ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດຣະເບີດ ທີ່ນະຄອນຫລວງແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດ 35 ຄົນ


ເຫດຣະເບີດ ທີ່ນະຄອນຫລວງແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດ 35 ຄົນ
ເຫດຣະເບີດ ທີ່ນະຄອນຫລວງແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດ 35 ຄົນ
<!-- IMAGE -->

ອີຣັກ: ເຈົ້າໜ້າທີ່ອີຣັກກ່າວວ່າ ​ໄດ້​ເກີດເຫດຣະ ເບີດ ຫລາຍໆຄັ້ງ ທີ່ສັ່ນສະເທືອນນະຄອນຫຼວງ ແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 35 ຄົນ ແລະໄດ້ຮັບບາດເຈັບອີກ ຫລາຍກວ່າ 130 ຄົນ. ມີຣະເບີດຢ່າງນ້ອຍ 5 ລູກ ໄດ້ທຳລາຍອາ ຄານຫໍພັກຫຼາຍໆຫລັງແລະຮ້ານອາຫານແຫ່ງນຶ່ງ ທີ່ຄຸ້ມ ALAWI ໃນວັນອັງຄານ ມື້ນີ້. ສື່ມວນຊົນ ລາຍງານວ່າມີຜູ້ຄົນຈຳນວນນຶ່ງຍັງຕົກຄ້າງຢູ່ຂ້າງ ໃນ ຂອງຊາກຫັກພັງ. ເຈົ້າໜ້າທີ່ຄົນນຶ່ງຂອງກະ ຊວງພາຍໃນອີຣັກ ກ່າວວ່າ ນອກນັ້ນ ຍັງມີການ ໂຈມຕີ ດ້ວຍຣະເບີດສະລະຊີບ ໃກ້ໆບ່ອນທີ່ເຄີຍ ເປັນສະຖານທູດອັງກິດມາກ່ອນ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມ ຕີເຫລົ່ານີ້ເທື່ອ ແຕ່ໂຄສົກຂອງ ຜູ້ບັນຊາການ ໃນການຮັກສາ ຄວາມປອດພັຍ ຢູ່ໃນເຂດນະ ຄອນຫລວງແບັກແດັດ ໄດ້ຖິ້ມໂທດ ການໂຈມຕີໃນຄັ້ງນີ້ ໃສ່ກຸ່ມກໍ່ການຮ້າຍ ອາລກາຍດາ.

<!-- IMAGE -->

ອິນເດັຽ: ຕຳຣວດອິນເດັຽ ກ່າວວ່າ ພວກທີ່ສົງ ສັຍວ່າ ເປັນກຸ່ມກະບົດນິຍົມເໝົາເຊຕຸງ ໄດ້ດັກ ສະກັດໂຈມຕີ ແລະສັງຫານຕຳຣວດຢ່າງນ້ອຍ 72 ຄົນໃນເຂດພາກກາງຂອງປະເທດອິນເດັຽ. ໜ່ວຍລາຕເວນ ຂອງຕຳຣວດ ທີ່ມີຫລາຍກວ່າ 100 ຄົນ ໄດ້ຖືກໂຈມຕີທີ່ແຄວ້ນ CHATTIS GARH ໃນຕອນເຊົ້າ ຂອງວັນອັງຄານ ມື້ນີ້. ເຈົ້າໜ້າທີ່ເວົ້າວ່າ ພວກກະບົດນິຍົມເໝົາເຊຕຸງ ໄດ້ໃຊ້ປືນແລະຣະເບີດຝັງດິນ ໂຈມຕີຕຳຣວດ ແລະວ່າ ໜ່ວຍລາຕເວນຈຸນີ້ ແມ່ນຖືກສົ່ງໄປ ເສີມກຳລັງ ພວກຕຳຣວດ ທີ່ໄດ້ຖືກໂຈມຕີ ກ່ອນໜ້ານີ້ ໃນບໍຣິເວນດັ່ງກ່າວ. ການໂຈມຕີທີ່ ວ່ານີ້ ແມ່ນຮ້າຍແຮງສຸດ ໂດຍພວກກະບົດນິຍົມເໝົາເຊຕຸງ ນັບແຕ່ຣັຖບານອິນເດັຽເລີ້ມທຳ ການບຸກໂຈມຕີ ເພື່ອປາບປາມ ພວກກະບົດ ໃນປີກາຍ. ເຈົ້າໜ້າທີ່ອິນເດັຽ ກ່າວວ່າ ການກໍ່ ກະບົດ​ ໂດຍ​ພວກ​ນິຍົມ ເໝົາເຊຕຸງ ທີ່ມີມາ ເປັນເວລາດົນນານ ໃນອິນເດັຽ ຊຶ່ງໃນເວລານີ້ ໄດ້ແຜ່ລາມ ໄປສູ່ 20 ແຄວ້ນ ຂອງຈຳນວນທັງໝົດ 28 ແຄວ້ນ ໃນອິນເດັຽນັ້ນ ແມ່ນເປັນ ບັນຫາ ຄວາມໝັ້ນຄົງພາຍໃນ ທີ່ຮ້າຍແຮງສຸດ ຂອງອິນເດັຽ.

<!-- IMAGE -->

ສະຫະຣັດ: ເປັນທີ່ຄາດກັນວ່າປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ຈະທຳ ການປະກາດກ່ຽວກັບຍຸທສາດນິວເຄລັຽໃໝ່ ໃນ ວັນອັງຄານມື້ນີ້ຊຶ່ງຈະລຸດຜ່ອນເງື່ອນໄຂໃນການ ທີ່ສະຫະຣັດ ອາດຈະນຳໃຊ້ອາວຸດນິວເຄລັຽນັ້ນ ​ໃຫ້ມີໜ້ອຍລົງ. ຣັຖສະພາສະຫະຣັດບັງຄັບໃຫ້ ຣັຖບານໃໝ່ທຸກໆຊຸດ ເປີດເຜີຍໃຫ້ຊາບກ່ຽວກັບ ແຜນການຂອງຕົນ ໃນການທີ່ ຈະນຳໃຊ້ອາວຸດ ນິວເຄລັຽ. ໃນການໃຫ້ສຳພາດ ແກ່ໜັງສືພິມ NEW YORK TIMES ໃນມື້ວານນີ້ ທ່ານ OBAMA ກ່າວວ່າ ນະໂຍບາຍໃໝ່ຂອງທ່ານຈະເປັນພາກສ່ວນນຶ່ງ ໃນການດຳເນີນຄວາມ ພະຍາຍາມຂັ້ນກວ້າງຂວາງ ເພື່ີອກ້າວໄປສູ່ ການເຮັດໃຫ້ໂລກປອດຈາກອາວຸດນິວເຄລັຽ. ໜັງສືພິມ ສະບັບນີ້ເວົ້າວ່າ ນະໂຍບາຍໃໝ່ດັ່ງກ່າວຂອງສະຫະຣັດ ຈະປະກາດວ່າ​ ສະຫະ ຣັດ ຈະ​ບໍ່ພັທນາ ອາວຸດຊະນິດໃໝ່ຂຶ້ນ​ມາ ແລະນັບເປັນເທື່ອທຳອິດທີ່ໄດ້ມີການລະບຸຢ່າງ ເປັນການຈະແຈ້ງວ່າ ສະຫະຣັດຈະບໍ່ນຳໃຊ້ ອາວຸດນິວເຄລັຽ ຕໍ່ບັນດາປະເທດ ທີ່ບໍ່ມີອາວຸດ ນິວເຄລັຽ ທີ່ປະຕິບັດຕາມ ສົນທິສັນຍາ ຫ້າມແຜ່ຜາຍ ອາວຸດນິວເຄລັຽນັ້ນ.

<!-- IMAGE -->

ໄທ: ພວກປະທ້ວງຕໍ່ຕ້ານຣັຖບານຈຳນວນຫຼາຍ ພັນຄົນ ໄດ້ບຸກຜ່ານແຖວຕຳຣວດ​ແລະ​ທະ​ຫານ ໃນເຂດສູນກາງ ການທ່ອງທ່ຽວຂອງ ບາງກອກ ໃນວັນອັງຄານມື້ນີ້ເພື່ອເຂົ້າໄປ ຍັງເຂດອື່ນໆໃນ ນະຄອນຫລວງຂອງໄທ ທີ່ໄດ້ມີ ການປະກາດ ຫ້າມ ບໍ່ໃຫ້ພວກປະທ້ວງເຂົ້າໄປນັ້ນ. ຕຳຣວດ ປາບຈະລາຈົນ ສາມາດສະກັດກັ້ນ​ ໄດ້​ພຽງຊົ່ວ ຄາວ ບໍ່ໃຫ້ການປະທ້ວງ ຂອງພວກເສື້ອແດງ ແຜ່ລາມອອກໄປ ຈາກເຂດສູນການຄ້າ ໃນຄຸ້ມ ຄົນຮັ່ງ ບ່ອນທີ່ການເດີນຂະບວນປະທ້ວງ ໄດ້ ເຮັດໃຫ້ ການທ່ອງທ່ຽວ ແລະການຄ້າຢຸດຊະ ງັກລົງ ໃນໄລຍະ 4 ມື້ຜ່ານມາ. ນຶ່ງໃນບັນ ດາ ພວກຜູ້ນຳການປະທ້ວງ ກ່າວຕໍ່ຝູງຊົນວ່າ ຕໍ່ໄປນີ້ ພວກປະທ້ວງຈະເປັນຝ່າຍບຸກ. ສາຍລັບ ຂອງຕຳຣວດຄົນນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ພວກນັກຂ່າວວ່າ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຈະພະຍາຍາມ ຫລີກລ່ຽງການໃຊ້ກຳລັງ. ພວກປະທ້ວງ ຈຳນວນນຶ່ງ ຊຶ່ງບາງຄົນ ພາກັນ ຂີ່ຣົດຈັກ ໄດ້ພາກັນຍ້າຍ ອອກຈາກເຂດຍ່ານການຄ້າ ທີ່ພວກເຂົາເຈົ້າ ໄດ້ເຂົ້າຢຶດ ນັບແຕ່ ມື້ວັນເສົາແລ້ວ ເປັນຕົ້ນມາ ໄປໂຮມຊຸມນຸມກັນ ໃກ້ໆຖນົນສີລົມ ຊຶ່ງເປັນສູນກາງການເງິນ ຂອງນະຄອນຫລວງ​ບາງກອກ.

<!-- IMAGE -->

ກຳປູເຈັຽ: ສະພາແຫ່ງຊາດຂອງກຳປູເຈັຽ ໄດ້ ໃຫ້ການອະນຸມັດ ຕໍ່ຮ່າງກົດໝາຍສະບັບນຶ່ງ ທີ່ ອະນຸຍາດໃຫ້ຊາວຕ່າງປະເທດ ຊື້ອະສັງຫາຣິມ ມະຊັບ ຢູ່ໃນກຳປູເຈັຽໄດ້ ຕາບໃດທີ່ ຊັບສິນດັ່ງ ກ່າວ ບໍ່ຢູ່ຊັ້ນ ທີ່ຕິດກັບພື້ນດິນ. ຮ່າງກົດໝາຍ ສະບັບນີ້ ຈະອະນຸຍາດໃຫ້ ຊາວຕ່າງປະເທດຊື້ ຫໍພັກແລະໂຮງການຕ່າງໆໄດ້ ແຕ່ຈະບໍ່ສາມາດ ເປັນເຈົ້າຂອງດິນທີ່ຢູ່ທາງລຸ່ມ. ຮ່າງກົດໝາຍດັ່ງ ກ່າວ ໄດ້ຮັບການອະນຸມັດ ໃນມື້ວານນີ້ດ້ວຍຄະ ແນນສຽງ 85 ຕໍ່ 11 ແລະຈະມີຜົນ ບັງຄັບໃຊ້ ຫລັງຈາກ ໄດ້ຮັບການເຫັນພ້ອມຈາກສະພາສູງ ກຳປູເຈັຽ ແລະກະສັດ ສີຫາໂມນີ. ພາຍໃຕລະບຽບການເກົ່າ ຊາວຕ່າງປະເທດ ສາມາດຊື້ ຊັບສິນໄດ້ ກໍຕໍ່ເມື່ອ ເປັນຫຸ້ນສ່ວນ ກັບຄົນກຳປູເຈັຽ ທໍ່ນັ້ນ. ຣັຖມຸນຕຣີຄຸ້ມຄອງທີ່ດິນຂອງ ກຳປູເຈັຽ ທ່ານ IM CHUN ກ່າວຕໍ່ສະມາຊິກສະພາໃນມື້ວານນີ້ວ່າ ກົດໝາຍສະບັບນີ້ ຈະ ຊ່ອຍດຶງດູດ ເອົາພວກຜູ້ຊື້ ຊາວຕ່າງປະເທດ ແລະເພີ້ມການລົງທຶນ ຢູ່ໃນກຳປູເຈັຽ.

<!-- IMAGE -->

ໂຈນທະເລ: ກຳປັ່ນຣົບ ຂອງເກົາຫລີໃຕ້ລຳນຶ່ງ ໄດ້ໄລ່ໄປທັນ ກຳປັ່ນບັນທຸກນຳມັນ ຂນາດໃຫຍ່ ລຳນຶ່ງ ທີ່ພວມລຳລຽງ ນຳມັນດິບໃນມູນຄ່າຫຼາຍ ກວ່າ 160 ລ້ານໂດລາທີ່ຖືກພວກໂຈນທະເລ ຈີ້​ໄປ. ເຈົ້າໜ້າທີ່ເກົາຫລີໃຕ້ ກ່າວໃນວັນອັງຄານມື້ ນີ້ວ່າ ເຮືອພິຄາດຂອງຕົນກຳລັງຕິດຕາມ​ໄປຢ່າງ ໃກ້ຊິດ ກຳປັ່ນ ບັນທຸກນຳມັນ SAMHO DREAM ຂອງສິງກະໂປ ​ແຕ່ເກົາຫລີໃຕ້ເປັນຜູ້ ບໍຣິຫານງານນັ້ນ ຂະນະທີ່ ກຳປັ່ນດັ່ງກ່າວພວມ ແລ່ນມຸ່ງໜ້າ ໄປຍັງຝັ່ງທະເລ ຂອງໂຊມາເລັຽ. ກຳປັ່ນຣົບ ຂອງເກົາຫລີໃຕ້ ແມ່ນພາກສ່ວນນຶ່ງ ຂອງກຳລັງ ຕໍ່ຕ້ານໂຈນທະເລ ຂອງນາໆຊາດ. ເຈົ້າໜ້າທີ່ ບໍ່ໄດ້ແຈ້ງໃຫ້ຊາບວ່າ ເຂົາເຈົ້າມີແຜນການຈະໃຊ້ກຳປັ່ນຣົບລຳດັ່ງກ່າວນີ້ແບບໃດ ​ໃນ​ເມື່ອກຳປັ່ນຣົບ​ ໄດ້​ເຂົ້າ​ໄປຢູ່ໃກ້ໆ ກັບກຳປັ່ນ ບັນທຸກນຳມັນນັ້ນ​ແລ້ວ. ກຳປັ່ນບັນທຸກນຳ ມັນ SAMHO DREAM ພວມເດີນທາງ ຈາກອີຣັກ ມາຍັງ ສະຫະຣັດ ເວລາກຳປັ່ນລຳນີ້ ຖືກຈີ້ໂດຍ ພວກໂຈນທະເລ ໂຊມາເລັຽ ໃນມື້ວັນອາທິດ ຜ່ານມາ ປະມານ 1 ພັນ 500 ຫລັກກິໂລແມັດ ຫ່າງຈາກແຄມຝັ່ງທະເລ ໂຊມາເລັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG