ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ 20  ຄົນເສັຍຊີວິດໃນກຸງແບກແດ໊ດຈາກລະເບີດທີ່ຫ້າງໄວ້ໃນລົດ


ປະຊາຊົນ 20  ຄົນເສັຍຊີວິດໃນກຸງແບກແດ໊ດຈາກລະເບີດທີ່ຫ້າງໄວ້ໃນລົດ
ປະຊາຊົນ 20  ຄົນເສັຍຊີວິດໃນກຸງແບກແດ໊ດຈາກລະເບີດທີ່ຫ້າງໄວ້ໃນລົດ
<!-- IMAGE -->

ຂ່າວ​ສະຖານະການ​ໃນ​ອິຣັກ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກກ່າວ​ວ່າ ລະ​ເບີດ​ແຕກ​ຂຶ້ນ​ໃນ​ລົດ 3 ບັ້ນ ​ໄດ້​ສັ່ນ​ສະເທືອ​ນ​ໃນ​ພາກ​ກາງຂອງ​ກຸງ​ແບກ​ແດ໊ດ ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 20 ຄົນ​ແລະ​ບາດ​ເຈັບອີກ​ຫລາຍ​ກວ່າ 40 ຄົນ. ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກ ກ່າວ​ວ່າ ລະ​ເບີດ 2 ລູກ​ໄດ້​ແຕກ​ຂຶ້ນ​ຢູ່ໃກ້ໆ​ກັບສະຖານທູດ​ອິຣ່ານ​ແລະສະຖານທູດ​ເອຈິບ. ​ໂຄສົກ​ພະ​ແນກຮັກ​ສາຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ອິຣັກກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າການ ລະ​ເບີດ​ສອງ​ຄັ້ງ​ທ່ີ​ແຕກ​ຂຶ້ນ​ໃນ​ເວລາ​ໄລ​ເລັ່ຍກັນ ​ແມ່ນ​ການວາງ​ລະ​ເບີດສະລະຊີບ​ໃນ​ລົດ. ການລະ​ເບີດ​ດັ່ງກ່າວ​ໄດ້​ເຮັດໃຫ້ພວກ​ຕຶກ​ອາຄານ​ແລະ​ປ່ອງຢ້ຽມ​ແຕກ​ມຸນ​ທະລາ​ຍ​ໄປ ​ແລະ​ໄດ້​ສົ່ງ​
ຄວັນ​ເປົນ​ແປວ​ຂຶ້ນ​ກຸ້ມ​ໃນ​ທົ່ວນະຄອນ ຫລວງ​ ກຸງ​ແບກແດ໊ດ. ​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ຫລັງ​ຈາກ​ລະ​ເບີດ​ແຕກ
ຂຶ້ນ​ແລ້ວ​ໃນ​ຂະນະ​ທ່ີ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ບິນ​ເວີ່ນ​ຢູ່​ເທິງ​ອາກາດນັ້ນ. ​ໃນ​ວັນ​ເສົາ​ວານ​ນີ້ ພວກເຈົ້າ​ໜ້າ ​ທ່ີ​ກອງທັບ​ອິຣັກ​ໄດ້​ປະກາດ​ຫ້າມຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ໃນ​ໝູ່​ບ້ານ Bou Saifi ​ໃກ້ໆ​ກັບ
ກຸງ​ແບກ​ແດ໊ດ ບ່ອນ​ທ່ີ​ພວກ​ຄົນ​ຮ້າຍ​ມື​ປືນ​ພາກັນ​ໃສ່​ເຄື່ອງ​ແບບ​ປອມ​ຂອງພວກທະຫານ ທ່ີ​ໄດ້​ສັງຫານພວກ​ຜູ້​ຄົນ​ຕາຍ​ໄປ​ຢ່າງ​ນ້ອຍ 24 ຄົນ​ໃນ​ມື້ກ່ອນ​ນັ້ນ. ກະຊວງ​ພາຍ​ໃນ​ຂອງ​ອິຣັກ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ເຄືອ​ອຂ່າຍ al-Qaida ທ່ີ​ໄດ້​ສັງຫານ​ພວກ​ຜູ້​ຊາຍ​ແລະ​ຍິງ ທ່ີ​ລາຍ​ງານວ່າ ມີ​ສາຍ​ພົວພັນຕິດ​ຕໍ່​ກັນ​ກັບ​ຂະ​ບວນການ Awakening ທ່ີ​ນິຍົມ​ສະຫະຣັດ ທ່ີ​ຊ່ອຍພວກ​ກຳລັງ​ຂອງ​ສະຫະຣັດ​ແລະ​ອິຣັກຕໍ່ສູ້ ​ກັບ​ພວກ​ກະບົດເຄືອ​ຂ່າຍal-Qaida ນັ້ນ.
ທີ່ປະເທດໄທ :ເວລານີ້ພວກເສື້ອແດງຫລາຍພັນຄົນ ຊຶ່ງເປັນພວກປະທ້ວງຕໍ່ຕ້ານ ລັດຖະບານ ກຳລັງ

<!-- IMAGE -->


ຍຶດຄອງສູນກາງການຄ້າສຳຄັນໃນໃຈກາງບາງ ກອກເປັນມື້ທີ່
ສອງຄືວັນອາທິດມື້ນີ້ ຊຶ່ງເປັນການທ້າທາຍ ຂໍ້ຫ້າມຂອງລັດຖະ
ບານຝ່າຍລັດຖະບານໄດ້ອອກຄຳສັ່ງໃຫ້ພວກເສື້ອແດງທັງຫລາຍ
ຍຸຕິການ ເດີນຂະບວນປະທ້ວງພາຍໃນຕອນແລງຂອງວັນເສົາ
ວານນີ້ ແຕ່ແລ້ວ ລັດຖະ ບານກໍໄດ້ຍອມຮັບວ່າການເຈລະ
ຈານັ້ນຈະມີສືບຕໍ່ໄປຈົນເຖິງວັນອາທິດມື້ນີ້ຫລັງຈາກພົ້ນກຳໜົດ ມາແລ້ວໃນລາຍການຖ່າຍທອດສົດ ທາງທີວີໃນຕອນເຊົ້າຂອງ ວັນອາທິດມື້ນີ້ນາຍົກລັດຖະມົນຕີ ອະພິສິດ ເວຊຊາຊິວະ ໄດ້ ຮຽກ ຮ້ອງໃຫ້ພວກ ປະທ້ວງໃຫ້ປະຕິບັດຕາມລັດຖະ ທຳມະນູນ ແລະໃຫ້ພວກ ປະທ້ວງກັບຄືນຢູ່ບ່ອນປະທ້ວງຫລັກຂອງພວກເຂົາ ເຈົ້າ ຄືເຂດສະພານຜ່ານ ຟ້າ ແຕ່ພວກປະທ້ວງເສືອແດງ ຊຶ່ງສ່ວນໃຫຍ່ເປັນພວກທຸກຈົນ ແລະມາ ຈາກຊົນນະບົດໄດ້ ປະຕິຍານຕົນທີ່ຈະສືບຕໍ່ທຳການປະທ້ວງໄປຈົນກວ່າຈະມີການເລືອກ ຕັ້ງໃໝ່.
ພວກຊຸມນຸມປະທ້ວງຄັ້ງນີ້ມີປະມານ 55,000 ຄົນ ຊຶ່ງຍັງຜົນໃຫ້ບັນ ດາຫ້າງສັບພະສິນຄ້າຫລາຍ ແຫ່ງຕ້ອງປິດລົງເມື່ອວັນເສົາວານນີ້ເພື່ອ ຄວາມເປັນຫ່ວງດ້ານຄວາມປອດພັຍ.
ທີ່ອາ​ຟຣິກາ​ໃຕ້: ຕຳຫລວດ​ອາ​ຟຣິກາ​ໃຕ້​ກ່າວ​ວ່າ ຜູ້ນຳ​ລັດທິ​ຜິວ​ຂາວ​ສູງ​ສຸດ​ຄົນ​ນຶ່ງ​ທ່ີສະໜັບສະໜຸນໃຫ້​ຈັດ​ຕັ້ງ​ປະ​ເທດ​ ນຶ່ງ​ຂຶ້ນສຳລັບ​ຊົນ​ຜິວ​ຂາວ​ໄດ້​ຖືກ​ທຸບ​ຕີຕາຍ​ດ້ວຍ​ໄມ້ຄ້ອນ.ຕຳຫລວດ​ກ່າວ​ວ່າ ນາຍ Eugene Terreblanche ວັຍ 69 ປີ​ໄດ້​ຖືກສັງຫານ​ຢູ່​ທ່ີ​ຟາ​ມຂອງ​ລາວ​ເອງ​ໃນ​ວັນ​ເສົາ​ວານ​ນີ້
​ຈາກ​ການ​ຜິດ​ຖຽງ​ກັນຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄ່າ​ຈ້າງ​ເງິນ​ເດືອນ​ກັນ. ນາງ Adele Myburgh​ໂຄສົກປະຈຳ​ ຕຳຫລວດ ກ່າວ​ວ່າ ນາຍ Terreblanche ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ຊາຍ​ຄົນ​ນຶ່ງ​ວັຍ 21 ປີ ​ແລະ​ຊາຍ​ວັຍ ຣຸ່ນຄົນ​ນຶ່ງ​ວັຍ15 ປີ ຊຶ່ງ​ທັງ​ສອງ​ຄົນ​ນີ້​ເຮັດ​ວຽກ​ໃຫ້​ນາຍ Terreblanche ນັ້ນ. ​ໂຄສົກ​ຕຳຫລວດຄົນ​ນີ້​ກ່າວ​ວ່າ ຊາຍ ​ທັງ​ສອງ​ຄົນ​ນີ້​ກ່າວ​ຕໍ່​ຕຳຫລວດ​ວ່າ ​ເຂົາ​ເຈົ້າ​ເກີດ​ຜິດຖຽງ​ກັນ​ກັບ​ນາຍ Tereblanche ​ເພາະວ່າ​ຜູ້​ ກຽວ​ບໍ່​ຍອມ​ຈ່າຍ​ເງິນ​ຄ່າ​ຈ້າງ​ໃຫ້​ເຂົາ​ເຈົ້າ.​ໂຄສົກ​ຍິງ​ຄົນ​ນີ້​ກ່າວ​ຕື່ມ​ວ່າ ພວກ​ທ່ີ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ທຳ​ການ​ໂຈມ​ຕີທັງ​ສອງ​ໄດ້​ຖືກ​ຈັບ​ກຸມ​ໄວ້​ແລ້ວ ​ແລະ​ຖືກ​ກ່າວ​ຫາ​ໃນ​ຂໍ້​ຫານ​ທຳ​ການ ຄາດ​ຕະກັມ. ນາຍ Terreblanche ​ໄດ້​ເປັນ​ຜູ້ນຳ​ຂະ​ບວນການ​ຕໍ່ຕ້ານ Afrikaner ຊຶ່ງ​ໃຊ້​ເຄື່ອງໝາຍ​ຄື​ກັນ​ກັບ​ຂອງ​ພັກ​ສັງຄົມ​ນິຍົມ​ຂອງ Nazi ນັ້ນ.
ກ່ຽວກັບເທດສະການບຸນອີສເຕີ: ວັນອາທິດມື້ນີ້ຊາວຄຣິສຕຽນຫລາຍຮ້ອຍລ້ານຄົນຢູ່ໃນທົ່ວ ໂລກກຳລັງ ທຳການສລອງວັນເທສການອີສເຕີ ຫລືວັນແຫ່ງການຄືນຊີບຂອງພະ ເຍຊູ ໄປພ້ອມກັບພິທີທາງ ສາສນາຕ່າງໆຢູ່ຕາມໂບດ ພວກສວດມົນທັງ ຫລາຍແລະດົນຕີບັນເລງເພງນັບຕັ້ງແຕ່ປະເພດເພງຣ໊ອກ ໄປຈົນເຖິງ ເພງໂບຮານ ແລະເພງປະເພນີ.ເທສການອີສເຕີ ເປັນວັນງານເທສການທີ່ຖືວ່າ ສັກສິດທີ່ສຸດປະຈຳປີ ຂອງຊາວຄຣິສຕຽນ ແລະເປັນທີ່ລະລຶກໃນຄວາມເຊື່ອຖືຂອງຊາວ ຄຣິສຕຽນແຫ່ງການຄືນຊີບຂອງພະເຍຊູ ສາມມື້ຫລັງຈາກພະອົງເສຍຊີ ວິດ. ພວກສະແຫວງບຸນໃນທົ່ວໂລກມາເຕົ້າໂຮມກັນຢູ່ບ່ອນສັກ ສິດຕ່າງໆ ໃນກຸງເຢຣູຊາເລມ ເພື່ອສລອງເທສການອີສເຕີວັນອາທິດ. ການ ສລອງຄັ້ງນີ້ຖືວ່າຍິ່ງໃຫຍ່ກວ່າທີ່ເຄີຍມີມາ ເນຶ່ອງຈາກວ່າມັນເປັນ ເທສການສຳຄັນເທື່ອທຳອິດໃນຮອບຫລາຍປີ ຊຶ່ງພວກນິກາຍ Orthodox ເຂດຕາເວັນອອກ ແລະພວກໂບດວິຫານເຂດຕາເວັນຕົກພາກັນ ສລອງງານເທສການອີສເຕີໃນເວລາດຽວກັນ.
ລະວ່າງການສົ່ງຂໍ້ຄວາມໃນປະເພນີອີສເຕີໃນຕອນເຊົ້າວັນອາທິດທີ່ ຈະຕຸລັດ St. Peter ນັ້ນ ພະສັນຕະປາປາ ເບເນດິກ ໄດ້ຮຽກຮ້ອງ ໃຫ້ພວກມະນຸດທັງຫລາຍໃຫ້ຍຶດຖືເອົາການປ່ຽນແປງໃຫ້ຢູ່ໃນແນວທາງ ຈິດວິນຍານແລະສິນລະທຳ ນອກນີ້ແລ້ວ ພະສັນຕະປາປາຍັງໄດ້ປະ ນາມທີ່ຊາວຄຣິສຕຽນທັງຫລາຍ
ທີ່ຖືກໄດ້ຮັບຄວາມເດືອດຮ້ອນເຈັບປວດ ຢູ່ໃນອີຣັກ ແລະແຫ່ງອື່ນໆຍ້ອນການປະຫັດປະຫານທາງສາສນານັ້ນ.
ພະສັນຕະປາປາບໍ່ໄດ້ກ່າວເຖິງການປິດບັງເລຶ່ອງການກະທຳຮຸນແຮງ ຂອງພວກພະແຕ່ຢ່າງໃດ.
ກ່ຽວກັບ​ເຮືອຣົບ​ເກົາຫລີ​ໃຕ້: ກອງທັບ​ເກົາຫລີ​ໃຕ້​ໄດ້​ເລີ້ມ​ທຳ​ການ​ຊ່ອຍ​ກູ້​ໄພ​ໃນ​ວັນ​ອາທິດ​ມື້​ນີ້ ກຳປັ່ນຣົບ
ລຳ​ນຶ່ງ​ທ່ີ​ໄດ້​ຫລົ້ມຈົມ​ລົງ​ນ້ຳ ຫລັງ​ຈາກ​ລະ​ເບີດ​ແຕກ​ຂຶ້ນ​ທ່ີ​ທາງການ​ເກົາຫລີ​ໃຕ້​ບໍ່​ໄດ້ ​ຊີ້​ແຈງ​ ໃຫ້​ຊາບ​ກ່ຽວ​ກັບ​ສາ​ເຫດ​ທ່ີ​ພາ​ໃຫ້​ເຮືອ​ລຳ​ນີ້ຈົມ​ລົງ​ນ້ຳ​ເມື່ອ​ນຶ່ງ​ອາທິດ​ປາຍ​ຜ່ານ​ມາ. ການ​ອອກ​ປະຕິບັດ​ງາຍ​ຊ່ອຍ ​ກູ້​ຊີວິດ​ພວກ​ທະຫານ​ເຮືອ 45 ຄົນ​ໃນ​ເຮືອ​ໄດ້​ຖືກ​ລົບ​ລ້າງ​ໄປ​ໃນັວນ​ເສົາ​ວານ​ນີ້ ພາຍ​ໃຕ້​ຄຳ​ຮຽກຮ້ອງ​ພວກ​ຍາດຕິ​ ພີ່ນ້ອງ​ຂອງ​ພວກ​ທະຫານ​ເຮືອ​ທ່ີ​ກຳລັງ​ຫາຍ​ສາບ​ສູນ​ໄປ​ຢູ່​ນີ້. ພວກ​ນາຍ​ທະຫານ​ພາກັນ​ກ່າວ​ວ່າ ການ​ຊ່ອຍ​ກູ້​ໄພ ​ກຳ​ປັ່ນຣົບ Cheonan ນ້ຳໜັກ 1200 ຕັນ ອາດ​ຈະ​ໃຊ້​ເວລາ​ເປັນ​ຫລາຍ​ສັບປະດາ. ການ​ຕັດສິນ​ໃຈ​ດັ່ງກ່າວ​ໄດ້ ​ມີ​ຂຶ້ນ​ຫລັງ​ຈາກ​ພວກ​ນັກ​ດຳ​ນ້ຳ​ພົບ​ເຫັນ​ສົບ​ຂອງ​ທະຫານ​ເຮືອ​ຄົນ​ນຶ່ງ​ໃນ​ຫ້ອງ​ກິນ​ເຂົ້າ​ໃນ​ເຮືອ​ໃນ​ວັນ​ເສົາ​ວານ​ນີ້. ຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ພວກ​ທະຫານ​ເຮືອ​ທ່ີ​ກຳລັງ​ຫາຍ​ສາບສູນ​ຢູ່​ນີ້ ​ໄດ້​ ປະສົບ​ກັບ​ອຸບປະສັກ​ກັບ​ດິນ​ຟ້າ​ອາກາດບໍ່​ດີ ​ແລະກະ​ແສລົມ​ແຮງ​. ​ກຳ​ປົ່ນຣົບ Cheonan ​ໄດ້​ຫັກ​ທົບ​ເຄິ່ງ​ແລະ​ຈົມ​ລົງ​ນ້ຳ​ໃນວັນ​ທີ 26 ມີນາ​ຜ່ານ​ມາ​ນີ້ ຫລັງ​ຈາກ​ເກີດ​ລະ​ເບີດ​ຂຶ້ນ​ໃນ​ລະຫວ່າງທຳ​ການ​ລາດ​ຕາ​ເວັນ​ເລາະ​ເຂດ​ແດນ ​ທາງ​ລະ​ເລ​ຕິດ​ກັບ​ເກົາຫລີ​ເໜືອ​ນັ້ນ. ​ເວລາ​ນີ້​ຍັງ​ບໍ່​ທັນ​ຮູ້ຈັກ​ສາ​ເຫດ​ທ່ີ​ພາ​ໃຫ້​ເກີດ​ລະ​ເບີດ​ຂຶ້ນ​ໃນ​ເຮືອ​ນັ້ນ​ເທື່ອ.

XS
SM
MD
LG