ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຂື່ອນຂນາດໃຫຍ່ ໃນພາກກາງລາວ ເລີ້ມຜລິດໄຟຟ້າ ຢ່າງເປັນ ທາງການແລ້ວ


ເຂື່ອນຂນາດໃຫຍ່ ໃນພາກກາງລາວ ເລີ້ມຜລິດໄຟຟ້າ ຢ່າງເປັນ ທາງການແລ້ວ
ເຂື່ອນຂນາດໃຫຍ່ ໃນພາກກາງລາວ ເລີ້ມຜລິດໄຟຟ້າ ຢ່າງເປັນ ທາງການແລ້ວ
<!-- IMAGE -->

ສະຫະຣັດ - ອິສຣາແອລ: ສະຫະຣັດ ແລະອິສຣາແອລ ໄດ້ຊອກຫາຊ່ອງທາງ ເພື່ອຈະຫລຸດຜ່ອນ ນຶ່ງ​ໃນບັນຫາ ຜິດ​ຖຽງ​ກັນ ທີ່ຮ້າຍແຮງສຸດ ໃນຮອບຫຼາຍໆປີ ໂດຍອອກ ຖແລງການສະບັບນຶ່ງ ຢຳເຖິງຄວາມໃກ້ຊິດ ໃນຄວາມສັມພັນ ທີ່ປະເທດທັງສອງ ມີຕໍ່ກັນ. ໃນມື້ວານນີ້ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ທ່ານນາງ ບໍ່ໄດ້ມອງເຫັນວ່າ ​ໄດ້ເກີດວິກິຕການຂຶ້ນ ໃນຄວາມສັມພັນ ລະຫວ່າງສະຫະຣັດ ກັບອິສຣາແອລ ແຕ່ຢາງໃດ ເຖິງແມ່ນ ເມື່ອໄວໆມານີ້ ທ່ານນາງ ໄດ້ກ່າວປະນາມ ແຜນການປຸກເຣືອນໃໝ່ ຂອງອິສຣາແອລ ໃສ່ກຳຕາເວັນອອກ ຂອງນະຄອນ ເຈຣູຊາແລັມ ທີ່ຍັງເປັນບັນຫາ ຖົກຖຽງໂຕ້ແຍ້ງນັ້ນ. ຝ່າຍປາແລສໄຕນ໌ ໄດ້ອ້າງກັມມະສິດ ໃນເຂດກຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ເພື່ອຈະຕັ້ງເປັນ ເມືອງຫລວງ ໃນອະນາຄົດຂອງຕົນ ແລະຢາກໃຫ້ ອິສຣາແອລ ຍົກເລີກແຜນການ ປຸກເຮືອນ. ນອກນັ້ນ ທ່ານນາງ CLINTON ຍັງເວົ້າວ່າ ສະຫະຣັດ ມີຄວາມຜູກພັນ ຢ່າງໃກ້ຊິດ ແລະໝັ້ນຄົງ ກັບອິສຣາແອລ.

<!-- IMAGE -->

ໄທ: ພວກປະທ້ວງ ຕໍ່ຕ້ານຣັຖບານ ໃນປະເທດໄທ ໄດ້ນຳເອົາເລືອດ ໄປລາດໃສ່ທາງເຂົ້າ ບ້ານພັກຂອງ ນາຍົກຣັຖມຸນຕຣີ ອະພິສິດ ເວດຊາຊີວະ ໃນວັນພຸດມື້ນີ້ ຊຶ່ງເປັນພາກສ່ວນນຶ່ງ ໃນການຮຽກຮ້ອງ ຂອງພວກເຂົາເຈົ້າ ທີ່ຢາກໃຫ້ມີການຈັດ ການເລືອກຕັ້ງໃໝ່ຢູ່ໃນໄທ. ມີຕຳຣວດຍາມ ຮັກສາການຢ່າງແຂງຂັນ ໄດ້ທັກທາຍ ພວກປະທ້ວງ ເວລາພວກເຂົາເຈົ້າ ໄປຮອດບ້ານພັກ ຂອງທ່ານອະພິຊິດ ຊຶ່ງຕັ້ງຢູ່ໃນຄຸ້ມຄົນຮັ່ງ ຂອງບາງກອກ ທ່າມກາງທີ່ມີຝົນ ຕົກລົງມາຢ່າງໜັກ ໃນເວລາຕໍ່ມາ ພວກປະທ້ວງ ທີ່ໃສ່ເສື້ອແດງ ຈຳນວນຫລາຍພັນຄົນ ໄດ້ພາກັນເດີນຂະບວນ ໄປຕໍ່ໜ້າ ສະຖານທູດສຫະຣັດ ຮຽກຮ້ອງ ຂໍຄວາມກະຈ່າງແຈ້ງ ກ່ຽວກັບ ການໃຫ້ທັສນະຄວາມເຫັນ ຂອງຮອງນາຍົກຣັຖມຸນຕຣີໄທ ທີ່ກ່າວວ່າ ຕົນໄດ້ຮັບຂໍ້ມູນ ຈາກໜ່ວຍສືບລັບ ຕ່າງປະເທດ ທີ່ວ່າອາດຈະເກີດ ຄວາມຮຸນແຮງຂຶ້ນ ໃນລະຫວ່າງ ທີ່ມີການຊຸມນຸມປະທ້ວງ. ການປະທ້ວງ ດ້ວຍການນຳເອົາເລືອດ ໄປສາດ​ໃສ່​ໜ້າບ້ານພັກ ຂອງນາຍົກຣັຖມຸນ ຕຣີອະພິຊິດ ມີຂຶ້ນລຸນຫລັງ ທີ່ໄດ້ມີການກະທຳ ໃນທຳນອງດຽວກັນ ໃນມື້ວານນີ້ ເວລາພວກຜູ້ນຳ ໃນການປະທ້ວງ ໄດ້ຖອກເລືອດ 300 ລິດ ທີ່ບໍຣິຈາກໂດຍ ພວກປະທ້ວງນັ້ນ ໃສ່ປະຕູທາງເຂົ້າ ຂອງທຳນຽບຣັຖບານ ແລະສຳນັກງານໃຫຍ່ ຂອງພັກປະຊາທິປັດ ຊຶ່ງເປັນພັກການເມືອງ ຂອງທ່ານອະພິຊິດນັ້ນ.

<!-- IMAGE -->

ລາວ: ເຂື່ອນໄຟຟ້າ ພະລັງນຳຂນາດໃຫຍ່​ ໃນ ສ​ປປ ​ລາວ ໄດ້ເລີ້ມຜລິດໄຟຟ້າ ເພື່ອສົ່ງອອກ ຂາຍ ຢ່າງເປັນທາງການແລ້ວ ໃນວັນພຸດມື້ນີ້. ເຂື່ອນນຳເທີນ 2 ທີ່ສ້າງໃສ່ ສາຂາຂອງແມ່ນຳຂອງ ຢູ່ໃນເຂດ ພາກກາງຂອງລາວນັ້ນ ເລີ້ມສົ່ງກະແສໄຟຟ້າ ເກືອບ 1 ພັນເມກາວັດ ໄປໃຫ້ແກ່ໄທ. ໂຄງການເຂື່ອນນຳເທີນ 2 ຊຶ່ງມີມູນຄ່າ 1 ພັນ 450 ລ້ານໂດລານັ້ນ ແມ່ນສ້າງໂດຍ ຣັຖບານລາວ ບໍຣິສັດໄຟຟ້າຝຣັ່ງ ແລະບໍຣິສັດໄຟຟ້າ ຂອງຣັຖບານໄທ. ລາວຈະໄດ້ຮັບເງິນ ສ່ວນແບ່ງກຳໄຣ ເງິນປັນຜົນ ແລະພາສີຕ່າງໆ ຕົກເປັນມູນ ຄ່າ 2 ພັນລ້ານໂດລາ ພາຍໃນໄລຍະ 25 ປີຂ້າງໜ້າ ຈາກໂຄງການ ເຂື່ອນນ້ຳເທີນ 2 ຊຶ່ງຫລັງຈາກນັ້ນ ຈະຕົກເປັນກັມມະສິດ ຂອງຣັຖບານລາວ. ນອກນັ້ນ ເຂື່ອນນຳເທີນ 2 ຍັງໄດ້ຮັບ ການສນັບສນຸນ ທາງດ້ານການເງິນ ຈາກທະນາຄານໂລກ ນຳດ້ວຍ. ບັນດາກຸ່ມ ປົກປ້ອງສະພາບແວດລ້ອມ ໄດ້ຕຳໜິຕິຕຽນ ໂຄງການເຂື່ອນນຳເທີນ 2 ທີ່ອາດເປັນພັຍອັນຕະລາຍ ຕໍ່ຣະບົບນິເວດ ຢູ່ໃນເຂດທ້ອງຖິ່ນ ຕລອດທັງ ການຍົກຍ້າຍຊາວບ້ານ ຈຳນວນຫລາຍໆພັນຄົນ.

<!-- IMAGE -->

ຈີນ: ທະນາຄານໂລກ ກ່າວວ່າ ເສຖກິດຈີນ ຈະເຕີບໃຫຍ່ຂຍາຍໂຕ 9.5% ໃນປີ 2010 ແຕ່ພ້ອມ​ດຽວ​ກັນ ກໍເວົ້າວ່າ ເສຖກິດຈີນ ຊຶ່ງໃຫຍ່ເປັນອັນດັບ 3 ຂອງໂລກ ມີ​ຄວາມຈຳເປັນ ທີ່​ຈະຕ້ອງໄດ້ຄວບຄຸມ ອັດຕຣາເງິນເຟີ້ ແລະປ້ອງ​ກັນບໍ່ໃຫ້ ເສຖກິດຂຍາຍ​ໂຕ ​ໄວເກີນໄປ. ທະນາຄານໂລກ ຊຶ່ງມີສຳນັກງານໃຫຍ່ ຢູ່ກຸງວໍຊິງຕັນ ໄດ້ອອກຄຳທຳນາຍ ໃນວັນພຸດມື້ນີ້ ໃນລາຍງານ ປະຈຳໄຕຣມາສຂອງຕົນ ກ່ຽວກັບສະພາບ ເສຖກິດຂອງຈີນ. ປັກກິ່ງ ໄດ້ອອກມາຕການ ຈຳນວນນຶ່ງ ໃນປີກາຍນີ້ ເພື່ອນຳພາ ປະເທດຊາດ ຜ່ານຜ່າວິກິຕການ ເສຖກິດຫລຸດຖອຍ ຂອງໂລກ ຊຶ່ງຮວມທັງ ແຜນການກະຕຸກຊຸກຍູ້ ເສຖກິດມູນຄ່າ 586 ພັນລ້ານໂດລາ ແລະອະນຸຍາດ​ໃຫ້ ທະນາຄານ ອອກເງິນກູ້ຢືມ ເພີ້ມຂຶ້ນ. ແຕ່ໃນປັດຈຸບັນ ຣັຖບານຈີນ ໄດ້ເລີ້ມຄວບຄຸມ ການໃຫ້ເງິນກູ້ຢືມແລ້ວ ຍ້ອນຢ້ານວ່າ ການມີເງິນວູນວຽນ ຫລາຍເກີນໄປ ສາມາດພາໃຫ້ເກີດ ເງິນເຟີ້​ ແລະສາມາດ ກໍ່ໃຫ້ເກີດມີໜີ້ສິນ ທີ່ບໍ່ສາມາດໃຊ້ຄືນ ເປັນຈຳນວນຫລວງຫລາຍໄດ້. ທະນາຄານໂລກ ກ່າວວ່າ ຈີນຈະປະເຊີນກັບ ອັດຕຣາເງິນເຟີ້ ໃນລະດັບທີ່ ສູງ​ພໍ​ສົມຄວນ ໃນປີນີ້ ແຕ່ກໍບໍ່​ເຖິງ​ຂັ້ນກັບວ່າ ຈະຄວບຄຸມບໍ່ໄດ້. ພ້ອມໆກັບ ການຄວບຄຸມ ນະໂຍບາຍການເງິ ນໃຫ້ເຄັ່ງຄັດ ຂຶ້ນກວ່າເກົ່ານັ້ນ ທາງທະນາຄານໂລກຍັງ ໄດ້ຮຽກຮ້ອງໃຫ້ຈີນ ນຳໃຊ້ອັດຕຣາ ການແລກປ່ຽນ ທີ່ປ່ອຍໃຫ້ຄ່າ ຂອງເງິນຢວນ ຂຶ້ນໆລົງໆ ເປັນວິທີນຶ່ງອີກ ໃນການຫລຸດ ອັດຕຣາເງິນເຟີ້.

<!-- IMAGE -->

ມາເລເຊັຽ: ບໍຣິສັດໂຄຄ່າໂຄລາ ຊຶ່ງມີສຳນັກງານໃຫຍ່ ຢູ່ສະຫະຣັດ ປະກາດວ່າ ຕົນຈະສ້າງ ໂຮງງານບັນຈຸ​ ນຳອັດລົມ​ໂຄ໊ກ​ໃສ່​ແກ້ວແຫ່ງໃໝ່ ທີ່ປະເທດມາເລເຊັຽ ຊຶ່ງເປັນການລົງທຶນ ຫລາຍກວ່າ 300 ລ້ານໂດລາ ແລະຈະສ້າງວຽກເຮັດງານທຳ​ຫຼາຍຮ້ອຍວຽກ. ບໍຣິສັດໂຄຄ່າໂຄລາ ໄດ້ປະກາດຂ່າວ​ນີ້ ໃນວັນອັງຄານວານນີ້ ໃນພິທີວາງສີລາເລີກ ສຳລັບກໍ່ສ້າງ ໂຮງງານໃໝ່ ທີ່ເມືອງ NILAI ຊຶ່ງຕັ້ງຢູ່ທາງທິດໃຕ້ ຂອງນະຄອນຫລວງ ກວາລາລັມເປີ. ນາຍົກຣັຖມຸນຕຣີມາເລເຊັຽ ທ່ານ NAJIB RAZAK ກໍໄດ້ໄປຮ່ວມ ໃນພິທີນີ້ດ້ວຍ. ເຈົ້າໜ້າທີ່ ຂອງບໍຣິສັດໂຄຄ່າໂຄລາ ກ່າວວ່າ ໂຄງການລົງທຶນ ໃນໂຮງງານບັນຈຸນຳອັດລົມແຫ່ງໃໝ່ ໃນມາເລເຊັຽນີ້ ຈະສ້າງວຽກງານໃໝ່ ລະຫວ່າງ 600 ຫາ 800 ວຽກ ແລະອີກຫລາຍເຖິງ 8000 ໜ້າວຽກ ສຳລັບພວກຈຳໜ່າຍ ໃນເຂດທ້ອງຖິ່ນ. ໃນລະຫວ່າງ ທີ່ເກີດສະພາບ ເສຖກິດຫລຸດຖອຍຂອງໂລກ ຊຶ່ງໄດ້ມີຜົນກະທົບຢ່າງໃຫຍ່ ຕໍ່ເສຖກິດ ຂອງສະຫະຣັດນັ້ນ ບໍຣິສັດໂຄຄ່າໂຄລາ ໄດ້ແນເປົ້າໝາຍຂອງຕົນ ໄປໃສ່ບັນດາປະເທດ ທີ່ກຳລັງພັທນາ ເຊັ່ນອິນເດັຽ ແລະຈີນ ສຳລັບການເຕີບໂຕ ໃນອະນາຄົດຂອງຕົນ.

<!-- IMAGE -->

ອີຣັກ: ຜົນການນັບ ຄະແນນສຽງ ທີ່ແລ້ວ​ເປັນ​ບາງ​ສ່ວນ ຂອງ​ການເລືອກ ຕັ້ງສະພາແຫ່ງຊາດ ອີຣັກ ເມື່ອວັນທີ 7 ມີນາຜ່ານມານັ້ນ ປາກົດ​ວ່າບັນດາ ພັກປະສົມ ພາຍໃຕ້ການນຳພາ ຂອງອະດີດ ນາຍົກຣັຖມຸນຕຣີ IYAD ALLAWI ໄດ້ແຊງໜ້າ ພັກປະສົມ ຂອງນາຍົກຣັຖມຸນຕຣີ NOURI AL-MALIKI ທີ່ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງຕື່ມອີກນັ້ນ. ຈາກຄະແນນສຽງ ທີ່ນັບໄປແລ້ວ ປະມານ 80% ໃນຕອນແລງ ຂອງວັນອັງຄານວານນີ້ ພັກປະສົມ IRAQIYA ຂອງທ່ານ ALLAWI ມີຄະແນນນຳໜ້າ ພັກປະສົມ “ປະເທດມີກົດໝາຍ” ຂອງທ່ານ MALIKI ປະມານ 9 ພັນສຽງ ຈາກບັດ ທີ່ນັບໄປແລ້ວ ຫລາຍໆລ້ານບັດ. ນີ້ແມ່ນເທື່ອທຳອິດ ທີ່ທ່ານ ALLAWI ຊຶ່ງນັບຖື ສາສນາອິສລາມ ນິກາຍຊີໄອທ໌ ແຕ່​ເປັນຄາລາະວາດ ​ບໍ່​ແມ່ນ​ນັກບວດ​ນັ້ນ ໄດ້ມີຄະແນນນຳໜ້າ ໃນຈຳນວນບັດ ​ຄະ​ແນນ​ສຽງ​ ທີ່​ນັບ​ໄປ​ແລ້ວ​ທັງ​ໝົດ ແຕ່ກໍຍັງນຳຫລັງ ພັກສາສນາຊີໄອທ໌ ຂອງທ່ານ MALIKI ຢູ່ ໃນການຄາດຄະ​ເນ ​ກ່ຽວ​ກັບບ່ອນນັ່ງ ຢູ່ໃນສະພາແຫ່ງຊາດນັ້ນ. ພັກທີ່ໄດ້ຮັບ ບ່ອນນັ່ງຫລາຍກວ່າໝູ່ ຈະປະເຊີນກັບ ບັນຫາທ້າທາຍ ໃນການຈັດຕັ້ງ ຣັຖບານປະສົມຊຸດໃໝ່ ​ເພື່ອ​ໃຫ້​ໄດ້​ເປັນພັກ ​ສຽງ​ສ່ວນ​ຫລາຍ ຢູ່ໃນສະພາ ທີ່ມີທັງໝົດ 325 ບ່ອນນັ່ງຂອງອີຣັກ.

ເຊີນຟັງຂ່າວລາຍລະອຽດ.

XS
SM
MD
LG