ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາຕ່ຳສະຫະຣັດຜ່ານຮ່າງກົດໝາຍການປະຕິຮູບລະບົບສຸຂະພາບຂອງສະຫະຣັດ


ສະພາຕ່ຳສະຫະຣັດຜ່ານຮ່າງກົດໝາຍການປະຕິຮູບລະບົບສຸຂະພາບຂອງສະຫະຣັດ
ສະພາຕ່ຳສະຫະຣັດຜ່ານຮ່າງກົດໝາຍການປະຕິຮູບລະບົບສຸຂະພາບຂອງສະຫະຣັດ
<!-- IMAGE -->

ຂ່າວ​ສະພາຮັບ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ລະບົບ​ຮັກສາ​ສຸຂະພາບ​ຂອງສະຫະຣັດ:
ສະພາ​ຕ່ຳ​ສະຫະຣັດ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບລະ ບົບ​ສຸຂະພາບ​ຂອງ​ສະຫະຣັດ ດ້ວຍ​ຄະ​ແນນ​ສຽງ​ລື່ນ​ກັນຢ່າງ​ວຸດ​ວິດ ​ໂດຍ​ໄດ້​ມອບ​ໄຊຊະນະ​ໃຫ້​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ໃນ​ການ​ຕໍ່ສູ້​ເພື່ອ​ບຸລິມະສິດ​ອັນ​ດັບ​ສູງ​ສຸດ ຂອງ​ນະ​ໂຍບາຍພາຍ​ໃນປະ​ເທດ​ຂອງ​ທ່ານ.
ສະພາ​ຕ່ຳ​ທ່ີ​ຄອບ​ງຳ​ໂດຍ​ພັກ​ເດ​ໂມກຣັດ ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ທ່ີ​ສະພາ ສູງ​ໄດ້​ຮັບ​ຮອງ​ເອົາ​ແລ້ວ​ນັ້ນໃນ​ຄືນວັນ​ອາທິດ​ວານ​ນີ້ ດ້ວຍ​ຄະ​ແນນສຽງ​ ເຫັນ​ດີ 219 ຕໍ່ 212 ສຽງ​ຄັດຄ້ານ. ພວກ​ສະມາຊິກ​ພັກRepublican ທ່ີ​ມີ​ສຽງ​ຂ້າງ​ນ້ອຍ​ໃນ​ສະພາ​ ໄດ້​ພາກັນ​ຄັດຄ້ານ​ຕໍ່​ຮ່າງຍັດຕິ​ດັ່ງກ່າວ ຢ່າງເປັນ​ເອກະສັນ ​ແລະ​ສະມາຊິກ​ພັກ​ເດ​ໂມກຣັດ 34 ທ່ານ​ ໄດ້​ລົງ ມະຕິ​ຄັດຄ້ານ​ ຮ່ວມ​ກັບ​ພວກ​ສະມາຊິກ​ພັກ Republican. ສະພາ​ຕ່ຳ ຕ້ອງການ​ສຽງ​ສະໜັບສະໜຸນ 216 ສຽງ ​ເພື່ອ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບນີ້. ປະທານາທິບໍດີໂອ​ບາ​ມາ​ໄດ້​ກ່າວ​ຊົມ​ເຊີຍ ການ​ຮັບ​ຜ່ານ​ຮ່າງ​ຍັດຕິດັ່ງ ກ່າວ ຊຶ່ງ​ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ການ​ຕໍ່ສູ້​ກັນ​ທາງການ​ເມືອງ​ກັນ​ມາ​ເປັນ​ເວລາ​ນຶ່ງ​ປີ​ ເຕັມ​ກັບ​ພວກ​ສະມາຊິກ​ພັກ Republican ນັ້ນ.
ການ​ເອົາ​ມາດ​ຕາ​ການ​ທີ່​ວ່າ​ນີ້​ ເປັນ​ການ​ປະຕິ​ຮູບ​ຄັ້ງ​ໃຫຍ່​ທ່ີ​ສຸດ​ຂອງ​ລະບບົຮັກສາ​ສຸຂະພາບ​ຂອງ​ສະຫະຣັດ​ ໃນ​ຮອບ 4 ທົດ​ສວັດ​ຜ່ານ​ມາ. ຮ່າງ​ກົດໝາຍ​ດັ່ງກ່າວ​ ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ຄົນ​ອະ​ເມຣິກັນ​ຈຳ ນວນ 32 ລ້ານ​ຄົນ​ທ່ີ​ບໍ່​ມີ​ປະກັນ​ໄພ​ສຸຂະພາບ​ ໄດ້​ເຂົ້າ​ຮ່ວມ​ຢູ່​ໃນລະ​ບົບ ດັ່ງກ່າວ ​ແລະເຮັດ​ໃຫ້​ສະຫະຣັດ​ຫຍັບເຂົ້າໃກ້ຂຶ້ນ ກັບ​ການ​ເປັນ​ປະ​ເທດ​ທ່ີ​ໃຫ້ການບໍລິການ​ດ້ານຮັກສາ​ສຸຂະພາບ​ແກ່​ພົນລະ​ເມືອງໝົດ​ທຸກ​ຄົນ. ​
ພວກ​ທ່ີ​ຕຳ​ໜິຕິຕຽນ​ເຕືອນ​ວ່າ ຊາວ​ອາ​ເມຣິກັນຈະ​ໄດ້​ຮັບ​ຄວາມ​ເສັຍ ຫາຍ ຍ້ອນຮ່າງ​ຍັດຕິ​ສະ​ບັບນີ້ທີ່​ຈະເຮັດ​ໃຫ້​ມີ​ການ​ເກັບພາສີ​ລາຍ​ໄດ້​ສູງ​ຂຶ້ນ ຄ່າ​ປະກັນ​ໄພສຸຂະພາບ​ແພງຂຶ້ນ ​ແລະ​ເຮັດ​ໃຫ້ຣັຖບານ​ເຂົ້າ​ແຊກ​ແຊງ​ໃນ​ການ​ຕັດສິນ​ໃຈ​ຕ່າງໆ​ທາງ​ດ້ານ​ການ​ແພດ​ຫລາຍ​ຂຶ້ນ.
ອີສຣາ​ແອນ​ແລະ​ປາ​ເລ​ສ​ໄຕ​ນ໌: ທ່ານ Benjamin Netanyahu ນາຍົກຣັຖມຸນຕີ​ອີສຣາ​ແອນ​ຈະ​ພົບ​ປະ​

<!-- IMAGE -->

ກັບ​ທ່ານ​ນາງ​ຮີນ​ລາ​ລີ​ ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ ​ ນຶ່ງ​ມື້ຫລັງຈາກ​ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ທ່ານ​ຈະ​ບໍ່​ຈຳກັດ​ການ​ກໍ່ສ້າງ​ບ້ານ​ເຮືອນ​ຢູ່ໃນ​ເຂດ​ກ້ຳຕາ​ເວັນ​ອອກ​ຂອງ​ນະຄອນ Jerusalem ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ. ການ​ພົບ​ປະ​ຂອງ​ທ່ານ​ເນ​ທັນ​ຢາ​ຮູ​ກັບ​ທ່ານ​ນາງຄລິນ​ຕັນ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນມີ​ຂຶ້ນ​ທ່າມກາງ​ສາຍ​ພົວພັນ​ທ່ີ​ເຄັ່ງ​ຕຶງ​ຂຶ້ນ​ລະຫວ່າງ​ສະຫະຣັດ​ແລະ​ອີສຣາ​ແອນ​ ທ່ີ​ຖືກກະ​ຕຸ້ນໃຫ້​ເກີດຂຶ້ນ​ຍ້ອນ​ການ​ຕັດສິນ​ໃຈ​ຂອງ​ອີສຣາ​ແອນ​ໃນ​ຫວ່າງ​ໄວໆມາ​ນີ້​ທ່ີ​ຈະ​ສ້າ​ງບ້ານ​ເຮືອນ​ໃໝ່​ຂຶ້ນ​ອີກ 1600 ຫລັງ​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ Jerusalem ນັ້ນ. ອີສຣາ​ແອນ​ປະກາດ​ແຜນການ​ນີ້​ໃຫ້​ຮູ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ ຮອງ​ປະທານາທິບໍດີ​ສະຫະຣັດທ່ານ Joe Biden ທ່ີ​ Jerusalem ​ໃນ​ຕົ້ນ​ເດືອນ​ນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທ່ີຣັຖບານ​ໂອ​ບາມາ​ເອີ້ນ​ວ່າ​ເປັນ ​ການ​ໝິ່ນປະໝາດ​ນັ້ນ. ທ່ານ​ເນ​ທັນ​ຢາ​ຮູ​ແລະ​ທ່ານ​ນາງຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດສະຫະຣັດ​ໄດ້​ໂອ້​ລົມ​ກັນ​ທາງ​ໂທຣະສັບ​ໃນ​ສັບປະດາ​ຜ່ານ​ມາ​ ເພື່ອ​ພະຍາຍາມ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ດັ່ງກ່າວ​ລົງ. ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ເນ​ທັນ​ຢາ​ຮູ​ໄດ້​ໃຫ້​ຄຳ​ຕອບ​ທ່ີ​ເປັນ​ປະ​ໂຫຍ​ດ​ແລະ​ມີ​ຜົນຕໍ່​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະຣັດ ກ່ຽວ​ກັບ​ການ​ຕັ້ງ​ຖິ່ນ​ຖານ​ໃນ​ເຂດດັ່ງກ່າວ​ນີ້.
ທີ່​ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ ກ່າວ​ວ່າ ປະທານາທິບໍດີ Hamid Karzai ​ໄດ້​ເລີ້ມ​ທຳ​ການໂອ້ລົມ​ສົນທະນາ ໃນ​ວັນ​ຈັນ​ມື້​ນີ້​ ກັບ​ກຸ່ມກະບົດ​ສຳຄັນ​ກຸ່ມ​ນຶ່ງທ່ີ​ ກຳລັງ​ທຳ​ການ​ຕໍ່ສູ້​ກັບຣັຖບານ​ຂອງ​ທ່ານ​ແລະທະຫານ​ຕ່າງປະ​ເທດ​ນັ້ນ. ທາງ​ການ​ອັຟກາ​ນີສຖານ​ກ່າວ​ວ່າ ປະທານາທິບໍດີ Karzai ​ໄດ້​ພົບ​ປະ​ ຢູ່​ທ່ີ​ກຸງ​ຄາ​ບູລກັບ​ຄນະ​ຜູ້ຕາງໜ້າ​ຂັ້ນ​ອາວຸ​ໂສ​ຂອງ​ກຸ່ມ Hezb-i-Islami ຊຶ່ງ​ເປັນ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ​ກຸ່ມ​ນຶ່ງ​ ທ່ີ​ເປັນ​ປໍຣະປັກ​ກັບ​ກຸ່ມ​ຕາ​ລີ​ບັນ​. ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ກຸ່ມ Herz-i-Islami ​ໄດ້​ສະ​ເໜີແຜນການ​ສັນຕິພາບ​ຂອງ​ຕົນ​ຕໍ່​ປະທານາທິບໍດີ​ ທ່ີ​ມີຮວມທັງ​ຄຳ​ຮຽກຮ້ອງ​ໃຫ້ຖອນ​ທະຫານ​ຕ່າງປະ​ເທດ​ນຳ. ປະທານາທິບໍດີ Karzai ວາງ​ແຜນ​ທ່ີ​ຈະ​ຮຽກ​ກອງ​ປະຊຸມ​ສັນຕິພາບ ເປັນເວລາ 3 ມື້​ຂຶ້ນ​ທ່ີ​ກຸງ​ຄາ​ບູລ​ ເລີ້ມ​ຕົ້ນ​ໃນວັນ​ທີ 29 ​ເມສາ​ເດືອນ​ໜ້ານີ້​ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງການ​ນຳ​ເອົາ​ພວກນັກ ​ຕໍ່ສູ້ຂອງ​ກຸ່ມ​ຕາ​ລີ​ບັນ ​ເຂົ້າ​ມາ​ຮ່ວມ​ໃນ​ຊີວິດ​ພົນລະ​ເຮືອນນຳ.
ຊາວ​ອາ​ເມຣິກັນປະ​ທ້ວງກ່ຽວ​ກັບລະບົບ​ຄົນ​ເຂົ້າ​ເມືອງ ຂອງ​ສະຫະຣັດ: ພວກ​ປະ​ທ້ວງ​ຫລາຍ​ໝື່ນ​ຄົນ​ ​ໄດ້ພາກັນ​ໂຮມ​ຊຸມນຸມ​ໃນ​ວັນ​ອາທິດ​ວານ​ນີ້​ທ່ີ​ນະຄອນຫລວງ​ວໍ​ຊິງ​ຕັນ ເພື່ອ​ຮຽກຮ້ອງ​ໃຫ້​ບັນດາ​ສະມາ​ຊິກ​ຣັຖສະ ພາ​ ທຳ​ການ​ປະຕິ​ຮູບ​ລະບົບ​ຄົນ​ເຂົ້າ​ເມືອງ​ຂອງສະຫະຣັດ. ພວກ​ຈັດ ການ​ໂຮມ​ຊຸມນຸມ​ເວົ້າ​ວ່າ ພວກ​ປະ​ທ້ວງ​ພາກັນເດີນທາງ​ມາ​ຈາກ​ທົ່ວ ສະຫະຣັດ​ ເພື່ອ​ສນັບ​ສນູນ​ແລະ​ຕໍ່ສູ້​ເພື່ອພວກ​ແຮງ​ງານ​ຕ່າງປະ​ເທດ.
ພວກເດີນ​ຂະ​ບວນຫລາຍ​ຄົນ​ພາກັນ​ຖື​ປ້າຍ​ຕ່າງໆ ຮຽກຮ້ອງ​ປະທານາ ທິບໍດີ​ບາຣັກ​ໂອ​ບາ​ມາ​ ໃຫ້​ຈື່ຈຳ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ​ເວລາ​ໂຄສະນາ ຫາ​ສຽງ​ເລືອກ​ຕັ້ງ ທີ່​ວ່າ​ຈະ​ທຳ​ການ​ປົວ​ແປງ​ບັນຫາ​ຄົນ​ເຂົ້າ​ເມືອງ​ໃນ​ສະຫະຣັດນັ້ນ.
ພວກ​ເດີ​ນຂະ​ບວນກ່າວວ່າ ​ເຂົາ​ເຈົ້າ​ພາດ​ຫວັງ​ທ່ີ​ວ່າ​ຫລັງ​ຈາກ​ທ່ານ​ໂອ​ບາ​ມາ​ດຳຣົງຕຳ​ແໜ່​ງມາ​ເປັນ​ເວລາ​ປີ​ປາຍ​ແລ້ວ ​ເຣື່ອງການຮັກສາ​ສຸຂະ ພາບ ​ເຣື່ອງການ​ຫວ່າງ​ງານ​ແລະ​ການ​ເສດຖະກິດ​ໄດ້​ຄອບ​ງຳ​ລາຍການ ຂອງ​ທ່ານ​ໂອ​ບາ​ມາ ຫລາຍ​ກ່ວາ​ບັນຫາ​ຂອງ​ເຂົາ​ເຈົ້າ.
ກະ​ປະມານ​ກັນ​ວ່າ​ມີ​ພວກ​ຄົນເຂົ້າ​ເມືອງ​ທ່ີຜິດກົດໝາຍ​ ຈຳນວນ 11ລ້ານ​ຄົນ​ອາ​ໄສ​ຢູ່​ໃນ​ສະຫະຣັດ.
​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ທ່ານໂອ​ບາ​ມາ​ໄດ້​ກ່າວ​ວ່າ ທ່ານ​ຈະ​ດຳ​ເນີນ​ການເພື່ອ​ຫາ​ທາງ​ທ່ີ​ຖືກຕ້ອງ​ຕາມ​ກົດໝາຍ​ສຳລັບພວກ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ເຫລົ່າ​ນີ້​ ໄດ້​ເຂົ້າ​ເປັນ​ສັນຊາດ​ອາ​ເມຣິກາ ​ແຕ່ພວກ​ສະ
ມາຊິກ​ສະພາ​ສັງກັດ​ພັກ Republican ຄັດ​ຄ້ານ​ຕໍ່​ອັນ​ທີ່ເຂົ້າ​ເຈົ້າເອີ້ນວ່າ ​ໂຄງການ​ນິຣະ​ໂທດ​ກັມຫລື​ໃຫ້​ອະ​ໄພ​ໂທດ​ແກ່​ພວກ ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ທັງ​ໝົດນັ້ນ.
ມຽນມ້າ​ແລະ​ສະຫະ​ປະຊາ​ຊາດ: ພວກ​ຊາວ​ມຽນມ້າ 3 ກຸ່ມ​ທ່ີ​ຄັດຄ້ານຣັຖບານ​ມຽນມ້າ​ ໄດ້​ສົ່ງ​ໜັງສື​ເປີດ ຊອງ​ສະບັບ​ນຶ່ງ​ໄປ​ຍັງ​ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ​ປະຕິ​ເສດ​ຕໍ້​ກົດໝາຍເລືອກ​ຕັ້ງ​ຊຸດ​ນຶ່ງ​ ທ່ີ​ຣັຖບານ​ທະຫານ​ມຽນມ້າ​ໄດ້​ນຳ​ອອກ​ເປີດ​ເຜີຍໃຫ້ຮູ້ນັ້ນ.
​ໃນ​ຈົດໝາຍ​ເປີດ​ຊອງ​ສະບັບ​ນີ້ ກຸ່ມພັນທະ​ມິດ​ພຣະສົງ​ທັງ​ໝົດ​ຂອງ​ມຽນມ້າ ກຸ່ມ​ນັກ​ສຶກສາ​ຮຸ່ນ88 ​ແລະ​ອົງການ​ສະມາພັນ​ນັກ​ສຶກສາ​ທັງ​ໝົດ​ຂອງ​ມຽນມ້າ ຮຽກຮ້ອງ​ໃຫ້​ທ່ານ​ພັນ​ກິ​ມູນເນ້ນ​ຢ້ຳອີກ​ເທື່ອ​ນຶຶ່ງ ​ຖ້ອຍ​ຖະ​ແຫລ​ງຂອງ​ທ່ານທ່ີ​ວ່າ ຖ້າ​ບໍ່​ມີ​ການ​ອະນຸຍາດ​ໃຫ້​ຜູ້ນຳ​ຝ່າຍ​ຄ້ານ ທ່ານ​ນາງ​ອອງຊານຊູ​ຈີ ​ແລະ​ພວກ​ນັກ​ໂທດ​ການ​ເມືອງ​ທ່ີ​ສຳຄັນ​ທັງ​ໝົດ​ປະກອບສ່ວນນຳ​ແລ້ວ ການ​ເລືອກ​ຕັ້ງດັ່ງກ່າວ​ກໍຈະ​ບໍ່ເປັນ​ການ​ເລືອກ​ຕັ້ງທີ່​ຄົບ​ຖ້ວນ ຮວມ​ເອົາ​ທຸກ​ພັກ​ຝ່າຍ.
ພວກ​ກຸ່ມ​ເຫລົ່າ​ນີ້​ຍັງ​ຮຽກຮ້ອງ​ທ່ານ​ພັນ​ກິ​ມູນ​ເຊັ່ນ​ກັນ ​ໃຫ້​ຂໍ​ໃຫ້ພວກ​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ ຮຽກ​ກອງປະຊຸມ​ສຸກ​ເສີນ​ຂຶ້ນ​ເພື່ອ ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງສະຖານະ​ການ​ໃນ​ມຽນມ້າໃຫ້​ໄວ​ເທ່ົາ ທ່ີ​ຈະ​ໄວ​ໄດ້​ ເພື່ອ​ໃຫ້ຣັຖບານ​ທະຫານ​ເລີ້ມ​ທຳ​ການ​ເຈຣະຈາ​ກັບ​ກຳລັງ ປະຊາ​ທິປະ​ໄຕ​ແລະ​ພວກ​ຜູ້ຕາງໜ້າ​ຊົນ​ກຸ່ມ​ນ້ອຍ​ຕ່າງໆ​ ເພື່ອ​ແກ້​ໄຂ​ບັນ ຫາທາງ​ດ້ານ​ການ​ເມືອງ​ກັນ​ຢ່າງ​ສັນຕິ​ນັ້ນ.
ທ່ານຄລິນ​ຕັນ​ແລະ​ທ່ານບຸ​ຊ​ ເດີນທາງ​ໄປ​ເຮ​ຕີ: ສອງອະ​ດີດ​ປະທານາທິບໍດີຂອງ​ສະຫະຣັດ ທ່ານ Bill Clinton ​ແລະ​ທ່ານ George W. Bush ຈະ​ເດີນທາງ​ໄປ​ຢ້ຽມຢາມ​ເຮ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ອັນເປັນພາກສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຫາ​ເງິນ​ຮ່ວມກັນ​ຂອງ​ພວກ​ທ່ານ ເພື່ອ​ຊ່ອຍ​ບູຣະນະ​ສ້າງສາ​ປະ​ເທດ​ເຮ​ຕິ ທ່ີ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ຈາກໄພ​ແຜ່ນ​ດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ນັ້ນ ​ຄືນ​ໃໝ່.

XS
SM
MD
LG