ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າຟ້າຊາຍແຫ່ງຍີ່ປຸ່ນ ສະເດັດປະພາດ ສປປ ລາວ


ເຈົ້າຟ້າຊາຍແຫ່ງຍີ່ປຸ່ນ ສະເດັດປະພາດ ສປປ ລາວ
ເຈົ້າຟ້າຊາຍແຫ່ງຍີ່ປຸ່ນ ສະເດັດປະພາດ ສປປ ລາວ
<!-- IMAGE -->

ສະຫະຣັດ - ຕາເວັນອອກກາງ: ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ພົບປະກັບນາຍົກຣັຖມຸນຕຣີອິສຣາແອລທ່ານ BENJAMIN NETANYAHU ທີ່ທຳນຽບຂາວ ໃນວັນອັງຄານວານນີ້ ໃນການເຈຣະຈາຫາຣືທີ່ມີ ​ການ​ເຜີຍແຜ່​ຂ່າວ ໃນລະດັບຕຳແບບຜິດປົກກະ ຕິຂະນະທີ່ປະເທດພັນທະມິດທັງ 2 ພະຍາຍາມ ຊອກຫາຊ່ອງທາງແກ້ໄຂບັນຫາຂັດແຍ້ງ ກ່ຽວກັບ ແຜນການປຸກເຮືອນໃໝ່ ຂອງອິສຣາແອລ ໃສ່​ເຂດກຳຕາເວັນອອກ ຂອງນະຄອນເຈຣູຊາແລັມ. ເຈົ້າໜ້າທີ່ສະຫະຣັດ ກ່າວວ່າ ທຳ​ອິດທ່ານ OBAMA ໄດ້ພົບປະກັບທ່ານ NETANYAHU ທີ່ຫ້ອງທຳ​ງານ OVAL OFFICE ຂອງທ່ານ ​ເປັນ​ເວລາຊົ່ວ​ໂມງ​ເຄິ່ງ ກ່ອນຈະກັບໄປຍັງທີ່ພັກ ສ່ວນ​ໂຕ​ ​ໂດຍ​ປ່ອຍ​ໃຫ້ ຜູ້ນຳຂອງອິສຣາແອລ ໄດ້ປຶກສາຫາຣື ກັບຄະນະທີ່ປຶກສາຂອງທ່ານ. ເຈົ້າໜ້າທີ່ເວົ້າວ່າ ປະທານາທິບໍດີ OBAMA ໄດ້ກັບຄືນ ໄປພົບກັບທ່ານ NETANYAHU ຕື່ມອີກ ເປັນຄັ້ງ ທີ 2 ທີ່ຫ້ອງການຂອງທ່ານ ເປັນເວລາ 35 ນາທີ. ທຳນຽບຂາວ ບໍ່ໄດ້ ອອກຖແລງຂ່າວໃດໆ ລຸນຫລັງການພົບປະກັນ ແລະບໍ່ໃຫ້ພວກມືກ້ອງ ໄປຖ່າຍຮູບ ໃນລະ ຫວ່າງ ການສົນທະນາຫາຣື ຊຶ່ງເປັນບາດກ້າວ ທີ່ຜິດປົກກະຕິ ສຳລັບການຢ້ຽມຢາມ ຂອງ ປະເທດພັນທະມິດທີ່ສຳຄັນຂອງສະຫະຣັດ.

<!-- IMAGE -->

ປາກິສຖານ - ສະຫະຣັດ: ການເຈຣະຈາ ລະດັບຣັຖມຸນຕຣີ ໃນດ້ານຍຸທສາດລະຫວ່າງ ສະຫະຣັດກັບປາກິສຖານຄັ້ງທຳອິດ ເລີ້ມຂຶ້ນ ທີ່ນະຄອນຫຼວງວໍຊິງຕັນໃນວັນພຸດມື້ນີ້ ໂດຍ ທີ່ປາກິສຖານຫວັງວ່າຈະມີການປ່ຽນແປງຂັ້ນ ພື້ນຖານ ໃນຄວາມສັມພັນລະຫວ່າງປະເທດ ທັງສອງແລະຝ່າຍສະຫະຣັດ ​ເອົາ​ທ່າ​ທີ​ແບບ ລະມັດລະວັງ. ການເຈຣະຈາຫາຣືເປັນເວລາ 2 ມື້ ຈັດຂຶ້ນພາຍໃຕ້ ການເປັນປະທານຮ່ວມ ຂອງຣັຖມຸນຕຣີ ການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ແລະຣັຖ ມຸນຕຣີການຕ່າງປະເທດ ປາກິສຖານ ທ່ານ SHAH MEHMOOD QURESHI. ນອກ ນັ້ນແລ້ວ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີ ເຈົ້າໜ້າທີ່ ອະວຸໂສ ໃນດ້ານປ້ອງກັນປະເທດ ແລະພວກນາຍທະຫານ ຂອງທັງສອງຝ່າຍ ຮວມທັງ ຜູ້ບັນຊາການ ທະຫານສູງສຸດ ຂອງປາກິສຖານ ແລະນາຍທະຫານ ຊັ້ນສູງສຸດ ຂອງສະຫະຣັດ. ເປັນທີ່ຄາດກັນວ່າ ທັງສອງຝ່າຍ ຈະໄດ້ສົນທະນາຫາຣື ກ່ຽວກັບບັນຫາ ຕ່າງໆ ໃນຂອບເຂດທີ່ກວ້າງຂວາງ ຮວມທັງການຂຍາຍ ການຮ່ວມມື ທາງດ້ານເສຖກິດ ແລະດ້ານທະຫານ ແລະການຮ້ອງຂໍ ຄວາມຊ່ອຍເຫລືອເພີ້ມຕື່ມ ເພື່ອຍຸຕິບັນຫາ ການ ຂາດແຄນນຳ ແລະພະລັງງານ.

<!-- IMAGE -->

ຈີນ - ຣິໂອຕິນໂຕ: ທະນາຍຄວາມ ຂອງ ຜູ້ບໍຣິຫານຄົນນຶ່ງ ໃນຈຳນວນທັງໝົດ 4 ຄົນ ຂອງບໍຣິສັດບໍ່ແຮ່ RIO TINTO ທີ່ຖືກກ່າວ ຫາວ່າ ຮັບເງິນສິນບົນແລະທຳການຈາຣະກັມ ທາງດ້ານການຄ້າຢູ່ຈີນນັ້ນ ກ່າວວ່າ ການດຳ ເນີນຄະດີຜູ້ບໍຣິຫານທັງ 4 ໄດ້ສິ້ນສຸດລົງແລ້ວ. ຊາວອອສເຕຣເລັຽຄົນນຶ່ງແລະຊາວຈີນ 3 ຄົນ ໄດ້ຖືກນຳໂຕຂຶ້ນສານ ທີ່ນະຄອນຊຽງໄຮ້ ໃນ ມື້ວັນຈັນຜ່ານມາ. ທະນາຍຄວາມເວົ້າວ່າ ຍັງ ບໍ່ທັນມີການອອກ ຄຳພິພາກສາເທື່ອໃນຕອນ ທ້າຍ ຂອງການດຳເນີນຄະດີ ໃນວັນພຸດ ມື້ນີ້ ຊຶ່ງເວົ້າເຖິງເຣື່ອງ ຂໍ້ຫາລັກຂະໂມຍຄວາມລັບ ທາງດ້ານການຄ້ານັ້ນ. ພວກຜູ້ຊາຍທັງ 4 ໄດ້ ຖືກຈັບໃນເດືອນກໍຣະກົດປີກາຍ ໃນລະຫວ່າງ ການເຈຣະຈາ ກ່ຽວກັບຣາຄາແຮ່ເຫລັກກັບໂຮງງານເຫລັກກ້າທີ່ໃຫຍ່ໆຂອງຈີນ. ຜູ້ບໍຣິຫານ ທັງ 4 ​ໄດ້ຍອມຮັບຜິດ ໃນຂໍ້ຫາຮັບເງິນສິນບົນ ຈາກບໍຣິສັດເຫລັກກ້າຂອງຈີນ ​ແຕ່ໄດ້ໂຕ້ ແຍ້ງ ກ່ຽວກັບຈຳນວນເງິນ ທີ່ພົວພັນນຳ. ນອກນັ້ນ ຍັງມີລາຍງານວ່າ ຄົນນຶ່ງໃນນັ້ນ ໄດ້ຍອມຮັບຜິດ ຕໍ່ຂໍ້ຫາ ລັກຂະໂມຍຄວາມລັບ ທາງການຄ້າ ແຕ່ຍັງບໍ່ຮູ້ຈັກວ່າ ແມ່ນຜູ້ໃດ. RIO TINTO ເປັນບໍຣິສັດບໍ່ແຮ່ ຂອງອັງກິດອອສເຕຣເລັຽ ທີ່ຮວມຢູ່​ໃນ​ພວກ​ບໍຣິສັດ ທີ່ສົ່ງອອກແຮ່ເຫລັກ ຫລາຍທີ່ສຸດໃນໂລກ ແລະຈີນເປັນປະເທດ ທີ່ມີອຸສາຫະກັມ ເຫລັກກ້າ ໃຫຍ່ທີ່ສຸດໃນໂລກ.

<!-- IMAGE -->

ສະຫະຣັດ - ເກົາຫລີເໜືອ: ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດສະຫະຣັດກ່າວ ໃນວັນອັງຄານ ວານນີ້ວ່າ ສະຫະຣັດຈະພິຈາ ຣະນາ ກ່ຽວກັບການຈັດສົ່ງ ການຊ່ອຍເຫລືອ ທາງດ້ານອາຫານການກິນ ໄປໃຫ້ເກົາຫຼີເໜືອ ຄືນໃໝ່ ຖ້າປະເທດຄອມມູນິສເກົາຫລີເໜືອຈະ ຮັບເອົາ ການຊ່ອຍເຫລືອດັ່ງກ່າວ. ທ່ານ P.J. CROWLEY ໂຄສົກກະຊວງ ການຕ່າງປະ ເທດສະຫະຣັດ ໄດ້ບອກພວກນັກຂ່າວ​ເຊັ່ນ​ນັ້ນ ໃນວັນອັງຄານ ວານນີ້ ໃນການຕອບຄຳຖາມ ກ່ຽວ​ກັບເຣື່ອງນີ້. ທ່ານເວົ້າວ່າ ຖ້າສະຫະຣັດ ຫາກເລີ້ມໃຫ້ ການຊ່ອຍເຫລືອຄືນໃໝ່ ສະຫະຣັດ ກໍຈະພະຍາຍາມ ​ເຮັດໃຫ້ເປັນທີ່ແນ່ໃຈວ່າ ອາຫານທີ່​ສົ່ງ​ໄປ​ຊ່ວຍ​ເຫລືອ​ນັ້ນ ຈະຕົກໄປຮອດໄປເຖິງ ຊາວເກົາຫລີເໜືອແທ້ໆແທນທີ່ຈະຖືກສົ່ງໄປໃຫ້ກຸ່ມອື່ນໆ ເຊັ່ນ ພວກທະຫານ ດັ່ງນີ້ເປັນຕົ້ນ. ຄຳຖາມ ກ່ຽວກັບເຣື່ອງເກົາຫລີເໜືອ ໄດ້ມີຂຶ້ນ ຂະນະທີ່ ອະດີດປະທານາທິບໍດີ ສະຫະຣັດ ທ່ານ JIMMY CARTER ເດີນທາງໄປຢ້ຽມຢາມ ເກົາຫລີໃຕ້. ທ່ານໄດ້ຮຽກຮ້ອງ ໃຫ້ຢຸດເຊົາ ການລົງໂທດ ຂອງສະຫະປະຊາຊາດ ຕໍ່ ເກົາຫລີເໜືອ ໂດຍເວົ້າວ່າ ການລົງໂທດເຫລົ່ານີ້ ໄດ້ເຮັດໃຫ້ ຊາວເກົາຫລີເໜືອ ຕົກ ຢູ່ໃນອັນຕະລາຍ.

<!-- IMAGE -->

​ຍີ່ປຸ່ນ - ລາວ: ເຈົ້າຟ້າຊາຍ AKISHINO ​ໂອຣົດອົງ​ທີ່​ສອງຂອງ​ເຈົ້າຈັກ​ກະ​ພັດ AKIHI TO ​ແຫ່ງ​ຍີ່ປຸ່ນ ຊົງ​ສະ​ເດັດ​ໄປ​ເຖິງ​ ນະຄອນ ຫລວງ​ວຽງ​ຈັນ​ ເມື່ອ​ຄືນ​ວັນ​ອັງຄານ​ ວານ​ນີ້ ​ເພື່ອທຳ​ການ​ຢ້ຽມຢາມ ແລະ​ເຮັດ​ວຽກ​ໄປ​ພ້ອມ ເປັນ​ເວລາ 4 ມື້ພ້ອມ​ກັບ​ເຈົ້າຟ້າ​ຍິງ MAKO ພະ​ທິດາວັຍ 18 ພັນ​ສາຂອງ​ພະອົງ. ເຈົ້າຟ້າ​ຊາຍ ​AKISHINO ​ແລະ​ພະ​ທິດາ ຊົງ​ມີ​ກຳນົດເຂົ້າຢ້ຽມຢາມປະທານ​ປະ​ເທດ​ລາວທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນຢູ່​ທີ່​ຫໍຄຳໃນ​ມື້​ນີ້ ແລະ​ຊົງ​ມີ​ລາຍ ການ​ ໄປ​ຊົມ​ງານ​ວາງສະ​ແດງອຸປະກອນ​ ການ​ກະ​ເສດ​ແຫ່ງ​ນຶ່ງ. ​ໃນ​ວັນ​ພະຫັດ​ມື້​ອື່ນ ທັງ​ສອງ​ພະ​ອົງ​ ຈະ​ຊົງ​ອອກ​ເດີນທາງ ​ໄປຍັງແຂວງ​ຫລວງ​ນຳທາ ທາງພາກ​ເໜືອ​ຂອງ​ລາວ ​ຊຶ່ງຢູ່​ທີ່​ນັ້ນ ​ເຈົ້າຟ້າ​ຊາຍ AKISHINO ຈະ​ຊົງ​ທຳ​ການຄົ້ນຄວ້າ ສ່ວນ​ພະ​ອົງ​ ກ່ຽວກັບ​ໄກ່​ປ່າ​ເພື່ອສຶກສາເບິ່ງ​ວ່າ ​ໄກ່​ປ່າ​ ມີ​ສ່ວນ​ໃນ​ການນຳ​ເອົາ​ເຊື້ອ​ພະຍາດ ​ເຊັ່ນໄຂ້ຫວັດ​ນົກ​ນັ້ນ ​ມາແຜ່ຜາຍ ​ໃສ່​ມະນຸດຫລື​ບໍ່?​ ການສະ​ເດັດ​ປະພາດ ສປປ ລາວ ຂອງ​ເຈົ້າຟ້າ​ຊາຍ​ຍີ່ປຸ່ນຄັ້ງນີ້ ​ແມ່ນຕິດຕາມ​ມາ ລຸນ​ຫລັງ​ ການໄປ​ຢ້ຽມຢາມ​ຍີ່ປຸ່ນ 4 ມື້ຢ່າງ​ເປັນ​ທາງ​ການ ຂອງ​ປະທານ​ປະ​ເທດ​ລາວ ​ເມື່ອ​ຕົ້ນ​ເດືອນ​ນີ້ ຊຶ່ງ​ການ​ແລກປ່ຽນ​ ການ​ຢ້ຽມ ຢາມ​ກັນ ໃນ​ຄັ້ງ​ນີ້ ​ແມ່ນ​ເປັນ​ຂີດ​ໝາຍ​ຄົບຮອບ 55 ປີ ຂອງສັມພັນ​ທະ​ພາບລະຫວ່າງ​ປະ ​ເທດ​ລາວ ກັບ​ຍີ່ປຸ່ນ. ເຈົ້າຟ້າຊາຍ AKISHINO ຊົງມີກຳນົດເດີນທາງກັບຄືນປະເທດຍີ່ປຸ່ນ ໃນມື້ວັນເສົາ ຈະມານີ້.

<!-- IMAGE -->

ສະຫະຣັດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ລົງນາມ ໃນຮ່າງກົດ ໝາຍປະຕິຮູບ ຣະບົບຮັກສາສຸຂພາບ ໃຫ້ເປັນ ກົດໝາຍຂອງສະຫະຣັດ ໃນວັນອັງຄານວານນີ້ ທີ່ບັງຄັບໃຫ້ ມີການສນອງ ປະກັນພັຍສຸຂພາບ ໃຫ້ແກ່ຊາວອະເມຣິກັນເກືອບທຸກໆຄົນເປັນເທື່ອ ທຳອິດ. ໃນລະຫວ່າງ ພິທີລົງນາມທີ່ທຳນຽບຂາວ ນັ້ນ ທ່ານ OBAMA ເວົ້າວ່າ ກົດໝາຍສະບັບນີ້ ຈະຖືກຍຶດໝັ້ນ ເປັນຫລັກແກນກາງວ່າ ທຸກໆຄົນ ຄວນຈະມີ ຄວາມໝັ້ນຄົງ ຂັ້ນພື້ນຖານ ​ໃນ​ດ້ານການຮັກສາສຸຂພາບ ຂອງພວກເຂົາເຈົ້າ. ຮອງປະທານາທິບໍດີ ສະຫະຣັດ ທ່ານ JOE BIDEN ເອີ້ນໂອກາດນີ້ວ່າ ເປັນວັນປະວັດ ສາດ. ຮ່າງກົດໝາຍມູນຄ່າ 940 ພັນລ້ານໂດລາ ສະບັບນີ້ ຈະຂຍາຍ ການປະກັນພັຍ ສຸຂພາບ ໃຫ້ແກ່ ຊາວອະເມຣິກັນ 32 ລ້ານຄົນ ຊຶ່ງໃນປັດຈຸບັນ ຍັງບໍ່ທັນມີ ປະກັນພັຍ ດັ່ງກ່າວນີ້ເທື່ອ. ການຊຸກຍູ້ໃຫ້ມີການປະຕິຮູບດັ່ງກ່າວ ໄດ້ພາໃຫ້ເກີດ ການອະພິປາຍກັນ ຢ່າງເຜັດຮ້ອນໃນທົ່ວສະຫະຣັດ ແລະໄດ້ຮັບການຄັດຄ້ານ ຈາກພັກຣີພັບບຣິກັນທີ່ເວົ້າວ່າ ແຜນການນີ້ແພງໂພດ ແລະເປັນການແຊກແຊງ ໂດຍບໍ່ຈຳເປັນ ຂອງຣັຖບານ ເຂົ້າໄປໃນ ການຕັດສິນໃຈ ໃນດ້ານການແພດ ຂອງສ່ວນບຸກຄົນ.

<!-- IMAGE -->

ວັນຕໍ່ຕ້ານວັນນະໂຣກ: ອົງການອະນາມັຍ ໂລກ ກ່າວວ່າ ເຖິງແມ່ນໄດ້ມີການ ດຳເນີນ ຄວາມພະຍາຍາມຕໍ່ຕ້ານວັນນະໂຣກ ຫຼື TB ກໍຈິງ ແຕ່ນຶ່ງສ່ວນສາມ ຂອງປະຊາກອນໂລກ ກໍຍັງຕິດເຊື້ອວັນນະໂຣກຢູ່ ໃນປັດຈຸບັນ ແລະ 10% ຂອງຈຳນວນດັ່ງກ່າວ ຈະລົ້ມປ່ວຍຫລື ແຜ່ເຊື້ອ ໃຫ້ລະບາດອອກ​ໄປຕື່ມ. ວັນພຸດມື້ນີ້ ເປັນວັນຕໍ່ຕ້ານວັນນະໂຣກຂອງໂລກແລະອົງ ການອະນາມັຍໂລກ ຂອງ ສະຫະປະຊາຊາດ ກ່າວວ່າ ໂຣກດັ່ງກ່າວ ໄດ້ແຜ່ຣະບາດໄວຂຶ້ນ ຢູ່ໃນເຂດເອເຊັຽ ຕາເວັນອອກສຽງໃຕ້. ອົງການ ອະນາມັຍໂລກ ເວົ້າວ່າ ເຖິງແມ່ນໄດ້ມີຄວາມກ້າວໜ້າ ໃນການຕໍ່ຕ້ານວັນນະໂຣກ ຢູ່ໃນ 11 ປະເທດ ທີ່ປະກອບເປັນ ຂົງເຂດເອເຊັຽ ຕາເວັນອອກສຽງໃຕ້ກໍຈິງ ແຕ່ໂຣກດັ່ງກ່າວ ກໍຍັງເປັນເຫດ ເຮັດໃຫ້ມີຜູ້ເສັຽຊີວິດ 5 ແສນຄົນ ໃນແຕ່ລະປີ ຢູ່ທີ່ນັ້ນ. ອົງການອະນາມັຍ ໂລກ ໄດ້ຊີ້ໃຫ້ເຫັນ ເຖິງເຊື້ອວັນນະໂຣກ ທີ່ດື້ຢາວ່າ ເປັນສິ່ງທີ່ສ້າງ ຄວາມວິຕົກກັງວົນ ໃຫ້ແກ່ຂົງເຂດ ແລະເວົ້າວ່າ ນຶ່ງໃນນັ້ນ ກໍແມ່ນເຊື້ອວັນນະໂຣກທີ່ດື້ຢາຢ່າງແຮງ ຊຶ່ງໄດ້ມີ ການພົບເຫັນ ໃນບັງກລາແດັສ ອິນ​ເດັຽ ອິນໂດເນເຊັຽ ແລະປະເທດໄທ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG