ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານເວົ້າວ່າ ຈີນເຫັນພ້ອມກັບຕົນທີ່ວ່າ ການລົງໂທດ ບໍ່ໄດ້ຜົນ ອີກແລ້ວ


ອີຣ່ານເວົ້າວ່າ ຈີນເຫັນພ້ອມກັບຕົນທີ່ວ່າ ການລົງໂທດ ບໍ່ໄດ້ຜົນ ອີກແລ້ວ
ອີຣ່ານເວົ້າວ່າ ຈີນເຫັນພ້ອມກັບຕົນທີ່ວ່າ ການລົງໂທດ ບໍ່ໄດ້ຜົນ ອີກແລ້ວ
<!-- IMAGE -->

ສະຫະຣັດ - ອີຣ່ານ - ຈີນ: ຫົວໜ້າ ທູດ ນິວເຄລັຽຂອງອີຣ່ານ ກ່າວວ່າ ຈີນໄດ້ເຫັນພ້ອມ ກັບການເອົາທ່າທີຂອງອີຣ່ານທີ່ວ່າການລົງໂທດ ບໍ່ແມ່ນຊ່ອງທາງ ທີ່ເປັນປໂຍດອີກແລ້ວໃນການ ແກ້ໄຂບັນຫາ ການປະເຊີນໜ້າ ກັບປະເທດຕາ ເວັນຕົກ ກ່ຽວກັບໂຄງການນິວເຄລັຽຂອງອີຣ່ານ ນັ້ນ. ທ່ານ SAEED JALINI ໃຫ້ຄວາມເຫັນ ດັ່ງກ່າວ ໃນວັນສຸກມື້ນີ້ ທີ່ກຸງປັກກິ່ງ ຫລັງຈາກ ໄດ້ເຈຣະຈາຫາຣື ກັບເຈົ້າໜ້າທີ່ ຂັ້ນສູງຂອງຈີນ ຮວມທັງ ຣັຖມຸນຕຣີ ການຕ່າງປະເທດ ທ່ານ YANG JIECHI. ເຈົ້າໜ້າທີ່ຈີນ ບໍ່ໄດ້ກ່າວເຖິງ ການໃຫ້ຄວາມເຫັນ ຂອງທ່ານ JALINI ໂດຍ ກົງ ແຕ່ກ່ອນໜ້ານັ້ນ ຖແລງການສະບັບນຶ່ງ ຂອງກະຊວງ ການຕ່າງປະເທດຈີນ ໄດ້ຮຽກ ຮ້ອງໃຫ້ ດຳເນີນການແກ້ໄຂ ບັນຫາຂັດແຍ້ງ ໃນເຣື່ອງນິວເຄລັຽ ໂດຍຜ່ານ ການສົນທະ ນາຫາຣື ແລະການເຈຣະຈາກັນແລະທຸກພັກຝ່າຍຕ້ອງໄດ້ສະແດງອອກ ເຖິງການໃຫ້ການ ຜ່ອນສັ້ນ ຜ່ອນຍາວຕໍ່ກັນ. ຣັຖບານ ປະທານາທິບໍດີໂອບາມາ ໄດ້ປະກາດ ໃນສັບປະດາ ນີ້ວ່າ ຈີນຈະເປັນຜູ້ປະກອບສ່ວນຢ່າງເຕັມທີ່ກ່ຽວກັບການເຈຣະຈາຫາຣືຂອງສະພາຄວາມ ໝັ້ນຄົງ ອົງການສະຫະປະຊາຊາດ ໃນການລົງໂທດໃໝ່ ຈຳນວນນຶ່ງຕໍ່ອີຣ່ານ ຍ້ອນໂຄງ ການນິວເຄລັຽ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງນັ້ນ. ທ່ານໂທຣະສັບໄປຫາ ປະທານປະເທດ ຈີນທ່ານ HU JIN TAO ໃນຕອນແລງ ຂອງວັນພະຫັດວານນີ້.

<!-- IMAGE -->

ຈີນ - ອິນເຕີແນັດ: ອົງການນັກຂ່າວ ຕ່າງປະເທດຢູ່ຈີນກ່າວວ່າ ເວັບໄຊທ໌ຂອງ ຕົນໄດ້ຖືກອັດລົງ ຍ້ອນມີການໂຈມຕີທາງ ອິນເຕີແນັດ ໃນໄລຍະ ສອງສາມມື້ຜ່ານ ມານີ້. ສະໂມສອນ ນັກຂ່າວຕ່າງປະເທດ ໃນຈີນ ໄດ້ອອກຖແລງຂ່າວທາງອີເມລສະບັບນຶ່ງ ໃນວັນສຸກມື້ນີ້ວ່າ ຕົນໄດ້ພົບເຫັນແຫລ່ງ ທີ່ມາຂອງການໂຈມຕີທາງອິນເຕີແນັດ ທັງຢູ່ໃນຈີນ ແລະສະຫະຣັດ. ສະໂມສອນນັກຂ່າວ ຕ່າງປະເທດ ເວົ້າວ່າ ຕົນຍັງບໍ່ທັນ ຮູ້ຈັກເທື່ອວ່າ ແມ່ນໃຜເປັນຜູ້ຢູ່ເບື້ອງຫລັງ ຂອງການ ໂຈມຕີດັ່ງກ່າວ ຫລືມີຈຸດປະສົງຫຍັງແທ້. ການໂຈມຕີຕໍ່ເວັບໄຊທ໌ຂອງສະໂມສອນນັກຂ່າວ ຕ່າງປະເທດຢູ່ຈີນ ແມ່ນເຫດການລ່າສຸດ ໃນການໂຈມຕີ ທາງອິນເຕີແນັດ ທີ່ມີມາເປັນລຳ ດັບ ຕໍ່ພວກນັກຂ່າວ ແລະບໍຣິສັດອິນເຕີແນັດ ທີ່ປະຕິບັດງານ ຢູ່ໃນປະເທດຈີນ. YAHOO ບໍຣິສັດອິນເຕີແນັດ ທີ່ມີສຳນັກງານ ຢູ່ສະຫະຣັດ ກໍໄດ້ປະກາດໃນ ຕົ້ນອາທິດນີ້ວ່າ ບັນຊີອີ ເມລ ພວກນັກຂ່າວ ຕ່າງປະເທດໃນຈີນ ແລະໃຕ້ຫວັນ ຂອງຕົນ ກໍໄດ້ຖືກໂຈມຕີ.

<!-- IMAGE -->

ປາກິສຖານ: ມີການນຳສເນີບົດແກ້ໄຂຣັຖທັມມະ ນູນ ທີ່ແນໃສ່ ເພື່ອຈະຕັດຮອນ ການມີອຳນາດໃນ ຂອບເຂດ ທີ່ກວ້າງຂວາງ ຂອງປະທານາທິບໍດີປາ ກິສຖານທ່ານ ASIF ALI ZARDARI. ການປະ ຕິຮູບ ຈຳນວນນຶ່ງ ຊຶ່ງເປັນທີ່ຮູ້ຈັກກັນ ໃນນາມບົດ ແກ້ໄຂ ຣັຖທັມມະນູນ ມາຕຣາ 18 ນັ້ນ ຈະໂອນ ອຳນາດທີ່ສຳຄັນໆ ໄປໃຫ້ນາຍົກຣັຖມຸນຕຣີ ຮວມ ທັງສິດອຳນາດ ໃນການຍຸບສະພາ ອຳນາດໃນການ ແຕ່ງຕັ້ງ ຜູ້ບັນຊາການ ທະຫານສູງສຸດ ແລະເຈົ້າໜ້າທີ່ ສຳຄັນອື່ນໆ. ມີການຕຳໜິຕິຕຽນ ປະທານາທິບໍດີ ZARDARI ວ່າ ດຳເນີນການຊ້າໂພດ ໃນການສະລະ ອຳນາດເຫລົ່ານີ້ ຊຶ່ງໄດ້ມີ ການຮັບຮອງເອົາ ໃນລະຫວ່າງທີ່ອະດີດ ປະທານາທິບໍດີ PERVEZ MUSHARAF ຍັງກຳຕຳແໜ່ງຢູ່ນັ້ນ. ບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດສະມາຊິກສະພາແຫ່ງຊາດ ຈຶ່ງຈະລົງຄະແນນສຽງ ກ່ຽວກັບເຣື່ອງນີ້. ແຕ່ເປັນທີ່ຄາດກັນວ່າ ບົດແກ້ໄຂ ຣັຖທັມມະນູນ ດັ່ງກ່າວ ຈະໄດ້ຮັບຄະແນນສຽງສນັບສນຸນ ສອງສ່ວນສາມ ຢູ່ໃນສະພາ ຕາມທີ່ໄດ້ມີການບັງຄັບ ໃນການຮັບຜ່ານບົດແກ້ໄຂນີ້.

<!-- IMAGE -->

ອີຣັກ: ພວກສນັບສນຸນທ່ານ MUQTADA AL- SADR ນັກສອນສາສນາ ທີ່ຕໍ່ຕ້ານອະເມຣິກັນ ໄດ້ເລີ້ມພາກັນໄປປ່ອນບັດ ໃນວັນສຸກມື້ນີ້ ໃນການລົງ ປະຊາມະຕິ ເພື່ອຕັດສິນຊີ້ຂາດວ່າ ຜູ້ໃດຄວນຈະ ໄດ້ເປັນ ນາຍົກຣັຖມຸນຕຣີ ຄົນຕໍ່ໄປຂອງອີຣັກ. ພັກສາສນາຊີໄອທ໌ ຂອງທ່ານ SADR ຊະນະບ່ອນນັ່ງ 39 ບ່ອນ ໃນການເລືອກຕັ້ງ ສະພາແຫ່ງຊາດ ເມື່ອວັນທີ 7 ມີນາຜ່ານມາ ຊຶ່ງເຮັດໃຫ້ ທ່ານມີທ່າທາງວ່າ ຈະກາຍບຸກຄົນ ທີ່ມີີອຳນາດ ແລະອິດທິພົນ ທາງການເມືອງ ຢ່າງຫຼວງຫລາຍໃນ ການດຳເນີນ ຄວາມພະຍາຍາມ ເພື່ອຈັດຕັ້ງ ຣັຖບານປະສົມ. ກຸ່ມພັນທະມິດ ຂອງອະດີດ ນາຍົກຣັຖມຸນຕຣີ AYAD ALAWI ໄດ້ຊະນະບ່ອນນັ່ງ ຫລາຍກວ່າໝູ່ ຄືໄດ້ທັງໝົດ 91 ບ່ອນ 2 ບ່ອນຫລາຍກວ່າຂອງພັກ ຣັຖບານປະສົມນາຍົກຣັຖມຸນຕຣີ NOURI AL-MALIKI ທີ່ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງຕື່ມອີກນັ້ນ. ໃນການປ່ອນບັດ ທີ່ຈະສິ້ນສຸດລົງ ໃນວັນເສົາມື້ອື່ນນີ້ ພວກສນັບສນຸນ ທ່ານ SADR ຈະຊັ່ງຊາເບິ່ງວ່າ ຜູ້ໃດເຂົາເຈົ້າ ຄວນໃຫ້ການສນັບສນຸນ ເປັນນາຍົກຣັຖ ມຸນຕຣີຂອງອີຣັກ.

<!-- IMAGE -->

ໄທ: ຕຳຣວດກ່າວວ່າ ພວກທີ່ສົງສັຍວ່າ ເປັນ ກະບົດມຸສລິມ ໄດ້ຍິງຊາວບ້ານ 6 ຄົນຕາຍ ແລະເຮັດໃຫ້ ຕຳຣວດ ອີກ 10 ຄົນບາດເຈັບ ໃນວັນພະຫັດວານນີ້ ຢູ່ໃນເຂດ ພາກໃຕ້ຂອງ ປະເທດ ຂະນະທີ່ ສະຫະຣັດ ໄດ້ປະກາດໃຫ້ ການຊ່ອຍເຫຼືອ ເປັນມູນຄ່າ ຫຼາຍລ້ານໂດລາ ແກ່ຂົງເຂດ ທີ່ມີບັນຫາດັ່ງກ່າວຂອງໄທ. ຕຳ ຣວດເວົ້າວ່າ ມີການພົບເຫັນວ່າ 6 ຄົນໄດ້ຖືກຍິງຕາຍ ທີ່ບ້ານໆນຶ່ງໃນ ຈັງຫວັດນະຣາທິວາດ ແລະຕຳຣວດ 10 ຄົນ ໄດ້ຮັບບາດ ເຈັບຍ້ອນຣະເບີດແຄມ ຂະນະທີ່ພວກເຂົາເຈົ້າ ພວມເດີນທາງ ໄປຍັງບ່ອນເກີດເຫດ. ອົງການພັທນາ ລະຫວ່າງປະເທດ ຫລື USAID ຂອງສະຫະຣັດ ໄດ້ປະກາດ ໃນມື້ວັນພະຫັດວານນີ້ວ່າ ຈະໃຫ້ການຊ່ອຍເຫລືອ 30 ລ້ານໂດລາ ໃນໄລຍະ 5 ປີ ຕໍ່ໂຄງການ ສ້າງຄວາມປອງດອງຊາດໃນໄທ ທີ່ແນໃສ່ ເພື່ອເສີມຂຍາຍ ສະຖາບັນພົລເຮືອນ ແລະສົ່ງເສີມສັນຕິພາບ. ໂຄງການນີ້ ຈະຈັດສົ່ງເງິນ ຫລາຍໆລ້ານໂດລາ ໄປຍັງເຂດພາກໃຕ້ຂອງໄທ ໂດຍມີເປົ້າໝາຍ ທີ່ຈະຊັກຊວນ ບໍ່ໃຫ້ພວກຊາວ ມຸສລິມ ເຂົ້າຮ່ວມໃນ ບັນຫາຂັດແຍ້ງ ທີ່ມີຄວາມຮຸນແຮງດັ່ງກ່າວ.

<!-- IMAGE -->

ກຳປູເຈັຽ - ສະຫະຣັດ: ສະຫະຣັດໄດ້ຢຸດເຊົາ ການສົ່ງຣົດທະຫານໄປໃຫ້ກຳປູເຈັຽເພື່ອເປັນການ ປະທ້ວງ ຕໍ່ການທີ່ຣັຖບານກຳປູເຈັຽ ໄດ້ສົ່ງພວກ ຊົນເຜົ່າວີເກີ້ 20 ຄົນ ໄປໃຫ້ຈີນ ໃນປີກາຍນີ້. ທ່ານ P.J. CROWLEY ໂຄສົກກະຊວງ ການຕ່າງປະເທດ ສະຫະຣັດ ກ່າວໃນວັນພະຫັດ ວານນີ້ວ່າ ມີການແຈ້ງ ໃຫ້ກຳປູເຈັຽ ຊາບແລ້ວວ່າ ການຈັດສົ່ງ ຣົດບັນທຸກ ແລະຣົດພ້ວງທະຫານ ທີ່ເຫລືອໃຊ້ ຂອງສະຫະຣັດ ຈຳນວນ 200 ຄັນ ໄປໃຫ້ກຳປູເຈັຽນັ້ນ ຈະບໍ່ມີຂຶ້ນ ຕາມທີ່ໄດ້ກຳນົດໄວ້ ຊຶ່ງເປັນຜົນ ທີ່ຕິດຕາມມາ ຍ້ອນການກະທຳ ຂອງຣັຖບານກຳປູເຈັຽ. ກຳປູເຈັຽ ໄດ້ສົ່ງຊາວວີເກີ້ເຫລົ່ານີ້ ໃຫ້ແກ່ຈີນ ໃນເດືອນທັນວາ ປີກາຍ 2 ມື້ກ່ອນທີ່ ຮອງປະທານປະເທດຈີນ ເດີນທາງໄປເຖິງ ນະຄອນຫລວງພະນົມເປັນ ເພື່ອກຳກັບນຳ ຂໍ້ຕົກລົງຕ່າງໆ ໃນມູນຄ່າເກືອບ 1 ພັນລ້ານໂດລາ. ກຳປູເຈັຽໄດ້ ປະຕິເສດວ່າ ຕົນໄດ້ດຳເນີນການດັ່ງກ່າວ ຍ້ອນຖືກກົດດັນ ຈາກປັກກິ່ງ ແລະເວົ້າວ່າ ຊາວວີເກີ້ເຫລົ່ານີ້ ໄດ້ຖືກເນຣະເທດ ຍ້ອນເຂົາເຈົ້າ ເດີນທາງເຂົ້າໄປ ໃນກຳປູເຈັຽ ແບບຜິດກົດໝາຍ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG