ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນທີ່ຄາດກັນວ່າ ຈະມີການປະກາດ ຜົນການນັບຄະແນນສຽງ ຂັ້ນສຸດທ້າຍ ໃນການເລືອກຕັ້ງຢູ່ອີຣັກ ໃນວັນສຸກມື້ນີ້


ເປັນທີ່ຄາດກັນວ່າ ຈະມີການປະກາດ ຜົນການນັບຄະແນນສຽງ ຂັ້ນສຸດທ້າຍ ໃນການເລືອກຕັ້ງຢູ່ອີຣັກ ໃນວັນສຸກມື້ນີ້
ເປັນທີ່ຄາດກັນວ່າ ຈະມີການປະກາດ ຜົນການນັບຄະແນນສຽງ ຂັ້ນສຸດທ້າຍ ໃນການເລືອກຕັ້ງຢູ່ອີຣັກ ໃນວັນສຸກມື້ນີ້
<!-- IMAGE -->

ອີຣັກ: ຫົວໜ້າເລືອກຕັ້ງ ໃນອີຣັກ ກ່າວວ່າ ຜົນການນັບຄະແນນສຽງ ຂັ້ນສຸດທ້າຍ ໃນການເລືອກຕັ້ງ ສະພາແຫ່ງຊາດອີຣັກ ຈະມີການປະກາດໃຫ້ຊາບ ໃນວັນສຸກມື້ນີ້ ທັງໆທີ່ໄດ້ມີການຮຽກຮ້ອງ ໃຫ້ເລື່ອນເວລາ ອອກໄປ ແລະນັບບັດຄະແນນສຽງຄືນໃໝ່ ໃນບາງເຂດ. ການແຂ່ງຂັນ ທີ່ມີຄະແນນສຽງ ໃກ້ຄຽງກັນ ລະຫວ່າງກຸ່ມ ຣັຖບານປະສົມ ຂອງນາຍົກຣັຖມຸນຕຣີ NOURI AL-MALIKI ແລະກຸ່ມຄູ່ແຂ່ງ ທີ່ສຳຄັນຂອງທ່ານ ໄດ້ພາໃຫ້ເກີດຄວາມເຄັ່ງຕຶງ ຢູ່ໃນນະຄອນຫລວງຂອງອີຣັກ ແລະອາດ ໝາຍຄວາມວ່າ ຈະມີການເຈຣະຈາຫາຣືກັນ ເປັນເວລາຫລາຍໆອາທິດ ຫລືຫລາຍໆເດືອນ ເພື່ອຈັດຕັ້ງຣັຖບານຊຸດໃໝ່. ທ່ານ FARAJ AL-HAIDARI ຫົວໜ້າ ຄະນະກັມມະການເລືອກຕັ້ງ ທີ່ເປັນອິສຣະຂອງອີຣັກ ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດວານນີ້ວ່າ ມີທ່າທາງວ່າ ພັກຣັຖບານປະສົມ ຂອງທ່ານ MALIKI ແລະພັກປະສົມ IRAQIYA ຂອງອະດີດ ນາຍົກຣັຖມຸນຕຣີອີຣັກ ທ່ານ AYAD ALLAWI ຈະມີຄະແນນສຽງ ຕ່າງກັນພຽງນຶ່ງບ່ອນ ຫລື 2 ບ່ອນນັ່ງເທົ່ານັ້ນ ຢູ່ໃນສະພາແຫ່ງຊາດ.

<!-- IMAGE -->

ປາກິສຖານ: ກອງທັບປາກິສຖານ ກ່າວວ່າ ມີທະຫານ 5 ຄົນ ແລະພວກຫົວຮຸນແຮງ ຢ່າງນ້ອຍ 21 ຄົນ ເສັຽຊີວິດ ໃນການສູ້ຣົບກັນ ຢູ່ໃນເຂດຊົນເຜົ່າ ORAKZAI ທາງພາກຕາເວັນ ຕົກສຽງເໜືອຂອງປະເທດ. ກອງທັບປາກິສຖານເວົ້າວ່າ ພວກຫົວຮຸນແຮງ ໄດ້ບຸກໂຈມຕີ ຄ້າຍທະຫານແຫ່ງນຶ່ງ ຢູ່ໃນເຂດດັ່ງກ່າວ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ຊຶ່ງພາໃຫ້ ກຳລັງຮັກສາຄວາມສະງົບ ຂອງປາກິສຖານ ຕອບໂຕ້ຄືນ. ຄວາມຮຸນແຮງທີ່ວ່ານີ້ ເກີດຂຶ້ນລຸນຫລັງ ທີ່ໄດ້ມີການໂຈມຕີ ທາງອາກາດຫຼາຍໆຄັ້ງ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 50 ຄົນ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນພວກທີ່ສົງສັຍວ່າ ເປັນພວກຫົວຮຸນແຮງ ໃນເຂດຊົນເຜົ່າ ORAKZAI ໃນວັນພະຫັດວານນີ້. ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ເປົ້າໝາຍທີ່ຖືກໂຈມຕີ ແມ່ນຮວມທັງ ໂຮງຮຽນນັກສອນສາສນາ ອິສລາມແຫ່ງນຶ່ງ ແລະໂຮງຮຽນອີກແຫ່ງນຶ່ງ ທີ່ພວກທາລີບານໃຊ້.

<!-- IMAGE -->

ອິສຣາແອລ: ທຳນຽບຂອງທ່ານ BENJAMIN NETANYAHU ນາຍົກຣັຖມຸນຕຣີ ອິສຣາແອລ ແຈ້ງວ່າ ທ່າທີຂອງອິສຣແອລ ກ່ຽວກັບການປຸກເຮືອນໃໝ່ ໃສ່ກ້ຳຕາເວັນອອກ ຂອງນະຄອນເຈຣູຊາແລັມນັ້ນ ແມ່ນບໍ່ມີການປ່ຽນແປງໃດໆ ຫລັງຈາກ ການເດີນທາງ ໄປຢ້ຽມຢາມສະຫະຣັດ ເພື່ອເຈຣະຈາຫາຣື ກ່ຽວກັບຂັ້ນຕອນ ໃນການສ້າງສັນຕິພາບ. ທຳນຽບຂອງທ່ານ NETANYAHU ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນວັນສຸກມື້ນີ້ ກ່ອນການປະຊຸມຄະນະຣັຖບານ ທີ່ໄດ້ມີການວາງແຜນໄວ້ແລ້ວ ເພື່ອສົນທະນາຫາຣື ກ່ຽວກັບຂໍ້ສເນີ ຂອງສະຫະຣັດ ທີ່ແນໃສ່ຢາກໃຫ້ມີການຟື້ນຟູ ການເຈຣະຈາ ກັບຝ່າຍປາແລສໄຕນ໌ນັ້ນ. ພວກຜູ້ນຳອະວຸໂສ ໃນຣັຖບານປະສົມ ຂອງທ່ານ NETANYAHU ພວມພາກັນ ໃຫ້ການສນັບສນຸນ ຕໍ່ນາຍົກຣັຖມຸນຕຣີ ແລະການຢືນຢັດຂອງທ່ານ ທີ່ວ່າ ອິສຣາແອລ ຈະສືບຕໍ່ ທຳການຕັ້ງບ້ານໃໝ່ຕໍ່ໄປ. ເຈົ້າໜ້າທີ່ສະຫະຣັດ ຢາກໃຫ້ອິສຣແອລ ໂຈະແຜນການປຸກເຮືອນໃໝ່ 1 ພັນ 600 ຫຼັງ ໃສ່ກ້ຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ຊຶ່ງຝ່າຍປາແລສໄຕນ໌ອ້າງວ່າ ຈະຕັ້ງເປັນນະຄອນຫລວງຂອງຕົນ ໃນອະນາຄົດ.

<!-- IMAGE -->

ເກົາຫລີ: ເກົາຫລີເໜືອ ເຕືອນເກົາຫລີໃຕ້ ແລະສະຫະຣັດວ່າ ຕົນຈະທຳການໂຈມຕີ ດ້ວຍອາວຸດນິວເຄລັຽ ຖ້າປະເທດທັງສອງ ຫາກພະຍາຍາມ ຈະໂຄ່ນລົ້ມ ອຳນາດການປົກຄອງ ຂອງເກົາຫລີເໜືອ. ຖແລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍກອງທັບເກົາຫລີເໜືອ ໃນວັນສຸກມື້ນີ້ ເຕືອນວ່າ ປະເທດໃດກໍຕາມ ທີ່ຊອກຫາຊ່ອງທາງ ຈະໂຄ່ນລົ້ມ ຣະບອບການປົກຄອງ ໃນເກົາຫລີເໜືອ ຈະໄດ້ຮັບການປລາຊັຍ ຕໍ່ກອງທັບ ທີ່ເກັ່ງກ້າສາມາດ ຂອງເກົາຫລີເໜືອ. ຖແລງການສະບັບນີ້ ໄດ້ນຳອອກເຜີຍແຜ່ ເພື່ອເປັນການຕອບໂຕ້ ຕໍ່ລາຍງານສະບັບນຶ່ງ ຂອງໜັງສືພິມ DONG-A ILBO ຂອງເກົາຫລີໃຕ້ ທີ່ແຈ້ງວ່າ ພວກນັກຊ່ຽວຊານ ທາງດ້ານທະຫານແລະພົລເຮືອນ ຈາກສະຫະຣັດ ເກົາຫລີໃຕ້ ແລະຈີນ ຈະປະຊຸມກັນຢູ່ຈີນ ໃນເດືອນໜ້ານີ້ ເພື່ອປຶກສາຫາຣື ກ່ຽວກັບຄວາມເປັນໄປໄດ້ ໃນການພັງທະລາຍລົງ ຂອງອຳນາດການປົກຄອງ ຄອມມູນິສໃນເກົາຫລີເໜືອ. ມີຄວາມວິຕົກກັງວົນເພີ້ມຂຶ້ນ ກ່ຽວກັບຄວາມທຸ່ນທ່ຽງ ຂອງອຳນາດການປົກຄອງ ໃນເກົາຫລີເໜືອ ແລະການເກັບສະສົມ ອາວຸດນິວເຄລັຽ ນັບແຕ່ຜູ້ນຳວັຍ 68 ປີ ຂອງເກົາຫລີເໜືອ ທ່ານກິມ ຈົງ ອິລ ໄດ້ເປັນໃນອັນທີ່ປາກົດວ່າ ໂຣກລົມສາຣະບາດ ໃນປີ 2008.

<!-- IMAGE -->

ໄທ: ພວກຜູ້ນຳ ໃນການປະທ້ວງ ຕໍ່ຕ້ານຣັຖ ບານຢູ່ໄທ ກ່າວວ່າ ພວກຕົນຈະທຳການປະທ້ວງ ຄັ້ງໃຫຍ່ຕື່ມອີກ ທີ່ບາງກອກ ໃນວັນເສົາມື້ອື່ນ ເພື່ອສືບຕໍ່ການຮຽກຮ້ອງ ໃຫ້ຈັດການເລືອກຕັ້ງໃໝ່. ໃນວັນສຸກມື້ນີ້ ກຸ່ມທີ່ເອີ້ນວ່າ ພວກເສື້ອແດງ ໄດ້ພາກັນ ຂີ່ຣົດກະບະແລະຣົດຈັກ ໄປຕາມຖນົນຫົນທາງ ສາຍຕ່າງໆ ໃນນະຄອນຫລວງຂອງໄທ ເພື່ອຊັກຊວນໃຫ້ ປະຊາຊົນ ໃນບາງກອກ ເຂົ້າຮ່ວມ ການໂຮມຊຸມນຸມປະທ້ວງ. ບັນດາສະມາຊິກ ຂອງພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານ ກໍໄດ້ເຂົ້າຮ່ວມກຳລັງ ກັບພວກປະທ້ວງຕໍ່ຕ້ານຣັຖບານ. ພວກເສື້ອແດງ ຊຶ່ງສ່ວນໃຫຍ່ແລ້ວ ມາຈາກເຂດຊົນນະບົດ ສອກຫລີກຫ່າງໄກ ທີ່ທຸກຍາກ ໃນພາກເໜືອຂອງໄທນັ້ນ ໄດ້ພາກັນປະທ້ວງ ຢູ່ທີ່ບາງກອກ ເລີ້ມມາ ແຕ່ວັນທີ 13 ມີນາ ໂດຍມີຈຸດປະສົງແນໃສ່ ເພື່ອບັງຄັບໃຫ້ ນາຍົກຣັຖມຸນຕຣີ ອະພິຊິ ເວດຊາຊີວະ ຍຸບສະພາ ແລະຮຽກໃຫ້ມີ ການເລືອກຕັ້ງຄັ້ງໃໝ່. ເຂົາເຈົ້າເປັນ ພວກສນັບສນຸນ ອະດີດນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ ໃນການກໍ່ຣັຖປະຫານ ໂດຍພວກທະຫານ ຍ້ອນມີການກ່າວຫາວ່າ ສໍ້ຣາດບັງຫລວງນັ້ນ.

<!-- IMAGE -->

ໂຕໂຢຕ້າ: ພວກທະນາຍຄວາມ ທີ່ຕາງໜ້າ ໃຫ້ແກ່ເຈົ້າຂອງຣົດ ໂຕໂຢຕ້າ ທີ່ຖືກເອີ້ນຄືນ ໄດ້ໄປປາກົດໂຕ ຢູ່ສານ ໃນວັນພະຫັດວານນີ້ ເພື່ອປຶກສາຫາຣື ກ່ຽວກັບການຮວມເອົາ ສຳນວນຟ້ອງ ບໍຣິສັດຜລິດຣົດດັ່ງກ່າວ ທີ່ມີກວ່າ 200 ສຳນວນນັ້ນ ເຂົ້າເປັນອັນດຽວກັນ. ມີທະນາຍຄວາມ ຢ່າງນ້ອຍ 24 ຄົນ ໄດ້ກ່າວໃນການໃຫ້ການ ທີ່ນະຄອນ SAN DIEGO ຣັດກາລີຟໍເນັຽ ກ່ຽວກັບການເອີ້ນຄືນ ຣົດໂຕໂຢຕ້າຫຼາຍກວ່າ 8 ລ້ານຄັນ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນສົງສັຍວ່າ ມີບັນຫາເຣື່ອງຄັນເລັ່ງ ທີ່ສາມາດຄ້າງໄດ້. ພວກທີ່ໄດ້ຮັບບາດເຈັບ ແລະເສັຽຊີວິດ 97 ຄົນ ໄດ້ພາກັນຍື່ນຟ້ອງ ເປັນສ່ວນບຸກຄົນ ແລະອີກ 138 ຄົນ ໄດ້ຍື່ນຟ້ອງຮ່ວມກັນ ກ່ຽວກັບຣົດໂຕໂຢຕ້າ ຮຸ້ນທີ່ມີບັນຫາ ຕົກຣາຄາ ທີ່ທຳໃຫ້ຕົນ ໄດ້ຮັບຄວາມເສັຽຫາຍນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG