຸງວໍຊິງຕັນ: ວັນອາທິດມື້ນີ້ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທຳ​ການພົບປະສົນທະນາ​ກັນ​ຄົນ​ລະ​ເທື່ອ ກັບຜູ້ນຳ​ຂອງອິນເດຍ ແລະປາ ກີສຖານ ທີ່ເປັນຄູ່​ແຂ່ງກັນດ້ານອາວຸດນີວເຄລຍ.ອິນເດຍແລະປາກີສຖານ ສອງປະເທດເພື່ອນບ້ານໃນຂົງເຂດເອເຊຍໃຕ້
ໄດ້ທຳສົງຄາມກັນສາມຄັ້ງ ແລະ​ໄດ້ມີຄວາມຂັດແຍ່ງກັນເພື່ອຍາດ ຊິງເອົາແຄວ້ນແຄ້ສເມຍ ຕລອດມາ.
ພ້ອມດຽວ ໃນວັນອາທິດມື້ນີ້ ປະທານາທິບໍດີສະຫະລັດ ຍັງໄດ້ພົບປະ ກັບພວກຜູ້ນຳ​ຂອງປະເທດອາຟຣິ
ກາໄຕ້ ແລະກາຊາກສຖານ ຊຶ່ງທັງ ສອງປະເທດນີ້​ ໄດ້ສະມັກໃຈປະຖິ້ມໂຄງການອາວຸດນີວເຄລຍຂອງ ພວກຕົນ.ການເຈລະຈາກັນຄັ້ງນີ້ ແມ່ນມີຂື້ນມື້ນຶ່ງ ກ່ອນການເປີດກອງປະຊຸມສຸດ ຍອດທີ່ບໍ່ເຄີຍມີມາກ່ອນຂອງປະທານາທິບໍດີບາຣັກ ໂອບາມາ ກ່ຽວ​ກັບ ການ​ປ້ອງ​ກັນ ບໍ່ໃຫ້ວັດຖຸນີວເຄລຍຕ່າງໆ ຕົກເຖິງມືພວກກໍ່ການຮ້າຍ. ກອງປະຊຸມສຸດຍອດເປັນເວລາສອງມື້ຄັ້ງນີ້ ມີຜູ້​ນຳຈາກເກືອບ 50 ປະເທດ ເຂົ້າປະກອບສ່ວນ.
ການ​ເລືອກ​ຕັ້ງ​ທີ່ Hungary:ປະຊາຊົນ Hungary ກຳລັງ​ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​
ແຫ່ງ​ຊາດ ​ທ່ີ​ມີ​ການ​ຄາດ​ກັນ​ວ່າ ພັກເປັນກາງ​ອຽງ​ຂວາ Fidesz ​ຂອງຝ່າຍ​ຄ້ານ​ຈະ​ໄດ້​ໄຊຊະນະ​ ​ແລະ​ຈະເຮັດ​ໃຫ້​ພັກ​ສັງຄົມ​ນິຍົມ​ທ່ີ​ປົກຄອງ ​ປະ​ເທດ​ຢູ່ໃນ​ປັດຈຸບັນ​ ຕົກ​ຈາກ​ອຳນາດ​ໄປ. ການ​ປ່ອນ​ບັດເພ່ືອ​ເລືອກ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້ໄຂ​ຂຶ້ນ​ໃນ​ ທົ່ວ​ປະ​ເທດ Hungary ​ໃນເຊົ້າ​ວັນ​ອາທິດ​ມື້​ນີ້.
ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ຊີ້​ໃຫ້​ເຫັນ​ວ່າ ພັກ Fidesz ຈະ​ໄດ້ ຮັບ​ສຽງ​ສະໜັບ​ສະໜັບ​ໃນ​ຂ້າງ​ຫລາຍ​ຢ່າງ​ຂາດ​ຮອຍ ໂດຍ​ມີພັກ​ສັງຄົມ​ນິຍົມຂອງ​ລັດຖະບານ ​ແລະ​ພັກ​ອຽງ​ຂວາ​ຈັດ Jobbik ​ແຂ່ງ​ກັນ​ຍາດ​ເອົາອັນ​ດັບ​ສອງ. ການ​ຂຶ້ນ​ພາສີ​ແລະ​ການ​ຕັດ​ການ​ໃຊ້​ຈ່າຍ​ລົງ​ໂດຍ​ພັກ ລັດຖະບານ​ສັງຄົມນິຍົມໄດ້​ທຳລາຍ​ຄວາມ​ນິຍົມ​ຊົມ​ຊອບຂອງປະຊາຊົນ Hungary ຊຶ່ງ​ໄດ້​ເປັນນຶ່ງ​ໃນ​ບັນດາ​ປະ​ເທດທ່ີໄດ້​ຖືກ​ປະ​ທະ​ຢ່າງຮ້າຍ​ແຮງ​ທີ​ສຸດ ຈາກວິ​ກິດ​ການ​ດ້ານ​ການ​ເງິນຂອງ​ໂລກ​ໃນ​ປີ2008ນັ້ນ.
ພັກ Fidesz ພາຍ​ໃຕ້​ການ​ນຳພາ​ຂອງ​ອະດີດ​ນາຍົກຣັດຖະມຸນຕີ Vik-tor Oban ​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ວ່າ ຈະ​ຕັດ​ພາສີ​ລົງ​ແລະ​ສ້າງໜ້າ​ວຽກຂຶ້ນ 1 ລ້ານ​ໜ້າ​ວຽກ​ ໃນ​ໄລຍະ10 ປີ ຂ້າງ​ໜ້າ​.
ການເລືອກຕັ້ງທີ່ ຊູແດນ: ໃນ​ຂະນະ​ດຽວ​ກັນ ທີ່​ອັ​ຟຟຣິກາ ປະຊາຊົນຊູ​ແດນກໍກຳລັງພາກັນປ່ອນ ບັດ​ເຊ່ນ​ກັນ ​ໃນການເລືອກຕັ້ງທີ່ມີຫລາຍພັກຫລາຍຝ່າຍປະ​ກອບສ່ວນ​ເປັນເທື່ອທຳອິດຂອງປະເທດດັ່ງກ່າວ ໃນຮອບເກືອບຊາວຫ້າປີ.ການ​ປ່ອນ​ບັດເລືອກຕັ້ງ​ເລິ່ມຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ທ່າມກາງຄວາມເປັນ ຫ່ວງ
ທີ່ວ່າອາດມີການ​ກໍ່​ຄວາມ​ບໍ່​ສະ​ງົບຂຶ້ນ​ໂດຍພວກພົນລະເຮືອນ ແລະຄວາມບໍ່​ແນ່​ໃຈ ວ່າລັດຖະບານຈະ
ສາມາດຈັດການເລືອກຕັ້ງທີ່ໜ້າ ​ເຊື່ອ​ຖືໄດ້ ຂຶ້ນມາ​ໄດ້. ທາງ​ການຊູດານໄດ້ສົ່ງເຈົ້າໜ້າທີ່ໄປປະຈຳການ ຮັກສາ​ຄວາມເປັນລະບຽບຮຽບຮ້ອຍ ຈຳນວນປະມານນຶ່ງແສນຄົນ.ພັກການເມືອງຝ່າຍຄ້ານຫລາຍຝ່າຍ
ໄດ້ວາງແຜນວ່າ​ຈະລວມຫົວກັນ ບອຍຄອ໊ດການເລືອກຕັ້ງຄັ້ງນີ້ ໂດຍເຕັມສ່ວນຫລືບາງສ່ວນ ໂດຍອ້າງ ວ່າປະທານາທິບໍດີ ໂອມາ ອາລ ບາເຊຍ ແລະພັກ National Congress ຂອງທ່ານ ກຳລັງກຽມໂກງການເລືອກຕັ້ງຢູ່ແລ້ວ. ​ເປັນ​ທີ່ ຄາດໝາຍກັນຢ່າງກວ້າງຂວາງວ່າ ທ່ານ ບາເຊຍ ຈະຊະນະການ ເລືອກຕັ້ງ ໃນຄັ້ງນີ້.

XS
SM
MD
LG