ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊັຽໄວ້ທຸກ ໃຫ້ພວກເຄາະຮ້າຍ ຈາກການໂຈມຕີ ກໍ່ການຮ້າຍ ທີ່ກຸງມົສກູ


ຣັດເຊັຽໄວ້ທຸກ ໃຫ້ພວກເຄາະຮ້າຍ ຈາກການໂຈມຕີ ກໍ່ການຮ້າຍ ທີ່ກຸງມົສກູ
ຣັດເຊັຽໄວ້ທຸກ ໃຫ້ພວກເຄາະຮ້າຍ ຈາກການໂຈມຕີ ກໍ່ການຮ້າຍ ທີ່ກຸງມົສກູ
<!-- IMAGE -->

ຣັດເຊັຽ: ຣັດເຊັຽທຳການໄວ້ທຸກ ຢ່າງເປັນທາງ ການ ໃຫ້ແກ່ 39 ຄົນທີ່ເສັຽຊີວິດ ໃນການໂຈມ ຕີ ສະລະຊີບ 2 ຄັ້ງ ຕໍ່ຣະບົບຣົດໄຟໃຕ້ດິນໃນ ກຸງມົສກູ ໃນມື້ວານນີ້. ນອກນັ້ນ ຍັງມີຜູ້ໄດ້ຮັບ ບາດເຈັບສາຫັດ ຫລາຍ​ສິບ​ຄົນ ເວລາຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບແມ່ຍິງ 2 ຄົນ ບີບຄະ ນວນຣະເບີດ ໃຫ້ແຕກຂຶ້ນ ໃນຊົ່ວໂມງທີ່ມີຄົນ ພວມໄປການຫລາຍທີ່ສຸດໃນຕອນເຊົ້ານັ້ນ. ໃນ ມື້ວານນີ້ ປະທານາທິບໍດີຣັດເຊັຽທ່ານ DMITRI MEDVEDEV ໄດ້ໄປຢ້ຽມ ສະຖານີ ຣົດໄຟໃຕ້ ດິນ LUBYANKA ບ່ອນທີ່ຣະເບີດ ລູກທຳອິດ ໄດ້ແຕກຂຶ້ນ ແລະທ່ານໄດ້ວາງພວງມາລາໃນບໍ ຣິເວນຊານສາລາ ຂອງສະຖານີີ ຣົດໄຟໃຕ້ດິນດັ່ງກ່າວ. ທ່ານໄດ້ກ່າວເຖິງ ພວກຮັບຜິດ ຊອບ ໃນການໂຈມຕີຄັ້ງນີ້ວ່າ ເປັນສັດເດັຽຣະສານ ທີ່ຈະຖືກທຳລາຍ. ສ່ວນນາຍົກຣັຖມຸນ ຕຣີຣັດເຊັຽທ່ານ VLADIMIR PUTIN ທີ່ຕັດການຢ້ຽມຢາມເຂດ ໄຊບີເຣັຽໃຫ້ສິ້ນສຸດລົງ ແລະເດີນທາງກັບຄືນນະຄອນຫລວງມົສກູນັ້ນກ່າວວ່າ ຈະມີການດຳເນີນການ ທຸກສິ່ງຢ່າງ ເພື່ອຊອກຫາໂຕພວກອາຊຍາກອນເຫລົ່ານີ້ ມາລົງໂທດໃຫ້ໄດ້. ຍັງບໍ່ທັນມີກຸ່ມໃດອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ທັງສອງບັ້ນນີ້ເທື່ອ.

<!-- IMAGE -->

ອີຣ່ານ - ນິວເຄລັຽ: ຣັຖມຸນຕຣີ ການຕ່າງປະ ເທດສະຫະຣັດທ່ານນາງ HILLARY CLINTON ກ່າວວ່າ ຈີນພວມເປີດກວ້າງຫລາຍຂຶ້ນ ກ່ຽວກັບ ຄວາມຄິດ ໃນການເອົາມາຕການລົງໂທດຕໍ່ອີຣ່ານ ທີ່ຢາກມີອາວຸດນິວເຄລັຽ ໄວ້ຢູ່ໃນຄວາມຄອບຄອງ ຂອງຕົນນັ້ນ. ທ່ານນາງ CLINTON ໄດ້ໃຫ້ການ ຊັ່ງຊາ ຕີຣາຄາດັ່ງກ່າວ ໃນມື້ວານນີ້ ໃນການໃຫ້ ສຳພາດ ແກ່ໂທຣະພາບການາດາ ທີ່ນະຄອນ OTTAWA ບ່ອນທີ່ທ່ານນາງ ໄດ້ໄປຮ່ວມກອງ ປະຊຸມ ຣັຖມຸນຕຣີ ການຕ່າງປະເທດ ຈາກ 8 ປະເທດ ທີ່ຮັ່ງມີທີ່ສຸດ ຂອງໂລກ. ຫ້າປະເທດ ສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງອົງ ການສະຫະປະຊາຊາດ ຊຶ່ງປະກອບດ້ວຍສະຫະຣັດ ຝຣັ່ງ ອັງກິດ ຣັດເຊັຽແລະຈີນບວກ ເຢັຽຣະມັນ ໄດ້ທຳການເຈຣະຈາ ກັບອີຣ່ານ ກ່ຽວກັບໂຄງການນິວເຄລັຽຂອງປະເທດດັ່ງ ກ່າວ. ບັນດາປະເທດ ພັນທະມິດ ຕາເວັນຕົກ ຮຽກຮ້ອງໃຫ້ ທຳການລົງໂທດຮອບໃໝ່ ຕໍ່ເຕຫະຣ່ານ ແຕ່ຈີນໄດ້ສືບຕໍ່ຄັດຄ້ານ ຕໍ່ການລົງໂທດດັງກ່າວ ໂດຍຢາກໃຫ້ມີ ການເຈ ຣະຈາຫາຣື ເພີ້ມຕື່ມ. ທ່ານ​ນາງຄລິນ​ຕັນ ​ກ່າວ​ວ່າ ບັດ​ນີ້ປັກ​ກິ່ງ​ ມີ​ຄວາມ​ເຫັນ​ຄື​ກັນ ກັບ​ສະຫະຣັດ ທີ່ວ່າ ປະ​ເທດ​ອິຣ່ານ ທີ່​ມີ​ອາວຸດ​ນິວ​ເຄລັຽ​ນັ້ນ ​ແມ່ນ​ເປັນ​ທີ່ ​ຮັບ​ເອົາ​ບໍ່​ໄດ້.

<!-- IMAGE -->

ສະຫະຣັດ - ຈີນ: ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ມີຄວາມກະຕືລືລົ້ນ ທີ່ຈະພັທນາເພີ້ມ ຕື່ມຄວາມສັມພັນ ໃນທາງບວກກັບຈີນ. ຖແລງ ການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນຕອນແລງ ຂອງມື້ວານນີ້ ໂດຍທ່ານ ROBERT GIBBS ໂຄສົກຂອງທຽບຂາວ ກ່າວວ່າ ທ່ານ OBAMA ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນມື້ວານນີ້ ເວລາ ທ່ານ ຮັບ​ເອົາສານຕາຕັ້ງ ຂອງທ່ານ ZHANG YESUI ເອກອັຄຣັຖທູດຄົນໃໝ່ຂອງຈີນ ປະຈຳ ສະຫະຣັດ. ທ່ານ GIBBS ກ່າວວ່າ ປະທານາ ທິບໍດີ OBAMA ໄດ້ໃຫ້ການຢືນຢັນ ອີກຄັ້ງນຶ່ງ ກ່ຽວກັບນະໂຍບາຍ ຈີນດຽວຂອງສະຫະ ຣັດ ແລະກ່າວເນັ້ນເຖິງ ການໃຫ້ຄວາມສນັບສນຸນ ຂອງສະຫະຣັດ ຕໍ່ການດຳເນີນຄວາມ ພະຍາຍາມຂອງຈີນ ແລະໃຕ້ຫວັນ ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງໃນບໍຣິເວນຂ້າມ ຊ່ອງແຄບໃຕ້ຫວັນ. ຈີນອ້າງວ່າ ເກາະໃຕ້ຫວັນ ເປັນສ່ວນນຶ່ງ ຂອງດິນແດນຕົນ. ນອກ ນັ້ນທ່ານ OBAMA ຍັງໄດ້ກ່າວຢຳ ເຖິງຄວາມຈຳເປັນ ຂອງວໍຊິງຕັນ ແລະປັກກິ່ງ ທີ່ຕ້ອງໄດ້ ດຳເນີນງານຮ່ວມກັນ ແລະຮ່ວມກັບ ປະຊາຄົມນາໆຊາດ ກ່ຽວກັບບັນຫາ ທີ່ສຳຄັນຫລໍ່ແຫລມຕ່າງໆ ຂອງໂລກ ຮວມທັງຢຸດເຊົາ ການແຜ່ຜາຍ ອາວຸດນິວເຄລັຽ ແລະສ້າງຄວາມກຳເກິ່ງ ໃຫ້ແກ່ການເຕີບໂຕ ຂອງໂລກ.

<!-- IMAGE -->

ການປະຫານຊີວິດ: ອົງການນິຣະໂທດກັມສາ ກົນ ຫລື AMNESTY INTERNATIONAL ກຳລັງ ຮຽກຮ້ອງ ໃຫ້ຣັຖບານຈີນ ເປີດເຜີຍ​ໃຫ້ ​ຊາບກ່ຽວກັບຈຳນວນພວກທີ່ຖືກ ປະຫານຊີວິດ ໃນແຕ່ລະປີ. ໃນການພິມເຜີຍແຜ່ ລາຍງານປະ ຈຳປີຂອງຕົນ ກ່ຽວກັບຈຳນວນ ພວກທີ່ຖືກ​ໂທດ ​ປະຫານຊີວິດ ຢູ່ໃນທົ່ວໂລກນັ້ນ ອົງການນິຣະໂທດກັມສາກົນ ກ່າວວ່າ ມີທ່າທາງວ່າ ຫຼາຍໆພັນຄົນ​ ໃນ​ນັ້ນແມ່ນໄດ້ຖືກປະຫານຊີວິດ ຢູ່ໃນຈີນໃນປີ 2009 ແຕ່ລາຍງານຊີ້ ອອກວ່າ ຂໍ້ມູນກ່ຽວກັບ ໂທດປະຫານຊີວິດຍັງເປັນຄວາມລັບຂອງປະເທດຢູ່ຈີນ. ​ກ່າວ​ ກັນວ່າຈີນເປັນປະເທດ ທີ່​ມີ​ການປະຫານຊີວິດ ຫລາຍທີ່ສຸດ ໃນໂລກ ຄືມີການປະຫານ ຊີວິດນັກໂທດ ຫລາຍກວ່າທຸກໆປະເທດ ໃນໂລກຮວມກັນ. ລາຍງານ ຂອງອົງການ ນິຣະໂທດກັມສາກົນ ເວົ້າວ່າ ມີຢ່າງນ້ອຍ 714 ຄົນ ຖືກປະຫານຊີວິດ ຢູ່ໃນ 18 ປະເທດປະເທດ ໃນປີກາຍນີ້. ລາຍງານ ສະແດງໃຫ້ເຫັນວ່າ ຢູໂຣບບໍ່ໄດ້ມີການປະຫານ ຊີວິດ ເປັນປີທຳອິດ ນັບແຕ່ອົງການ ນິຣະໂທດກັມສາກົນ ເລີ້ມຈົດບັນທຶກມາ. ເບລາຣຸສ ຍັງເປັນປະເທດດຽວເທົ່ານັ້ນ ໃນຢູໂຣບ ທີ່ຍັງສືບຕໍ່ ໃຊ້ໂທດປະຫານຊີວິດ ແລະເມື່ອ 2 ອາທິດຜ່ານມານີ້ ປະເທດດັ່ງກ່າວ ກໍໄດ້ປະຫານຊີວິດ 2 ຄົນ.

<!-- IMAGE -->

ອອສເຕຣເລັຽ - ມຽນມາ: ອອສເຕຣເລັຽ ກ່າວ ໃນວັນອັງຄານ ມື້ນີ້ວ່າ ການເລືອກຕັ້ງ ໃນມຽນມາຈະເປັນການເລືອກຕັ້ງທີ່ຍຸຕິທັມໄດ້ ກໍຕໍ່ເມື່ອ ພັກຝ່າຍຄ້ານ ຂອງທ່ານນາງ ອອງ ຊານຊູຈີ ສາມາດປະກອບສ່ວນເຂົ້າຮ່ວມນຳ ໄດ້ເທົ່ານັ້ນ. ຣັຖມຸນຕຣີ ການຕ່າງປະເທດ ອອສເຕຣເລັຽ ທ່ານ STEPHEN SMITH ກ່າວຕໍ່ ວິທຍຸ ABC ວ່າ ກົດໝາຍເລືອກຕັ້ງ ໃໝ່ຂອງມຽນມາ ເຮັດໃຫ້ ຖ້າຫາກບໍ່ແມ່ນເປັນ ໄປບໍ່ໄດ້ເລີຍ ກໍເປັນການຍາກຫຼາຍ ສຳລັບພັກ ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຈະເຂົ້າ ປະກອບສ່ວນ ໃນການເລືອກຕັ້ງ ໂດຍມີທ່ານນາງ ອອງຊານຊູຈີ ຜູ້ທີ່ເຄີຍໄດ້ ຮັບລາງວັນໂນແບລ ຂແນງສັນຕິພາບ ເປັນຜູ້ນຳພາ ຂອງພັກນັ້ນ. ທ່ານ SMITH ເວົ້າວ່າ ກົດໝາຍ​ນັ້ນ ພາໃຫ້ໝົດຫວັງທີ່ວ່າ ອາດຈະມີ ຄວາມກ້າວໜ້າ ໃນດ້ານປະຊາທິປະໄຕ ເກີດຂຶ້ນຢູ່ໃນມຽນມາ ນອກຈາກວ່າ ຈະມີການປ່ຽນແປງ ຂັ້ນພື້ນຖານ ຫລືການປ່ຽນແປງທີ່ສຳຄັນ. ໃນມື້ວານນີ້ ສະຫະຣັດ ໄດ້ຖິ້ມໂທດໃສ່ ຣັຖບານທະຫານມຽນມາ ກ່ຽວກັບການຕັດສິນໃຈ ຂອງພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ທີ່ຈະບ໋ອຍຄອດ ຫລືບໍ່ເຂົ້າຮ່ວມ ການເລືອກຕັ້ງ ຄັ້ງຈະມາ ໃນມຽນມາ.

<!-- IMAGE -->

ເກົາຫລີໃຕ້: ປະທານນາທິບໍດີເກົາຫລີໃຕ້ທ່ານ LEE MYUNG BAK ໄດ້ສັ່ງ ໃຫ້ມີການກຽມ ພ້ອມ ທາງດ້ານທະຫານ ​ເພື່ອຮັບ​ມື​ ກັບການ ເຄື່ອນໄຫວໃດໆກໍຕາມ ຂອງເກົາຫລີເໜືອ ທີ່ ເປັນຄູ່ປໍຣະປັກນັ້ນ ຫລັງຈາກກຳປັ່ນຣົບລຳນຶ່ງ ຂອງເກົາຫລີ ໃຕ້ໄດ້ຫລົ້ມ ໃນມື້ວັນສຸກແລ້ວ. ຖແລງການສະບັບນຶ່ງ ຂອງປະທານາທິບໍດີ ທີ່ນຳອອກເຜີຍແຜ່ ໃນວັນອັງຄານມື້ນີ້ ແຈ້ງວ່າ ທ່ານ LEE ໄດ້ກ່າວຕໍ່ຄະນະຣັຖບານຂອງທ່ານວ່າ ທ່ານຢາກໃຫ້ ທາງກອງທັບ ຢູ່ໃນທ່າ ກຽມພ້ອມ. ສາເຫດກ່ຽວກັບເຫດຣະເບີດ ທີ່ພາໃຫ້ ກຳປັ່ນຣົບຂອງເກົາຫລີໃຕ້ຫລົ້ມນັ້ນຍັງ ບໍ່ທັນເປັນທີ່ຮູ້ຈັກເທື່ອ ແຕ່ເກົາຫລີໃຕ້ກ່າວວ່າ ບໍ່ມີທ່າທາງວ່າ ເປັນການໂຈມຕີ ຂອງກຳປັ່ນ ຣົບເກົາຫລີເໜືອ. ເຫດຣະເບີດ ທີ່ເຮັດໃຫ້ພື້ນທ້ອງຂອງກຳປັ່ນ ຣົບເກົາຫລີໃຕ້ລຸ ໃນຄືນວັນ ສຸກລະຫວ່າງການລາຕເວນ ຕາມປົກກະຕິ ຢູ່ຕາມບໍຣິເວນຊາຍແດນທາງທະເລທີ່ມີຄວາມ ເຄັ່ງຕຶງ ທາງກຳຕາເວັນຕົກ ຂອງແຫລມເກົາຫລີ. ພວກລູກເຮືອ 58 ຄົນ ຂອງຈຳນວນທັງ ໝົດ 104 ຄົນ ທີ່ຢູ່ໃນກຳປັ່ນລຳນັ້ນ ໄດ້ຖືກຊ່ອຍຊີວິດໄວ້ໄດ້ ບໍ່ດົນຫລັງຈາກ ກຳປັ່ນໄດ້ ຫລົ້ມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG