ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງມະຕິ ຮ່າງກົດໝາຍວ່າດ້ວຍການປະກັນໄພ ສຸຂະພາບຂອງສະຫະຣັດກຳນົດໃສ່ວັນອາທິດມື້ນີ້


ການລົງມະຕິ ຮ່າງກົດໝາຍວ່າດ້ວຍການປະກັນໄພ ສຸຂະພາບຂອງສະຫະຣັດກຳນົດໃສ່ວັນອາທິດມື້ນີ້
ການລົງມະຕິ ຮ່າງກົດໝາຍວ່າດ້ວຍການປະກັນໄພ ສຸຂະພາບຂອງສະຫະຣັດກຳນົດໃສ່ວັນອາທິດມື້ນີ້
<!-- IMAGE -->

​ຂ່າວ​ຄື​ບໜ້າ ກ່ຽວ​ກັບ​ແຜນການປະຕິ​ຮູບ​ລະບົບ​ຮັກສາ​ສຸຂະພາບ​ຂອງ​ສະຫະຣັດ:ສະພາ​ຕ່ຳ​ສະຫະຣັດ
ກຳນົດ​ຈະ​ລົງມະຕິຄັ້ງປວັດ​ສາດ​ກັນ ​ໃນ​ວັນ​ອາທິດ​ມື້​ນີ້ ກ່ຽວ​ກັບ​ຮ່າງ​ກົດໝາຍ​ທີ່​ຈະ​ສະໜອງ​ປະກັນ​ໄພ​ສຸຂະພາບ​ໃຫ້​ແກ່ ຊາວ​ອາ​ເມຣິກັນ​ຈຳນວນ​ຫລາຍ​ກວ່າ 30 ລ້ານ​ຄົນ​ທ່ີ​ທຸກ​ຍາກ ບໍ່​ມີ​ປະ ກັນ​ໄພສຸຂະພາບ​ນັ້ນ. ບັນດາ​ຜູ້ນຳ​ພັກ Democrat ​ໃນ​ສະພາ​ພາກັນຫາ​ສຽງສະໜັບສະໜຸນ​ຢ່າງ​ຂຸ້ນຂ້ຽວ ໃນ​ວັນ​ເສົາ​ວານ​ນີ້ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ຈະໄດ້ ຢ່າງ​ນ້ອຍ 216 ສຽງ​ ອັນ​ເປັນ​ສຽງ​ສ່ວນ​ຫລາຍ​ໃນ​ສະພາ​ຕ່ຳ​ນັ້ນ ເພື່ອ​ຮັບ​ຜ່ານຮ່າງ​ກົດໝາຍດັ່ງກ່າວ ​ໃນ​ຂະນະ​ທ່ີ​ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ພາກັນໂຮມ​ ຊຸມນຸມ​ປະ​ທ້ວງຄັດຄ້ານ​ ​ຢູ່​ນອກ​ຕຶກ​ສະພາ​. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ໄດ້ໄປ​ຍັງ​ຕຶກຣັຖສະພາ​ເພື່ອ​ທຳ​ການ ຮຽກຮ້ອງ​ໃຫ້​ພວກ​ສະມາຊິກ​ພັກ​ເດ​ໂມ​ແກຣັດ ຮັບ​ຜ່ານ​ຮ່າງ​ກົດໝາຍ ປະຕິ​ຮູບແຜນການ​ຮັກສາ​ສຸຂະພາບ​ຢ່າງຮອບດ້ານ​ ສະບັບ​ນີ້. ພວກ​ສະມາຊິກ​ພັກ Republican ຍັງ​ພາກັນ​ຄັດຄ້ານ​ຢ່າງ​ແຂງແຮງ​ຢູ່ ຕໍ່ມາ. ​ທ່ານ John Boehner ຜູ້ນຳ​ພັກ Republican ​ໃນ​ສະພາ​ຕ່ຳ ​ກ່າວ​ວ່າຮ່າງ​ຍັດຕິ​ສະບັບ​ນີ້ ຈະ​ໝາຍວ່າ​ປະຊາຊົນ​ຈະ​ໄດ້​ເສັຍ​ພາສີ​ ລາຍ​ໄດ້​ສູງ​ຂຶ້ນ ​ແລະຣັຖບານ​ຈະ​ເຂົ້າແຊກ​ແຊງ​ຫລາຍ​ໂພດ​ໃນ​ການ ​ຕັດສິນ​ໃຈ​ໃດໆ ​ກ່ຽວ​ກັບ​ການ​ຮັກສາສຸຂະພາບ​ນັ້ນ. ສະຫະຣັດ​ອາ​ເມຣິກາເປັນ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ໃນ​ບັນດາ​ປະ​ເທດ​ທ່ີ ພັດທະນາ​ແລ້ວ​ ທ່ີ​ບໍ່​ໃຫ້ການ​ບໍລິການ​ດ້ານ​ການ​ຮັກສາສຸຂະພາບຟຣີ ຢ່າງຮອບດ້ານ​ໃຫ້​ແກ່​ປະຊາຊົນ​ຂອງ​ຕົນ.
ອີສຣາແອນແລະປາເລສໄຕນ໌: ທ່ານພັນຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດໄດ້ເດີນ ທາງ​ໄປເຖິງເຂດກາຊາ​ແລ້ວ ໃນມື້ທີ່ສອງຂອງການຢ້ຽມຢາມພາກ ຕາເວັນອອກກາງ

<!-- IMAGE -->

ບ່ອນທີ່ທ່ານໄດ້ຮຽກຮ້ອງໃຫ້ອີສຣາແອລ ແລະປາ ​ເເລສຕາຍ ຍຸຕິວິທີການຕ່າງໆທີ່ສ້າງຄວາມອ່ອນແອໃຫ້ແກ່ຂັ້ນຕອນ​ສ້າງສັນຕິພາບນັ້ນ. ທ່ານພັນຄີມູນໄດ້ຮັບ​ການ​ຕ້ອນຮັບ​ຈາກ ຊາວປາ​ເເລສຕາຍກຸ່ມນ້ອຍໆ ກຸ່ມນຶ່ງ ທີ່ໂບກທຸງ ໃນຂະນະທີ່ ທ່ານຂີ່ລົດຜ່ານດ່ານຂ້າມ Erez ທີ່ ເຊື່ອມຕໍ່ ອິສຣາແອລ ກັບເຂດກາ​ຊານັ້ນ. ທ່ານພັນຄີມູນບອກກັບຜູ້ສື່ຂ່າວໃນເຂດ West Bank ເມື່ອວັນເສົາ ວານນີ້ວ່າ ທ່ານກຳລັງເດີນທາງໄປເຂດກາຊາ ເພື່ອສະແດງຄວາມ​ເປັນ ​ເອກ​ກະພາບ ກັບຊາວປາເ​ເລສຕາຍ.
ນີ້ເປັນຄັ້ງທີ່ສອງທີ່ທ່ານ ພັນຄີມູນ ເດີນທາງ​ໄປຢ້ຽມຢາມເຂດກາຊາ ນັບຕັ້ງແຕ່ເກີດສົງຄາມເປັນເວລາສາມອາທິດໃນເຂດ​ດັ່ງກ່າວ ໃນທ້າຍ ປີ 2008 ຊຶ່ງສົງຄາມຄັ້ງນັ້ນ​ໄດ້ຍັງຜົນໃຫ້ຊາວປາເ​ເລສຕາຍເສຍຊີວິດ ​ໄປ 1300 ຄົນ ແລະຊາວອີສຣາແອລ 13 ຄົນ. ນອກນີ້ແລ້ວ ທ່ານພັນຄີມູນຍັງໄດ້ພົບປະກັບພວກຜູ້ນຳສູງສຸດຂອງປາ ​ເເລສຕາຍ ກັບອີສຣາແອລ ​ໃນວັນເສົາວານນີ້ ໃນຕອນເລີ່ມຕົ້ນຂອງ ການຢ້ຽມຢາມສອງວັນຂອງທ່ານ ໃນຂົງເຂດດັ່ງກ່າວ.
ທີ່ອັຟກາ​ນີສຖານ: ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງຜູ່​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້ເຮັດ​ໃຫ້ 10 ຄົນ​ເສັຍ​ຊີວິດ ແລະອີກ​ 7 ຄົນບາດ​ເຈັບ​ທີ່​ແຂວງ Hel-mand ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ.
ບັນດາ​ເຈົ້າ​ໜ້າ​ທ່ີ​ປະຈຳ​ທ້ອງ​ຖິ່ນ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ອາດ​ໄດ້​ແນເປົ້າ​ ໝາຍ​ໃສ່​ລົດ​ກອງທັບ​ຄັນ​ນຶ່ງ ​ແຕ່​ໄດ້​ຈູດ​ວັດ​ຖຸລະ​ເບີດຂອງ​ຜູ້ກ່ຽວຢູ່ໃນ ​ ເຂດ​ທ່ີ​ພວກ​ພົນລະ​ເຮືອນ​ຫລາຍ​ຄົນ​ ກຳລັງ​ພາກັນ​ເຂົ້າ​ຮ່ວມ​ໃນງານ Nowruz ​ເພື່ອ​ສະ​ເຫລີ້​ມສະຫລອງ​ວັນ​ປີ​ໃໝ່​ກັນ. ​ໃນ​ບ່ອນ​ນຶ່ງ​ຕ່າງຫາກ ຜູ້​ຄົນ 2 ຄົນ​ໄດ້​ເສັຍ​ຊີວິດ​ແລະ ​ຢ່າງນ້ອຍ​ ອີກ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ​ ຍ້ອນ​ກະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ແຂວງ Khost ​ໃນ​ພາກຕາ​ເວັນ​ອອກສຽງ​ໃຕ້ຂອງ​ອັຟກາ​ນີສຖານ​.
ທີ່ໄທ: ພວກປະທ້ວງໃນປະເທດໄທກ ພາກັນທຳການປະທ້ວງອີກບັ້ນນຶ່ງ ​ໃນ ວັນອາທິດມື້ນີ້ ​ໂດຍ​ ທີ່ພວກນັກເຄຶ່ອນໄຫວທັງຫລາຍມີ​ແຜນການທີ່ຈະ ໃຊ້ເລືອດ​ແຕ້ມ​ຮູບ​ໃສ່​ບົນ​ແຜ່ນ​ຜ້າ ​ໃນ​ອັນທີ່ເອີ້ນກັນວ່າ“ການແຕ້ມດ້ວຍ ເລືອດ” ຊຶ່ງເປັນພາກສ່ວນນຶ່ງຂອງຍຸທະວິທີລ່າສຸດ ຂອງພວກປະທ້ວງ ຫລາຍພັນຄົນ ທີ່​ໄດ້ພາກັນບໍລິຈາກເລືອດຂອງ​ຕົນ ​ແລ້ວ​ເອົາ​ໄປຖອກ ໃສ່ໜ້າ​ໂຮງການຕ່າງໆຂອງລັດຖະບານ ໂຮມທັງບ້ານພັກຂອງນາຍົກ ລັດຖະມົນຕີ​ນຳ. ພວກປະທ້ວງກ່າວວ່າພວກເຂົາຈະໃຊ້ເລືອດທີ່ຍັງ ເຫລືອຢູ່ນັ້ນ ເປັນສີແຕ້ມຮູບສິລະປະຂນາດໃຫຍ່ ຢູ່ບົນແຜ່ນຜ້າສີຂາວ ຜືນໃຫຍ່ໃນກຸງ​ເທບ ເມືອງຫລວງຂອງປະເທດໄທ.
​ວັນເສົາວານນີ້ ພວກປະທ້ວງຫລາຍສິບພັນຄົນໄດ້ພາກັນຂີ່ລົດ​ເກ໋ງ ລົດ ກະບະ ລົດເມ​ແລະລົດຈັກ ໄປທົ່ກຸງເທບເພື່ອເກນເອົາພວກ
ສະຫນັບ ສະຫນຸນສຳລັບການປຸກລະດົມຕໍ່ຕ້ານລັດຖະບານ ຂອງພວກເຂົາ ຊຶ່ງຂະ ບວນລົດ​ດັ່ງກ່າວ ເປັນພາກສ່ວນນຶ່ງໃນການ​ດຳ​ເນີນຄວາມພະຍາຍາມ ເປັນເວລານຶ່ງອາທິດ​ໂດຍ​ກຸ່ມ​ທີ່ເອີ້ນວ່າ ພວກເສື້ອແດງ ເພື່ອໂຄ່ນລົ້ມ ລັດຖະບານຂອງ ທ່ານອະພິສິດ ເວຊຊາຊິວະ ນາຍົກລັດຖະມົນຕີໄທ.
ຈີນ​ແລະ​ສະຫະຣັດ: ຈີນ​ກ່າວ​ວ່າ ຕົນ​ອາດ​ຈະ​ທຳ​ການ​ຕອບ​ໂຕ້​ຖ້າ​ຫາກ​ສະຫະຣັດວາງ​ການ ລົງ​ໂທດ​ດ້າ​ການ​ຄ້າ ແລະທຳການລົງໂທດອື່ນໆຕໍ່​ຕົນ ຍ້ອນ​ບັນຫາ​ຂັດ​ແຍ່ງ​ກັນ ກ່ຽວ​ກັບ​ຄ່າ​ຂອງ​ເງິນຕາ​ຂອງ​ຈີນ​ນັ້ນ.
ໜັງສືພິມປະຊາຊົນ​ລາຍ​ວັນ​ ຫລື Peole’s Daily ຂອງທາງ​ການ​ຈີນ ອ້າງຄຳ​ເວົ້າ​ຂອງ​ທ່ານ Chen Deming ຣັຖມຸນຕີ​ການ​ຄ້າ​ຈີນ​ໃນ​ວັນ​ອາທິດມື້​ນີ້​ວ່າ ກຸງ​ປັກ​ກິ​ງຈະ​ບໍ່​ຫລັບ​ຫູ​ຫລັບ​ຕາ​ ​ເຮັດ​ຄື​ກັນ​ກັບ​ວ່າ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ກະຊວງ​ການ​ເງິນ​ຂອງ​ສະຫະຣັດປະກາດ​ວ່າ ຈີນເປັນ​ຜູ້​ຄວບ​ຄຸມ​ເງິນຕາ​ນັ້ນ.
ທ່ານ Chen ​ໄດ້​ກ່າວ​ເຊ່ນ​ນັ້ນ ຕໍ່​ກອງ​ປະຊຸມວ່າ​ດ້ວຍ​ເສດຖະກິດ​ທ່ີ​ກຸງ​ປັກ​ກິ​ງ ຫລັງ​ຈາກ​ພວກ​ສະມາຊິກ​ສະພາ​ສູງ​ສະຫະຣັດຈຳນວນ​ນຶ່ງໄດ້ ສະ​ເໜີ​ໃຫ້​ວາງ​ຂໍ້​ລົງ​ໂທດ​ຕໍ່​ຈີນ​ ຖ້າ​ທາງ​ຈີນ​ບໍ່​ປັບ​ຄ່າເງິນ​ຢວນຂອງ​ຈີນ​ ໃໝ່​ນັ້ນ. ໃນ​ການ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີ​ກຸງ​ປັກ​ກິ​ງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ He Ning​ ເຈົ້າ​ໜ້າ​ທ່ີ​ປະຈຳ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ ການ ເອົາ​ມາດຕະການ​ດັ່ງກ່າວ ​ຈະເປັນ​ການ​ລົບ​ກວນ​ພາຍ​ນອກ​ ທ່ີ​ຈະ​ເຮັດ​ໃຫ້ການ​ເຈຣະຈາກັນ​ກ່ຽວ​ກັບ​ເຣື່ອງນີ້ ມີ​ຄວາມສລັບ​ຊັບຊ້ອນ​ແລະ​ຫຍຸ້ງ​ຍາກ​ຂຶ້ນ​.
ທີ່ເນ​ປານ: ພວກ​ໄວ້ອາ​ໄລ​ຫລາຍ​ພັນ​ຄົນ​ພາກັນ​ຢືນລຽນ​ແຖວ ​ຕາມ​ຖະໜົນ​ໃນນະ ຄອນຫລວງ Kathmandu ​ໃນ​ວັນ​ອາທິດ​ມື້​ນີ້​ ເພື່ອສະ​ແດງ​ຄວາມເຄົາ ຣົບ​ໄວ້ອາ​ໄລບັ້ນ​ສຸດ​ທ້າຍ ຕໍ່ມື້​ລາງນາຍົກຣັຖມຸນຕີ Girija Prasad Koirala ທ່ີ​ໄດ້​ຊ່ອຍ​ນຳພາ​ປະ​ເທດ​ໃນ​ເຂດ​ພູ​ເຂົາຫິມາ​ໄລ​ແຫ່ງ​ນີ້ ອອກ​ຈາກ​ລະບອບຣາຊາ​ທິປະ​ໄຕ​ ທີ່​ປົກຄອງ​ປະ​ເທດມາ​ເປັນ​ເວລາ​ຫລາຍ ສັດຕະວັດນັ້ນ ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ​. ທ່ານ Koirala ​ໄດ້​ເຖິງ​ແກ່ມ​ຊໍຣະນະ​ກັມ​ໄປ​ໃນ​ວັນ​ເສົາ​ວານ​ນີ້ ຮວມອາຍຸ​ໄດ້ 86 ປີ.
ນາຍົກຣັຖມຸນຕີ Madhav kumar Nepal ​ໄດ້​ເອົາ​ທຸງຊາດຂອງ​ເນ​ປານ ​ປົກ​ຄຸມ​ສົບ​ຂອງ​ທ່ານ Koirala ທ່ີຖືກ​ນຳ​ໄປ​ດອຍ​ໄວ້​ທີ່​ສະໜາມ​ກີລາແຫ່ງ​ຊາດ Dasharath ​ເພື່ອໃຫ້​ປະຊາຊົນ​ໄປ​ຢ້ຽມເຄົາລົບ​ສົບ. ພິທີ​ເຜົາສົບ​ຂອງ​ທ່ານ Koirala ກຳນົດຈະມີ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ອາ ທິດ​ມື້​ນີ້. ທ່ານ Koirala ​ໄດ້​ເປັນ​ຜູ້ນຳ​ພັກ Congress ຂອງ​ເນ​ປານ ​ແລະເຄີຍຮັບ​ໃຊ້​ເປັນ​ນາຍົກຣັຖມຸນຕີຂອງ​ເນ​ປານ​ເປັນ​ເວລາ 5 ສະ​ໄໝມີ​ການ​ມອງ​ເບິ່ງ​ວ່າ​ ທ່ານ​ເປັນ​ກຳລັງ​ຜັກ​ດັນໃຫ້ມີ​ສະຖຽນ​ລະ​ພາບ​ຢູ່ໃນ​ປະ​ເທດ ທ່ີມັກປະ​ເຊີນ​ກັບບັນຫາການລຸກ​ຮື​ຂຶ້ນ​ເລື້​ອຍໆແຫ່ງ​ນີ້.

XS
SM
MD
LG