ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ແລະ ທ່ານເມັດວີເດັຟ ລົງນາມ ໃນສົນທິສັນຍາ ຫລຸດກຳລັງອາວຸດນິວເຄລັຽ


ທ່ານໂອບາມາ ແລະ ທ່ານເມັດວີເດັຟ ລົງນາມ ໃນສົນທິສັນຍາ ຫລຸດກຳລັງອາວຸດນິວເຄລັຽ
ທ່ານໂອບາມາ ແລະ ທ່ານເມັດວີເດັຟ ລົງນາມ ໃນສົນທິສັນຍາ ຫລຸດກຳລັງອາວຸດນິວເຄລັຽ
<!-- IMAGE -->

ສະຫະຣັດ - ຣັດເຊັຽ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະ ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ໄດ້ລົງນາມ ໃນສົນທິສັນຍາ ຫຼຸດກຳລັງອາວຸດນິວເຄລັຽ ທີ່ສຳຄັນສະບັບນຶ່ງ ໃນພິທີ ຈັດຂຶ້ນທີ່ກຸງປຣາກ ນະຄອນຫລວງ ຂອງສາທາຣະນະຣັດເຊັກ ໃນວັນພະຫັດມື້ນີ້. ສົນທິສັນຍາດັ່ງກ່າວ ຈະຕັດຄັງອາວຸດນິວເຄລັຽ ຂອງປະເທດທັງສອງລົງ ຫຼາຍເຖິງ 30% ໂດຍຈະເຮັດໃຫ້ ແຕ່ລະປະເທດ ຍັງມີຫົວຣະ ເບີດຍຸທສາດນິວເຄລັຽ ເຫລືອຢູ່ປະມານ 1 ພັນ 500 ຫົວ. ຂໍ້​ຕົກລົງສະບັບນີ້ ແມ່ນໃຊ້ແທນ ສົນທິສັນຍາ ຫລຸດກຳລັງອາວຸດ ຍຸທສາດ ຫລື START ສະບັບປີ 1991 ທີ່ໝົດອາຍຸ ແລ້ວນັ້ນ ແລະໄດ້ມີ​ການບັນລຸ ການຕົກລົງກັນ ລຸນຫລັງການເຈຣະຈາ ເປັນເວລາເກືອບ ນຶ່ງປີ ລະຫວ່າງ ຄະນະເຈຣະຈາ ຂອງສະຫະຣັດ ແລະຣັດເຊັຽ. ທ່ານ OBAMA ເອີ້ນ ສົນທິສັນຍາ ສະບັບໃໝ່ນີ້ວ່າ ເປັນຫລັກໄຊທີ່ສຳຄັນ ສຳລັບຄວາມໝັ້ນຄົງ ໃນດ້ານນິວ ເຄລັຽ ແລະການຫ້າມແຜ່ຜາຍ ອາວຸດດັ່ງກ່າວ ຕລອດທັງ ສຳລັບຄວາມສັມພັນ ລະຫວ່າງ ສະຫະຣັດ ແລະຣັດເຊັຽອີກດ້ວຍ.

<!-- IMAGE -->

ກຽກກິສຖານ: ພັກການເມືອງຝ່າຍຄ້ານ ໃນ ກຽກກິສຖານກ່າວວ່າ ຕົນໄດ້ເຂົ້າຢຶດອຳນາດ ແລະຍຸບ ສະພາແຫ່ງຊາດແລ້ວ ຫລັງຈາກໄດ້ ມີການປະທ້ວງຢ່າງແຮງ ທີ່ບັງຄັບໃຫ້ປະທາ ນາທິບໍດີ ຕ້ອງຫລົບໜີໄປຈາກນະຄອນຫຼວງ BISHKEK. ໃນວັນພະຫັດມື້ນີ້ ຜູ້ນຳຣັຖບານ ຊົ່ວຄາວ ຂອງກຽກກິສຖານທ່ານນາງ ROSA OTUNBAYEVA ໄດ້ທວງໃຫ້ ປະທານາທິບໍ ດີກຽກກິສຖານ ທ່ານ KURMANBEK BAKI YEV ລາອອກ. ທ່ານ BAKIYEV ໄດ້ຫຼົບໜີ ໄປຍັງເຂດ JALALABAD ແລະມີລາຍງານວ່າ ​ເວລາ​ນີ້ ພວມພະຍາຍາມ ເຕົ້າໂຮມພວກ ສນັບສນຸນທ່ານຢູ່. ກະຊວງ ສາທາຣະນະສຸກ ກຽກກິສຖານ ລາຍງານວ່າ ມີຢ່າງນ້ອຍ 75 ຄົນເສັຽຊີວິດແລະຫຼາຍກວ່າ 1 ພັນຄົນ ໄດ້ຮັບບາດເຈັບ ໃກນານປະທະກັນລະຫວ່າງພວກ ສນັບສນຸນ ພັກຝ່າຍຄ້ານ ແລະຕຳຣວດ ທີ່ນະຄອນຫຼວງ BISHKEK ໃນວັນພຸດວານນີ້. ທ່ານນາງ OTUNBAYEVA ກ່າວຕໍ່ພວກນັກຂ່າວວ່າ ການກໍ່ຈະລາຈົນ ໃນມື້ວານນີ້ແມ່ນ ເພື່ອເປັນການຕອບໂຕ້ ຕໍ່ການຮຸກຮານ ກົດຂີ່ ແລະປາບປາມຂອງຣັຖບານ ຕໍ່ປະຊາຊົນ ທີ່ບໍ່ເຫັນພ້ອມນຳ.

<!-- IMAGE -->

ໄທ: ພວກປະທ້ວງຕໍ່ຕ້ານຣັຖບານໄດ້ພາກັນ ຝ່າຝືນ ຕໍ່ພາວະສຸກເສີນ ໃນເຂດບາງກອກ ແລະຍັງສືບຕໍ່ ໃຊ້ສູນກາງ ການທ່ອງທ່ຽວ ແລະການຄ້າ ເປັນບ່ອນພັກເຊົາ ເປັນມື້ທີ 5 ໃນວັນພະຫັດມື້ນີ້. ບັນດາຜູ້ນຳ ຂອງພວກປະ ທ້ວງເສື້ອແດງ ຮຽກຮ້ອງໃຫ້ມີການໂຮມຊຸມນຸມ ມະຫາຊົນຄັ້ງໃໝ່ ໃນວັນສຸກມື້ອື່ນ. ນາຍົກຣັຖມຸນ ຕຣີ ອະພິຊິດ ເວດຊາຊີວະ ໄດ້ປະກາດ ພາວະສຸກເສີນ ໃນວັນພຸດວານນີ້ ຫລັງຈາກ ພວກເສື້ອແດງ ຫລາຍຮ້ອຍຄົນ ໄດ້ບຸກເຂົ້າໄປ ໃນບໍລິ​ເວນຕຶກ ສະພາແຫ່ງຊາດ ຂອງໄທ ​ເຮັດ​ໃຫ້ ສະມາຊິກສະພາ ຕ້ອງໄດ້ຫລົບໜີ​ໄປ. ພາວະສຸກເສີນນີ້ ອະນຸຍາດໃຫ້ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຈັບຜູ້ຄົນ ໂດຍບໍ່ຕ້ອງມີຂໍ້ຫາ ແລະຫ້າມ ການໂຮມຊຸມນຸມ ໃນທີ່ສາທາຣະນະ. ແຕ່ໂຄສົກຣັຖບານຄົນນຶ່ງ ກ່າວໃນເວລາຕໍ່ມາວ່າ ເຈົ້າໜ້າທີ່ ຈະບໍ່ນຳໃຊ້ກຳລັງ ເກີນຂອບເຂດ ຕໍ່ພວກປະທ້ວງ. ວິກິຕການ ດັ່ງກ່າວນີ້ ເຮັດໃຫ້ທ່ານອະພິຊິດ ຕ້ອງໄດ້ຍົກເລີກ ແຜນການເດີນທາງ ໄປປະເທດວຽດນາມ ໃນວັນພະຫັດມື້ນີ້ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງພວກຜູ້ນຳ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ.

<!-- IMAGE -->

ອາຊ່ຽນ: ພວກຜູ້ນຳຂອງ 10 ປະເທດສະມາຊິກຂອງສະມາ ຄົມ ບັນດາປະຊາຊາດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຫລືອາຊ່ຽນ ​ໄຂກອງປະຊຸມສຸດຍອດ ເປັນເວລາ 2 ມື້ ທີ່ນະຄອນຫລວງຮ່າໂນ່ຍ ຂອງວຽດນາມ​ ໃນ​ວັນ​ພະຫັດ​ມື້​ນີ້. ພວກຜູ້ນຳເຫລົ່ານີ້ ຈະສົນທະນາຫາຣືກັນ ກ່ຽວກັບການຮ່ວມມື ທາງດ້ານເສຖກິດ ໃນລະຫວ່າງກອງປະຊຸມ ແຕ່ຄາດວ່າ ຄວາມວຸ້ນວາຍ ທາງການເມືອງ ທີ່ກຳລັງເກີດຂຶ້ນ ໃນໄທ ແລະມຽນມາ ຊຶ່ງເປັນປະເທດສະມາຊິກ ຂອງອາຊ່ຽນນັ້ນ ຈະເປັນຫົວຂໍ້ ຄອບງຳ ການສົນທະນາ ຫາຣືກັນ. ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ໄດ້ຍົກເລີກແຜນການ ເດີນທາງໄປນະຄອນຫຼວງຮ່າໂນ່ຍຍ້ອນການປະທ້ວງ ທີ່ຍັງດຳເນີນຢູ່ຕໍ່ມາ ໂດຍພວກຕໍ່ຕ້ານຣັຖບານ ທີ່ຮຽກຮ້ອງໃຫ້ ຈັດການເລືອກຕັ້ງຄັ້ງໃໝ່. ທ່ານອະພິຊິດ ໄດ້ປະກາດ ພາວະສຸກເສີນໃນເຂດບາງກອກ ໃນມື້ວັນພຸດວານນີ້ຫລັງຈາກ ພວກປະທ້ວງ ໄດ້ບຸກເຂົ້າໄປ ໃນເຂດຕຶກສະພາແຫ່ງຊາດ. ສະມາຄົມອາຊ່ຽນ ຊຶ່ງເປັນກຸ່ມ ຈັດຕັ້ງລະດັບຂົງເຂດ ໄດ້ມີຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບວ່າ ຄວນຈະ​ເອົາ​ທ່າ​ທີແບບ ໃດ ຕໍ່ການເລືອກຕັ້ງ ຄັ້ງຈະມາ ຢູ່ໃນມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ.

<!-- IMAGE -->

ສະຫະຣັດ - ຈີນ: ຣັຖມຸນຕຣີກະຊວງການ ເງິນຂອງສະຫະຣັດ ທ່ານ TIMOTHY GEITHNER ກຳລັງຢູ່ທີ່ປະເທດຈີນ ເພື່ອທຳ​ການເຈຣະຈາຫາຣື ທີ່ມີທ່າທາງວ່າຈະເພັ່ງເລັງ ໃສ່ບັນຫາຂັດແຍ້ງ ເຣື່ອງເງິນຕຣາ ລະຫວ່າງ ປັກກິ່ງ ແລະບັນດາປະເທດ ຄູ່ການຄ້າຕາເວັນ ຕົກນັ້ນ. ທ່ານ GEITHNER ມີແຜນການ ທີ່ຈະພົບປະ ກັບຮອງນາຍົກຣັຖມຸນຕຣີຈີນ ທ່ານ WANG QISHAN ທີ່ຮັບຜິດຊອບ ກ່ຽວກັບກິຈການເສຖກິດ ໃນວັນພະຫັດມື້ນີ້. ເຈົ້າໜ້າທີ່ ສະຫະຣັດ ແລະຈີນ ຕ່າງກໍບໍ່ໄດ້ໃຫ້ ລາຍລະອຽດໃດໆ ກ່ຽວກັບຫົວຂໍ້ ໃນການສົນທະນາຫາຣືກັນ. ແຕ່ສະຫະຣັດ ໄດ້ທຳ​ການກົດດັນຈີນ ໃຫ້ປ່ອຍໃຫ້ ຕລາດນາໆຊາດ ເປັນຜູ້ຕັດສິນ ກ່ຽວກັບຄ່າຂອງເງິນຢວນ ເງິນຕຣາຂອງຈີນນັ້ນ. ບັນດາປະເທດຕາເວັນຕົກ ກ່າວວ່າ ການຄວບຄຸມ ເງິນຕຣາຂອງຈີນ ​ໄດ້ເຮັດໃຫ້ ຄ່າຂອງເງິນຢວນ ຕຳກວ່າຄວາມເປັນຈິງ ​ແລະເຮັດໃຫ້ ສິນຄ້າສົ່ງອອກຂອງຈີນ ມີຣາຄາຖືກກວ່າ ສິນຄ້າປະເທດອື່ນ ຢູ່ໃນຕລາດໂລກ. ປັດຈຸບັນ ສະຫະຣັດ ມີ​ການຂາດດຸນການຄ້າ ຈຳນວນມະຫາສານ ກັບປະເທດຈີນ.

<!-- IMAGE -->

ສຣີລັງກາ: ຊາວສຣີລັງກາ ພາກັນໄປປ່ອນບັດ ໃນວັນພະຫັດມື້ນີ້ ໃນການເລືອກຕັ້ງ ສະພາແຫ່ງ ຊາດເທື່ອທຳອິດ ນັບແຕ່ສົງຄາມກາງເມືອງ 25 ປີ ​ໄດ້ສິ້ນສຸດລົງ​ ເມື່ອເດືອນພຶສະພາ ປີ 2009. ມີການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ຂະ ນະທີ່ປະຊາຊົນພາກັນໄປປ່ອນບັດໂດຍມີຕຳຣວດ ແລະທະຫານ ຫລາຍພັນຄົນ ຍາມຮັກສາຄວາມ ສະງົບ ຢູ່ຕາມໜ່ວຍປ່ອນບັດຕ່າງໆ. ຄນະສັງເກດການ ​ໃນການເລືອກຕັ້ງ ລາຍງານວ່າ ມີປະຊາຊົນ ພາກັນໄປປ່ອນບັດ ໃນຈຳນວນບໍ່ຫລາຍ ແລະມີເຫດຮ້າຍ ທີ່ບໍ່ຮຸນແຮງ ຈຳນວນນຶ່ງເກີດຂຶ້ນ. ບັນດາຜູ້ມີສິດ​ເລື​ອກຕັ້ງ ຫລາຍກວ່າ 14 ລ້ານຄົນ ພາກັນປ່ອນບັດ ເອົາ​ຜູ້​ແທນ​ເຂົ້ານັ່ງບ່ອນນັ່ງ 225 ບ່ອນ ໃນ​ສະພາ ຈາກຜູ້ສະມັກ​ ແຂ່ງຂັນທັງໝົດ 7 ພັນ 620 ຄົນ. ມີທ່າທາງວ່າ ການ​ເລືອກ​ຕັ້ງ ໃນເທື່ອນີ້ ຈະເຮັດໃຫ້ການຄອບງຳ ທາງການເມືອງ ຂອງປະທານາທິບໍດີ ມາຮິນດາ ຣາຊພັກ ໝັ້ນຄົງຂຶ້ນຕື່ມ 2 ເດືອນ ຫຼັງຈາກທ່ານ ໄດ້ຖືກເລືອກຕັ້ງ ໃຫ້ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ຂອງສຣີລັງກາ ຕື່ມອີກຢ່າງງ່າຍດາຍ ຫລັງຈາກຣັຖບານສຣີລັງກາ ໄດ້ຮັບໄຊຊະນະ​ ໃນ​ສົງຄາມ​ ປາບພວກກະບົດເສືອທະມິລ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG