ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານໄທ ໃຊ້ກຳລັງ ຮັບມື ກັບພວກປະທ້ວງເສື້ອແດງ


ທະຫານໄທ ໃຊ້ກຳລັງ ຮັບມື ກັບພວກປະທ້ວງເສື້ອແດງ
ທະຫານໄທ ໃຊ້ກຳລັງ ຮັບມື ກັບພວກປະທ້ວງເສື້ອແດງ
<!-- IMAGE -->

ໄທ: ກຳລັງຮັກສາຄວາມສະງົບຂອງໄທ ໄດ້ໃຊ້ຣະເບີດນຳຕາ ຂັບໄລ່ພວກປະທ້ວງ ຕໍ່ຕ້ານຣັຖບານ ທີ່ໄດ້ພາກັນບຸກເຂົ້າໄປ ໃນບໍຣິເວນເດີ່ນ ສະຖານີໂທຣະພາບ ຂອງພັກຝ່າຍຄ້ານ ທີ່ໄດ້ຖືກສັ່ງໃຫ້ປິດ ໂດຍຣັຖບານ ໃນສັບປະດານີ້. ພວກເສື້ອແດງ ຈຳນວນຫລາຍພັນຄົນ ໄດ້ພາກັນຂີ່ຣົດກະບະ ແລະຣົດຈັກ ໄປຍັງຫ້ອງອອກອາກາດ ຂອງສະຖານີີໂທຣະພາບ ຊ່ອງປະຊາຊົນ ທີ່ຕັ້ງຫ່າງຈາກບາງກອກ ໄປທາງເໜືອ ຫລາຍໆຫລັກກິໂລແມັດ ໃນເຂດຊານເມືອງ ປະທຸມທານີ. ພວກເຂົາເຈົ້າ ທວງໃຫ້ຣັຖບານ ເປີດໂທຣະພາບ ຊ່ອງນີ້ຄືນໃໝ່ ຊຶ່ງໄດ້ຖືກປິດ ຫລັງຈາກ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ປະກາດພາວະສຸກເສີນ. ເຈົ້າໜ້າທີ່ທະຫານຂອງໄທ ເຕືອນວ່າ ຕົນອາດຈະ ໃຊ້ກຳລັງ ຂັບໄລ່ພວກປະທ້ວງ ຮວມທັງການໃຊ້ ໄມ້ຄ້ອນຢາງ ຣະເບີດນຳຕາ ແລະທໍ່ ຊີດນຳຂນາດໃຫຍ່. ໄດ້ມີການປະກາດ ພາວະສຸກເສີນ ຫລັງຈາກ ພວກປະທ້ວງເສື້ອແດງ ຈຳນວນຫຼາຍຮ້ອຍຄົນ ໄດ້ບຸກເຂົ້າໄປ ໃນບໍຣິເວນຕຶກ ສະພາແຫ່ງຊາດຂອງໄທ ແລະບັງຄັບໃຫ້ ບັນດາສະມາຊິກສະພາ ຕ້ອງໄດ້ພາກັນຫລົບໜີ.

<!-- IMAGE -->

ກຽກກິສຖານ: ປະຊາຊົນ ຈຳນວນຫລາຍ ພັນຄົນ ເລີ້ມໂຮມຊຸມນຸມກັນ ທີ່ນະຄອນຫຼວງ ຂອງກຽກກິສຖານ ເພື່ອໄວ້ອາລັຍໃຫ້ 75 ຄົນ ທີ່ເສັຽຊີວິດ ໃນການລຸກຮືຂຶ້ນ ຂັບໄລ່ຣັຖບານ ແລະບັງຄັບໃຫ້ ປະທານາທິບໍດີ ຕ້ອງໄດ້ຫລົບ ໜີ. ພິທີສົ່ງສະການ ໃຫ້ແກ່ພວກທີ່ເສັຽຊີວິດ ຈັດຂຶ້ນໃນວັນສຸກມື້ນີ້ ກ່ອນໜ້າການໄວ້ທຸກ ໃນທົ່ວປະເທດ. ທີ່ນະຄອນຫລວງ BISHKEK ປະຊາຊົນ ໄດ້ໄປສູດມົນພາວະນາ ຢູ່ຂ້າງນອກ ຕຶກທຳນຽບ ປະທານາທິບໍດີ ທີ່ຖືກໄຟໃໝ້ນັ້ນ. ຢູ່ທີ່ນະຄອນຫລວງ ຍັງໄດ້ຍິນສຽງປືນດັງຂຶ້ນ ຢ່າງກະຈັດກະຈາຍ ຕລອດຄືນ ຂະນະທີ່ຕຳຣວດ ແລະກຸ່ມອາສາສະມັກ ທີ່ສນັບສນຸນ ຣັຖບານຊົ່ວຄາວ ພະຍາຍາມ ຮັກສາຄວາມສະງົບ ແລະປ້ອງກັນບໍ່ໃຫ້ ພວກຂະໂມຍ ເຂົ້າໄປລັກ ເອົາເຄື່ອງເອົາຂອງ. ມີລາຍງານວ່າ ຫລາຍໆຄົນ ໄດ້ຮັບບາດເຈັບ ໃນຄືນຜ່ານມາ. ໃນມື້ວານນີ້ ພວກຜູ້ນຳພັກຝ່າຍຄ້ານ ໄດ້ຈັງຕັ້ງ ຣັຖບານຊົ່ວຄາວຂຶ້ນ ພາຍໃຕ້ການນຳພາ ຂອງອະດີດຣັຖມຸນຕຣີ ການຕ່າງປະເທດ ROZA OTUNBAYEVA ຫລັງຈາກ ໄດ້ເກີດການປະທະກັນ ຢ່າງຮຸນແຮງ ນຶ່ງມື້ກ່ອນນັ້ນ ທີ່ບັງຄັບໃຫ້ ປະທານາທິບໍດີ KURMANBEK BAKIYEV ຕ້ອງໄດ້ຫລົບໜີ ໄປຍັງເຂດ JALALABAD ໃນພາກໃຕ້ຂອງປະເທດ.

<!-- IMAGE -->

ນິວເຄລັຽ: ນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ໄດ້ຍົກເລີກ ແຜນການ ເດີນທາງມາຮ່ວມ ກອງປະຊຸມ ສຸດຍອດ ວ່າດ້ວຍຄວາມໝັ້ນຄົງ ທາງດ້ານນິວເຄລັຽ ທີ່ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ເປັນເຈົ້າພາບ ໃນສັບປະດາໜ້າ. ເຈົ້າໜ້າທີ່ ອິສຣາແອລ ກ່າວວ່າ ທ່ານ NETANYAHU ໄດ້ຍົກເລີກ ແຜນການເດີນທາງ ມາຍັງນະຄອນວໍຊິງຕັນ ຍ້ອນວ່າ ບັນດາປະເທດອາຣັບ ຮວມທັງອີຈິບ ແລະເຕີກກີ ໄດ້ວາງແຜນ ທີ່ຈະໃຊ້ ກອງປະຊຸມສຸດຍອດດັ່ງກ່າວ ໂຈມຕີອິສຣາແອລ ກ່ຽວກັບຄັງອາວຸດນິວເຄລັຽ ທີ່ສັນນິດຖານວ່າ ອິສຣາແອລມີນັ້ນ. ເຈົ້າໜ້າທີ່ ອິສຣາແອລ ເວົ້າວ່າ ຫົວໜ້າອົງການ ພະລັງງານປະຣະມະນູ ອິສຣາແອລ ທ່ານ DAN MERIDOR ຈະເດີນທາງມາຮ່ວມ ກອງປະຊຸມສຸດຍອດ ແທນນາຍົກຣັຖມຸນຕຣີ NETANYAHU. ອິສຣາແອລ ມີເຕົາແຍກນິວເຄລັຽ 2 ໜ່ວຍ ຮວມທັງໜ່ວຍນຶ່ງ ທີ່ເມືອງ DIMONA ທີ່ເຊື່ອວ່າ ນຳໃຊ້ໃນການສ້າງ ແລະເກັບສະສົມ ອາວຸດປະຣະມະນູ ຂອງອິສຣາແອລນັ້ນ. ອິສຣາແອລ ບໍ່ເຄີຍໃຫ້ການຢືນຢັນ ຫລືປະຕິເສດວ່າ ຕົນມີອາວຸດນິວເຄລັຽ ຫລືບໍ່.

<!-- IMAGE -->

ອາຊ່ຽນ: ພວກຜູ້ນຳ ຂອງສະມາຄົມ ບັນດາປະ ຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນກ່າວວ່າ ຕົນໄດ້ຮຽກຮ້ອງໃຫ້ມຽນມາ ຄຳປະກັນວ່າ ການເລືອກຕັ້ງ ຄັ້ງຈະມາ ຢູ່ໃນປະ ເທດດັງກ່າວ ຈະເປັນການເລືອກຕັ້ງ ທີ່ຍຸຕິທັມ ແລະມີທຸກພັກຝ່າຍການເມືອງ ເຂົ້າຮ່ວມ. ນາຍົກຣັຖມຸນຕຣີວຽດນາມ ທ່ານ NGUYEN TAN DUNG ກ່າວວ່າ ທ່ານເອງ ແລະນາຍົກ ຣັຖມຸນຕຣີຂອງບັນດາ ປະເທດອາຊ່ຽນອື່ນໆ ໄດ້ສະແດງ ທັສນະຄວາມເຫັນດັ່ງກ່າວ ຕໍ່ຄະນະຜູ້ແທນມຽນມາ ໃນລະຫວ່າງ ກອງປະຊຸມສຸດຍອດ ເປັນເວລາ 2 ມື້ ຂອງອາຊ່ຽນ ທີ່ນະຄອນຫຼວງຮ່າໂນ່ຍ ຊຶ່ງໄດ້ສິ້ນສຸດລົງ ໃນວັນສຸກມື້ນີ້. ອຳນາດການປົກຄອງ ທະຫານມຽນມາ ໄດ້ຖືກໂຈມຕີ ຈາກປະຊາຄົມນາໆຊາດ ກ່ຽວກັບ ກົດໝາຍເລືອກຕັ້ງໃໝ່ ທີ່ໄດ້ຫ້າມ ບໍ່ໃຫ້ທ່ານນາງ ອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ເຂົ້າຮ່ວມ ໃນການເລືອກຕັ້ງ. ທ່ານ DUNG ເວົ້າວ່າ ການເລືອກຕັ້ງ ທີ່ຍຸຕິທັມ ແລະເປັນປະຊາທິປະໄຕ ຈະຊ່ອຍສ້າງຄວາມທຸ່ນທ່ຽງ ໃຫ້ແກ່ມຽນມາ ແລະເພັ່ງເລັງ ຊັພຍາກອນຕ່າງໆ ໃສ່ການພັທນາປະເທດ.

<!-- IMAGE -->

ຈີນ - ຍີ່ປຸ່ນ: ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ຊາວຍີ່ປຸ່ນ 3 ຄົນໄດ້ຖືກປະຫານ ຊີວິດ ຍ້ອນລັກລອບ ຄ້າຢາເສບຕິດ. ອົງການ ຂ່າວຊິນຫວາ ລາຍງານວ່າ ສານປະຊາຊົນ ສູງສຸດ ຂອງຈີນ ປະກາດວ່າ ຜູ້ຊາຍທັງ 3 ໄດ້ຖືກປະຫານຊີວິດ ທີ່ແຂວງຫລຽວໜິງ ໃນພາກຕາເວັນອອກ ສຽງເໜືອຂອງຈີນ. ນັກໂທດປະຫານທັງ 3 ແມ່ນຮວມທັງ ນາຍ HIRONORI UKAI ອາຍຸ 48 ປີ ນາຍ TERUO TAKEDA ແລະນາຍ KATSUO MORI ຊຶ່ງຕ່າງກໍມີ ອາຍຸ 67 ປີ. ທັງ 3 ຄົນນີ້ ຖືກກ່າວຫາວ່າ ໄດ້ຖືກຈັບ ຂະນະທີ່ພວມລັກລອບ ຄ້າຢາເສບຕິດ ໃນປີ 2003. ຜູ້ຊາຍຍີ່ປຸ່ນ ອີກຄົນນຶ່ງ ຄືນາຍ MITSUNOBU AKANO ທີ່ມີອາຍຸ 65 ປີ ໄດ້ຖືກປະຫານຊີວິດແລ້ວ ໃນວັນອັງຄານຜ່ານມາ ໃນຄວາມຜິດ ຖານລັກລອບ ຄ້າຢາເສບຕິດ. ນາຍ AKANO ແມ່ນຊາວຍີ່ປຸ່ນ ຄົນທຳອິດ ທີ່ໄດ້ຖືກປະຫານຊີວິດຢູ່ຈີນ ນັບແຕ່ ປະເທດທັງສອງ ສ້າງຕັ້ງຄວາມສັມພັນ ທາງດ້ານການທູດ ໃນປີ 1972. ນາຍົກຣັຖມຸນຕຣີຍີ່ປຸ່ນ ທ່ານ YUKIO HATOYAMA ເອີ້ນການຕັດສິນໂທດ ປະຫານຊີວິດ ນາຍ AKANO ວ່າ ເປັນເຣື່ອງທີ່ໜ້າເສັຽໃຈ.

<!-- IMAGE -->

ສຣີລັງກາ: ຣັຖບານປະສົມ ຂອງສຣີລັງກາ ກ່າວວ່າ ຕົນມີຄວາມເຊື່ອໝັ້ນວ່າ ຈະໄດ້ຮັບ ໄຊຊະນະ ຫລັງຈາກໄດ້ມີຄະແນນສຽງນຳໜ້າ ໃນຂັ້ນຕົ້ນຕາມທີ່ຄາດໝາຍໄວ້ໃນການເລືອກ ຕັ້ງສະພາແຫ່ງຊາດຂອງສຣີລັງກາ. ຜົນການ ນັບຄະແນນສຽງ ໃນຂັ້ນຕົ້ນ ສະແດງໃຫ້ເຫັນ ວ່າ ກຸ່ມພັນທະມິດ ແນວໂຮມປະຊາຊົນ ເພື່ອອິສ ຣະພາບ ຂອງປະທານາທິບໍດີ ມະຮິນດາ ຣາຊພັກ ມາຮອດເວລານີ້ ໄດ້ຊະນະບ່ອນ ນັ່ງແລ້ວ 11 ບ່ອນ ຈາກຈຳນວນ 15 ບ່ອນ ຢູ່ໃນສະພາແຫ່ງຊາດ ທີ່ມີບ່ອນນັ່ງທັງໝົດ 225 ບ່ອນ ຂອງສຣີລັງກາ. ນອກນັ້ນ ເຈົ້າໜ້າທີ່ເລືອກຕັ້ງ ຍັງເວົ້າວ່າ ຜົນການນັບຄະແນນ ຈາກເຂດເລືອກຕັ້ງ ຢ່າງນ້ອຍ 1 ເຂດ ມີທ່າທາງວ່າ ອາດຈະຊັກຊ້າ ຍ້ອນການຕັດສິນໃຈ ໃຫ້ມີການປ່ອນບັດໃໝ່ ເນື່ອງຈາກໄດ້ເກີດ ຄວາມຮຸນແຮງ. ການເລືອກຕັ້ງ ສະພາຂອງສຣີລັງກາ ມີຂຶ້ນໃນເວລາ ບໍ່ຮອດ 3 ເດືອນ ຫຼັງຈາກ ປະທານາທິບໍດີຣາຊພັກ ໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ ໃນການເລືອກຕັ້ງ ປະທານາທິບໍດີ ແລະ ໃນເວລາເກືອບນຶ່ງປີ ຫລັງຈາກ ການກໍ່ກະບົດ ແບ່ງແຍກດິນແດນ ທີ່ດຳເນີນມາ ເປັນເວລາ 25 ປີ ໃນສຣີລັງກາ ສິ້ນສຸດລົງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG