ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນໄທ ບໍຣິຈາກເລືອດ ຕ້ານຣັຖບານ


ພວກປະທ້ວງໃນໄທ ບໍຣິຈາກເລືອດ ຕ້ານຣັຖບານ
ພວກປະທ້ວງໃນໄທ ບໍຣິຈາກເລືອດ ຕ້ານຣັຖບານ
<!-- IMAGE -->

ໄທ: ພວກປະທ້ວງ ຕໍ່ຕ້ານຣັຖບານໃນໄທ ໄດ້ເລີ້ມພາກັນ ໃຫ້ການບໍຣິຈາກເລືອດ ເພື່ອນຳໄປສາດໃສ່ ຢູ່ຕໍ່ໜ້າຕຶກ ໂຮງການຣັຖບານ ແຫ່ງຕ່າງໆ ​ເພື່ອເນັ້ນຢຳ ກ່ຽວກັບການຮຽກຮ້ອງ ຂອງພວກເຂົາເຈົ້າ ໃຫ້ຈັດການເລືອກຕັ້ງ ຄັ້ງໃໝ່. ໃນວັນອັງຄານມື້ນີ້ ພວກປະທ້ວງ ທີ່ໃສ່ເສື້ອແດງ ຢູ່ທີ່ບາງກອກ ໄດ້ພາກັນບໍຣິຈາກເລືອດ ຜູ້ລະ​ເລັກ​ລະນ້ອຍ ໃຫ້ແກ່ເຈົ້າໜ້າທີ່ການແພດ ເພື່ອນຳໄປສາດໃສ່ ຕໍ່ໜ້າທຳນຽບຣັຖບານ ບ້ານພັກຂອງ ນາຍົກຣັຖມຸນຕຣີ ແລະສຳນັກງານ ຂອງພັກປະຊາທິປັດ ຊຶ່ງເປັນພັກການເມືອງ ຂອງນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະນັ້ນ. ພວກຜູ້ນຳ ໃນການປະທ້ວງ ກ່າວວ່າ ກົລຍຸດດັ່ງກ່າວ ແມ່ນເພື່ອເປັນສັນຍາລັກ ໃນການເສັຽສະລະ ທີ່ພວກເຂົາເຈົ້າ ພ້ອມ​ແລ້ວທີ່ຈະກະທຳ ແຕ່ພວກຕຳໜິຕິຕຽນ ປະນາມວ່າ ເປັນການກະທຳ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ ແລະສິ້ນເປືອງລ້າໆ. ນັກສັງເກດການ ຄົນນຶ່ງເວົ້າວ່າ ການເສັຽສະລະເລືອດ ຍັງເປັນວີ​ທີ​ທາງ​ນຶ່ງ ​ໃນ​ການສືບຕໍ່ ດຶງຄວາມສົນໃຈ ຂອງປະຊາຊົນ ຫລາຍກວ່າ 1 ແສນຄົນ​ໄວ້ ຊຶ່ງຫລາຍໆຄົນ ​ໃນຈຳນວນດັ່ງກ່າວ ແມ່ນມາຈາກ ເຂດຊົນນະບົດ ທີ່ໄດ້ເລີ້ມພາກັນ ປະທ້ວງຢູ່ທີ່ບາງກອກ ມາແຕ່ວັນອາທິດແລ້ວ.

<!-- IMAGE -->

ໂອບາມາ - ເອເຊັຽ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ຈະອອກເດີນທາງ ຈາກນະຄອນຫລວງ ວໍຊິງຕັນ ໄປຕ່າງປະເທດ ເປັນເທື່ອທຳອິດ ໃນວັນອາທິດຈະມານີ້ ເພື່ອຢ້ຽມຢາມ ປະເທດອິນໂດເນເຊັຽ ແລະອອສເຕຣເລັຽ ທີ່ໄດ້ມີການເລື່ອນເວລາ ມາແລ້ວນັ້ນ ຊຶ່ງໃນລະ​ວ່າງ ​ການ​ຢ້ຽມຢາມ ​ໃນ​ຄັ້ງນີ້ ທ່ານຫວັງວ່າ ຈະໄດ້ເສີມຂຍາຍ ຄວາມສັມພັນ ຂອງສະຫະຣັດ ກັບຂົງເຂດເອເຊັຽ ປາຊີຟິກ. ທ່ານ OBAMA ໄດ້ດຳລົງ​ຊີວິດ ​ເປັນເວລາ 4 ປີ ຢູ່ທີ່ປະເທດ ອິນໂດເນເຊັຽ ​ເວລາທີ່ຍັງ ເປັນໜຸ່ມນ້ອຍຢູ່ນັ້ນ ຫລັງຈາກມານດາ ຂອງທ່ານໄດ້ແຕ່ງງານ ກັບຜູ້ຊາຍ ຊາວອິນໂດເນເຊັຽຄົນນຶ່ງ ແລະທ່ານຍັງສືບຕໍ່ ຮັກສາຄວາມສັມພັນສ່ວນໂຕ ຢ່າງໃກ້ຊິດ ກັບອິນໂດເນເຊັຽ ຊຶ່ງເປັນປະເທດ ທີ່ນັບຖືສາສນາ ອິສລາມ ທີ່ໃຫຍ່ທີ່ສຸດໃນໂລກ. ປະທານາທິບໍດີ OBAMA ຈະເດີນທາງ ໄປເຖິງນະຄອນຫລວງ ຈາກາຕ້າ ໃນວັນທີ 23 ມີນາ ແລະພົບປະ ກັບປະທານາທິບໍດີ ອິນໂດເນເຊັຽ ທ່ານ SUSILO BAMBANG YUDHOYONO. ນອກນັ້ນແລ້ວ ທ່ານຍັງຈະໄດ້ ກ່າວຄຳປາສັຍ ທີ່ສຳຄັນ ຊຶ່ງເປັນທີ່ຄາດກັນວ່າ ຈະເສີມຂຍາຍ ຄຳປາສັຍ ທີ່ທ່ານໄດ້ກ່າວ ຕໍ່ໂລກອິສລາມ ທີ່ນະຄອນຫລວງໄຄໂຣ ປະເທດອີຈິບ ໃນເດືອນມິຖຸນາ ປີກາຍ.

<!-- IMAGE -->

ສປຊ - ມຽນມາ - ເກົາຫລີເໜືອ: ສະພາສິດທິມະ ນຸດຂອງອົງການ ສະຫະປະຊາຊາດ ໄດ້ຮັບຟັງລາຍງານ ກ່ຽວກັບ ການລ່ວງລະເມີດສິດທິ ຫລືການປະຕິບັດ ແບບທາຣຸນ ໃນຂອບເຂດ ທີ່ກວ້າງຂວາງ ຢູ່ໃນມຽນມາ ແລະເກົາຫລີເໜືອ. ໃນກອງປະຊຸມ ທີ່ນະຄອນເຈນີວາ ປະເທດສວິດເຊີແລນ ໃນມື້ວັນຈັນວານນີ້ ສະພາສິດທິມະນຸດ ໄດ້ຮັບຟັງ ຄຳໃຫ້ການ ຂອງພວກນັກຊ່ຽວຊານ ອົງການສະຫະປະຊາຊາດ ກ່ຽວກັບປະເທດທັງສອງ. ທ່ານ TOMAS OJEA QUINTANA ທູດພິເສດ ຂອງອົງການ ສະຫະປະຊາຊາດ ຮັບຜິດຊອບ ເຣື່ອງມຽນມາ ໄດ້ປະນາມ ກົດໝາຍເລືອກຕັ້ງໃໝ່ ຂອງມຽນມາ ທີ່ຫ້າມບໍ່ໃຫ້ ພວກນັກໂທດ ຈິດສຳນຶກ ເຂົ້າຮ່ວມໃນ ການເລືອກຕັ້ງປີນີ້. ການຫ້າມດັ່ງກ່າວ ແມ່ນຮວມ​ເອົາທັງ ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕ ຂອງມຽນມານຳ. ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບນັ້ນ ໄດ້ຖືກຄຸມຂັງ ບໍ່ໃນຮູບໃດ ກໍໃນຮູບນຶ່ງ ເປັນເວລາ 14 ປີ ໃນໄລຍະ 20 ປີ ຜ່ານມາ ແລະປັດຈຸບັນ ກຳລັງຖືກກັກ ບໍຣິເວນຕື່ມອີກ 1 ປີເຄິ່ງ ຍ້ອນໄດ້ລະເມີດເງື່ອນໄຂ ໃນການກັກບໍຣິເວນ ຂອງທ່ານນາງ ໃນປີກາຍນີ້.

<!-- IMAGE -->

ອິສຣາແອລ - ປາແລສໄຕນ໌: ຊາວປາແລສ ໄຕນ໌ ຈຳນວນຫລາຍສິບຄົນ ໄດ້ພາກັນແກວ່ງ ກ້ອນຫີນ ໃສ່ຕຳຣວດອິສຣາແອລ ແລະຈູດຢາງຕີນຣົດ ໃນເຂດກຳຕາເວັນອອກ ຂອງນຄອນເຈຣູຊາແລັມ ໃນວັນອັງຄານມື້ນີ້ ເພື່ອເປັນການປະທ້ວງ ຕໍ່ພິທີອຸທິດແລະບູຊາ ທີ່ວັດຂອງສາສນາຢິວ ຢູ່ໃນເຂດດັ່ງກ່າວ. ຕຳຣວດອິສຣາແອລ ໄດ້ຍິງລູກປືນຢາງ ແລະຣະເບີດມື ທີ່ສ້າງຄວາມຕື່ນຕົກໃຈ ໃສ່ພວກປະທ້ວງ ແລະຈັບພວກກ່ຽວອີກ ຫລາຍໆຄົນ. ສື່ມວນຊົນຂອງອາຣັບ ກ່າວວ່າ ມີຊາວປາແລສໄຕນ໌ ຢ່າງນ້ອຍ 20 ຄົນ ໄດ້ຮັບບາດເຈັບ ແລະຕຳຣວດອິສຣາແອລ ເວົ້າວ່າ ມີເຈົ້າໜ້າທີ່ 2 ຄົນບາດເຈັບ. ນອກນັ້ນ ຊາວປາແລສໄຕນ໌ ຍັງມີຄວາມໂກດແຄ້ນ ຕໍ່ການຕັດສິນໃຈ ຂອງອິສຣາແອລ ໃນສັບປະດາແລ້ວ ທີ່ຈະສ້າງເຮືອນໃໝ່ ສຳລັບຊາວຢິວ ໃນເຂດກຳຕາເວັນອອກ ຂອງນະຄອນເຈຣູຊາແລັມ ຊຶ່ງເປັນດິນແດນ ທີ່ພວກເຂົາເຈົ້າຕ້ອງ ການຈະຕັ້ງເປັນເມືອງຫລວງ ໃນອະນາຄົດນັ້ນ. ເຈົ້າໜ້າທີ່ ປາແລສໄຕນ໌ ຢາກໃຫ້ອິສຣາແອລ ຍົກເລີກໂຄງການດັ່ງກ່າວ ກ່ອນທີ່ພວກເຂົາເຈົ້າ ຈະເຂົ້າຮ່ວມ​ ໃນການເຈຣະຈາ ສັນຕິພາບທາງອ້ອມ ກັບອິສຣາແອລ ພາຍ​ໃຕ້ການໄກ່ເກັ່ຽຂອງ ສະຫະຣັດນັ້ນ.

<!-- IMAGE -->

ສຣີລັງກາ: ສານທະຫານ ຂອງສຣີລັງກາ​ ໄດ້ເລີ້ມດຳເນີນຄະດີ ຕໍ່ທ່ານ SARATH FONSEKA ອະດີດຜູ້ບັນຊາການ ທະຫານສູງສຸດ ຂອງສຣີລັງກາ ທີ່ປລາຊັຍ ໃນການແຂ່ງຂັນ ການເລືອກຕັ້ງ ປະທານາທິບໍດີ ໃນເດືອນມັງກອນ ຜ່ານມານັ້ນ. ລາຍງານຂ່າວແຈ້ງວ່າ ທ່ານ FONSEKA ໄດ້ໄປປາກົດໂຕ ຕໍ່ໜ້າຄະນະຜູ້ພິພາກສາ 3 ທ່ານ ທີ່ກອງບັນຊາການ ກອງທັບເຮືອ ໃນນະຄອນຫລວງ ໂຄລົມໂບ ເພື່ອປະເຊີນກັບ ຂໍ້ຫາຍຸຍົງ ໃຫ້ມີການກໍ່ກະບົດ ຕໍ່ຕ້ານຣັຖບານ. ອະດີດນາຍພົນ 4 ດາວ ຂອງສຣີລັງກາທ່ານນີ້ ໄດ້ຖືກກ່າວຫາວ່າ ເຂົ້າພົວພັນ ໃນເຣື່ອງການເມືອງ ຂະນະທີ່ຍັງຢູ່ ໃນກອງທັບບົກ ແລະໄດ້ລະເມີດ ລະບຽບການ ກ່່ຽວກັບການຊື້ ອຸບປະກອນ ທາງທະຫານ. ທ່ານ FONSEKA ໄດ້ປະຕິເສດ ຕໍ່ຂໍ້ຫາເຫລົ່ານີ້ ໂດຍເວົ້າວ່າ ໄດ້ມີການສ້າງ ຄະດີດັ່ງກ່າວຂຶ້ນ​ມາ ເພື່ອປ້ອງກັນ ບໍ່ໃຫ້ທ່ານສະມັກ ເຂົ້າແຂ່ງຂັນເລືອກຕັ້ງ ສະພາແຫ່ງຊາດ ໃນເດືອນໜ້າ. ທ່ານ FONSEKA ແລະປະທານາທິບໍດີ ມາຮິນດາ ຣາຊພັກ ໄດ້ດຳເນີນງານຮ່ວມກັນ ເພື່ອເຮັດໃຫ້ ສົງຄາມກາງເມືອງ ທີ່ດຳເນີນມາ ເປັນເວລາ 25 ປີ ກັບພວກກະບົດ ຊາວທະມິລ ຫົວແບ່ງແຍກດິນແດນ ສິ້ນສຸດລົງ ໃນປີກາຍນີ້.

<!-- IMAGE -->

ເມັກຊິໂກ: ສັນຕິບານກາງ FBI ຂອງສະຫະ ຣັດ ໄດ້ເຂົ້າຮ່ວມ ການສືບສວນ ຂອງຣັຖບານ ເມັກຊິໂກ ກ່ຽວກັບການໂຈມຕີ ເຈົ້າໜ້າທີ່ກົງສຸນ ຂອງສະຫະຣັດ ແລະຄອບຄົວ ຂອງ​ເຂົາ​ເຈົ້າ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດ 3 ຄົນ ທີ່ເມືອງ CIUDAD JUAREZ ໃນບໍຣິເວນ ຊາຍແດນນັ້ນ. ເຈົ້າໜ້າທີ່ເມັກຊິໂກ ໄດ້ຖິ້ມໂທດ ໃນການສັງຫານດັ່ງກ່າວ ໃສ່ກຸ່ມ AZTECA ທີ່ພົວພັນກັບ ແກັ໋ງຄ້າຢາເສບຕິດ ​ໃນເມືອງ JUAREZ ນັ້ນ. ພະນັກງານກົງສຸນ ຂອງສະຫະຣັດຄົນນຶ່ງ ແລະສາມີຂອງນາງ ຊຶ່ງທັງສອງ ຕ່າງກໍເປັນ ຄົນອະເມຣິກັນ ໄດ້ຖືກຍິງ​ຕາຍ ໃນມື້ວັນເສົາຜ່ານມາ ຂະນະທີ່ກຳລັງ​ ຂັບຣົດ​ເຂົ້າ​ໄປ ໃກ້ດ່ານຂ້າມຊາຍແດນ ມາຍັງສະຫະຣັດ. ສ່ວນທາຣົກ ຂອງສາມີພັລຍາຄູ່ນີ້ ຊຶ່ງຢູ່ໃນຣົດ ຄັນດຽວກັນນັ້ນ ບໍ່ໄດ້ຮັບບາດເຈັບ ແຕ່ປະການໃດ. ໃນການຍິງກັນ ຢູ່ອີກບ່ອນນຶ່ງ ຊຶ່ງເກີດຂຶ້ນ ໃນປະມານ ເວລາດຽວກັນນັ້ນ ພວກມືປືນ ໄດ້ສັງຫານ ສາມີຂອງແມ່ຍິງ ເມັກຊິໂກຄົນນຶ່ງ ທີ່​ເປັນ​ພະນັກງານ​ ຂອງສະຖານກົງສຸນ ຂອງສະຫະຣັດ. ລູກຊາຍຂອງນາງ 2 ຄົນ ກໍໄດ້ຮັບບາດເຈັບ. ພວກເຄາະຮ້າຍທັງໝົດ ໄດ້ພາກັນ ໄປຮ່ວມງານວັນເກີດ ທີ່ເມືອງ JUAREZ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG