ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນທີ່ຄາດກັນວ່າ ທ່ານອາລາວີ ຈະເລີ້ມເຈຣະຈາຫາຣື ກ່ຽວກັບ ການຈັດຕັ້ງ ຣັຖບານປະສົມ ໃນອີຣັກ


ເປັນທີ່ຄາດກັນວ່າ ທ່ານອາລາວີ ຈະເລີ້ມເຈຣະຈາຫາຣື ກ່ຽວກັບ ການຈັດຕັ້ງ ຣັຖບານປະສົມ ໃນອີຣັກ
ເປັນທີ່ຄາດກັນວ່າ ທ່ານອາລາວີ ຈະເລີ້ມເຈຣະຈາຫາຣື ກ່ຽວກັບ ການຈັດຕັ້ງ ຣັຖບານປະສົມ ໃນອີຣັກ
<!-- IMAGE -->

ອີຣັກ: ເປັນທີ່ຄາດກັນວ່າ ອະດີດ ນາຍົກຣັຖ ມຸນຕຣີອີຣັກທ່ານ AYAD ALLAWI ຈະເລີ້ມ ການເຈຣະຈາຫາຣືເພື່ອຈັດຕັ້ງ ຣັຖບານປະສົມ ຫລັງຈາກຜົນການນັບຄະແນນສຽງຂັ້ນຕົ້ນໂດຍ ເຕັມ ສະແດງໃຫ້ເຫັນວ່າ ກຸ່ມພັນທະມິດຂອງ ທ່ານ ໄດ້ຮັບບ່ອນນັ່ງ ຫລາຍກວ່າໝູ່ ໃນການ ເລືອກຕັ້ງ ສະພາແຫ່ງຊາດຢູ່ອີຣັກ ຊຶ່ງມີຂຶ້ນໃນ ຕົ້ນເດືອນນີ້. ທ່ານ ALLAWI ກ່າວວ່າກຸ່ມພັນ ທະມິດ IRAQIYA ຂອງທ່ານແມ່ນເປີດກວ້າງ ທີ່ຈະເຈຣະຈາຫາຣື ກັບທຸກໆກຸ່ມແລະວ່າພວກ ເຮົາຈະຮ່ວມກັນຝັງ ການແບ່ງພັກແບ່ງພວກທາງການເມືອງທີ່ເປັນໄປຕາມນິກາຍສາສນາ. ໃນຖານະທີ່ເປັນຜູ້ໄດ້ຮັບຄະແນນສຽງ ຫຼາຍກວ່າໝູ່ນັ້ນ ທ່ານ ALLAWI ຈຶ່ງໄດ້ຮັບເວລາ 30 ມື້ ໃຫ້ຈັດຕັ້ງ ຣັຖບານຊຸດຕໍ່ໄປຂອງອີຣັກ. ຖ້າຫາກທ່ານບໍ່ສາມາດກະທຳໄດ້ ປະທາ ນາທິບໍດີ JALAL TALABANI ກໍຈະເລືອກເອົາ ຜູ້ນຳຂອງກຸ່ມການເມືອງອື່ນ ໃຫ້ເປັນຜູ້ ຈັດຕັ້ງຣັຖບານ. ສ່ວນນາຍົກຣັຖມຸນຕຣີ ທີ່ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງຕື່ມອີກ ຂອງ ອີຣັກ ທ່ານ NOURI AL-MALIKI ກ່າວວ່າ ທ່ານຈະບໍ່ຍອມຮັບ ເອົາຜົນຂອງການ ນັບ ບັດຄະແນນສຽງ ທີ່ມີການປະກາດ ໃນມື້ວານນີ້ ຊຶ່ງທ່ານເວົ້າວ່າ ພັກຣັຖບານປະສົມນິຍົມ ສາສນາອິສລາມ ນິກາຍຊີີໄອທ໌ຂອງທ່ານ ໄດ້ຊະນະບ່ອນນັ່ງ 89 ບ່ອນ.

<!-- IMAGE -->

ເກົາຫລີໃຕ້: ປະທານາທິບໍດີເກົາຫລີໃຕ້ທ່ານ LEE MYUNG BAK ໄດ້ສັ່ງໃຫ້ເຈົ້າໜ້າທີ່ ທຳການສືບສວນ ຢ່າງວ່ອງໄວ ແລະລະອຽດ ກ່ຽວກັບການຫລົ້ມ ຂອງກຳປັ່ນ ກອງທັບເຮືອ ເກົາຫລີໃຕ້ລຳນຶ່ງ ໃກ້ໆບໍຣິເວນຊາຍແດນ ທີ່ ມີການຂັດແຍ້ງ ໃນເຂດທະເລເຫລືອງ. ທ່ານ LEE ເວົ້າວ່າ ຄວນມີການພິຈາຣະນາເບິ່ງ ທຸກໆຊ່ອງທາງທີ່ເປັນໄປໄດ້ ຢູ່ໃນກອງປະຊຸມ ສຸກເສີນຊຶ່ງມີຂຶ້ນໃນຕອນເຊົ້າຂອງວັນເສົາມື້ນີ້. ເຈົ້າໜ້າທີ່ ເກົາຫລີໃຕ້ ໄດ້ເລີ້ມຊອກຄົ້ນຫາ ພວກລູກເຮືອ 46 ຄົນ ຂອງກຳປັ່ນຣົບ ລຳດັ່ງກ່າວ ທີ່ຍັງຫາຍສາບສູນຢູ່ນັ້ນ. ຫົວໜ້າເສນາທິການປະສົມຂອງກອງທັບ ເກົາຫລີໃຕ້ ກ່າວວ່າ ພວກກູ້ພັຍ ສາມາດຊ່ອຍຊີວິດ ພວກລູກເຮືອ ຫລາຍເຖິງ 58 ຄົນ ຂອງຈຳນວນ ທັງໝົດ 104 ຄົນ ທີ່ຢູ່ເທິງກຳປັ່ນໄວ້ໄດ້ ເວລາເຫດຣະເບີດ ໄດ້ພາໃຫ້ເກີດຮູ ຢູ່ໃນລຳໂຕ ດ້ານຫລັງ ຂອງກຳປັ່ນ. ເຈົ້າໜ້າທີ່ຮັກສາຄວາມສະງົບເວົ້າວ່າ ບໍ່ມີຮ່ອງຮອຍໃດໆສະແດງ ໃຫ້ເຫັນວ່າ ເກົາຫລີເໜືອ ມີສ່ວນພົວພັນນຳ ແລະການຫລົ້ມ ຂອງກຳປັ່ນ CHEONAN ທີ່ມີຂນາດຂັບນ້ຳ 1 ພັນ 200 ໂຕນນັ້ນອາດມີສາເຫດມາຈາກເຫດຣະເບີດພາຍໃນກຳປັ່ນ.

<!-- IMAGE -->

ສະຫະຣັດ - ຣັດເຊັຽ: ຜູ້ນຳຂອງອົງການ NATO ກ່າວຊົມເຊີຍຍົກຍ້ອງ ຂໍ້ຕົກລົງສະບັບ ໃໝ່ ກ່ຽວກັບ ການຄວບຄຸມອາວຸດ ລະຫວ່າງ ສະຫະຣັດ ກັບຣັດເຊັຽ. ໃນຄຳປາສັຍຕໍ່ກອງປະ ຊຸມວ່າດ້ວຍຄວາມໝັ້ນຄົງ ທີ່ນະຄອນ BRUS- SELS ໃນວັນເສົາມື້ນີ້ ທ່ານ ANDERS FOGH RASMUSSEN ກ່າວວ່າ ສົນທິສັນ ຍາສະບັບໃໝ່ດັ່ງກ່າວ ອາດຈະກໍ່ໃຫ້ເກີດການ ຮ່ວມມືເພີ້ມຕື່ມ ລະຫວ່າງຣັດເຊັຽ ແລະບັນດາ ປະເທດ ໃນອົງການ NATO. ສ່ວນປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວໃນມື້ວານນີ້ວ່າ ສະຫະຣັດ ແລະຣັດເຊັຽ ໄດ້ຮັບເອົາຂໍ້ຕົກລົງຄວບຄຸມອາວຸດ ໃນຂອບ ເຂດທີ່ກວ້າງຂວາງທີ່ສຸດໃນຮອບເກືອບ ສອງທົສວັດ. ສົນທິສັນຍາ ຫລຸດອາວຸດນິວເຄລັຽ ທີ່ສຳຄັນສະບັບນີ້ ຈະຕັດ ຈຳນວນອາວຸດນິວເຄລັຽ ທີ່ສາມາດຍິງໄດ້ ໃນໄລຍະໄກທີ່ມະຫາ ອຳນາດນິວເຄລັຽ ທີ່ໃຫຍ່ທີ່ສຸດ ທັງສອງຂອງໂລກ ຈະສົ່ງເຂົ້າ ປະຈຳການນັ້ນ ລົງປະມານ 1 ສ່ວນສາມ. ສະພາສູງ ຂອງສະຫະຣັດ ແລະສະພາແຫ່ງຊາດ ຣັດເຊັຽ ຕ້ອງໄດ້ໃຫ້ ສັຕ ຍາບັນ ຕໍ່ສົນທິສັນຍາດັ່ງກ່າວ.

<!-- IMAGE -->

ອິສຣາແອລ - ປາແລສໄຕນ໌: ທະຫານອິສ ຣາແອລ 2 ຄົນແລະມືປືນປາແລສໄຕນ໌ 4 ຄົນ ໄດ້ເສັຽຊີວິດໃນການປະທະກັນ ໃນບໍຣິເວນຊາຍ ແດນ ທີ່ຕິດກັບເຂດກາຊາ ຊຶ່ງປົກຄອງໂດຍກຸ່ມ ຫົວຮຸນແຮງຮາມັສ ໃນຄວາມຮຸນແຮງ ທີ່ຮ້າຍ ແຮງສຸດ ນັບແຕ່ທະຫານອິສຣາແອລໄດ້ບຸກເຂົ້າ ໄປໃນເຂດດັ່ງກ່າວເມື່ອ 2 ປີກວ່າຜ່ານມາແລ້ວ ນັ້ນ. ການຍິງຕໍ່ສູ້ກັນ ໄດ້ຣະເບີດຂຶ້ນ ໃນວັນສຸກ ວານນີ້ ຫລັງຈາກທະຫານອິສຣາແອລ ໄດ້ແນມ ເຫັນ ພວກມືປືນປາແລສໄຕນ໌ ພາກັນວາງຣະເບີດ ໃສ່ບໍຣິເວນຊາຍແດນ ໃນເຂດກາຊາ. ນາຍພົນ YOAV GALANT ຂອງອິສຣາແອລ ກ່າວຕໍ່ພວກນັກຂ່າວວ່າ ທະຫານອິສຣາ ແອລໄດ້ຂ້າມຊາຍແດນເຂົ້າໄປເພື່ອທຳລາຍຣະເບີດ ແລະໄດ້ຖືກດັກສະກັດໂຈມຕີ. ການ ຕໍ່ສູ້ກັນຢ່າງດຸເດືອດ ໄດ້ເກີດຂຶ້ນ ຕິດຕາມມາ. ມີທະຫານອິສຣາແອລ 2 ຄົນ ໄດ້ຮັບບາດ ເຈັບ ໃນການປະທະກັນຄັ້ງນີ້. ການຕໍ່ສູ້ກັນທີ່ວ່ານີ້ ແມ່ນຮ້າຍແຮງສຸດ ຢູ່ໃນເຂດກາຊານັບ ແຕ່ທະຫານອິສຣາແອລ ໄດ້ບຸກເຂົ້າໄປ ໃນເຂດກາຊາ ໃນຕອນທ້າຍປີ 2008. ກຸ່ມຫົວ ຮຸນແຮງຮາມັສກ່າວວ່າ ກຳລັງຂອງຕົນໄດ້ຣະດົມຍິງເຂົ້າໃສ່ຫລັງຈາກທະຫານອິສຣາແອລ ຂ້າມຊາຍແດນ ແລະບຸກເລິກເຂົ້າໄປ ໃນເຂດກາຊາ 500 ແມັດ.

<!-- IMAGE -->

ອາຟຣິກາໃຕ້: ສານແຫ່ງນຶ່ງຂອງອາຟຣິກາໃຕ້ ໄດ້ປະກາດໃຫ້ເພງ ຕໍ່ຕ້ານການແບ່ງແຍກ ເຊື້ອ ຊາດຜິວພັນອາພາເທ່ ທີ່ຮຽກຮ້ອງໃຫ້ ຜູ້ຄົນຂ້າ ຊາວ BOER ນັ້ນ ເປັນເພງທີ່ຂັດຕໍ່ ຣັຖທັມມະ ນູນ. ພັກສະພາຄອງແກຣັສແຫ່ງຊາດອາຟຣິກາ ຫລື ANC ຊຶ່ງເປັນພັກຣັຖບານ ຂອງອາຟຣິກາ ໃຕ້ ກ່າວວ່າ ຕົນຮູ້ສຶກເສັຽໃຈ ກ່ຽວກັບການຕັດ ສິນຂອງສານ ໃນມື້ວັນສຸກວານນີ້ ແລະປະກາດ ວ່າຈະຂໍອຸທອນກ່ຽວກັບເຣື່ອງດັ່ງກ່າວ. ໃນຖແລງ ການສະບັບນຶ່ງ ທີ່ນຳອອກເຜີຍແຜ່ນັ້ນພັກ ANC ກ່າວວ່າ ເພງທີ່ວ່ານີ້ ເປັນພາກສ່ວນນຶ່ງ ຂອງປະ ວັດສາດ ແລະມູນເຊື້ອ ຂອງອາຟຣິກາໃຕ້. ເພງນີ້ໄດ້ເວົ້າເຖິງ ພວກຊາວໄຮ່ຊາວສວນຜິວ ຂາວ ອາຟຣິການເນີ ຊຶ່ງເປັນຊົນກຸ່ມນ້ອຍ ໃນອາຟຣິກາໃຕ້ ແຕ່ພວກຜູ້ນຳເຂົາເຈົ້າ ເປັນຜູ້ບໍ ຣິຫານ ອຳນາດການປົກຄອງ ແບ່ງແຍກເຊື້ອຊາດຜິວພັນ ອາພາເທ່ ທີ່ໂຫດຮ້າຍປ່າເຖື່ອນ. ເມື່ອໄວໆມານີ້ ໄດ້ມີການຮ້ອງເພງດັ່ງກ່າວ ໃນທີ່ສາທາຣະນະໂດຍຜູ້ນຳຊາວໜຸ່ມທີ່ເປັນບັນ ຫາຖົກຖຽງໂຕ້ແຍ້ງ ຂອງພັກ ANC ນາຍ JULIUS MALEMA. ເພງດັ່ງກ່າວ ໄດ້ສ້າງ ຄວາມບໍ່ພໍໃຈ ແລະພາໃຫ້ມີການປະທ້ວງ ຈາກພັກຝ່າຍຄ້ານ ແລະຊົນກຸ່ມນ້ອຍຕ່າງໆ ທີ່ເວົ້າວ່າ ມັນຍຸແຍ່ໃຫ້ເກີດ ຄວາມຮຸນແຮງ ຕໍ່ພວກ ຊາວໄຮ່ຊາວສວນຜິວຂາວ.

<!-- IMAGE -->

ມຽນມາ: ຜູ້ນຳທະຫານຂອງມຽນມາ ໄດ້ເຕືອນໃນ ວັນເສົາມື້ນີ້ ກ່ຽວກັບການໂຄສະນາຫາສຽງໃນການ ເລືອກຕັ້ງທີ່ສ້າງຄວາມແຕກແຍກແລະໃສ່ຮ້າຍປ້າຍ ສີກັນ. ໃນຄຳປາສັຍ ເນື່ອງໃນໂອກາດວັນກອງທັບ ແຫ່ງຊາດ ປະຈຳປີນັ້ນ ນາຍ ພົນອະວຸໂສ THAN SHWE ກ່າວວ່າ ການໂຄສະນາຫາສຽງ ທີ່ບໍ່ຖືກ ຕ້ອງ ຫລືບໍ່ເໝາະສົມນັ້ນ ຕ້ອງໄດ້ມີການຫລີກລ້ຽງ. ຜູ້ນຳຣັຖບານທະຫານມຽນມາ ໄດ້ກ່າວຄຳປາສັຍຕໍ່ ພວກທະຫານ ຈຳນວນຫລາຍພັນຄົນ ຢູ່ທີ່ບໍຣິເວນສວນສນາມ ໃນນະຄອນຫລວງ NAYPYIDAW ທີ່ສອກຫລີກຫ່າງໄກ. ເຖິງແມ່ນທ່ານ ບໍ່ໄດ້ປະກາດໃຫ້ຊາບ ກ່ຽວກັບວັນເວລາ ໃນການເລືອກຕັ້ງກໍຈິງ ແຕ່ນາຍພົນ THAN SHWE ເວົ້າວ່າ ການເລືອກຕັ້ງໃນປີນີ້ ແມ່ນເປັນພຽງ ການເລີ້ມຕົ້ນທໍ່ນັ້ນ ຂອງຂັ້ນຕອນ ໃນການເສີມສ້າງ ປະຊາທິປະໄຕ. ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງ ອອງຊານຊູຈີ ຊຶ່ງເປັນພັກຝ່າຍຄ້ານ ຂອງມຽນມານັ້ນ ເປັນຜູ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປີ 1990 ແຕ່ພວກທະຫານ ໄດ້ປະຕິເສດ ບໍ່ຍອມມອບອຳນາດໃຫ້.

<!-- IMAGE -->

ໄທ: ພວກປະທ້ວງ ຕໍ່ຕ້ານຣັຖບານເສື້ອແດງ ຈຳນວນຫລາຍສິບພັນຄົນ ໄດ້ພາກັນໂຮມຊຸມ ທີ່ນະຄອນຫລວງ ຂອງໄທອີກ ໃນວັນເສົາມື້ນີ້ ດ້ວຍການຂູ່ວ່າ ຈະຂັບໄລ່ທະຫານ ຈຳນວນ ຫຼາຍພັນຄົນ ທີ່ຍາມຮັກສາການໃນເຂດເມືອງ ເກົ່າ ຂອງບາງກອກ. ພວກປະທ້ວງ ທີ່ທວງໃຫ້ ຈັດການເລືອກຕັ້ງຄັ້ງໃໝ່ ໄດ້ໄປໂຮມຊຸມນຸມກັນ ຢູ່ຫລາຍໆຈຸດ ໃນເຂດສູນກາງ ຄຸ້ມປະວັດສາດ ຂອງບາງກອກ ແລະຂູ່ວ່າ ຈະທຳລາຍເຄື່ອງກີດ ຂວາງ ທີ່ເຮັດດ້ວຍໜາມໝາກຈັບ ຈຶ່ງເຮັດໃຫ້ ພວກທະຫານ ຖອນອອກໄປ ເພື່ອຫລີກລ້ຽງບໍ່ ໃຫ້ເກີດການປະທະກັນຂຶ້ນ. ກຸ່ມທີ່ເອີ້ນວ່າພວກເ ສື້ອແດງ ໄດ້ພາກັນຂີ່ຣົດຈັກ ແລະຣົດກະບະ ໄປຕາມຖນົນຫົນທາງ ສາຍຕ່າງໆ ໃນບາງກອກ ໃນວັນສຸກວານນີ້ ເພື່ອຊັກຊວນໃຫ້ ປະຊາຊົນ ໄປຮ່ວມການໂຮມຊຸມນຸມ. ກຳລັງຕໍ່ຕ້ານຣັຖບານ ໄດ້ມີການເຂົ້າຮ່ວມສົມທົບ ໂດຍສະມາຊິກ ຂອງພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານ ທີ່ໄດ້ພາກັນຈັດການສະແດງລໍ້ລຽນ ກ່ຽວກັບການອະພິປາຍ ບໍ່ໄວ້ວາງໃຈ ນາຍົກຣັຖມຸນຕຣີອະພິຊິດ ເວດຊາຊີວະ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG