ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຖແລງຕໍ່ປະຊາຊົນອີຣ່ານ ຜ່ານທາງອິນເຕີແນັດ


ທ່ານໂອບາມາ ຖແລງຕໍ່ປະຊາຊົນອີຣ່ານ ຜ່ານທາງອິນເຕີແນັດ
ທ່ານໂອບາມາ ຖແລງຕໍ່ປະຊາຊົນອີຣ່ານ ຜ່ານທາງອິນເຕີແນັດ
<!-- IMAGE -->

ໂອບາມາ - ອີຣ່ານ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ໄດ້ທຳການ ຮຽກຮ້ອງໂດຍກົງ ໄປຍັງປະຊາຊົນອີຣ່ານ ຂະ ນະທີ່ພວກເຂົາເຈົ້າພວມພາກັນສເລີມສລອງບຸນ NOWRUZ ຫລື ວັນຂຶ້ນປີໃໝ່ເປີເຊັຽ. ໃນວິດີ ໂອ ທີ່ນຳອອກເຜີຍແຜ່ ທາງອິນເຕີແນັດ ໂດຍ ທຳນຽບຂາວ ໃນແລງວັນສຸກວານນີ້ ທ່ານ OBAMA ໄດ້ກ່າວຢຳເຖິງຂໍ້ສເນີຂອງທ່ານກ່ຽວ ກັບການສົນທະນາຫາຣືກັບອີຣ່ານ ແຕ່ທ່ານເວົ້າ ວ່າ ພວກຜູ້ນຳອີຣ່ານ ໄດ້ເລືອກເສັ້ນທາງຢູ່ຢ່າງ ໂດດດ່ຽວ. ທ່ານເວົ້າວ່າສະຫະຣັດກຳລັງດຳເນີນ ງານຮ່ວມກັບປະຊາຄົມນາໆຊາດເພື່ອໃຫ້ອີຣ່ານ ເປັນຜູ້ຮັບຜິດຊອບຕໍ່ການບໍ່ປະຕິບັດຕາມພັນທະນາໆຊາດ ໃນການເປີດເຜີຍເຖິງຂອບເຂດ ແລະຈຸດປະສົງ ກ່ຽວກັບໂຄງການນິວເຄລັຽ ຂອງອີຣ່ານ. ສະຫະຣັດ ແລະບັນດາ ປະເທດ ຕາເວັນຕົກອື່ນໆ ໄດ້ກ່າວຫາອີຣ່ານວ່າ ພະຍາຍາມທີ່ຈະສ້າງອາວຸດນິວເຄລັຽ ແຕ່ອີຣ່ານເວົ້າ ວ່າ ມັນເປັນໂຄງການ ນິວເຄລັຽພົລເຮືອນ. ເຖິງແມ່ນ ໄດ້ເກີດບັນຫາຂັດແຍ້ງກໍດີ ທ່ານ OBAMA ເວົ້າວ່າ ສະຫະຣັດມີຄວາມໝາຍໝັ້ນຕັ້ງໃຈຢາກໃຫ້ປະຊາຊົນອີຣ່ານ ມີຄວາມ ຫວັງ ທີ່ແຈ່ມໃສຕື່ມຂຶ້ນ ໃນອະນາຄົດ ໂດຍຈະເພີ້ມໂອກາດ ໃນການແລກປ່ຽນ ທາງດ້ານ ການສຶກສາ ແລະ ຊ່ອຍຄຳປະກັນ ການຊົມໃຊ້ອິນເຕີແນັດ ແບບບໍ່ມີການກວດກາ.

<!-- IMAGE -->

ໄທ - ປະທ້ວງ: ພວກປະທ້ວງຈຳນວນຫຼາຍ ພັນຄົນ ໄດ້ພາກັນແຫ່ຂະບວນຣົດ ຣົດບັນທຸກ ຣົດບັສແລະຣົດຈັກ ໄປຕາມຖນົນຫົນທາງສາຍ ຕ່າງໆ ໃນບາງກອກ ນະຄອນຫຼວງຂອງໄທໃນ ວັນເສົາມື້ນີ້ ເພື່ອຮັບສະມັກ ພວກສນັບນຸນໃນ ການປຸກຣະດົມ ຕໍ່ຕ້ານຣັຖບານຂອງພວກເຂົາ ເຈົ້າ. ກຸ່ມທີ່ເອີ້ນວ່າພວກເສື້ອແດງມີແຜນການ ທີ່ຈະແຫ່ຂະບວນຣົດທີ່ທາດ້ວຍເລືອດປະທ້ວງ ຕື່ມອີກ ໃນວັນອາທິດມື້ອື່ນ ຊຶ່ງເປັນກົລຍຸດລ່າ ສຸດໃນການດຳເນີນ ຄວາມພະຍາຍາມ ທີ່ມີມາ ເປັນເວລານຶ່ງອາທິດ ເພື່ອຂັບໄລ່ຣັຖບານຂອງ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ອອກຈາກໜ້າທີ່. ໃນມື້ວານນີ້ ພວກຜູ້ນຳ ຂອງຂະບວນການ ຕໍ່ຕ້ານຣັຖບານໃນໄທ ໄດ້ປະ ຕິເສດ ຕໍ່ການສເນີຊຳອີກຂອງນາຍົກຣັຖມຸນຕຣີ ອະພິຊິດທີ່ຈະເປີດ ການເຈຣະຈາຫາຣືນັ້ນ. ພວກເສື້ອແດງເວົ້າວ່າ ຕົນຈະບໍ່ເຂົ້າຮ່ວມ ໃນການເຈຣະຈາ ຈົນກວ່ານາຍົກຣັຖມຸນຕຣີ ປະຕິບັດຕາມເງື່ອນໄຂ ຂອງພວກຕົນ ທີ່ຮຽກຮ້ອງໃຫ້ ຍຸບສະພາແຫ່ງຊາດ ແລະຮຽກໃຫ້ມີ ການເລືອກຕັ້ງໃໝ່.

<!-- IMAGE -->

ໄທ - ກະສັດ: ວາຣະສານພາສາອັງກິດ ທີ່ໄດ້ ຮັບຄວາມນິຍົມທີ່ສຸດສະບັບນຶ່ງຂອງໂລກຈະບໍ່ໄດ້ ຮັບອະນຸຍາດ ໃຫ້ຈັດຈຳໜ່າຍ ທີ່ປະເທດໄທ ໃນ ສັບປະດານີ້ ຍ້ອນບົດຂຽນບົດນຶ່ງກ່ຽວກັບກະສັດໄທ. ໃນອີແມລສະບັບນຶ່ງ ທີ່ສົ່ງໄປຫາພວກ ຈອງນັ້ນ ວາຣະສານ ECONOMIST ຊຶ່ງມີສຳນັກງານໃຫຍ່ ຢູ່ປະເທດອັງກິດ ກ່າວໃນວັນສຸກວານນີ້ວ່າ ເນື່ອງ ຈາກເນື້ອຫາສາຣະ ທີ່ມີຄວາມຫລໍ່ແຫລມສຳຄັນ ໃນການລົງຂ່າວ ຂອງວາຣະສານ ກ່ຽວກັບເຣື່ອງ ກະສັດຂອງໄທ ດັ່ງນັ້ນ ວາຣະສານ ສະບັບທີ່ອອກ ໃນວັນທີ 20 ມີນາ ຈຶ່ງຈະບໍ່ມີການແຈກຈ່າຍຢູ່ໃນ ປະເທດໄທ. ບໍ່ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ຂ່າວຂອງວາຣະສານ ECONOMIST ອອນລາຍ ຫລືທີ່ອອກ ທາງອິນເຕີແນັດນັ້ນ ຈະມີ ຜົນກະທົບໃດໆ. ບົດຂຽນ ທີ່ຕົກເປັນບັນຫາ ໄດ້ສຳຣວດກວດກາເບິ່ງ ຄວາມວິຕົກກັງວົນ ໃນໄທ ກ່ຽວກັບຄຳຖາມ ໃນການສືບຣາຊບັນລັງ ທີ່ອາດມີຂຶ້ນ ແລະມີຄວາມກ່ຽວພັນແນວ ໃດ ກັບຄວາມວຸ້ນວາຍ ທາງດ້ານການເມືອງ ຢູ່ໃນໄທເມື່ອ ໄວໆມານີ້. ກະສັດພູມີພົລ ອະດຸນຍະເດດ ທີ່ປົກຄອງໄທ ຢູ່ໃນເວລານີ້ ມີພຣະຊົນມາຍຸ 82 ພັນສາ ແລະໄດ້ຊົງປະ ຊວນ ເຂົ້າຮັບການປິ່ນປົວ ທີ່ໂຮງພະຍາບານ ມາແຕ່ທ້າຍເດືອນແລ້ວນີ້.

<!-- IMAGE -->

ເນປາລ: ອະດີດ ນາຍົກຣັຖມຸນຕຣີເນປາລ ທ່ານ GIRIJA PRASAD KOIRALA ຊຶ່ງເປັນນັກການເມືອງ ທີ່ມີຊື່ສຽງຫຼາຍທີ່ສຸດ ຄົນນຶ່ງຂອງເນປາລນັ້ນ ໄດ້ເຖິງແກ່ ອະສັນ ຍະກັມແລ້ວ. ທ່ານເຄີຍເຂົ້າຮັບຕຳແໜ່ງ ເປັນນາຍົກຣັຖມຸນຕຣີ 5 ສມັຍ ແລະຖືກເບິ່ງ ກັນວ່າ ເປັນກຳລັງ ທີ່ສ້າງຄວາມທຸ່ນທ່ຽງໃຫ້ ແກ່ເນປາລ ຊຶ່ງໄດ້ປະສົບກັບການປ່ຽນແປງ ຢ່າງຮຸນແຮງ ເລື້ອຍໆນັ້ນ. ທ່ານເປັນຜູ້ນຳພາ ໃນການໂຮມຊຸມນຸມ ປະທ້ວງຄັ້ງໃຫຍ່ທີ່ເຮັດ ໃຫ້ການປົກຄອງ ແບບຜະເດັດການ ຂອງກະສັດ GYANENDRA ສິ້ນສຸດລົງ. ທ່ານ KOIRALA ຊຶ່ງເປັນປະທານ ພັກຄອງແກຣັສຂອງເນປາລ ໄດ້ພົວພັນ ໃນວົງການໆເມືອງ ຂອງເນປາລ ເປັນເວລາດົນກວ່າ 60 ປີ. ທ່ານ KOIRALA ທີ່ມີບັນຫາ ກ່ຽວກັບຣະບົບຫາຍໃຈ ມາເປັນເວລາຫຼາຍໆປີນັ້ນ ໄດ້ເຖິງແກ່ອະສັນຍະກັມ ໃນວັນເສົາມື້ນີ້ ທີ່ເຮືອນລູກສາວຂອງທ່ານ ໃນນະຄອນຫລວງ ກັດມັນດູ. ລູກສາວຂອງທ່ານ ຄືທ່ານນາງ SUTAJA ເປັນຣັຖມຸນຕຣີ ການຕ່າງປະເທດ ຂອງເນປາລ. ທ່ານ GIRIJA PRASAD KOIRALA ຮວມອາຍຸໄດ້ 80 ກວ່າປີ.

<!-- IMAGE -->

ອິສຣາແອລ - ປາແລສໄຕນ໌: ທ່ານ BAN KI MOON ເລຂາທິການໃຫຍ່ຂອງອົງການສະ ຫະປະຊາຊາດກ່າວວ່າ ທ່ານຫວັງວ່າຈະໄດ້ເຫັນ ຂໍ້ຕົກລົງສັນຕິພາບ ໃນພາກຕາເວັນອອກ ກາງ ພາຍໃນເວລາ 2 ປີ. ໃນການຖແລງຕໍ່ກອງປະ ຊຸມນັກຂ່າວ ໃນວັນເສົາມື້ນີ້ ທ່ານ BAN KI MOON ເວົ້າວ່າ ຂໍ້ຕົກລົງດັ່ງກ່າວຄວນຈະຮວມ ທັງ ການສິ້ນສຸດລົງ ໃນການຢຶດຄອງດິນແດນ ຂອງປາແລສໄຕນ໌ ແລະຮວມທັງ ໃຫ້ນະຄອນ ເຈຣູຊາແລັມ ເປັນນະຄອນຫລວງ ທັງຂອງອິສ ຣາແອລ ແລະປາແລສໄຕນ໌. ທ່ານກ່າວຢຳວ່າ ທ່ານພຽງແຕ່ ໄດ້ກ່າວເນັ້ນ ເຖິງເນື້ອນັຍ ທີ່ທ່ານ ແລະສະມາຊິກຄົນອື່ນໆ ຂອງກຸ່ມ QUARTET ຫລືກຸ່ມນາໆຊາດ 4 ຝ່າຍ ທີ່ໄດ້ຕັດສິນໃຈ ໃນການປະຊຸມກັນຢູ່ທີ່ກຸງມົສກູ ໃນມື້ວັນສຸກວານນີ້. ທ່ານ BAN KI MOON ໄດ້ພົບປະ ກັບນາຍົກຣັຖມຸນຕຣີ ປາແລສ ໄຕນ໌ ທ່ານ SALAM FAYYAD ທີ່ເມືອງ RAMALLAH ເມືອງເອກຂອງ ເຂດຝັ່ງຕາ ເວັນຕົກ ແມ່ນຳຈໍແດັນ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ໃນການເລີ້ມ ການຢ້ຽມຢາມ ອິສຣາແອລ ແລະເຂດຢຶດຄອງ ປາແລສໄຕນ໌ ເປັນເວລາ 2 ມື້.

<!-- IMAGE -->

ໂອບາມາ - ການປະຕິຮູບການເງິນ: ປະທາ ນາທິບໍດີ ສະຫະຣັດທ່ານ BARACK OBAMA ກ່າວວ່າ ການປະຕິຮູບທາງດ້ານການເງິນແມ່ນ ມີຄວາມຈຳເປັນ ຫຼືຖ້າບໍ່ດັ່ງນັ້ນແລ້ວສະຫະຣັດ ອາດຈະປະເຊີນກັບສະພາບເສຖກິດພັງທະລາຍ ດັ່ງໃນໄລຍະສອງປີຜ່ານມາ ຊຳອີກ. ໃນຄຳປາ ສັຍທາງວິທຍຸແລະອິນເຕີແນັດ ປະຈຳສັບປະດາ ນັ້ນທ່ານ OBAMA ໄດ້ຖິ້ມໂທດໃສ່ ທະນາຄານ ຕ່າງໆ ທີ່ບໍ່ຣະມັດຣະວັງ ແລະການໃຫ້ ເງິນກູ້ຢືມ ທີ່ເປັນອັນຕະລາຍ ທີ່ໄດ້ພາໃຫ້ເກີດ ວິກິຕການ ທາງດ້ານເສຖກິດນັ້ນ. ທ່ານເວົ້າວ່າ ແຜນການປະຕິຮູບໃໝ່ ທີ່ຈະນຳສເນີ ເພື່ອໃຫ້ມີການອະພິປາຍກັນ ໃນສະພາສູງ ສະຫະຣັດ ໃນມື້ວັນຈັນ ຈະມານີ້ ແມ່ນຈະຮວມທັງ ຣະບຽບການ ທີ່ມີການດັດແປງແກ້ໄຂໃໝ່ ຣະບຽບການຄວບຄຸມ ທະນາຄານໃຫຍ່ໆ ເພີ້ມຂຶ້ນ ແລະເຄື່ອງມື ເພື່ອແຍກທະນາຄານ ທີ່ປະສົບກັບບັນຫາ ໃຫ້ອອກເປັນ ວິສາຫະກິດນ້ອຍໆ. ນອກນັ້ນ ທ່ານຍັງເວົ້າວ່າ ຮ່າງກົດທີ່ວ່ານີ້ ຈະໃຫ້ຜູ້ຖືຮຸ້ນ ມີສິດມີສຽງ ໃນການຕັ້ງເງິນເດືອນ ແລະເງິນບຳເນັດຫລື ໂບນັສ ໃຫ້ແກ່ຄະນະບໍຣິຫານ ຊຶ່ງຫລາຍໆຄົນ ພາກັນມອງເບິ່ງວ່າ ມີຄວາມເອື້ອເຟື້ອ ຫລາຍເກີນໄປ ທັງໆທີ່ທຸຣະກິດ ໄດ້ປະສົບກັບບັນຫາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG