ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນຕັນຢາຮູ ເດີນທາງກັບຄືນອິສຣາແອລ ໂດຍບໍ່ສາມາດແກ້ໄຂ ບັນຫາຂັດແຍ້ງ ກັບສະຫະຣັດ ກ່ຽວເຣື່ອງນະຄອນເຈຣູຊາແລັມ


ເນຕັນຢາຮູ ເດີນທາງກັບຄືນອິສຣາແອລ ໂດຍບໍ່ສາມາດແກ້ໄຂ ບັນຫາຂັດແຍ້ງ ກັບສະຫະຣັດ ກ່ຽວເຣື່ອງນະຄອນເຈຣູຊາແລັມ
ເນຕັນຢາຮູ ເດີນທາງກັບຄືນອິສຣາແອລ ໂດຍບໍ່ສາມາດແກ້ໄຂ ບັນຫາຂັດແຍ້ງ ກັບສະຫະຣັດ ກ່ຽວເຣື່ອງນະຄອນເຈຣູຊາແລັມ
<!-- IMAGE -->

ສະຫະຣັດ - ອິສຣາແອລ: ນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ອອກເດີນທາງ ກັບຄືນປະເທດ​ແລ້ວ ຫລັງຈາກ ໄດ້ເຈຣະຈາຫາຣື ກັບ​ຜູ້ນຳ​ສະຫະຣັດ ຢູ່ນະຄອນຫລວງ ວໍຊິງຕັນ ແຕ່ບໍ່ສາມາດ ຕົກລົງກັນໄດ້ ໃນການແກ້ໄຂ ບັນຫາຂັດແຍ້ງ ກ່ຽວກັບແຜນການ ປຸກເຮືອນໃໝ່ ຂອງອິສຣາແອລ ໃສ່ກຳຕາເວັນອອກ ຂອງນະຄອນ ເຈຣູຊາແລັມ. ເປັນທີ່ຄາດກັນວ່າ ທ່ານ NETANYAHU ຈະເດີນທາງໄປເຖິງ ນະຄອນ TEL AVIV ໃນຕອນແລງ ຂອງວັນພະຫັດມື້ນີ້ ແລະເປີດປະຊຸມ ຄະນະຣັຖມຸນຕຣີ ວົງໃນ 7 ທ່ານ ເພື່ອແຈ້ງໃຫ້ ຣັຖມຸນຕຣີເຫລົ່ານີ້ຊາບ ກ່ຽວກັບ ການເຈຣະຈາຫາຣື ກັບປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະເຈົ້າໜ້າທີ່ ອະເມຣິກັນຄົນອື່ນໆ. ກ່ອນອອກເດີນທາງ ຈາກສະຫະຣັດ ທ່ານ NETANYAHU ເວົ້າວ່າ ທ່ານໄດ້ສ້າງຄວາມກ້າວໜ້າ ໃນການດຳເນີນງານ ຮ່ວມກັບທຳນຽບຂາວ ເພື່ອຮື້ຟື້ນ ຂັ້ນຕອນການສ້າງສັນຕິພາບ ລະຫວ່າງອິສຣາແອລ ກັບປາແລສໄຕນ໌ ຂະນະທີ່ຍັງສືບຕໍ່ ຮັກສາຜົນປໂຍດແຫ່ງຊາດ ຂອງອິສຣາແອລເອົາໄວ້.

<!-- IMAGE -->

ປາກິສຖານ - ສະຫະຣັດ: ພວກເຈົ້າໜ້າທີ່ ອະວຸໂສ ຂອງສະຫະຣັດ ແລະປາກິສຖານ ມີກຳນົດ ຈະປະຊຸມກັນຕື່ມອີກ ເປັນມື້ທີ 2 ໃນການສົນທະນາຫາຣື ກ່ຽວກັບຍຸທສາດ ລະຫວ່າງ ສະຫະຣັດ ກັບປາກິສຖານ ທີ່ກຸງວໍຊິງຕັນ ຫລັງຈາກ ໄດ້ສ້າງຄວາມກ້າວໜ້າ ໃນການພັທນາ ຄວາມເປັນພາຄີກັນ ແບບຍືນຍົງຫລາຍ​ຂຶ້ນ ໃນວັນພຸດວານນີ້. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ແລະຣັຖມຸນຕຣີ ການຕ່າງປະເທດ ປາກິສຖານ ທ່ານ SHAH MEHMOOD QURESHI ຈະສືບຕໍ່ ສົນທະນາຫາຣືກັນ ກ່ຽວກັບຂໍ້ສເນີຕ່າງໆ ຂອງປາກິສຖານ ຮວມທັງ ການຂໍ ຄວາມຊ່ອຍເຫລືອ ເພີ້ມຕື່ມ ກ່ຽວກັບອຸບປະກອນ ທາງທະຫານ ເຊັ່ນເຮືອບິນ ທີ່ບໍ່ມີຄົນຂັບ ການຊ່ອຍເຫລືອ ເພື່ອປັບປຸງ ອຸສາຫະກັມ ໃນການແຈກຈ່າຍ ພະລັງງານຂອງປະເທດ ແລະການດຳເນີນ ຄວາມພະຍາຍາມ ເພື່ອກະຕຸກຊຸກຍູ້ ເສຖກິດ. ທ່ານນາງ CLINTON ກ່າວວ່າ ສະຫະຣັດ ຢືນຢູ່ຄຽງບ່າຄຽງໄຫລ່ ກັບຊາວປາກິສຖານ ຂະນະທີ່ ພວກເຂົາເຈົ້າ ທຳການກໍ່ສ້າງ ປະຊາຄົມຂອງຕົນຄືນໃໝ່ ​ແລະກຳຈັດ ພວກທີ່ພະຍາຍາມ ຈະທຳລາຍລ້າງ ປະ​ເທດ​ຂອງ​ເຂົາ​ເຈົ້າ.

<!-- IMAGE -->

ຈີນ - ອິນເຕີແນັດ: ບໍຣິສັດ ອິນເຕີແນັດ ທີ່ສຳຄັນບໍຣິສັດນຶ່ງ ຂອງສະຫະຣັດ ໄດ້ປະກາດ ໃນວັນພຸດ ວານນີ້ວ່າ ຕົນຈະຢຸດເຊົາ ການດຳເນີນ ທຸຣະກິດບາງສ່ວນ ຢູ່ໃນປະເທດຈີີນ ທັງນີ້ກໍຍ້ອນ ຣັຖບານປັກກິ່ງ ໄດ້ເລີ້ມທວງໃຫ້ ທາງບໍຣິສັດ ລາຍງານກ່ຽວກັບ ຂໍ້ມູນສ່ວນໂຕ ຂອງພວກລູກຄ້າຊາວຈີນ. ການເຄື່ອນໄຫວ ດັ່ງກ່າວ ຂອງບໍຣິສັດ GO DADDY ທີ່​ເປັນ​ກຸ່ມ ໃຫ້ບໍຣິການ ປ້າຍຊື່ເວັບໄຊທ໌ນັ້ນ ໄດ້ມີຂຶ້ນ ຫລັງຈາກ ການຕັດສິນໃຈ ຂອງບໍຣິສັດ ຊອກຄົ້ນຫາຂໍ້ມູນຍັກໃຫຍ່ GOOGLE ໃນສັບປະດານີ້ ທີ່ຈະຢຸດເຊົາ ທຳການກວດກາ ການຊອກຄົ້ນ ທາງອິນເຕີແນັດ ໂດຍພວກຊອກຄົ້ນຫາຂໍ້ມູນ ຢູ່ໃນຈີນ ຊຶ່ງຈະຍ້າຍ ການໃຫ້ບໍຣິການຂອງຕົນ ໄປຍັງຮົງກົງ. ຮອງປະທານຂອງກຸ່ມ GO DADDY ນາງ CHRISTINE JONES ກ່າວໃນລະຫວ່າງ ການໃຫ້ການ ຕໍ່ຣັຖສະພາສະຫະຣັດ ກ່ຽວກັບການຄວບຄຸມ ອິນເຕີແນັດຂອງປັກກິ່ງວ່າ ທາງບໍຣິສັດ ຈະຢຸດເຊົາ ການຈົດທະບຽນປ້າຍຊື່ໃໝ່ ຢູ່ໃນຈີນ ທັງນີ້ກໍຍ້ອນວ່າ ຕົນບໍ່ຢາກເປັນຕົວ ແທນຂອງຣັຖບານຈີນ.

<!-- IMAGE -->

ຈີນ - ເບົາຫວານ: ຜົນການສຶກສາຄັ້ງໃໝ່ ແຈ້ງວ່າ ເວລານີ້ ຈີນເປັນປະເທດ ທີ່ມີຄົນ ເປັນໂຣກເບົາຫວານ ຫລາຍທີ່ສຸດໃນໂລກ. ລາຍງານ ຂອງວາຣະສານການແພດ ເຂດ NEW ENGLAND ຂອງ​ສະຫະຣັດ ທີ່ພິມເຜີຍແຜ່ ໃນວັນພະຫັດມື້ນີ້ ແຈ້ງວ່າ ມີການກວດພົບວ່າ ມີພວກຜູ້ຊາຍແລະແມ່ຍິງຊາວຈີນ ຫລາຍກວ່າ 92 ລ້ານຄົນ ເປັນໂຣກເບົາຫວານ ສະເລັ່ຽແລ້ວແມ່ນ 1 ໃນຜູ້ໃຫຍ່ທຸກໆ 10 ຄົນ ແມ່ນເປັນໂຣກດັ່ງກ່າວ ໃນຈີນ. ຈຳນວນທີ່ວ່ານີ້ ເຮັດໃຫ້ຈີນ ແຊງໜ້າອິນເດັຽ ຂຶ້ນມາເປັນທີ 1 ກ່ຽວກັບຈຳນວນ ຂອງພວກທີ່ ເປັນໂຣກເບົາຫວານ. ລາຍງານແຈ້ງວ່າ ນອກນັ້ນ ຍັງມີຊາວຈີນອີກ 148 ລ້ານຄົນ ພວມຢູ່ຂັ້ນ ​ໄກ້ຈະເປັນໂຣກ ເບົາຫວານ. ລາຍງານເວົ້າວ່າ ເສຖກິດ ທີ່ເຕີບໃຫຍ່ຂຍາຍໂຕຂອງຈີນ ໄດ້ພາໃຫ້ ມີການປ່ຽນແປງຢ່າງ​ໃຫຍ່ ໃນການກິນອາຫານ ຂະນະທີ່ຜູ້ຄົນ ພາກັນກິນ​ອາຫານ​ ທີ່​ມີແຄໂລຣີຫຼາຍຂຶ້ນ ແຕ່ອອກກຳລັງກາຍໜ້ອຍລົງ ຈຶ່ງພາໃຫ້ ມີຄົນຕຸ້ຍພີ ໃນປະຣິມານເພີ້ມຂຶ້ນ.

<!-- IMAGE -->

ຈີນ - ພະລັງງານ: ການສຶກສາໃໝ່ແຈ້ງວ່າ ຈີນໄດ້ແຊງໜ້າ ສະຫະຣັດ ຂຶ້ນມາເປັນຜູ້ລົງທຶນ ຫຼາຍທີ່ສຸດ ​ໃສ່ໂຄງການ ພະລັງງານທາງເລືອກ ທີ່ສະອາດນັ້ນ. ອົງການໆກຸສົນ PEW ທີ່ມີສຳນັກງານ ຢູ່ສະຫະຣັດ ກ່າວວ່າ ໃນປີ 2009 ຜ່ານມານີ້ ຈີນໄດ້ໃຊ້ເງິນ 34 ພັນ 600 ລ້ານໂດລາ ໃນໂຄງການຕ່າງໆ ເຊັ່ນ ໂຄງການໄຟຟ້າພະລັງລົມ ແລະພະລັງຕາເວັນ ຂະນະທີ່ ສະຫະຣັດໃຊ້ຈ່າຍເງິນ ແຕ່ພຽງ 18 ພັນ 600 ລ້ານໂດລາ ໃນໄລຍະດຽວກັນ. ສ່ວນທ່ານ PHYLLIS CUTTINO ຜູ້ອຳນວຍການ ຝ່າຍປຸກລະດົມ ກ່ຽວກັບໂລກຮ້ອນ ຂອງອົງການດັ່ງກ່າວ ເວົ້າວ່າ ການບໍ່ມີນະໂຍບາຍ ທີ່ເຂັ້ມແຂງ​ໃນຣະດັບຊາດ ແມ່ນເປັນ ເຫດຜົນສຳຄັນ ທີ່ເຮັດໃຫ້ສະຫະຣັດ ຫລຸດ​ອັນ​ດັບ​ລົງ​ມາ ເປັນຮອງຈີນ. ຮ່າງກົດໝາຍຕ່າງໆ ເພື່ອຮັບມື ກັບສະພາບ ອາກາດຮ້ອນເອົ້າຂອງໂລກ ເວລານີ້ ກຳລັງຕົກຢູ່ໃນ ສະພາບບໍ່ໄປບໍ່ມາ ທີ່ຣັຖສະພາສະຫະຣັດ. ລາຍງານ ຂອງອົງການ PEW ເວົ້າວ່າ ຍີ່ປຸ່ນ ອອສເຕຣເລັຽ ກໍກຳລັງ ດີ້ນຮົນເຊັ່ນດຽວກັນ ໃນການກໍ່ສ້າງ​ພາກສ່ວນພະລັງງານສະອາດ ທີ່ເຂັ້ມແຂງ ຍ້ອນຄວາມລົ້ມແຫຼວໃນການຮ່າງນະໂຍບາຍພະລັງງານສະອາດ ແຫ່ງຊາດ.

<!-- IMAGE -->

ກຣີສ - ຢູໂຣບ: ບັນດາຣັຖມຸນຕຣີ ຂອງສະຫະ ພາບຢູໂຣບ ບໍ່ສາມາດຕົກລົງກັນ​ໄດ້ ກ່ຽວກັບວ່າ ຈະຊ່ອຍເຫລືອ ເສຖກິດຂອງກຣີສ ທີ່ພວມປະສົບບັນຫາ ໄດ້ແບບໃດ ຂະນະທີ່ຄ່າຂອງເງິນຢູໂຣ ໄດ້ຕົກລົງ ສູ່ລະດັບຕຳສຸດ ໃນຮອບ 10 ເດືອນ ໃນການແລກປ່ຽນ ກັບເງິນໂດລາ ໃນມື້ວັນພຸດວານນີ້. ກຣີສຊຶ່ງເປັນນຶ່ງ ໃນ 16 ປະເທດ ທີ່ໃຊ້ເງິນຢູໂຣ ກຳລັງປະເຊີນກັບ ການຂາດດຸນ ງົບປະມານຢ່າງໃຫຍ່ ແລະເປັນໜີ້ສິນ ຢ່າງໜັກ. ພວກຜູ້ນຳ ຂອງສະຫະພາບຢູໂຣບ ທີ່ເປີດ ກອງປະຊຸມສຸດຍອດ ຢູ່ນະຄອນ BRUSSELS ເປັນເວລາ 2 ມື້ ໃນວັນພະຫັດມື້ນີ້ ໄດ້ມີຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບວ່າ ຄວນມີ ການເອົາ ບາດກ້າວແນວໃດ ເພື່ອຊ່ອຍເຫລືອກຣີສ. ເຢັຽຣະມັນ ໄດ້ຄັດຄ້ານ ຕໍ່ການໃຫ້ເງິນຊ່ອຍເຫລືອ ຂອງສະຫະພາບຢູໂຣບ ໂດຍເວົ້າວ່າ ພວກເສັຽພາສີ ບໍ່ຄວນຈະເປັນ ຜູ້ແບກຫາບພາລະນີ້. ສ່ວນສະມາຊິກອື່ນໆ ຂອງ ສະຫະພາບຢູໂຣບ ຮວມທັງຝຣັ່ງ ຍັງມີຄວາມລັງເລໃຈ ທີ່ຈະຂໍໃຫ້ກຣີສ ໄປຮ້ອງຂໍ ການຊ່ອຍເຫລືອ ຈາກອົງການ ກອງທຶນສາກົນ IMF.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG