ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ຊາວບ້ານ 321 ຄົນຖືກສັງຫານ ໃນສາທາຣະນະຣັດປະຊາທິປະໄຕ Congo


ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ຊາວບ້ານ 321 ຄົນຖືກສັງຫານ ໃນສາທາຣະນະຣັດປະຊາທິປະໄຕ Congo
ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ຊາວບ້ານ 321 ຄົນຖືກສັງຫານ ໃນສາທາຣະນະຣັດປະຊາທິປະໄຕ Congo
<!-- IMAGE -->

ຂ່າວ​ການສັງ ຫານໝູ່​ປະຊາຊົນ​ ​ທີ່ສາທາຣະນະຣັດປະຊາທິປະ​ໄຕ Congo: ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ໃນ​ສະຫະຣັດກ່າວ​ວ່າ ພວກ​ກະບົດໃນ ປະ​ເທດ​ສາທາຣະນະຣັດປະຊາທິປະ​ໄຕ Congo ​ໄດ້​ສັງຫານ​ພວກຊາວບ້ານ​ຢ່າງ​ນ້ອຍ 321 ຄົນ​ ໃນ​ການ​ສັງຫານໝູ່​ ທ່ີ​ບໍ່​ໄດ້ມີ​ລາຍ​ງານ​ໃຫ້​ຊາບ​ມາ​ກ່ອນ​ ໃນ​ ເດືອນ​ທັນວາ​ປີ​ແລ້ວ​ນີ້. ​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ​ເປີດ​ເຜີຍ​ອອກ​ໃນ​ວັນ​ອາທິດ​ມື້​ນີ້ ກຸ່ມ​ປົກ​ປ້ອງ ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ພວກ​ກະບົດ​ກຸ່ມ​ Lord’s Resistance Army ​ໄດ້ເລິ່ມອາ​ລະວາ​ດທຳ​ການສັງຫານ​ຜູ້​ຄົນ​ຢ່າງ​ຂະໜານ​ໃຫຍ່​ເປັນ​ເວລາ 4 ມື້ ​ໃນ​ວັນ​ທີ 14 ທັນວາຢູ່​ໃນ 10 ໝູ່ບ້ານ​ເປັນ​ຢ່າງ​ນ້ອຍ​ໃນ​ແຂວງ Haut Uele ​ໃນ​ພາກ​ຕາ​ເວັນ​ອອກ ສຽງເໜືອ​ຂອງ​ສະ​ທາຣະນະຣັດປະຊາທິປະ​ໄຕ Congo.
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າພວກ​ຊາວບ້ານ​ສ່ວນຫລາຍ​ ທ່ີ​ຖືກ​ສັງຫານ​ໝູ່​ນັ້ນ ເປັນ​ພວກ​ຜູ້​ຊາຍ​ທ່ີ​ຖືກມັດ​ໄວ້ ​ແລະ​ຖືກ​ຟັນ​ແທງ​ດ້ວຍມີດ​ພ້າ ​ແລະຖືກສັບ​ກະ​ໂຫລ​ກຫົວຈົນ​ມຸ່ນດ້ວຍຂວັນ​ ​ ​ແລະ​ພວກ
ທ່ີ​ຕາຍ​ໄປ​ນັ້ນ ​ມີ​ຮວມທັງ​ເດັກນ້ອຍແມ່ຍິງ​ຄົນ​ນຶ່ງ​ ວັຍ3 ຂວບ​ ຊຶ່ງ​ໄດ້ຖືກ​ໄຟ​ໄໝ້​ຕາຍ.
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ພວກ ກະບົດ LRA ຍັງ​ໄດ້​ລັກ​ຈັບ​ໂຕ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ​ຕື່ມ​ອີກ250 ຄົນ​ຈາກ ໝູ່​ບ້ານ​ຕ່າງໆ ຮວມທັງ​ເດັກນ້ອຍ80 ຄົນ​ນຳ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ດັ່ງກ່າວ​ເວົ້າ​ວ່າ ພວກ​ກະບົດ​ໄດ້​ບັງຄັບ​ໃຫ້​ພວກ​ເດັກນ້ອຍ​ຫລາຍ​ຄົນ​ໄປ ຂ້າ​ພວກ​ເດັກນ້ອນຄົນ​ອື່ນ​ໆ​ອີກ​ຫລາຍ​ຄົນ ​ທ່ີ​ຝ່າຝືນ​ກົດ​ລະບຽບຂອງ ພວກ​ກະບົດ​ນັ້ນ. ນັກ​ຄົ້ນຄວ້າ​ຂັ້ນ​ອາວຸ​ໂສ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ການ​ສັງຫານໝູ່​ຜູ້​ຄົນຄັ້ງ​ນີ້ ນັບ​ວ່າເປັນ​ການ ​ກະທຳ​ຄັ້ງ​ຊົ່ວ​ຮ້າຍ​ທ່ີ​ສຸດ ​ຂອງ​ພວກ​ກະບົດ​ກຸ່ມ​ນີ້ ໃນ​ປວັດສາດ 23 ປີ ຂອງ​ກຸ່ມ​. ນາຍ Joseph Kony ຫົວໜ້າ​ກຸ່ມ​ກະບົດ LRA ​ເປັນ​ບຸກຄົນ​ທ່ີສານ​ອາຊຍາ​ກຳ​ສາກົນ ຕ້ອງການ​ໂຕ​ທ່ີ​ສຸດໃນ​ຂໍ້​ຫາ​ອາຊຍາ​ກັມ​ສົງຄາມ​. ​ເຈົ້າ​ໜ້າ​ທ່ີ​ອັງກາ​ນສະ ຫະ ​ປະຊາ​ຊາດ​ທ່ານ​ນຶ່ງ​ໄດ້​ຢືນຢັນ​ກ່ຽວ​ກັບ​ການ​ສັງ ຫາ​ຜູ້​ຄົນ​ເປັນ​ໝູ່​ນີ້ ​ແລະ​ກ່າວ​ວ່າ ອົງ​ການ​ສະຫະ​ປະຊາ​ຊາດ​ກຳລັງ​ທຳ​ການ​ສືບສວນ​ເຣື່ອງນີ້​ຢູ່.
ທີ່ໄທ:ນາຍົກ​ລັດຖະມົນຕີ​ໄທ ທ່ານ ອະພິສິດ ​ເວ​ດຊາ​ຊິ​ວະ ​ໄດ້​ເລີ່​ມທຳ​ການ ​ເຈລະຈາ​ກັບ​ພວກ​ຜູ້ນຳ​ຂະ​

<!-- IMAGE -->

ບວນການທີ່ຕໍ່ຕ້ານ​ລັດຖະບານ ຫລື​ທີ່​ເອີ້ນ​ວ່າ ພວກ​ເສື້ອ​ແດງ ທີ່ໄດ້​ທຳ​ການ​ປະ​ທ້ວງ​ຢ່າງ​ໃຫຍ່ໃນ​ບາງກອກມາ​ເປັນ​ເວລາ​ສອງ​ອາທິດ
ແລ້ວ ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່.​ໃນ​ຕອນ​ກ່າວ​ຄຳ​ປາ​ໄສ​ທາງ​ທີ​ວີປະຈຳ​ອາທິດ​ ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ທ່ານ​ອະພິ ສິດ​ກ່າວ​ວ່າ ທ່ານ​ຈະບໍ່​ຍອມຖືກ​ບັງຄັບ​ໃຫ້ປະຊຸມ​ກັບ​ພວກ​ສະ​ນໜັບ​ສະນໜຸນທ່ານ​ທັກສິນ ຊິນນະ​ວັດ ​ອະດີດ​ນາ​ຍົກ​ລັດຖະມົນຕີ​ທີ່​ຖືກໂຄ່ນ​ລົ້ມ​ນັ້ນ ​ແຕ່ສອງສາມ​ຊົ່ວ​ໂມງ​ຕໍ່ມາ ຫ້ອງການ​ຂອງ​ທ່ານອະ ພິສິດ​ໄດ້​ທຳ​ການປະກາດ​ພິ​ເສດ​ທາງ​ທີ​ວີ ​ບອກວ່າທ່ານ​ພ້ອມ​ແລ້ວ​ທີ່ຈະ ​ພົບ​ປະ​ກັບແກນຜູ້ນຳ​ພວກປະ​ທ້ວງ ໃນ​ຄວາມ​ພະຍາຍາມເພື່ອ​ກູ້ເອົາສັນ ຕິພາບ​ຄືນ​ມາ ​ແລະ​ລົດ​ຜ່ອນໂອກາດທີ່ອາດ​ຈະ​ເກີດ​ຄວາມ​ຮຸນ​ແຮງນັ້ນ.
ການ​ປະກາດ​ທາງ​ທີ​ວີ​ດັ່ງກ່າວ ມີ​ຂື້ນ​ຫລັງ​ຈາກ​ພວກ​ປະ​ທ້ວງ​ຫລາຍໝື່ນ ​ຄົນ ​ໄດ້​ບັງຄັບໃຫ້ພວກ​ທະຫານຕ້ອງ​ຖອນ​ອອກ​ຈາກ​ເຂດ​ປະວັດ​ສາດ​ເກົ່າ​ຂອງ​ບາງກອກ​ ເພື່ອ​ຫລີກ​ລ້ຽງ​ການປະ​ທະກັນເມື່ອ​ວັນ​ເສົາວານ​ນີ້.
​ທີ່ມຽນມ້າ: ຜູ້ນຳ​ຣັຖບານ​ທະຫານ​ມຽນມ້າເຕືອນ​ບໍ່​ໃຫ້​ຕ່າງປະ​ເທດ​ແຊກ​ແຊງ​ເຂົ້າໃນ ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ຊຶ່ງ​ກຳ​ນົດຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ ແລະ​ກ່າວ​ວ່າ​ພວກ​ພັກ​ການ​ເມືອງ​ຕ່າງໆ​ ກໍຄວນ​ຈະ​ຫລີກ​ລ້ຽງ​ການ​ໂຄສະນາ​ຫາ​ສຽງ ເລືອກ​ຕັ້ງ​ທ່ີ​ສ້າງ​ຄວາມ​ແຕກ​ແຍກ​ ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຊຶ່ງ​ກັນ​ແລະ​ກັນ. ນາຍ​ພົນ Than Shwe ຜູ້ນຳ​ອາວຸ​ໂສ​ຂອງມຽນມ້າ ກ່າວ​ເຊັ່ນ​ນີ້​ຕໍ່​ພວກ ທະຫານ13 ພັນ​ຄົນ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ເປັນ​ວັນ​ກອງທັບ​ແຫ່ງຊາດ​ຂອງມຽນມ້າ ທ່ີເມືອງ Naypyida ນະຄອນຫລວງ​ດ້ານ​ການ​ປົກຄອງ ​ທ່ີຕັ້ງ​ຢູ່​ໃນ​ເຂດ​ສອກຫລີກ​ຫ່າງ​ໄກ ແລະທ່ານໄດ້ກ່າວວ່າ ການເລືອກ​ ຕັ້ງ​ທ່ີ​ວ່າ​ນີ້​ເປັນ​ພຽງ​ແຕ່​ການ​ເລີ້ມ​ຕົ້ນ​ຂອງ​ຂັ້ນ​ຕອນ​ສົ່ງ​ເສີມ​ລະບອບປະ ຊາທິປະ​ໄຕ​ເທົ່າ​ນັ້ນ.
ມຽນມ້າ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງຣັຖບານ​ທະຫານ​ມາ​ຕັ້ງ​ແຕ່​ປີ 1962. ການ​ເລືອກ​ຕັ້ງ​ເທ່ືອ​ຫລ້າ​ສຸດ​ມີ​ຂຶ້ນ​ໃນ​ປີ1990 ຊຶ່ງ​ພັກ​ສັນ​ນິບາດ ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາງ​ອອງ ຊານ​ຊູ​ຈີ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຢ່າງ​ຂາດ​ຮອຍ ​ແຕ່​ພວກ​ທະຫານ​ບໍ່​ຍອມ​ປະ​ໃຫ້​ພັກ​ຂອງ​ທ່ານ​ນາງ​ຂຶ້ນ​ຄອງ​ອຳນາດ.
ທີ່ຟີລິບປິນ: ທາງ​ການ​ທະຫານ​ຟິລິບ​ປິນກ່າວ​ວ່າ ກຳລັງ​ທະຫານ​ໄດ້​ບຸກ​ເຂົ້າຍຶດ​ເອົາ​ຄ້າຍສຳຄັນ​ຢູ່​ໃນ​ປ່າ​ເລິກແຫ່ງ​ນຶ່ງ​ ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ບູ​ເຊ​ຢັບ ​ໃນ​ ​ພາກໃຕ້ຂອງ​ຟິລິບ​ປິນ ​ແລະ​ອາດ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ຫລາຍ​ຄົນ.ຖະ​ແຫລງ​ການ​ສະບັບ​ນຶ່ງ​ທີ່​ອອກ​ໃນ​ວັນ​ອາທິ​ດມື້​ນີ້​ເວົ້າວ່າ ກຳລັງທະຫານ ​ທີ່​ໜຸນ​ຫລັງ​ໂດຍ​ປືນ​ໃຫຍ່ ​ແລະ​ຍົນເຮ​ລິ​ຄອບ​ເຕີ​ປະກອບອາວຸດ ​ໄດ້ຍຶດເອົາຄ້າຍ​ດັ່ງກ່າວ​ ທີ່ຄວບ​ຄຸມໂດຍນາຍ RADULLAN SAHIRON ​ຜູ້​ບັນຊາ​ການລະດັບ​ສູງ​ຄົນ​ນຶ່ງຂອງ​ກຸ່ມ​ອາ​ບູ​ເຊຢັບ ຢູ່​ເທິງ​ເກາະ​ໂຮໂລ​ເມື່ອ​ວັນ​ສຸກ​ຜ່ານ​ມາ. ຖະ​ແຫລງ​ການ​ເວົ້າວ່າ ທະຫານ​ຟິລິປປິນສອງ​ຄົນ ​ໄດ້ຮັບ​ບາດ​ເຈັບແລະ​ ມື​ປືນ​ຂອງ​ກຸ່ມ​ອາ​ບູ​ເຊ​ຢັບ​ຖືກ​ຂ້າ​ຕາຍ ​ຢ່າງ​ໜ້ອຍ ນຶ່ງ​ຄົນ ແລະ​ບາດ​ເຈັບ​ອີກ​ຫລາຍ​ຄົນ. ​ແຕ່ ທາງ​ການ​ທະຫານ​ບໍ່​ໄດ້ກ່າວ​ເຖິງ​ຊະ​ຕາ​ກຳ​ຂອງ​ນາຍ ຊາ​ຮິຣອນ​ ແຕ່​ຢ່າງ​ໃດ.
ກຸ່ມ​ອາ​ບູຊາ​ຢັບ​ເປັນ​ກຸ່ມ​ທີ່​ຖືກ​ຖີ້ມ​ໂທດ​ໃສ່​ວ່າ ທຳວາງ​ລະ​ເບີດຫລາຍໆ ບັ້ນ ​ແລະ​ທຳ​ການ​ລັກ​ພາ​ຕົວ​ພວກ​ເຜີຍ​ແຜ່​ສາສນາ​ຊາວ​ຕ່າງປະ​ເທດ ຊາວຄຣີສຕຽນ ​ແລະ​ພວກ​ທີ່​ປຶກສາ​ທະຫານ​ອາ​ເມ​ລິ​ກັນຫລາຍ​ຄົນ.
ໂຄງການ​ມອດ​ໄຟ​ ​ນຶ່ງ​ຊົ່ວ​ໂມງ​ ຫລື Earth Hour: ຫລັກ​ເມືອງ​ທີ່​ສຳຄັນໆ​ໃນ 125 ປະ​ເທດ ​ໄດ້ມືດ​ໄປຊົ່ວ​ໄລຍະ​ນຶ່ງໃນ​ຄືນ​ວັນ​ເສົາ​ວານ​ນີ້ ເວລາ​ມີ​ການ​ມອດ​ໄຟເປັນ​ເວລາ 1 ຊົ່ວ​ໂມງ ​ໃນ​ຊ່ວງ​ເວລາ​ທີ່​ວ່າ Earth Hour ​ໃນ​ການ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ຂອງ ໂລກ ເພື່ອ​ໃຫ້​ມີ​ການເຄື່ອນ​ໄຫວ​ຫາ​ທາງ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັ້ນ.
ປະຊາຊົນ​ຫລາຍ​ຮ້ອຍ​ລ້ານ​ຄົນ​ໃນ​ຫລາຍ​ພັນ​ຫົວ​ເມືອງ​ ໄດ້​ຖືກ​ຂໍ​ຮ້ອງ ໃຫ້​ມອດ​ໄຟ​ທ່ີ​ບໍ່​ຈຳ​ເປັນ​ ຢູ່​ຕາມ​ຫລັກ​ເມືອງ ສະຖານ​ທີ່​ປວັດ​ສາດ ຫ້ອງ ການ​ທຸຣະກິດ​ແລະ​ບ້ານ​ເຮືອນ​ຕ່າງໆ​ເປັນ​ເວລາ 1 ຊົ່ວ​ໂມງ ນັບ​ແຕ່ 8:30 ຫາ 9:30 ແລງ​ວານ​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນຂອງເຂດ​ເວລ ຂອງ​ປະ​ເທດ​ໃຜລາວ.
ປີ​ນີ້​ວ່າ​ເປັນ​ປີ​ທີ4ຂອງ​ EARTH HOUR ຫລືການ​ມອດ​ໄຟ​ເປັນເວລາ ​ນຶ່ງ​ຊົ່ວ​ໂມງ ທ່ີ​ຈັດ​ຂຶ້ນ​ໂດຍ​ກອງ​ທຶນ​ສະຫງວນ​ສັດປ່າ ທ່ີ​ກ່າວ​ວ່າ ການ​ປະກອບ​ສ່ວນ​ໃນ​ວັນ​ມອດ​ໄຟ​ນຶ່ງ​ຊົ່ວ​ໂມງ​ປີ​ນີ້ ​ໄດ້​ເພ່ີມ​ຂຶ້ນ​ຢ່າງ​ຫລວງ ຫລາຍ​ຈາກ​ປີ2009 ຜ່ານ​ມາ ​ເວລາ​ມີພຽງ 88 ປະ​ເທດ​ເຂົ້າ​ຮ່ວມ​ນຳ ນັ້ນ.
ຂ່າວ​ບຸນ​ສລອງ​ດອກ​ສະກຸຣະ ຫລື Cherry Blossoms ທີ່ສະຫະຣັດ: ນຶ່ງ​ໃນ​ບັນດາ​ຮ່ອງ
ຮອຍ​ທ່ີ​ແນ່​ນອນ ທ່ີ​ສະ​ແດງ​ໃຫ້​ເຫັນ​ວ່າ​ລະດູບານ​ໃໝ່ ໄດ້​ມາ​ຮອດ​ແລ້ວ​ທ່ີ​ກຸງ​ວໍ​ຊິງ​ຕັນດີ​ຊີ​ນັ້ນ ​ກໍ​ຄື ບຸນ​ສລອງ​ດອກ​ສະກຸຣະຫລື Cherry Blossom Festival ກຳລັງ​ຈະ​ມີ​ຂຶ້ນ​ໃນ​ນະຄອນຫລວງ​ຂອງ​ສະຫະຣັດ.ບຸນ​ສລອງ​ດອກ​ສະກຸຣະ​ເປັນ​ເວລາ​ສອງ​ອາທິດ ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ ວານ​ນີ້ ຊຶ່ງ​ປີ​ນີ້​ເປັນ​ຂີດ​ໝາຍ​ຄົບຮອບ 98 ປີຂອງ​ການນຳ​ເອົາ​ຕົ້ນສະກຸ ຣະຊຸດທຳ​ອິດ​ເຂົ້າມາສະ​ຫະຣັດ ແລະ​ມີຂຶ້ນ​ພ້ອມໆ​ກັນກັບ​ໄລຍະເວລາ​ທ່ີ​ດອກ​ສະກຸຣະ​ເລີ້​ມບານ​ຢູ່​ໃກ້ໆ​ກັບບໍລິ​ເວນສະໜາມ​ຫລວງ​ຂອງ​ວໍຊິງຕັນ. ​ໃນ​ວັນ​ທີ 27 ​ເດືອນ​ມີນາ​ ປີ1912ມື້​ລາງສັດ​ຕີ​ຫມາຍ​ເລກ​ນຶ່ງ​ Helen Taft ​ພັນ​ລະ​ຍາ​ຂອງ​ມື້​ລາງ​ປະທານາທິບໍດີ William Taft ຮ່ວມ​ກັບ ພັນ​ລະລາ​ຂອງ​ມື້​ລາງ​ເອກ​ອັກຄະຣັດຖະທູດ​ຍີ່ປຸ່ນ​ປະຈຳ​ສະຫະຣັດ​ໄດ້ ພາກັນ​ປູກ​ຕົ້ນ​ສະກຸຣະ 2 ຕົ້ນທຳ​ອິດ ​ໃນ​ຈຳນວນ​ຫລາຍໆ​ຕົ້ນທີ່​ຍີ່​ປຸ່ນ ສົ່ງ​ມາ​ໃຫ້​ເປັນ​ຂອງຂວັນ​ແກ່​ສະຫະຣັດ. ​ແຕ່ບຸນສລອງ​ດອກ​ສະກຸຣະຄັ້ງ​ທຳ​ອິດ ບໍ່​ໄດ້ມີ​ຂຶ້ນຈົນ​ຮອດ​ປີ 1935.

XS
SM
MD
LG