ກຽກກິສຖານ: ຣັຖບານກຽກກິສຖານ ໄດ້ປະ ກາດພາວະສຸກເສີນ ຫລັງຈາກໄດ້ເກີດການປະ ທະກັນ ລະຫວ່າງຕຳຣວດປາບຈະລາຈົນແລະ ພວກປະທ້ວງ ຕໍ່ຕ້ານຣັຖບານ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດຢ່າງນ້ອຍ 4 ຄົນແລະໄດ້ຮັບບາດ ເຈັບ ອີກຈຳນວນນຶ່ງ ທີ່ນະຄອນຫລວງ BIS- KHEK. ພວກທີ່ເຫັນເຫດການ ກ່າວວ່າ ທຳ ອິດຕຳຣວດໄດ້ໃຊ້ ຣະເບີດນຳຕາແລະຣະເບີດ ມືຕໍ່ຕ້ານບຸກຄົນກ່ອນຈະຣະດົມຍິງ ເພື່ອຂັບໄລ່ ພວກເດີນຂະບວນປະທ້ວງ ຈຳນວນຫລາຍພັນ ຄົນ ທີ່ພາກັນ ເຂົ້າຢຶດເອົາ ຣົດຕຳຣວດ ທີ່ນະ ຄອນຫຼວງ BISKHEK. ພວກປະທ້ວງທີ່ທວງ ໃຫ້ ປະທານາທິບໍດີ KURMANBEK BAKIYEV ລາອອກນັ້ນ ໄດ້ພະຍາຍາມ ໃຊ້ຣົດ ຫຸ້ມເກາະ ແລ່ນເຂົ້າຕຳປະຕູທາງເຂົ້າ ສຳນັກງານໃຫຍ່ຂອງຣັຖບານ. ຄວາມວຸ້ນວາຍ ໄດ້ ແຜ່ລາມ ໄປຍັງເມືອງ NARYN ບ່ອນທີ່ພວກປະທ້ວງ ບໍ່ຕຳກວ່າ 1 ພັນຄົນ ໄດ້ເຂົ້າຢຶດ ເອົາໂຮງການຣັຖບານໃນເຂດທ້ອງຖິ່ນ. ທີ່ເມືອງ TALAS ພວກທີ່ເຫັນເຫດການ ເວົ້າວ່າ ພວກປະທ້ວງ ໄດ້ພະຍາຍາມບຸກເຂົ້າໄປໃນກອງບັນຊາການຕຳຣວດໃນວັນພຸດມື້ນີ້ ນຶ່ງມື້ ຫລັງຈາກພວກປະທ້ວງ ຫລາຍພັນຄົນ ໄດ້ປະທະກັບຕຳຣວດ.
<!-- IMAGE -->ໄທ: ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດ ຊາຊີວະ ໄດ້ປະກາດ ພາວະສຸກເສີນ ຢູ່ໃນເຂດ ບາງກອກ ນະຄອນຫລວງຂອງໄທ. ທ່ານອະພິ ຊິດ ໄດ້ອອກຄຳປະກາດດັ່ງກ່າວ ໃນຕອນແລງ ຂອງວັນພຸດມື້ນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກພວກ ປະທ້ວງຕໍ່ຕ້ານຣັຖບານ ໄດ້ບຸກເຂົ້າໄປ ໃນບໍຣິ ເວນເດີ່ນຕຶກສະພາແຫ່ງຊາດ ເປັນເວລາສັ້ນໆ. ການປະຊຸມສະພາ ໄດ້ຖືກເລື່ອນເວລາຢ່າງກະ ທັນຫັນ ຂະນະທີ່ພວກເສື້ອແດງ ຈຳນວນຫຼາຍ ພັນຄົນ ໄດ້ໄປອ້ອມ ຕຶກສະພາແຫ່ງຊາດ ຊຶ່ງ ພາໃຫ້ສະມາຊິກສະພາຫຼາຍໆຄົນ ຕ້ອງໄດ້ພາ ກັນຫລົບໜີ ໄປ. ສ່ວນສະມາຊິກສະພາ ອີກຈຳນວນນຶ່ງ ໄດ້ຖືກຍົກຍ້າຍອອກໜີໂດຍທາງ ເຮືອບິນ ເຮຣີຄອບເຕີ້. ພວກເສື້ອແດງ ໄດ້ໃຊ້ກົລຍຸດ ທີ່ມີຄວາມກ້າຫານຫລາຍຂຶ້ນໃນໄລ ຍະສອງສາມມື້ຜ່ານມານີ້. ພວກເຂົາເຈົ້າໄດ້ເຂົ້າຢຶດສູນກາງທ່ອງທ່ຽວ ແລະສູນກາງການຄ້າ ໃນບາງກອກ ເມື່ອວັນເສົາແລ້ວ ແລະໄດ້ປະທະກັບຕຳຣວດໃນວັນອັງຄານວານນີ້ ໂດຍໄດ້ ພາກັນ ບຸກຜ່ານເຄື່ອງກີດຂວາງ ແລະທຳການປະທ້ວງ ຢູ່ໃນທົ່ວ ນະຄອນຫລວງຂອງໄທ.
<!-- IMAGE -->ເກົາຫລີເໜືອ - ສະຫະຣັດ: ເກົາຫລີເໜືອ ກ່າວວ່າ
ຕົນໄດ້ຕັດສິນໂທດຜູ້ຊາຍຊາວອະເມ ຣິກັນຄົນນຶ່ງ ໃຫ້ອອກແຮງງານໜັກເປັນເວລາ 8 ປີຍ້ອນໄດ້ເຂົ້າໄປ ໃນເກົາຫລີເໜືອແບບຜິດ ກົດໝາຍ ແລະໃນອັນ
ທີ່ເກົາຫລີເໜືອເອີ້ນວ່າ ການກະທຳ ທີ່ເປັນປໍຣະປັກນັ້ນ. ອົງການຂ່າວ ສູນກາງຂອງທາງການເກົາຫລີເໜືອ ລາຍງານ ວ່າ ຈຳເລີຍຄືນາຍ AIJALON MAHLI GO- MES
ໄດ້ຮັບຮູ້ເຖິງການກະທຳຜິດໃນລະຫວ່າງ ການໄປປາກົດໂຕ ຢູ່ສານ. ນາຍ GOMES
ແມ່ນໄປຈາກ ເຂດນະຄອນບອສຕັນ ໃນຣັດ MASSACHUSETTS ໃນພາກຕາເວັນອອກ
ຂອງສະຫະຣັດ. ສະຫະຣັດ ບໍ່ມີຄວາມສັມພັນ ກັບເກົາຫລີເໜືອ
ດັ່ງນັ້ນ ນັກການທູດສະວີເດັນ ຈຶ່ງໄປຮ່ວມຮັບຟັງ ການດຳເນີນຄະດີຢູ່ສານໃນ ນາມຂອງວໍຊິງຕັນ. ກະຊວງການຕ່າງປະເທດ ສະຫະຣັດ ໃນເດືອນແລ້ວນີ້ ໄດ້ຮຽກຮ້ອງໃຫ້ເກົາຫລີເໜືອປ່ອຍນາຍ GOMES. ໂຄສົກ ຄົນນຶ່ງຂອງກະຊວງ ການຕ່າງປະເທດ
ສະຫະຣັດກ່າວວ່າ ວໍຊິງຕັນມີຄວາມວິຕົກກັງວົນ ກ່ຽວກັບ ການຂາດຄວາມໂປ່ງໃສ
ຢູ່ໃນຣະບົບຕຸລາການ ຂອງເກົາຫລີເໜືອ.
ບັງກລາແດັສ: ບັງກລາແດສ ໄດ້ສົ່ງທະຫານ ໄປແຈກຢາຍນຳ ແລະຮັກສາການຕາມສະຖານີ ດູດນຳ ສາທາຣະນະຕ່າງໆ ເພື່ອຊ່ອຍບັນເທົາ ການຂາດແຄນນຳ ທີ່ຂົ່ມຂູ່ວ່າ ຈະກໍ່ໃຫ້ເກີດ ຄວາມວຸ້ນວາຍນັ້ນ. ເຈົ້າໜ້າທີ່ກ່າວໃນວັນພຸດ ມື້ນີ້ວ່າ ຈະມີການສົ່ງທະຫານ ໄປປະຈຳການ ຢູ່ຕາມສະຖານີດູດນຳ ທີ່ສຳຄັນຕ່າງໆ ໃນທົ່ວ ນະຄອນຫລວງ ດາກາ. ລະດັບນຳໃຕ້ດິນໄດ້ ບົກແຫ້ງລົງ ໃນໄລຍະສອງສາມອາທິດຜ່ານ ມານີ້ ພ້ອມໆກັບໄຟຟ້າ ທີ່ມັກມອດຢູ່ເລື້ອຍໆ ນັ້ນເຮັດໃຫ້ຄວາມສາມາດ ໃນການດູດນຳຂຶ້ນ ມາ ຂອງສະຖານີ ຫລາຍໆແຫ່ງຫລຸດລົງ. ການຂາດແຄນນຳ ໄດ້ພາໃຫ້ ເກີດຄວາມໂກດ ແຄ້ນ ໃນໝູ່ປະຊາຊົນ ຢູ່ໃນນະຄອນຫລວງ ບັງກລາແດັສ ທີ່ມີຫລາຍກວ່າ 12 ລ້ານຄົນ ນັ້ນ.
<!-- IMAGE -->ອີຣັກ: ສະຫະຣັດກ່າວວ່າ ການເພີ້ມຂຶ້ນຂອງ ການໂຈມຕີຮ້າຍແຮງ ໃນອີຣັກ ຈະບໍ່ພາໃຫ້ມີ ການປ່ຽນແປງໃດໆ ໃນແຜນການ ຖອນກຳລັງ ສູ້ຣົບ ຂອງສະຫະຣັດ ອອກໄປຈາກອີຣັກພາຍ ໃນທ້າຍເດືອນສິງຫາປີນີ້. ໂຄສົກຂອງທຳນຽບ ຂາວທ່ານ ROBERT GIBBS ກ່າວວ່າຫຼາຍ ຄົນໄດ້ຄາດຄະເນວ່າ ພວກກະບົດ ຈະສວຍໃຊ້ ໂອກາດດັ່ງກ່າວນີ້ ເຄື່ອນໄຫວ ເພື່ອຂັດຂວາງ ຄວາມກ້າວໜ້າ ທາງດ້ານທະຫານ ແລະດ້ານ ການເມືອງຢູ່ໃນອີຣັກ. ມີຫຼາຍກວ່າ 100 ຄົນ ໄດ້ເສັຽຊີວິດ ທັງຢູ່ໃນ ແລະອ້ອມແອ້ມນະຄອນ ຫຼວງແບັກແດັດໃນໄລຍະ 5 ມື້ຜ່ານມາປະມານ 1 ເດືອນ ລຸນຫຼັງທີ່ໄດ້ມີ ການເລືອກຕັ້ງສະພາແຫ່ງຊາດ ຂອງອີຣັກ. ໃນມື້ວານນີ້ເຫດຣະ ເບີດ ຫລາຍໆຄັ້ງ ທີ່ນະຄອນຫລວງ ແບັກແດັດ ເຮັດໃຫ້ມີຜູ້ເສັຽຊີວິດຢ່າງນ້ອຍ 50 ຄົນ ແລະໄດ້ຮັບບາດເຈັບ ອີກຫຼາຍກວ່າ 140 ຄົນ. ການໂຈມຕີເຫລົ່ານີ້ແມ່ນແນເປົ້າໝາຍໃສ່ ຄຸ້ມທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສນາອິສລາມນິກາຍຊີໄອທ໌. ຍັງບໍ່ທັນມີກຸ່ມໃດອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ເຫລົ່ານີ້ເທື່ອ.
<!-- IMAGE -->ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ
ກ່າວວ່າ ຫົວໜ້າຄະນະ ກັມມະການເລືອກຕັ້ງ ທີ່ເປັນອິສຣະຂອງອັຟການິສຖານ
ແລະຜູ້ຮອງ ຂອງທ່ານ ໄດ້ພາກັນ ລາອອກແລ້ວ. ທ່ານ WAHEED OMAR ໂຄສົກຂອງ
ປະທານາ ທິບໍດີ HAMID KARZAI ກ່າວຕໍ່ ພວກນັກ ຂ່າວໃນວັນພຸດມື້ນີ້ວ່າ
ກຳໜົດເວລາ ໃນການ ດຳຣົງຕຳແໜ່ງຂອງປະທານຄະນະກັມມະການ ເລືອກຕັ້ງ
ທີ່ເປັນອິສຣະ ທ່ານ AZIZULLAH LUDIN ໄດ້ສິ້ນສຸດລົງແລ້ວ.
ຄະນະກັມມະການ ເລືອກຕັ້ງ ໄດ້ກຳກັບດູແລ ນຳການປ່ອນບັດ ໃນການເລືອກຕັ້ງ
ປະທານາທິບໍດີ ໃນປີກາຍ ທີ່ເຕັມໄປດ້ວຍ ການສໍ້ໂກງຄະແນນສຽງ ຢ່າງກວ້າງຂວາງນັ້ນ.
ຄະນະກັມມະການ ທີ່ວ່ານີ້ ຊຶ່ງໄດ້ຮັບການສນັບສນຸນ ຈາກອົງການສະຫະປະຊາຊາດນັ້ນໄດ້ປະກາດໃຫ້ເກືອບ 1 ສ່ວນ 3 ຂອງບັດຄະແນນສຽງທີ່ທ່ານ KARZAI
ໄດ້ຮັບຈາກການປ່ອນບັດເມື່ອວັນທີ 20 ສິງຫາ ນັ້ນ ເປັນໂມຄະ ຍ້ອນຜິດລະບຽບການ.
ປະທານາທິບໍດີ ອັຟການິສຖານໄດ້ສ້າງຄວາມໂມ ໂຫໃຫ້ແກ່ປະຊາຄົມນາໆຊາດຫລັງຈາກໄດ້ກ່າວອ້າງ ໃນສັບປະດາແລ້ວນີ້ວ່າ ຣັຖບານຂອງ ຕ່າງປະເທດ ແລະອົງການ
ສະຫະປະຊາຊາດ ເປັນຜູ້ຢູ່ເບື້ອງຫລັງ ການສໍ້ໂກງ ຄະແນນ ສຽງຢ່າງໃຫຍ່
ໃນການເລືອກຕັ້ງ ຢູ່ອັຟການິສຖານ.
ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.