ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການວາງລະບີດສະລະຊີບ 2 ບັ້ນໃນກຸງມອສກູ ສັງຫານຜູ້ຄົນ 35 ຄົນ


ການວາງລະບີດສະລະຊີບ 2 ບັ້ນໃນກຸງມອສກູ ສັງຫານຜູ້ຄົນ 35 ຄົນ
ການວາງລະບີດສະລະຊີບ 2 ບັ້ນໃນກຸງມອສກູ ສັງຫານຜູ້ຄົນ 35 ຄົນ
<!-- IMAGE -->

ຂ່າວ​ການ ວາງລະ​ເບີດ ​ທີ່​ກຸງ​ມອສກູ:ບັນດາ​ເຈົ້າ​ໜ້າ​ທ່ີຣັດ​ເຊັຍ​ກ່າວ​ວ່າ ການວາງ​ລະ​ເບີດ​ສະລະ​ຊີບ 2 ບັ້ນ ໃນ​ລະບົບ​ລົດ​ໄຟ​ໄຕ້​ດິນຂອງ​ກຸງ​ມອສກູ ໃນ​ລະຫວ່າງ​ຊົ່ວ​ໂມງ​ທີ່​ຜູ້​ຄົນ ກຳລັງ​ໄປ​ລ້າ​ໄປ​ການ ​ເຊົ້າວັນ​ຈັນ​ມື້​ນີ້ ​ໄດ້​ເຮັດ​ໃຫ້​ຜູ້​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 35 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ. ເຈົ້າ​ຄອງ​ກຳ​ແພງ​ກຸງ​ມອສກູກ່າວ​ວ່າ ຄົນ​ຮ້າຍວາງລະ​ເບີດໃນ​ຄັ້ງ​ນີ້​ແມ່ນ​ແມ່ຍິງ. ​ເຫດລະ​ເບີດ​ຄັ້ງ​ທຳ​ອິດ​ເກີດ​ຂຶ້ນ​ ທ່ີ​ສະຖານີ​ໃຕ້​ດິນ Lubyanka ​ເຮັດ​ໃຫ້​ຜູ້​ຄົນ​ໃນ​ລົດ​ໄຟ​ແລະ​ບ່ອນ​ຢືນ​ລໍຖ້າ​ຂຶ້ນ​ລົດ​ໄຟ ​ຢ່າງ​ນ້ອຍ 23 ຄົນ​ເສັຍ​ຊີວິດ. ສະຖານີ​ແຫ່ງ​ນີ້​ຕັ້ງ​ຢູ່​ໃກ້ໆ​ກັບ​ກອງ​ບັນຊາ​ການ​ໃຫຍ່​ຂອງ​ພະ​ແນ​ກ ຮັກສາ​ຄວາມ​ປອດ​ໄພ​ຂອງຣັຖບານ​ກາງຣັດ​ເຊັຍ ທ່ີ​ຕັ້ງ​ຂຶ້ນມາ​ແທນທີ່ອົງ ການ​ສືບ​ລັບ KGB ນັ້ນ. ເຫດລະ​ເບີດ​ຄັ້ງ​ທີ​ສອງ​ ​ແຕກ​ຂຶ້ນ​ໃນ​ເວລາ 40 ນາທີ​ຕໍ່​ມາ​ທ່ີ​ສະຖານີ Park Kultury ຊຶ່ງ​ຕັ້ງ​ຢູ່​ໃນ​ໃຈ​ກາງນະຄອນ ຫລວງ​ຂອງຣັດ​ເຊັຍ​ເຊ່ັນ​ກັນ ເຮັດ​ໃຫ້ຄົນ​ຕາຍ 10 ປາຍຄົນ. ໂຄສົກ​ປະຈຳ​ຫ້ອງການ​ໄອ​ຍະ​ການ​ລັດ ກ່າວ​ວ່າ ການ​ໂຈມ​ຕີ​ເຫລົາ​ນີ້​ກຳລັງ​ຖືກ​ສືບສວນ​ໃນ​ຖານະ​ເປັນ​ການ​ກໍ່​ການ​ຮ້າຍ. ຍັງ​ບໍ​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ມື້​ນີ້​ເທ່ືອ.

<!-- IMAGE -->

ປະທານາທິບໍດີສະຫະຣັດຫລອນໄປ​ຢ້ຽມຢາມອັຟກາ​ນີສຖານ: ປະທານາທິບໍດີ​ສະຫະຣັດ ທ່ານ​ບາຣັກ​ໂອ​ບາ​ມາ ​ເດີນທາງ​ອອກ​ຈາກ ອັຟກາ​ນີສຖານ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ທຳ​ການ​ຢ້ຽມຢາມ​ ​ເປັນ​ເວລາ​ສັ້ນໆ​ ໂດຍ​ທ່ີ​ບໍ່​ບອກ​ໃຫ້​ຊາບ​ລ່ວງ​ໜ້າ ຊຶ່ງທ່ານໄດ້​ກົດ​ດັນ​ໃຫ້ຣັຖບານອັຟກາ​ນີສຖານ ​ປາບ​ການ​ສໍ້ຣາດບັງຫລວງ​ແລະ​ປັບປຸງ​ການປົກຄອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ ແລະ​ທ່ານ​ໄດ້ສະແດງການ​ຂ່ຳນັບ​ຕໍ່​ພວກທະຫານ​ສະຫະຣັດທ່ີ​ຮັບໃຊ້​ຢູ່​ໃອັຟກາ​ນີສຖານ​ນັ້ນ​. ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ ເປັນ​ເວລາ6 ຊົ່ວ​ໂມງ​ໃນ​ວັນ​ອາທິດວານ​ນີ້ ທ່ານ​ໂອ​ມາ​ບາ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ພ້ອມ​ທັງຄນະຣັຖບານ​ຂອງ​ທ່ານ ທີ່ນະຄອນຫລວງ​ກາ​ບູລ. ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ສັນລະ​ເສີນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ອັຟກາ​ນິສຖານ ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພໃນ​ປະ​ເທດ ​ແຕ່​ທ່ານ​ກໍ​ກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ທຳ​ການ​ປາບ​ປາມ​ການ​ສໍ້ຣາດບັງ​ຫລວງ​ແລະ​ຂະຫຍາຍ​ການ​ປົກຄອງ​ດ້ວຍ​ໂຕ​ບົດ​ກົດໝາຍອອກ​ໄປ​ໃຫ້​ທົ່ວ​ປະ​ເທດ. ທ່ານ Karzai ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ສະໜັບສະໜຸນ​ຂອງສະຫະຣັດ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ກ້າວໜ້າ​ ຕໍ່​ໄປ ​ແລະໃນ​ທີ່​ສຸດ ກໍຈະ​ຮັບ​ເອົາ​ພາລະ​ໃນ​ການ​ຮັກສາ​ຄວາມ​ໝັ້ນ​ຄົງ ປອດ​ໄພ​ໃນ​ປະ​ເທດ​ດ້ວຍ​ຕົນ​ເອງ. ເຈົ້າ​ໜ້າ​ທ່ີ​ທຳນຽບຂາວ​ ປະກາດໃຫ້​ຊາບວ່າ ປະທາ​ນາ​ທິບໍດີ Karzai ຈະ​ມາຢ້ຽມຢາມ​ກຸງ​ວໍ​ຊິງ​ຕັນ​ ໃນ​ວັນ​ທີ 12 ​ເດືອນພຶດສະພາ​ໜ້າ​ນີ້. ປະທານາທິບໍດີ​ໂອ​ບາ​ມາ​ຍັງໄດ້​ພົບ​ປະ​ກັບ​ບັນດາ​ນາຍ​ທະຫານແລະ​ພົນ ທະຫານ​ຂອງ​ສະຫະຣັດ​ເຊັ່ນ​ກັນ​ ທ່ີ​ຖານ​ທັບ​ອາກາດ Bagram ​ທາງ​ທິດເໜືອຂອງກຸງ​ຄາ​ບູລ ຊຶ່ງ​ທ່ານ​ກ່າວ​ວ່າ ພາລະກິດ​ຂອງ​ສະຫະຣັດ​ໃນ​ອັຟກາ​ນີສຖານ​ແມ່ນ​ແຈ້ງ​ຂາວ ນັ້ນກໍ​ຄື​ເພື່ອ​ຂັດຂວາງ ທັບ​ມ້າງ ​ເອົາ​ຊະນະ ​ແລະ​ທຳລາຍ​ກຸ່ມ al-Qaida ​ແລະພັນທະ​ມິດ​ຫົວ​ຮຸນ​ແຮງ​ຂອງ​ພວກ​ເຂົາ.

<!-- IMAGE -->

ຈີນຕັດສິນ​ໂທດ​ຄະນະບໍລິຫານ​ບໍລິສັດ Rio Tinto: ສານ​ຈີນ​ແຫ່ງ​ນຶ່ງ​ໄດ້​ຕັດສິນ​ວ່າ​ ຜູ້​ບໍລິຫານ​ບໍລິສັດ Rio Tinto 4 ຄົນ ມີ​ຄວາມ​ຜິດ​ ໃນ​ຂໍ້​ຫາ​ໃຫ້​ສິນ​ບົນ​ແລະ​ທຳ​ການ​ຈາຣະກັມ​ທາງ​ທຸລະ​ກິດ. ​ໃນວັນ​ຈັນ​ມື້​ນີ້ ສານ​ປະຊາຊົນ​ຊັ້ນ​ກາງຂອງ​ນະຄອນ​ຊຽງ​ໄຮ້​ ໄດ້​ຕັດສິນໂທດຈຳ​ຄຸກນາຍ Stern Hu ຄົນ​ອອສ​ເຕຣ​ເລັຍ​ເຊື້ອສາຍຈີນ​ ​ເປັນ ເວລາ 7 ປີ ໃນ​ຖານຮັບ​ສິນ​ບົນ​ແລະ​ອີກ 5 ປີ ​ໃນ​ຂໍ້​ຫາ​ລັກ​ເອົາຄວາມ ​ລັບ​ທາງ​ການ​ຄ້າ. ​ແຕ່ສານ​ກ່າວວ່າ ນາຍ​ຫູ​ ຈະ​ຮັບ​ໃຊ້​ໂທດ​ໃນ​ຄຸກ​ເປັນ​ເວລາ 10 ປີ. ນອກ​ນີ້ ສານດັ່ງກ່າ​ວ​ຍັງໄດ້ຕັດສິນ​ໂທດ​ຜູ້ບໍລິຫານ​ບໍລິ ສັດ Rio Tinto ​ອີກ 3 ຄົນ​ ໃຫ້​ຈຳ​ຄຸກ​ໃນ​ລະຫວ່າງ 7 ຫາ 14 ປີ ​ໃນ​ຂໍ້​ຫາ​ໃຫ້​ສິນບົນ​ ແລະ​ລັກ​ເອົາ​ຄວາມ​ລັບ​ດ້ານ​ການ​ຄ້າ ​ເຊ່ັນ​ກັນ. ຣັຖບານ​ອອສ​ເຕຣ​ເລັຍ​ໄດ້​ມີ​ປະຕິກິລິຍາ​ຕອບ​ໂດຍ​ທັນທີ ຊຶ່ງຣັຖມຸນຕີ​ການຕ່າງປະ​ເທດ Stephen Smith ​ເອີ້ນ​ການ​ຕັດສິນ​ໂທດ​ດັ່ງກ່າວ​ວ່າ ​ຮຸນ​ແຮງ​ຫລາຍ. ທ່ານ Smith ຍັງໄດ້​ຕັ້ງຂໍ້​ສົງ​ໃສ​ກ່ຽວ​ກັບ​ການ ຕັດສິນ​ໃຈ​ຂອງ​ຈີນ​ ທ່ີ​ດຳ​ເນີນ​ຄະດີ​ບຸກຄົນ​ເຫລົ່ານີ້​ຢ່າງ​ລັບໆເປັນ​ບາງ​ສ່ວນນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ ພາໃຫ້​ມີ​ຄຳ​ຖາມ​ຈາກ​ວົງ​ການ​ທຸຣະກິດ​ຕ່າງ ປະ​ເທດ​ ກ່ຽວກັບ​ກົດໝາຍ​ວ່າດ້ວຍ​ຄວາມ​ລັບ​ດ້ານ​ການຄ້າ​ຂອງ​ຈີນ​.
ການ​ປະ​ທ້ວງ​ທີ່ໄທ: ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາຍົກຣັຖມຸນຕີ​ໄທ​ແລະ​ພວກ​ຜູ້ນຳ​ກຸ່ມ​ເສື້ອ​ແດງ ​ກຳນົດ​ຈະ​ທຳ​ການ​ພົບ​ປະ​ຫາລື​ກັນ​ອີກ​ເປັນ​ມື້​ທີ​ສອງ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ການ​ພົບ​ປະກັນ​ທ່ີ​ຖ່າຍ​ທອດ​ອອກທາງ​ໂທຣະພາບ​ໃນ​ວັນ​ອາ ທິດວານ​ນີ້​ ປະສົບ​ກັບ​ຄວາມ​ລົ້ມແຫລວໂດຍບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້ ກ່ຽວ​ກັບ​ວ່າ​ຈະ​ເຮັດ​ວິທີ​ໃດ​ດີ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ ໃນ​ປະ​ເທດ​. ນາຍົກຣັຖມຸນຕີ​ອະພິສິດໄດ້​ທຳ​ການ​ເຈຣະຈາ​ ເປັນ​ເວລາ3 ຊົ່ວ​ໂມງ​ທ່ີ​ຖ່ານ​ທອດ​ທາງ​ໂທຣະພາບ​ໃນ​ວັນ​ອາທິດ​ວານ​ນີ້ ກັບ​ພວກ​ເສື້ອ​ແດງ ທ່ີ​ໄດ້​ທຳ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ ໃນ​ບາງກອກ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່. ພວກ​ເສື້ອ​ແດງ​ໃຫ້​ເວລາທ່ານ​ອະພິສິດ​ 2 ສັບປະດາ​ເພື່ອ​ໃຫ້​ຍຸບ​ສະພາ ​ແຕ່​ໄດ້​ຕົກລົງ​ທ່ີ​ຈະ​ພົບ​ປະກັນ​ອີກ ເພື່ອເຈຣະຈາ​ກັນ​ຕໍ່ ​ໃນ​ວັນ​ຈັນ​ມື້​ນີ້ ເວລາ 6:00 ​ໂມງ​ແລງ ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ຊຶ່ງ​ຕອນ​ນີ້​ກໍ​ຄົງ​ໄດ້​ເຣິ່ມມາ​ໄດ້​ຊົ່ວ​ໂມງ​ປາຍແລ້ວ.
ການ​ເມືອງ​ທີ່ມຽນມ້າ: ພັກ​ຂອງ​ຝ່າຍ​ຄ້ານ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ທ່ີ​ຖືກ​ກັກ​ບໍລິ​ເວນ​ຢູ່​ໃນບ້ານ​ເຮືອນ​ນັ້ນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຈະ​ບໍ່​ລົງ ທະບຽນ​ເຂົ້າ​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ໃນ​ປີ​ນີ້.
ບັນດາສະມາຊິກ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຈຳ ນວນ​ຫລາຍ​ກວ່າ 100 ຄົນ ​ໄດ້​ຊຸມນຸມ​ກັນ​ທ່ີ​ສຳນັກງານ​ໃຫຍ່​ຂອງ​ຕົນ​ໃນ​ນະຄອນ​ຢັ້ງ​ກຸ້ງ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສົນທະນາຫາລືກັນ​ກ່ຽວ​ກັບເຣື່ອງ ນີ້. ກ່ອນ​ໜ້າ​ນັ້ນ ທ່ານ​ນາງ​ອອງຊານ​ຊູ​ຈີ ໄດ້​ຮຽກຮ້ອງ​ພັກ​ຂອງ​ທ່ານ​ນາງ​ ບໍ່​ໃຫ້ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ ກົດໝາຍ​ ເລືອກ​ຕັ້ງ​ທີ່​ປະກາດ​ອອກ​ມານັ້ນ ບໍ່​ຍຸດຕິ​ທຳ. ກົດໝາຍ​ເລືອກ​ຕັ້ງ​ໃຫມ່​ ບົ່ງ​ວ່າ​ພວກ​ພັກ​ການ​ເມືອງ​ໃດ​ກໍ​ຕາມ​ທ່ີ​ໄປ​ລົງ ທະບຽນ​ເລືອກ​ຕັ້ງ​ ຈະ​ຕ້ອງບໍ່​ມີ​ອາຊຍາກ​ອນຢູ່​ໃນ​ຖັ້ນ​ແຖວ​ຂອງ​ຕົນ. ທ່ານ​ນາງ​ອອງຊານ​ຊູ​ຈີ​ ໄດ້​ຖືກ​ກັກ​ບໍລິ​ເວນໃນ​ຮູບໃດຮູບນຶ່ງ​ ມາ​ເປັນ ເວ​ລາ 14 ປີ​ໃນ​ຮອບ20 ປີຜ່ານມາ​ນີ້ ​ແລະ​ເຈົ້າ​ໜ້າ​ທ່ີ​ພັກ​ຫລາຍຄົນ​ກໍ​ໄດ້​ຖືກ​ກັກ​ຂັງ ໃນ​ຖານະ​ເປັນ​ນັກ​ໂທດ​ການ​ເມືອງ. ພັກ​ການ​ເມືອງ​ຕ່າງໆ​ໃນ​ມຽນມ້າ ມີ​ເວລາ​ຮອດ​ອາທິດ​ທຳ​ອິດ​ຂອງ​ເດືອນ​ພຶດສະພາ ​ເພື່ອ​ໄປ​ລົງທະບຽນ ບໍ່​ດັ່ງ​ນັ້ນ​ກໍ​ຈະ​ຖືກ​ຍຸບ​ໄປ. ຍັງ​ບໍ່​ທັນ​ມີການ​ກຳ​ນົດ ວັນ​ເວລາ​ການ​ເລືອກ​ຕັ້ງ​ໃໝ່​ເທື່ອ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ມີ​ການ​ມອງ​ເຫັນ​ກັນ​ວ່າ ​ເປັນ​ການ​ຫລອກ​ລວງ​ທ່ີ​ມີ​ວັດຖຸ​ປະສົງເພື່ອ​ຮັກສາ​ພວກ​ທະຫານ​ໃຫ້​ຄອງ​ອຳນາດ​ຢູ່​ຕໍ່​ໄປ.

XS
SM
MD
LG