ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະຣັດ ແລະ ລາວຈະເລີ້ມຮ່ວມມືກັນທາງດ້ານຖະແຫຼງຂ່າວ ແລະ ວັດທະນາທຳ


<!-- IMAGE -->

ທາງການລາວ ແລະ ສະຫະຣັດຢືນຢັນວ່າ ຈະເລີ້ມສ້າງສາຍພົວພັນ ແລະຮ່ວມມືກັນ ທາງດ້ານຖະແຫຼງຂ່າວແລະວັດທະນາທຳ ໃຫ້ຫຼາຍຂຶ້ນໂດຍສະເພາະແມ່ນການພັດ ທະນາຊັບພະຍາກອນມະນຸດ ແລະເສີມ ຂະຫຍາຍການຮ່ວມມືທີ່ມີຢູ່ແລ້ວຕໍ່ໄປຢ່າງ ບໍ່ຢຸດ​ຢັ້ງ.

ທ່ານ Ravic Huso ເອກອັກຄະຣັດຖະທູດ ອາເມຣິກາ ປະຈຳປະເທດລາວ ໄດ້ໃຫ້ການ ຢືນຢັນ​ເນື່ອງໃນໂອກາດ ການເຂົ້າຢ້ຽມ ຄຳນັບທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ແລະ ວັດທະນາທຳເມື່ອບໍ່ນານມານີ້ວ່າ ການຮ່ວມມືທາງດ້ານຖະແຫຼງຂ່າວ ແລະວັດທະນາທຳ ລະຫວ່າງ ລາວກັບສະຫະຣັດ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ແລະ ກໍ່ຈະຍັງ ໄດ້ຮັບການເສີມສ້າງຕໍ່ໄປຢ່າງບໍ່ຢຸດຢັ້ງອີກດ້ວຍ.

ໃນໄລຍະທີ່ຜ່ານມາ ຣັດຖະບານສະຫະຣັດກໍ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນດ້ານການ ອະນຸລັກວັດຖຸບູຮານການສົ່ງເສີມການອ່ານ ແລະ ການອະນຸລັກໜັງສືຜູກໃບລານ ການ ປັບປຸງບູລະນະຫໍພິພິດທະພັນແຫ່ງ ຊາດຢູ່ນະຄອນວຽງຈັນ ແລະ ຢູ່ຫຼວງພະບາງ ການ ແລກປ່ຽນສິນລະປະວັດທະນະທຳພື້ນເມືອງການຝຶກອົບ ຮົມນັກຂ່າວ ການໄປເບິ່ງງານ ຢູ່ທີ່ສະຫະຣັດ ແລະ ການພັດທະນາປັບປຸງຫໍສະມຸດແຫ່ງຊາດຂອງລາວເປັນຕົ້ນ.

<!-- IMAGE -->

ທາງດ້ານທ່ານໝູນແກ້ວ ກໍ່ຢືນຢັນວ່າ ໄດ້ຮັບການ ຊ່ວຍເຫຼືອຈາກສະຫະຣັດ ໃນດ້ານຕ່າງໆ ເຫຼົ່ານີ້ ແລະໄດ້ຮັບຮູ້ວ່າມັນໄດ້ສ້າງຄຸນປະໂຫຍດເປັນຢ່າງ ດີຕໍ່ຊາດ ແລະປະຊາຊົນລາວກັບທັງຍັງຖືວ່າເປັນ ການສະແດງອອກໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືກັນລະຫວ່າງລາວ ກັບສະຫະຣັດທີ່ ໄດ້ຮັບການພັດທະນາໃຫ້ດີຂຶ້ນນັບມື້ແລະເພື່ອ ເປັນການຕ້ອນຮັບເນື່ອງໃນໂອກາດການສະຖາ ປະນາຄວາມສຳພັນທາງການທູດລະຫວ່າງ ລາວກັບສະຫະຣັດຄົບຮອບ 55 ປີ ໃນປີນີ້ ອີກດ້ວຍ.

ກ່ອນໜ້ານີ້ ທ່ານ Ravic Huso ພ້ອມດ້ວຍພັນລະຍາກໍ່ໄດ້ຈັດງານຣາຕີສະໂມສອນ ເພື່ອເປັນການຕ້ອນຮັບວາລະ 55 ປີຂອງຄວາມສຳພັນທາງການທູດຕະຫວ່າງລາວ ກັບສະຫະຣັດຢ່າງເປັນທາງການໄປແລ້ວ. ນອກຈາກຈະມີເປົ້າໝາຍເພື່ອເປັນການ ສະເຫລີມສະຫລອງເນື່ອງໃນໂອກາດດັ່ງກ່າວແລ້ວ ກໍ່ຍັງມີເປົ້າໝາຍ ທີ່ຈະຢືນຢັນ ເຖິງການເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມືກັບລາວໃຫ້ຫຼາຍຂຶ້ນໃນທຸກໆ ດ້ານອີກ​ດ້ວຍ.

ທັງນີ້ ໂດຍບໍ່ວ່າຈະເປັນການຮ່ວມມືທາງດ້ານເສດຖະກິດການຄ້າ ທີ່ທາງການສະຫະຣັດ ຈະສະນັບສະໜູນ ໃຫ້ລາວ ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກໃຫ້ໄດ້ໄວ ທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ນອກຈາກນັ້ນ ກໍ່ຍັງຈະສືບຕໍ່ການຮ່ວມມືໃນດ້ານການປາບ ປາມການຄ້າຢາເສບຕິດ, ການຄ້າມະນຸດ ຂ້າມຊາດ, ການສະກັດ ກັ້ນການແຜ່ລະບາດຂອງເຊື້ອ ໂຣກຕິດຕໍ່ຊະນິດຕ່າງໆ ການຊອກຫາສິ່ງເສດເຫຼືອ ຂອງທະຫານອາເມຣິກາ ທີ່ເສຍຊີວິດ ໃນປາງສົງຄາມອິນໂດຈີນຢູ່ໃນລາວ, ການພັດທະນາ ເພື່ອຫຼຸດຜ່ອນຄວາມຍາກຈົນຂອງ ປະຊາຊົນ ລາວໃນເຂດຊົນນະບົດ ແລະ ການຮ່ວມມືເພື່ອ ການເກັບກູ້ລະເບີດບໍ່ທັນແຕກຫຼື UXO ຢູ່ໃນລາວ.

<!-- IMAGE -->

ສຳລັບກັບບັນຫາລະເບີດບໍ່ທັນແຕກຫຼື UXO ຢູ່ໃນລາວໃນປັດຈຸບັນນີ້ ນັບວ່າເປັນບັນຫາໜຶ່ງ ທີ່ມີຄວາມຫຍຸ້ງຍາກທີ່ສຸດ ເນື່ອງຈາກວ່າຍັງ ມີລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນລາວຫຼາຍ ກວ່າ 270 ລ້ານ ໜ່ວຍ ແລະ 30% ຂອງ ຈຳນວນບະເບີດດັ່ງກ່າວນີ້ກໍ່ຄື ລະເບີດທີ່ຍັງ ບໍ່ທັນແຕກທີ່ເປັນອັນຕະລາຍຕໍ່ຊີວິດຂອງປະ ຊາຊົນລາວ ກັບທັງຍັງເປັນອຸປະສັກຕໍ່ການບຸກ ເບີກພື້ນທີ່ການກະເສດຢູ່ໃນພື້ນ ທີ່ 1 ສ່ວນ 3 ຂອງແຜ່ນດິນປະເທດລາວອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກສະຫະຣັດ ແລະນານາຊາດ ເຂົ້າໃນການເກັບກູ້ລະເບີດບໍ່ແຕກ ດັ່ງກ່າວນີ້ຫຼາຍຂຶ້ນເພາະນັບຈາກປີ 1996 ເປັນຕົ້ນມາຈົນເຖິງປັດຈຸບັນ ນີ້ ການເກັບກູ້ຍັງຄົງປະຕິບັດໄດ້ບໍ່ເຖິງ 1% ຂອງ ລະເບີດທີ່ຕົກຄ້າງທັງໝົດຢູ່ໃນລາວເທົ່ານັ້ນ.

XS
SM
MD
LG