ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂປແລນ ເຖິງແກ່ອະສັນຍະກັມ ໃນອຸບັດຕິເຫດ ເຮືອບິນຕົກ


ປະທານາທິບໍດີໂປແລນ ເຖິງແກ່ອະສັນຍະກັມ ໃນອຸບັດຕິເຫດ ເຮືອບິນຕົກ
ປະທານາທິບໍດີໂປແລນ ເຖິງແກ່ອະສັນຍະກັມ ໃນອຸບັດຕິເຫດ ເຮືອບິນຕົກ
<!-- IMAGE -->

ໂປແລນ: ເຈົ້າໜ້າທີ່ຣັດເຊັຽ ກ່າວວ່າ ປະທາ ນາທິບໍດີໂປແລນ ທ່ານ LECH KACZYNSKI ໄດ້ເຖິງແກ່ອະສັນຍະກັມ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ໃນພາກຕາເວັນຕົກ ຂອງຣັດເຊັຽ. ເຈົ້າໜ້າທີ່ເວົ້າວ່າ ໝົດທັງ 96 ຄົນ ທີ່ເດີນທາງ ໄປນຳເຮືອບິນ ໄດ້ເສັຽຊີວິດ ໃນອຸບັດຕິເຫດ ທີ່ເກີດຂຶ້ນ ໃນວັນເສົາມື້ນີ້. ລາຍງານຂ່າວ ກ່ອນໜ້ານີ້ ແຈ້ງວ່າມີ 132 ຄົນ ຢູ່ເທິງເຮືອບິນ ລຳດັ່ງກ່າວ. ເຈົ້າໜ້າທີ່ໂປແລນໃຫ້ການຢືນຢັນ ວ່າ ປະທານາທິບໍດີ KACZYNSKI ແລະພັລຍາ ຂອງທ່ານ ທ່ານນາງ MARIA ໄດ້ເດີນທາງ ໄປນຳເຮືອບິນ ລຳດັ່ງກ່າວ. ພວກທີ່ຮ່ວມ ເດີນທາງໄນຳ ໃນຄັ້ງນີ້ ແມ່ນຮວມທັງ ຜູ້ບັນຊາ ການກອງທັບໂປແລນ ຮອງຣັຖມຸນຕຣີ ກະຊວງການຕ່າງປະເທດ ຫົວໜ້າທະນາຄານກາງ ຕລອດທັງ ສະມາຊິກສະພາໂປແລນ ຈຳນວນນຶ່ງ ແລະເຈົ້າໜ້າທີ່ອື່ນໆອີກ. ຄະນະຜູ້ແທນ ຂອງໂປແລນດັ່ງກ່າວ ແມ່ນພວມມຸ່ງໜ້າ ໄປຣັດເຊັຽ ເພື່ອເຂົ້າຮ່ວມ ພິທີໄວ້ອາລັຍ ຄົບຮອບ 70 ປີ ໃນການສັງຫານ ພວກນາຍທະຫານໂປແລນ ໃນສມັຍ ສົງຄາມໂລກຄັ້ງທີ 2 ຈຳນວນ 22 ພັນຄົນ ໂດຍກຳລັງ ຮັກສາຄວາມສະງົບ ຂອງໂຊວຽດ ທີ່ເມືອງ KATYN ໃກ້ໆເມືອງ SMOLENK.

<!-- IMAGE -->

ກຽກກິສຖານ: ປະຊາຊົນ ຈຳນວນຫລາຍພັນ ຄົນ ໄດ້ໄປໂຮມຊຸມນຸມກັນ ທີ່ນະຄອນຫລວງ BISHKEK ໃນວັນເສົາມື້ນີ້ ເພື່ອໄປຮ່ວມ ພິທີຝັງສົບ ຂອງພວກທີ່ເສັຽຊີວິດ ຈຳນວນນຶ່ງ ໃນການລຸກຮືຂຶ້ນ ຕໍ່ຕ້ານຣັຖບານ ໂດຍທີ່ພວກ ຜູ້ນຳ ພັກຝ່າຍຄ້ານເອີ້ນ ພວກເຄາະຮ້າຍເຫລົ່າ ນີ້ວ່າ ເປັນວີຣະຊົນ ທີ່ຕາຍເພື່ອ ປະຊາທິປະໄຕ. ພິທີຝັງສົບຮ່ວມ ທີ່ວ່ານີ້ ມີຂຶ້ນຢູ່ນອກ ນະຄອນ ຫລວງ BISHKEK. ພວກໄວ້ທຸກ ໄດ້ຈັດພິທີ ໄວ້ອາລັຍ ໃຫ້ແກ່ພວກ ທີ່ເສັຽຊີວິດ ໃນການປະ ທະກັນ ຢ່າງຮ້າຍແຮງ ໃນມື້ວັນພຸດຜ່ານມາ ລະຫວ່າງ ພວກປະທ້ວງ ແລະກຳລັງ ຮັກສາຄວາມສະງົບ. ຄວາມຮຸນແຮງ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 79 ຄົນ ທີ່ວ່ານີ້ ໄດ້ບັງຄັບໃຫ້ ປະທານາທິບໍດີ ກຽກກິສຖານ ຕ້ອງໄດ້ຫລົບໜີ ອອກຈາກນະຄອນຫລວງ. ຜູ້ນຳຣັຖບານ ຊົ່ວຄາວ ຂອງກຽກກິສຖານ ທ່ານນາງ REZA OTUNBAYEVA ກ່າວຕໍ່ຝູງຊົນ ໃນວັນເສົາມື້ນີ້ວ່າ ຄວາມຍຸຕິທັມ ແລະປະຊາທິປະໄຕ ຈະໄດ້ຮັບການ ສ້າງຕັ້ງຂຶ້ນ. ທ່ານນາງໄດ້ປະກາດວ່າ ຈະນຳໃຊ້ ຣະຣົບຣັຖບານ ທີ່ມີສະພາແຫ່ງຊາດ ສຳລັບກຽກກິສຖານ.

<!-- IMAGE -->

ໄທ: ມີ 90 ກວ່າຄົນໄດ້ຮັບບາດເຈັບ ໃນການ ປາບປາມ ພວກປະທ້ວງຕໍ່ຕ້ານຣັຖບານ ທີ່ບາງ ກອກ ນະຄອນຫລວງຂອງໄທ. ລາຍງານຂ່າວ ແຈ້ງວ່າ ກຳລັງຮັກສາ ຄວາມສະງົບຂອງໄທ ໄດ້ໃຊ້ລູກປືນແທ້ ໃນລະຫວ່າງ ການປະທະກັນ ໃນວັນເສົາມື້ນີ້. ພວກທະຫານ ແລະຕຳຣວດ ປາບຈະລາຈົນ ໄດ້ພະຍາຍາມ ຂັບໄລ່ ພວກປະທ້ວງ ອອກໄປຈາກ ສະຖານທີ່ ສາທາຣະນະ ແລະສູນກາງການຄ້າ ທີ່ສຳຄັນແຫ່ງນຶ່ງ ໃນບາງກອກ. ການປະທະກັນ ໄດ້ຣະເບີດຂຶ້ນ ໃນຫລາຍໆຈຸດ ຮວມທັງ ທີ່ຄ້າຍທະຫານ ແຫ່ງນຶ່ງ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ແລະທີ່ສະຖານີໂທຣະພາບ ຕໍ່ຕ້ານຣັຖບານ ໃນມື້ວານນີ້. ກຳລັງຮັກສາ ຄວາມສະງົບຂອງໄທ ໄດ້ໃຊ້ຣະເບີດນຳຕາ ໄມ້ຄ້ອນຢາງ ແລະທໍ່ຊີດນຳ ຂນາດໃຫຍ່ ຂັບໄລ່ພວກປະທ້ວງ ທີ່ຮຽກຮ້ອງໃຫ້ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ລາອອກນັ້ນ ໃຫ້ແຕກພ່າຍໜີ. ພວກປະທ້ວງເສື້ອແດງ ຊຶ່ງສ່ວນໃຫຍ່ ໃຫ້ການສນັບສນຸນ ຕໍ່ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດນັ້ນ ໄດ້ເຮັດສ່ວນໃຫຍ່ ຂອງບາງກອກ ເປັນອັມມະພາດ ມາໄດ້ເກືອບ ນຶ່ງເດືອນແລ້ວ.

<!-- IMAGE -->

ອີຣ່ານ: ປະທານາທິບໍດີອີຣ່ານໄດ້ເປີດເຜີຍໃຫ້ ຊາບ ກ່ຽວກັບອຸບປະກອນ ແຍກທາດຢູເຣນຽມ ທີ່ໄວຂຶ້ນ ຊຶ່ງເປັນການຝ່າຝືນ ຕໍ່ການເຕືອນ ຂອງນາໆຊາດ ບໍ່ໃຫ້ອີຣ່ານ ສືບຕໍ່ດຳເນີນການ ທາງດ້ານນິວເຄລັຽ ທີ່ມີຄວາມຫລໍ່ແຫລມນີ້. ທ່ານ MAHMOUD AHMADINEJAD ໄດ້ນຳສະແດງ ອຸບປະກອນຊະນິດໃໝ່ ທີ່ສ້າງ ຢູ່ໃນອີຣ່ານ ໃນວັນສຸກວານນີ້ ໂດຍເວົ້າວ່າ ການດຳເນີນ ຄວາມພະຍາຍາມຂອງນາໆຊາດ ທີ່ຈະກົດດັນອີຣ່ານ ກ່ຽວກັບໂຄງການນິວເຄລັຽ ນັ້ນ ຈະປະເຊີນກັບ ການຕ້ານຢັນ ຫຼາຍຂຶ້ນກວ່າ ເກົ່າ. ການປະກາດ ທີ່ວ່ານີ້ ມີຂຶ້ນເນື່ອງໃນໂອກາດ ວັນນິວເຄລັຽແຫ່ງຊາດ ຂອງອີຣ່ານ. ຫົວໜ້າອົງການ ພະລັງງານປະຣະມະນູ ຂອງອີຣ່ານ ທ່ານ ALI AKBAR SALEHI ກ່າວວ່າ ເຄື່ອງກັ່ນຮຸ້ນລ່າສຸດ ທີ່ວ່ານີ້ ມີຄວາມສາມາດ ໃນການແຍກ 6 ເທົ່າໄວກວ່າໂຕເກົ່າ ດັ່ງນັ້ນ ຈຶ່ງສາມາດເພີ້ມ ທາດຢູເຣນຽມ ທີ່ກັ່ນແລ້ວ ໃນປະຣິມານ ທີ່ຫລາຍຂຶ້ນ. ທີ່ກຸງວໍຊິງຕັນ ໂຄສົກ ກະຊວງການຕ່າງປະເທດ ສະຫະຣັດ ທ່ານ P.J. CROWLEY ກ່າວວ່າ ສະຫະຣັດ ຕ້ອງໄດ້ສລຸບວ່າ ອີີຣ່ານມີຄວາມຕັ້ງໃຈ ໃນທາງທີ່ບໍ່ດີ ກ່ຽວກັບກິຈການ ນິວເຄລັຽຂອງຕົນ ຍ້ອນໂຄງການນິວເຄລັຽ ໃນທາງສັນຕິ ແມ່ນບໍ່ຕ້ອງການ ເຄື່ອງແຍກນິວເຄລັຽ ທີ່ມີຄວາມໄວ້ຂຶ້ນ.

<!-- IMAGE -->

ສະຫະຣັດ: ໃນຄຳປາສັຍປະຈຳສັບປະດານັ້ນ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ຮຽກຮ້ອງ ໃຫ້ປະຊາຊົນ ຊາວ ອະເມຣິກັນໄປຊົມໃຊ້ເຄື່ອງຊ່ອຍໃນການຫລຸດ ການເສັຽພາສີ ທີ່ເວັບໄຊທ໌ ຂອງທຳນຽບຂາວ ໃນຂໍ້ມູນກ່ຽວກັບ ການສວຍໃຊ້ ໃຫ້ເປັນປໂຍດ ກົດໝາຍວ່າດ້ວຍ ຜົນປໂຍດດ້ານພາສີ ສຳລັບ ການຟື້ນໂຕຄືນຂອງເສຖກິດ. ກຳນົດເວລາຕາຍ ໂຕ ໃນການຍື່ນພາສີລາຍໄດ້ ຂອງສ່ວນບຸກຄົນ ໃນສະຫະຣັດ ແມ່ນວັນທີ 15 ເດືອນນີ້. ທ່ານ OBAMA ເວົ້າວ່າ ມີການໃຫ້ສິນເຊື່ອ ໃນດ້ານພາສີ ເພື່ອຊ່ອຍໃນການຊື້ ປະກັນພັຍສຸຂພາບ. ນອກນັ້ນແລ້ວ ຍັງມີການໃຫ້ສິນເຊື່ອ ສຳລັບ ການຊື້ເຮືອນ ແລະຊື້ຣົດອີກດ້ວຍ. ທ່ານກ່າວວ່າ ພວກນັກສຶກສາ ແລະພໍ່ແມ່ ຈຳນວນຫລາຍລ້ານຄົນ ທີ່ຈ່າຍຄ່າຮຽນນັ້ນ ກໍສາມາດໄດ້ຮັບເງິນ ຫລາຍເຖິງ 2 ພັນ 500 ໂດລາ ພາຍໃຕ້ການໃຫ້ໂອກາດ ທາງສິນເຊື່ອ ແກ່ຊາວອະເມຣິກັນ. ສ່ວນສະມາຊິກ ສະພາສູງ JON KYL ຈາກຣັດອາຣີໂຊນາ ແມ່ນເປັນຜູ້ກ່າວຕອບ ຂອງພັກຣີພັບຣີກັນ ຕໍ່ຄຳປາສັຍ ຂອງປະທານາທິບໍດີ OBAMA.

<!-- IMAGE -->

ຈີນ: ຈີນລາຍງານກ່ຽວກັບການຂາດດຸນການ ຄ້າຂອງຕົນ ເປັນເທື່ອທຳອິດ ໃນຮອບ 6 ປີ ໃນເດືອນມີນາ ຜ່ານມານີ້. ສື່ມວນຊົນ ຂອງ ທາງການຈີນລາຍງານວ່າຈີນໄດ້ນຳເຂົ້າສິນຄ້າ 7 ພັນ 200 ລ້ານໂດລາ ຫລາຍກວ່າສົ່ງອອກ ໃນເດືອນແລ້ວ. ການນຳເຂົ້າສິນຄ້າຂອງຈີນ ໄດ້ໂດດຂຶ້ນ ຫລາຍກວ່າ 30 ພັນລ້ານໂດລາ ຈາກເດືອນກຸມພາ ຕົກເປັນເກືອບ 120 ພັນ ລ້ານໂດລາ ໃນເດືອນມີນາ. ສ່ວນການສົ່ງ ອອກນັ້ນ ໄດ້ເພີ້ມຂຶ້ນ ຂ້ອນຂ້າງຊ້າ ເປັນປະມານ 112 ພັນລ້ານໂດລາ ສຳລັບເດືອນມີນາ. ຂໍ້ມູນດັ່ງກ່າວນີ້ ໄດ້ມີການເປີດເຜີຍ ຫລັງຈາກເຈົ້າ ໜ້າທີ່ ອະວຸໂສ ທາງດ້ານການຄ້າ ຂອງສະຫະຣັດ ແລະຈີນ ໄດ້ເຈຣະຈາຫາຣືກັນ ເປັນເວລາສັ້ນໆ ທີ່ນະຄອນຫລວງປັກກິ່ງ ໃນສັບປະດານີ້. ທຳນຽບຂາວ ຢາກໃຫ້ຈີນ ປ່ອຍໃຫ້ຄ່າ ຂອງເງິນຢວນ ຊຶ່ງເປັນເງິນຕຣາ ຂອງຈີນນັ້ນ ໄດ້ຮັບອິດທິພົນຫລາຍຂຶ້ນ ຈາກແຮງຂອງຕລາດ. ສື່ມວນຊົນ ຂອງສະຫະຣັດ ແຈ້ງວ່າ ລາຍງານສະບັບນີ້ ອາດຈະເຮັດໃຫ້ ນະໂຍບາຍເງິນຕຣາຂອງຈີນ ມີຄວາມສລັບຊັບຊ້ອນ ຫລາຍຂຶ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG