ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ທ່ານໂອບາມາກ່າວວ່າ ແຜນການປຸກເຮືອນໃໝ່ ຂອງອິສຣາແອລ ໃນກຳຕາເວັນອອກ ນະຄອນເຈຣູຊາແລັມ ບໍ່ຊ່ອຍຫຍັງເລີຍ


ທ່ານໂອບາມາກ່າວວ່າ ແຜນການປຸກເຮືອນໃໝ່ ຂອງອິສຣາແອລ ໃນກຳຕາເວັນອອກ ນະຄອນເຈຣູຊາແລັມ ບໍ່ຊ່ອຍຫຍັງເລີຍ
ທ່ານໂອບາມາກ່າວວ່າ ແຜນການປຸກເຮືອນໃໝ່ ຂອງອິສຣາແອລ ໃນກຳຕາເວັນອອກ ນະຄອນເຈຣູຊາແລັມ ບໍ່ຊ່ອຍຫຍັງເລີຍ
<!-- IMAGE -->

ສະຫະຣັດ - ອິສຣາແອລ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ຕຳ ໜິຕິຕຽນ ແຜນການຂອງ ອິສຣາແອລທີ່ຈະປຸກ ເຮືອນໃໝ່ໃຫ້ຊາວຢິວໃນເຂດກຳ ຕາເວັນອອກ ຂອງນະຄອນເຈຣູຊາແລັມ ທີ່ຍັງເປັນບັນຫາຖົກ ຖຽງໂຕ້ແຍ້ງກັນຢູ່ນັ້ນວ່າ ບໍ່ໄດ້ຊ່ອຍຫຍັງເລີຍຕໍ່ ການດຳເນີນ ຄວາມພະຍາຍາມ ເພື່ອສ້າງສັນຕິ ພາບ ລະຫວ່າງ ອິສຣາແອລ ກັບປາແລສໄຕນ໌. ໃນການໃຫ້ສຳພາດ ແກ່ຕາໜ່າງ ໂທຣະພາບ FOX ຂອງສະຫະຣັດ ໃນມື້ວັນພຸດວານນີ້ ທ່ານ OBAMA ກ່າວວ່າ ສະຫະຣັດແລະອິສ ຣາແອລມີຄວາມເຫັນບໍ່ລົງຮອຍກັນ ກ່ຽວກັບວ່າ ຈະດຳເນີນການແບບໃດ ເພື່ອສ້າງຄວາມ ກ້າວໜ້າໃຫ້ແກ່ການເຈຣະຈາສັນຕິພາບ ລະຫວ່າງອິສຣາແອລກັບປາແລສໄຕນ໌. ແຕ່ທ່ານ ໄດ້ປະຕິເສດວ່າ ບໍ່ໄດ້ເກີດວິກິຕການໃດໆ ໃນຄວາມສັມພັນ ລະຫວ່າງສະຫະຣັດ ກັບອິສ ຣາແອລ ແລະເວົ້າວ່າ ປະຊາຊົນອະເມຣິກັນ ແລະອິສຣາແອລມີຄວາມຜູກພັນກັນ ແບບ ພິເສດ ຊຶ່ງຈະບໍ່ມີການ ສິ້ນສຸດລົງໄດ້. ອິສຣາແອລ ໄດ້ປະກາດ ກ່ຽວກັບແຜນການ ປຸກ ເຮືອນໃໝ່ 1600 ຫລັງ ໃສ່ກຳຕາເວັນອອກນະຄອນເຈຣູຊາແລັມໃນສັບປະດາແລ້ວ ຊຶ່ງ ພາໃຫ້ເຈົ້າໜ້າທີ່ ອະວຸໂສ ຂອງສະຫະຣັດ ປະນາມ.

<!-- IMAGE -->

ຣັດເຊັຽ - ສະຫະຣັດ: ຣັຖມຸນຕຣີການຕ່າງ ປະເທດສະຫະຣັດ ທ່ານນາງ HILLARY CLINTON ກຳລັງຢູ່ທີ່ກຸງມົສກູ ເພື່ອເຈຣະຈາ ຫາຣື ກັບພວກຜູ້ນຳຂອງຣັດເຊັຽ ກ່ຽວກັບການ ຕົກລົງກັນຂັ້ນສຸດທ້າຍ ໃນສົນທິສັນຍາ ສະບັບ ໃໝ່ ເພື່ອຫລຸດຫົວຣະເບີດໃນຄັງອາວຸດນິວເຄຼັຽ ຂອງມະຫາອຳນາດ ທັງສອງລົງ. ທ່ານນາງ CLINTON ໄດ້ເດີນທາງໄປເຖິງນະຄອນຫຼວງ ມົສກູ ໃນວັນພະຫັດມື້ນີ້ ກ່ອນການພົບປະກັບ ຣັຖມຸນຕຣີ ການຕ່າງປະເທດຣັດເຊັຽ ທ່ານ SERGEI LAVROV ຊຶ່ງຈະມີຂຶ້ນພາຍໃນມື້ນີ້ ແລະປະທານາທິບໍດີ DMITRI MEDVEDEV ໃນວັນສຸກມື້ອື່ນ. ເຈົ້າໜ້າທີ່ຣັດເຊັຽແລະສະຫະ ຣັດ ໄດ້ໃຊ້ເວລາເກືອບ 1 ປີ ໃນການພະຍາ ຍາມເຈຣະຈາກ່ຽວກັບ ຂໍ້ຕົກລົງສະບັບໃໝ່ ເພື່ອໃຊ້ແທນ ສົນທິສັນຍາ ຫລຸດກຳລັງອາວຸດ ຍຸທສາດຫລື START ສະບັບປີ 1991 ທີ່ໄດ້ໝົດອາຍຸລົງໃນເດືອນທັນວາປີກາຍ. ປະທາ ນາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະ ປະທານາທິບໍດີ MEDVEDEV ໄດ້ຕົກລົງກັນໃນປີກາຍນີ້ ທີ່ຈະຕັດ ຈຳນວນຫົວຣະເບີດໃນຄັງອາວຸດນິວເຄລັຽຂອງປະເທດ ທັງສອງ ລົງຕື່ມອີກ ໃນສົນທິສັນຍາ ສະບັບໃໝ່.

<!-- IMAGE -->

ຈີນ - ສະຫະຣັດ: ເອກອັຄຣັຖທູດ ສະຫະຣັດ ປະຈຳປະເທດຈີນ ກ່າວວ່າ ການຂັດແຍ້ງກ່ຽວກັບ ເຣື່ອງການຄ້າແລະນະໂຍບາຍ ການຕ່າງປະເທດ ໃນເວລານີ້ບໍ່ຄວນເປັນອຸບປະສັກຂັດຂວາງຕໍ່ການ ຮ່ວມມື ຂອງທັງສອງຝ່າຍ ໃນຫລາຍໆບັນຫາ. ທ່ານ JON HUNTSMAN ໄດ້ສະແດງຄວາມ ວິຕົກກັງວົນ ຂອງສະຫະຣັດ ໃນວັນພະຫັດ ມື້ນີ້ ກ່ຽວກັບບັນຫາ ຈຳນວນນຶ່ງ ຕໍ່ພວກນັກສຶກສາທີ່ ມະຫາວິທຍາລັຍ TSINGHUA ໃນນະຄອນ ຫລວງປັກກິ່ງ ເຊັ່ນບັນຫາຂັດແຍ້ງ ໃນເຣື່ອງຄ່າ ເງິນຢວນຂອງຈີນ. ວໍຊິງຕັນ ໄດ້ກ່າວຫາຈີນວ່າ ຮັກສາຄ່າຂອງເງິນຢວນໄວ້ ຕຳກວ່າຄວາມເປັນຈິງ ເພື່ອໃຫ້ການສົ່ງອອກຂອງຈີນ ມີຣາຄາ ຖືກຢູ່ໃນຕລາດນາໆຊາດ ຊຶ່ງເປັນຂໍ້ຫາ ທີ່ປັກກິ່ງ ໄດ້ປະຕິເສດ. ທ່ານ HUNTSMAN ຮຽກຮ້ອງໃຫ້ຈີນ ສະແດງອອກ ເຖິງການມີທ່າທີບໍ່ຕາຍຕົວ ກ່ຽວກັບເຣື່ອງ ອັດຕຣາການ ແລກປ່ຽນ ແລະທ່ານຢືນຢັດວ່າ ຄູ່ການຄ້າອື່ນໆຂອງຈີນ ນອກເໜືອໄປຈາກ ສະຫະຣັດ ກໍໄດ້ພາກັນຈົ່ມທຸກ ໃນທຳນອງດຽວກັນນີ້.

<!-- IMAGE -->

ຈີນ - ອອສເຕຣເລັຽ: ນາຍົກຣັຖມຸນຕຣີອອສ ເຕຣເລັຽທ່ານ KEVIN RUDD ກ່າວວ່າ ໂລກ ຈະຈັບຕາເບິ່ງການດຳເນີນຄະດີຂອງຈີນຕໍ່ຄະນະ ບໍຣິຫານ 4 ຄົນຂອງບໍຣິສັດບໍ່ແຮ່ຍັກໃຫຍ່ RIO TINTO ຂອງອັງກິດ-ອອສເຕຣເລັຽ ທີ່ຖືກກ່າວ ຫາວ່າ ທຳການຈາຣະກັມ ແລະ ໃຫ້ເງິນສິນບົນ ແກ່ເຈົ້າໜ້າທີ່ນັ້ນ. ອອສເຕຣເລັຽກ່າວໃນວັນພຸດ ວານນີ້ວ່າ ຄະນະບໍຣິຫານ ທັງ 4 ຮວມທັງຄົນ ອອສເຕຣເລັຽ ເຊື້ອສາຍຈີນນາຍ STERN HU ຈະຖືກນຳໂຕຂຶ້ນສານທີ່ນະຄອນຊຽງໄຮ້ໃນມື້ວັນ ຈັນຈະມານີ້. ນາຍ HU ແລະເພື່ອນຮ່ວມງານ ທີ່ເປັນຄົນຈີນ ອີກ 3 ຄົນ ໄດ້ຖືກຈັບ ໃນເດືອນ ກໍຣະກົດປີກາຍ ລະຫວ່າງການເຈຣະຈາ ກ່ຽວກັບເຣື່ອງຣາຄາແຮ່ເຫລັກ ລະຫວ່າງບໍຣິສັດ RIO TINTO ແລະສະມາຄົມອຸສາຫະກັມເຫລັກກ້າຂອງຈີນ. ມີການສົງສັຍວ່າ ຄະນະບໍ ຣິຫານ ຂອງບໍຣິສັດ RIO TINTO ໄດ້ຮັບຂໍ້ມູນລັບທີ່ຊ່ອຍບໍຣິສັດບໍ່ແຮ່ອັງກິດ-ອອສເຕຣ ເລັຽ ໃນລະຫວ່າງ ການເຈຣະຈາກັນ. ຮອງນາຍົກຣັຖມຸນຕຣີ ອອສເຕຣເລັຽ ທ່ານນາງ JULIA GILLARD ກ່າວວ່າ ອອສເຕຣເລັຽຮູ້ສຶກເສັຽໃຈຫຼາຍ ທີ່ການດຳເນີນຄະດີສ່ວນ ໃຫຍ່ ຈະເປັນໄປແບບປິດລັບ ຍ້ອນຂໍ້ຫາເຫລົ່ານີ້ ແມ່ນກ່ຽວກັບຂໍ້ມູນລັບຂອງທາງບໍຣິສັດ.

<!-- IMAGE -->

ເກົາຫລີເໜືອ: ລາຍງານຂ່າວຈາກເກົາຫຼີໃຕ້ ແຈ້ງວ່າ ອະດີດຜູ້ອຳນວຍການ ດ້ານການເງິນ ຂອງ ເກົາຫລີເໜືອ ໄດ້ຖືກປະຫານຊີວິດ ຍ້ອນ ແຜນການປະຕິຮູບການເງິນ ທີ່ປະສົບກັບຄວາມ ຫາຍານະ ໃນປີກາຍນີ້. ອົງການຂ່າວຢອນຮັບ ລາຍງານວ່າ ຕົນໄດ້ຮັບຂ່າວວ່າ ທ່ານ PAK NAM GI ໄດ້ຖືກ ປະຫານຊີວິດ ທີ່ສນາມຍິງ ເປົ້າໃນນະຄອນຫລວງພຽງຢາງ ໃນສັບປະດາ ແລ້ວນີ້. ອຳນາດການປົກຄອງເກົາຫລີເໜືອໄດ້ ຕັ້ງຄ່າໃໝ່ ສຳລັບເງິນຕຣາຂອງຕົນ ໃນເດືອນພະຈິກປີກາຍ ເພື່ອຈະເຂົ້າຄວບຄຸມຄືນໃໝ່ ເສຖກິດ ທີ່ທາງສູນກາງ ເປັນຜູ້ວາງແຜນ ແຕ່ຣາຄາສິນຄ້າ ຍັງສືບຕໍ່ ຖີບໂຕຂຶ້ນຢ່າງໃຫຍ່ ຍ້ອນປະຣິມານ ສິນຄ້າທີ່ໝູນວຽນ ຢູ່ໃນລະບົບ ການແຈກຈ່າຍສິນຄ້າຂອງຣັດແມ່ນມີຈຳກັດ ຢູ່ແລ້ວ ແລະເປັນເຫດ ເຮັດໃຫ້ເສຖກິດຕລາດ ທີ່ພວມໂຜ່ໂຕຂຶ້ນມາ ຂອງເກົາຫຼີເໜືອຕ້ອງ ໄດ້ຢຸດຊະງັກລົງ. ອົງການຂ່າວຢອນຮັບ ເວົ້າວ່າ ແຜນການປະຕິຮູບການເງິນ ແບບສຸກເອົາ ເຜົາກິນ ຂອງເກົາຫລີເໜືອ ໄດ້ກໍ່ໃຫ້ເກີດ ຄວາມວຸ້ນວາຍ ທາງດ້ານສັງຄົມ ແລະເຮັດໃຫ້ ການດຳເນີນຄວາມພະຍາຍາມ ຂອງທ່ານກິມ-ຈິງ-ອິລ ທີ່ຈະແຜ້ວທາງ ໃຫ້ລູກຊາຍຫລ້າ ຂອງທ່ານ ສືບທອດອຳນາດ ຕໍ່ຈາກທ່ານນັ້ນ ບໍ່ໄດ້ເປັນໄປ ຕາມແຜນການ ທີ່ໄດ້ວາງໄວ້.

<!-- IMAGE -->

ມຽນມາ: ນັກເຄື່ອນໄຫວ ສິດທິມະນຸດອະເມຣິ ກັນທີ່ເກີດຢູ່ມຽນມາໄດ້ຖືກເນຣະເທດຈາກບ້ານ ເກີດຂອງລາວ ບໍ່ເທົ່າໃດອາທິດຫລັງຈາກຜູ້ກ່ຽວ ໄດ້ຖືກຕັດສິນໂທດຈຳຄຸກຖານສໍ້ໂກງແລະປອມ ແປງເອກກະສານ. ໂຄສົກຄົນນຶ່ງ ຂອງສະຖານ ທູດສະຫະຣັດ ທີ່ນະຄອນຢ້າງກຸ້ງກ່າວວ່າ ນາຍ KYAW ZAW LWIN ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ NYI NYI AUNG ນັ້ນ ໄດ້ຖືກສົ່ງ ຂຶ້ນຖ້ຽວບິນ ທີ່ເດີນທາງ ອອກໄປຈາກມຽນມາ ໃນວັນພະຫັດ ມື້ນີ້ ແລະປ້າຂອງລາວ ເວົ້າວ່າ ລາວຖືກສົ່ງໄປ ປະເທດໄທ. ນາຍ KYAW ZAW LWIN ໄດ້ ຖືກຈັບໃນເດືອນກັນຍາປີກາຍ ຫຼັງຈາກໄດ້ເດີນ ທາງໄປເຖິງມຽນມາເພື່ອຢ້ຽມຢາມມານດາທີ່ກຳລັງປ່ວຍ. ສານແຫ່ງນຶ່ງຂອງມຽນມາໄດ້ຕັດ ສິນໂທດໃນເດືອນແລ້ວນີ້ ໃຫ້ຈຳຄຸກລາວເປັນເວລາ 3 ປີຍ້ອນມີບັດປະຈຳຕົວປອມ ແລະ ເງິນຕຣາ ຕ່າງປະເທດຈຳນວນນຶ່ງ ຢູ່ໃນຄວາມຄອບຄອງ ແລະໄດ້ລະເມີດ ກົດໝາຍຄົນ ເຂົ້າເມືອງຂອງມຽນມາ. ນາຍ KYAW ZAW LWIN ແມ່ນນຶ່ງ ໃນບັນດາຜູ້ຈັດຕັ້ງ ການ ລຸກຮືຂຶ້ນ ເພື່ອຮຽກຮ້ອງເອົາ ປະຊາທິປະໄຕ ທີ່ມຽນມາ ໃນປີ 1988.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG