ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທູດພິເສດຂອງອີຣ່ານ ເດີນທາງໄປຮອດຈີນແລ້ວ ເພື່ອເຈຣະຈາ ກ່ຽວກັບໂຄງການນິວເຄລັຽ


ທູດພິເສດຂອງອີຣ່ານ ເດີນທາງໄປຮອດຈີນແລ້ວ ເພື່ອເຈຣະຈາ ກ່ຽວກັບໂຄງການນິວເຄລັຽ
ທູດພິເສດຂອງອີຣ່ານ ເດີນທາງໄປຮອດຈີນແລ້ວ ເພື່ອເຈຣະຈາ ກ່ຽວກັບໂຄງການນິວເຄລັຽ
<!-- IMAGE -->

ຈີນ - ອີຣ່ານ: ຈີນກ່າວວ່າ ຕົນຈະສືບຕໍ່ ຊອກຫາຊ່ອງທາງ ແກ້ໄຂແບບສັນຕິ ຕໍ່ບັນຫາຂັດແຍ້ງ ກ່ຽວກັບ ກິຈກັມນິວເຄລັຽ ຂອງອີຣ່ານ ນຶ່ງມື້ຫລັງຈາກ ສະຫະຣັດກ່າວວ່າ ປັກກິ່ງພ້ອມແລ້ວ ທີ່ຈະສົນທະນາຫາຣື ​ເຣື່ອງການລົງໂທດ ຄັ້ງໃໝ່ຕໍ່ອີຣ່ານ. ທ່ານ QIN GANG ໂຄສົກ ກະຊວງການຕ່າງປະເທດຈີນ ກ່າວໃນວັນພະຫັດ ມື້ນີ້ວ່າ ຈີນຈະສືບຕໍ່ ດຳເນີນງານ ກັບທຸກພັກຝ່າຍ ທີ່ກ່ຽວຂ້ອງ ກັບບັນຫານີ້. ການຖແລງດັ່ງກ່າວ ຂອງໂຄສົກ ກະຊວງການຕ່າງປະເທດຈີນ ມີຂຶ້ນຂະນະທີ່ ຫົວໜ້າເຈຣະຈາ ໃນດ້ານນິວເຄລັຽ ຂອງອີຣ່ານ ທ່ານ SAEED JALILI ເດີນທາງໄປເຖິງ ນະຄອນຫຼວງປັກກິ່ງ ເພື່ອເຈຣະຈາຫາຣື ກ່ຽວກັບໂຄງການນິວເຄລັຽ ຂອງອີຣ່ານ. ໃນມື້ວານນີ້ ເອກອັຄຣັຖທູດ ສະຫະຣັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ SUSAN RICE ກ່າວວ່າ ຈີນໄດ້ຕົກລົງ ທີ່ຈະເລີ້ມ ການເຈຣະຈາ ຢ່າງຈິງຈັງ ​ເພື່ອເປັນບາດກ້າວທຳອິດ ​ໄປ​ສູ່​ການເຮັດ​ໃຫ້ ສະມາຊິກທັງ​ໝົດ​ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ມີຄວາມ​ເຫັນ​ພ້ອງ​ຕ້ອງ​ກັນ ກ່ຽວ​ກັບ ການລົງໂທດຢ່າງໜັກ ຄັ້ງໃໝ່ຕໍ່ອີຣ່ານ.

<!-- IMAGE -->

ຈີນ - ສະຫະຣັດ: ຈີນກ່າວວ່າ ປະທານປະ ເທດຈີນ ທ່ານ HU JINTAO ຈະເດີນທາງ ມາຍັງສະຫະຣັດ ໃນເດືອນນີ້ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງນາໆຊາດ ກ່ຽວກັບຄວາມໝັ້ນຄົງ ທາງດ້ານນິວເຄລັຽ. ການປະກາດ ຂອງທ່ານ QIN GANG ໂຄສົກ ກະຊວງການຕ່າງປະເທດຈີນ ໃນວັນພະຫັດມື້ນີ້ ເຮັດໃຫ້ການຄາດເດົາ ທີ່ມີມາ ເປັນເວລາຫຼາຍໆ ອາທິດ ທີ່ວ່າທ່ານ HU ຈະບ໋ອຍຄອດ ບໍ່ມາຮ່ວມ ກອງປະຊຸມດັ່ງກ່າວ ຍ້ອນຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນ ລະຫວ່າງປັກກິ່ງ ແລະວໍຊິງຕັນນັ້ນ ສິ້ນສຸດລົງ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະເປັນເຈົ້າພາບ ຈັດກອງປະຊຸມສຸດ ທີ່ວ່ານີ້ ຢູ່ທີ່ກຸງວໍຊິງຕັນ ໃນລະຫວ່າງ ວັນທີ 12 ຫາ 13 ເມສາ. ກອງປະຊຸມ ສຸດຍອດນີ້ ຈະເພັ່ງເລັງໃສ່ ການຫລຸດກຳລັງ ອາວຸດນິວເຄລັຽ ແລະຍຸທສາດ ໃນການຊອກຫາຊ່ອງທາງ ປ້ອງກັນບໍ່ໃຫ້ ມີການກໍ່ການຮ້າຍ ດ້ວຍອາວຸດນິວເຄລັຽ. ຄວາມສັມພັນ ລະຫວ່າງຈີນ ແລະສະຫະຣັດ ໄດ້ຊຸດໂຊມລົງ ຍ້ອນຫຼາຍໆບັນຫາ ຮວມທັງ ການຂາຍອາວຸດ ໃນມູນຄ່າ 6 ພັນ 400 ລ້ານໂດລາ ຂອງຣັຖບານທ່ານ OBAMA ໃຫ້ແກ່ໃຕ້ຫວັນ ແລະການພົບປະ ເມື່ອໄວໆມານີ້ ຂອງທ່ານ OBAMA ກັບອົງດາໄລລາມະ ຜູ້ນຳທາງດ້ານຈິດໃຈ ຂອງຊາວທິເບດ ທີ່ລີ້ພັຍ ຢູ່ໃນຕ່າງປະເທດນັ້ນ.

<!-- IMAGE -->

ຣັດເຊັຽ: ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ໄດ້ເດີນທາງໄປເຖິງ DAGESTAN ຊຶ່ງຕັ້ງຢູ່ ໃນເຂດພາກເໜືອ ຂອງພູ CAUCASUS ແລ້ວ ເພື່ອທຳການ ປະຊຸມສຸກເສີນ ຫລັງຈາກໄດ້ເກີດ ເຫດຣະເບີດ ແຕກ ຢູ່ທີ່ນັ້ນ ແລະທີ່ກຸງມົສກູ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ ຫລາຍກວ່າ 50 ຄົນ. ເຈົ້າໜ້າທີ່ ຂອງວັງເຄຣັມລິນ ກ່າວວ່າ ທ່ານ MEDVEDEV ໄດ້ເດີນທາງໄປເຖິງ DAGESTAN ໃນວັນພະຫັດມື້ນີ້ ແລະຈະໄດ້ພົບປະ ກັບພວກຜູ້ນຳ ໃນເຂດທ້ອງຖິ່ນ ແລະເຈົ້າໜ້າທີ່ ຮັກສາຄວາມສະງົບທີ່ນັ້ນ. ການໂຈມຕີ ດ້ວຍຣະເບີດຮ້າຍແຮງ ເທື່ອລ່າສຸດ ​ໃນ​ຈຳນວນຫລາຍໆຄັ້ງ ຢ່າງຕໍ່ເນື່ອງກັນນັ້ນ ໄດ້ເກີດຂຶ້ນ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້ ​ເຮັດ​ໃຫ້ 2 ຄົນເສັຽຊີວິດ ​ເວລາຣົດ ຂອງເຂົາເຈົ້າ ຣະເບີດຂຶ້ນ ທີ່ DAGESTAN. ສາເຫດຂອງ ເຫດຣະເບີດ ໃນເທື່ອນີ້ ຍັງມີການ ສືບສວນກັນຢູ່. ໃນມື້ວານນີ້ ການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 12 ຄົນ ຮວມທັງ ຜູ້ບັນຊາການຕຳຣວດ ທີ່ເມືອງ KIZLYAR ໃນ DAGESTAN ຊຶ່ງຕັ້ງຢູ່ໃນບໍຣິເວນຊາຍແດນຕິດກັບ CHECHNYA.

<!-- IMAGE -->

ອິນເດັຽ: ອິນເດັຽໄດ້ເລີ້ມນັບ ປະຊາກອນ ຂອງຕົນ ທີ່ມີຫລາຍກວ່າ 1 ພັນລ້ານຄົນ ໃນອັນທີ່ຖືກເອີ້ນວ່າ ການສຳຣວດ ສຳມະໂນຄົວ ທີ່ໃຫຍ່ທີ່ສຸດ ໃນໂລກ. ເພື່ອເປັນຂີດໝາຍ ໃນການເລີ້ມຕົ້ນ ການສຳຣວດ ເປັນເວລາ 11 ເດືອນ ໃນວັນພະຫັດມື້ນີ້ ປະທານາທິບໍດີອິນເດັຽ ທ່ານນາງ PRATIBHA PATIL ໄດ້​ຕອບ​ຄຳ​ຖາມ​ຂອງພະນັກງານ ສຳຣວດສຳມະໂນຄົວ ທີ່​ໄປ​ຈົດ​ເອົາຂໍ້​ມູນ ກ່ຽວ​ກັບ​ຄອບຄົວ​ ຂອງ​ທ່ານ​ນາງ ຢູ່​ທີ່ທຳນຽບປະທານາທິບໍດີ ໃນກຸງນິວເດລີ. ພະນັກງານ ຈົດບັນທຶກ ສຳມະໂນຄົວ ປະມານ 2 ລ້ານ 5 ແສນຄົນ ຈະເດີນທາງ ໄປທົ່ວປະເທດອິນເດັຽ ເພື່ອທຳການ ສຳຣວດຢູ່ຕາມ ບ້ານຕ່າງໆ ຫລາຍກວ່າ 6 ແສນບ້ານ ໃນຄວາມພະຍາຍາມ ເພື່ອຈະເກັບກຳຂໍ້ມູນ ກ່ຽວກັບປະຊາກອນ. ​ແລະນັບເປັນເທື່ອທຳອິດ ທີ່ພວກ ພະນັກງານສຳຣວດ ຈະທຳການແປະໂປ້ລາຍມື ແລະຖ່າຍຮູບ ຂອງປະຊາຊົນນຳ ເພື່ອ​ເອົາໄປເກັບໄວ້ ທີ່ຫ້ອງການ ຈົດທະບຽນປະຊາກອນແຫ່ງຊາດ ທີ່​ຕັ້ງຂຶ້ນມາໃໝ່ນັ້ນ ແລະຂໍ້ມູນດັ່ງກ່າວ ຈະນຳໃຊ້ ໃນການອອກບັດ ປະຈຳຕົວ ໃຫ້ແກ່ປະຊາຊົນ.

<!-- IMAGE -->

ມາເລເຊັຽ: ເຈົ້າໜ້າທີ່ ສາສນາອິສລາມ ໃນມາເລເຊັຽ ໄດ້ຍົກເລີກ ການຕັດສິນໂທດ ໃຫ້ຂ້ຽນແມ່ຍິງ ມຸສລິມຄົນນຶ່ງ ທີ່ຖືກຈັບໄດ້ ຂະນະທີ່ພວມກິນເບັຽ ຊຶ່ງເປັນການລະເມີດ ຕໍ່ກົດໝາຍ ຂອງສາສນາອິສລາມນັ້ນ. ທະນາຍຄວາມ ຂອງນາງ KARTIKA SARI DEWI SHUKARNO ກ່າວວ່າ ຄອບຄົວ ຂອງນາງ ໄດ້ຮັບຈົດໝາຍສະບັບນຶ່ງ ຈາກເຈົ້າໜ້າທີ່ ໃນຣັດເປຮັງ ແຈ້ງໃຫ້ພວກ ເຂົາເຈົ້າຊາບວ່າ ສຸລຕ່ານ ຫລືຜູ້ປົກຄອງ ຣັດດັ່ງກ່າວ ໄດ້ຕັດສິນໃຈ ຫລຸດຜ່ອນໂທດ ໃຫ້ລູກສາວເຂົາເຈົ້າ. ພໍ່ຂອງນາງ KARTIKA ເວົ້າວ່າ ລູກສາວຂອງລາວ ຕ້ອງໄດ້ໄປ ລາຍງານໂຕ ຕໍ່ເຈົ້າໜ້າທີ່ ສາສນາອິສລາມ ໃນມື້ວັນສຸກ ເພື່ອຮັບໃຊ້ ປະຊາຄົມ ເປັນເວລາ 3 ອາທິດ. ນາງ KARTIKA ອະດີດນາງແບບ ມາເລເຊັຽ ທີ່ມີລູກ 2 ຄົນ ໄດ້ຖືກຕັດສິນໂທດ ໃນເດືອນກໍຣະກົດ ປີກາຍ ໃຫ້ຖືກຂ້ຽນ 6 ບາດ ຫລັງຈາກ ໄດ້ມີການພົບເຫັນວ່າ ນາງໄດ້ກິນເບັຽ ທີ່ຫາດຊາຍ ຕາກອາກາດແຫ່ງນຶ່ງ. ການຕັດສິນໂທດທີ່ວ່ານີ້ ເຮັດໃຫ້ບັນດາກຸ່ມ ປົກປ້ອງສິດທິມະນຸດ ພາກັນຮ້ອງໂວຍວາຍ ແລະສະແດງ ຄວາມວິຕົກກັງວົນວ່າ ພວກມຸສລິມ ນິຍົມແນວທາງເດີມ ກຳລັງມີອິດທິພົນເພີ້ມຂຶ້ນ ຢູ່ໃນມາເລເຊັຽ ທີ່ເປັນປະເທດ ນັບຖືສາສນາອິສລາມ ທີ່ມີນະໂຍບາຍ ປານກາງນັ້ນ.

<!-- IMAGE -->

ເຮຕີ: ບັນດາປະເທດແລະອົງການ ໃຫ້ຄວາມ ຊ່ອຍເຫລືອນາໆຊາດ ໄດ້ພົບປະກັນຢູ່ສຳນັກ ງານໃຫຍ່ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນມື້ວານນີ້ ແລະໃຫ້ຄຳ ໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫລືອ 5 ພັນ 300 ລ້ານໂດລາ ແກ່ເຮຕີ ໃນໄລຍະ 2 ປີ ຂ້າງໜ້າ ຂະນະທີ່ປະເທດດັ່ງກ່າວຟື້ນໂຕຄືນ ຈາກພັຍແຜ່ນ ດິນ​ໄຫວຮ້າຍແຮງ ໃນເດືອນ ມັງກ່ອນຜ່ານມາ. ທ່ານ BAN KI MOON ເລຂາທິການໃຫຍ່ ອົງການສະຫະ ປະຊາຊາດ ໄດ້ປະກາດ ໃນວັນພຸດວານນີ້ ໃນຕອນທ້າຍ ຂອງກອງປະຊຸມ ໃຫ້ຄວາມຊ່ອຍເຫຼືອ ເປັນເວລາ 1 ມື້ ທີ່ມີຜູ້ຕາງໜ້າຈາກ 100 ກວ່າປະເທດເຂົ້າຮ່ວມ. ການໃຫ້ຄຳໝັ້ນສັນຍາ ໃນການຊ່ອຍເຫລືອ ທາງດ້ານການເງິນດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງ ໃນຄວາມໝາຍໝັ້ນ ໄລຍະຍາວ ເພື່ອຈະໃຫ້ການຊ່ອຍເຫລືອ ໃນມູນຄ່າ 9 ພັນ 900 ລ້ານໂດລາ ແກ່ປະເທດເຮຕີ ຊຶ່ງເປັນປະເທດ ທີ່ທຸກຍາກທີ່ສຸດໃນຊີກ ໂລກຕາເວັນຕົກ. ໃນສ່ວນ​ຂອງ ສະຫະຣັດນັ້ນ ທ່ານນາງ HILLARY CLINTON ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ໄດ້ໃຫ້ຄຳໝັ້ນສັນຍາ ເປັນເງິນ 1 ພັນ 150 ລ້ານໂດລາ ເພື່ອຊ່ອຍເຮຕີ ຟື້ນໂຕຄືນ ແລະບູຣະນະ ສ້າງສາປະເທດຊາດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່່ອນສຽງ.

XS
SM
MD
LG