ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

UNICEF ກຳລັງຮອ້ງຂໍທຶນ 1ຕື້ໂດລາເພື່ອຊ່ວຍເຫລືອແມ່ຍິງ ແລະເດັກນ້ອຍ


<!-- IMAGE -->

ອົງການ UNICEF ຫລື ກອງ​ທຶນ​ເດັກຂອງ​ສະຫະ​ປະຊາ​ຊາດ​ໄດ້ບົ່ງ​ຊື່ 28 ປະ​ເທດແລະ ດິນ​ແດນບ່ອນ​ທີ່ ​ແມ່ຍິງ​ແລະ​ເດັກນ້ອຍ​ ມີ​ຄວາມ​ຕ້ອງການ​ການ​ຊ່ວຍ​ເຫລືອ​ຢ່າງຮີບ​ດ່ວນທີ່​ສຸດຢູ່​ໃນ “ລາຍ​ງານກ່ຽວ​ກັບການ​ປະຕິ​ບັດ​ການດ້ານມະນຸດສະທຳ” ຫລື Humanitarian Action Report ສຳລັບ​ປີ 2010 ຂອງ​ຕົນ​.

ອົງການ UNICEF ຫລື ກອງ​ທຶນ​ເດັກຂອງ​ສະຫະ​ປະຊາ​ຊາດ​ກຳລັງຮ້ອງຂໍເອົາ​ເງິນ ຫລາຍ​ກວ່າ 1 ຕື້ ຫລື 1 ພັນລ້ານໂດ​ລາ ​ເພື່ອໃຫ້ການຊ່ວຍ​ເຫລືອແກ່​ແມ່ຍິງ ​ແລະ ​ເດັກ​ນອ້ຍ ຢູ່​ໃນ ທົ່ວ​ໂລກ. ອົງການດັ່ງກ່າວ​ໄດ້​ນຳ​ເອົາ “ລາຍ​ງານກ່ຽວ​ກັບການ​ປະຕິ​ບັດ​ການດ້ານ​ມະນຸດ ສະທຳ” ຫລື “Humanitarian Action Report” ສຳລັບປີ 2010 ຂອງ​ຕົນ​ອອກ​ເຜີຍ​ແຜ່ ​ເຊິ່ງລາຍ​ງາ​ນນີ້ ​ໄດ້​ບົ່ງ​ຊື່ 28 ປະ​ເທດ ​ແລະດິນ​ແດນພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ປະ​ເທດ​ໃດ​ນຶ່ງ ​ບ່ອນທີ່​ ບັນຫາ​ວິ​ກິດ​ການທີ່ ຮ້າຍ​ແຮງທີ່​ສຸດຂອງ​ໂລກ​ບາງ​ຢ່າງ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ຜູ້ ຍິງ ​ແລະເດັກນ້ອຍ ​ຢ່າງໜັກໜ່ວງ.

ລາຍ​ງານ​ເວົ້າວ່າ ປະ​ເທດເຮຕິ ນັ້ນຖື​ວ່າ​ ໄດ້​ປະ​ເຊີນ​ກັບວິ​ກິດ​ການ​ມາ​ດົນ ກ່ອນໜ້າເກີດ​ແຜ່ນດິນ​ໄຫວ​ໃນເດືອນມັງກອນນັ້ນ​ອີກ. ທ່ານນາງ Hilde Johnson ຮອງຜູ້ອໍາ​ນວຍ​ການ ຝ່າຍ ບໍລິຫານຂອງອົງການ UNICEF ເວົ້າວ່າ ແຜ່ນດິນໄຫວພຽງ ແຕ່ໄດ້ໃຫ້ເຮັດໃຫ້ ຄວາມຕ້ອງການການຊ່ວຍເຫລືອ ມີ​ຄວາມຮີບ ດ່ວນ ຫລາຍຂຶ້ນເທົ່ານັ້ນ. ແຕ່​ພ້ອມ​ດຽວ​ກັນ ທ່ານນາງກໍກ່າວ ວ່າ ​ເດັກນ້ອຍໃນທົ່ວໂລກ ກໍມີ ສິດທີ່​ຈະໄດ້ຮັບການຊ່ວຍເຫລືອ ຄືກັນກັບ ເດັກນ້ອຍຢູ່ແຫ່ງອື່ນໆ.

<!-- IMAGE -->

“ລາຍ​ງານກ່ຽວ​ກັບ​ການ​ປະຕິບັດ​ການດ້ານ​ມະນຸດສະທຳ” ຂອງ​ສະຫະ​ປະຊາ​ຊາດ ໄດ້​ເວົ້າ​ເຖິງຫລາຍບັນຫາ ທີ່ອົງການ UNI-CEF ເຫັນວ່າ ນັບມື້ນັບເປັນໄພຂົ່ມຂູ່ຕໍ່ສິດທິພື້ນຖານ ຂອງ ແມ່ຍິງ ແລະ ເດັກນ້ອຍ ຫລາຍ​ຂຶ້ນ​ເລື້ອຍໆນັ້ນ. ລາຍງານນີ້ ກ່າວວ່າ ການປ່ຽນ ແປງຂອງດິນ​ຟ້າ​ອາກາດໄດ້ເຮັດໃຫ້ເກີດ ໄພແຫ້ງແລ້ງ ແລະ ສະພາບ​ການ​ຂາດ​ແຄນອາ ຫານການກິນ​ຫລື ຄວາມ​ບໍ່​ໝັ້ນຄົງ​ທາງ​ດ້ານອາຫານ ຢູ່ໃນຫລາຍໆ ຂົງເຂດ ແລະ ລາຄາ ອາຫານທີ່ຖີບຕົວສູງຂຶ້ນ ພ້ອມທັງວິກິດການທາງ ການເງິນໂລກ​ ໃນປີ 2008 ແລະ 2009 ນັ້ນ ຍິ່ງເພີ້ມຄວາມ ທຸກຈົນ ແລະບັນຫາການຂາດແຄນອາຫານບຳລຸງ ໃຫ້ແກ່ກຸ່ມຄົນ ພວກນີ້ ຂຶ້ນ​ອີກ. ນອກນັ້ນ ຄວາມຂັດແຍ່ງທາງ​ອາວຸດ ຫລື ການສູ້ຮົບກັນຍັງສືບຕໍ່ເປັນໄພ ຕໍ່ຊີວິດຂອງຄົນເປັນລ້ານໆ ຄົນ.

ທ່ານນາງ Hilde Johnson ກ່າວ​ຕໍ່​ໄປວ່າ ເດັກນ້ອຍຍາມໃດ ກໍຕົກເປັນກຸ່ມຄົນທີ່ໄດ້ຮັບ ຜົນກະທົບ ຈາກການສູ້ຮົບຫລືການ ຂັດແຍ້ງກັນ ແລະໄພພິບັດຫລາຍທີ່ສຸດ ​ແລະພວກ ເຂົາປະເຊີນກັບການ​ສ່ຽງຫລາຍ​ຂຶ້ນຕໍ່ການຖືກຂົ່ມເຫັງ ຊຶ່ງລວມທັງການຖືກ ກະທຳຮຸນ​ແຮງ ທາງເພດ ຫລື​ຖືກ​ຂົ່ມຂືນ​ຊຳ​ເລົາ ແລະຖືກລະ ເມີດສິດທິ ຢ່າງຮ້າຍແຮງ ​ໃນດ້ານອື່ນໆ ອີກ.

ອົງການ UNICEF ​ໄດ້ຈັດການແກ້ໄຂ​ເຫດການສຸກເສີນ ທີ່ ເກີດຂຶ້ນຢູ່ ທົ່ວໂລກປະມານ 200 ຄັ້ງໃນແຕ່ລະປີ. ຂົງ​ເຂດ ທີ່ຕ້ອງການ ການຊ່ວຍເຫລືອຫລາຍທີ່ສຸດ​ໃນ​ປີ​ກາຍນີ້ ແມ່ນຢູ່ເຂດ​ໃຕ້ທະເລຊາຍຊາຮາຣາ ລົງ​ໄປ ຫລື​ເຂດ​ພາກ​ໃຕ້​ຂອງອາຟຣິກກາ. ລາຍງານ ສະບັບນີ້ ເວົ້າວ່າ ໄພແຫ້ງແລ້ງ, ການ ຂາດເຂີນດ້ານສະບຽງອາຫານ ແລະ ຄວາມວຸ້ນ ວາຍຫລື ສົງຄາມກາງ​ເມືອງຢູ່​ໃນ​ຫລາຍ​ປະ​ເທດໄດ້ສົ່ງຜົນກະທົບຕໍ່ຄົນປະມານ 24 ລ້ານ ຄົນ.

<!-- IMAGE -->

ຄວາມ​ຮຸນ​ແຮງ ແລະ ການພັດ​ພາກຈາກບ້ານເຮືອນຂອງປະຊາຊົນ ເພື່ອລົບໜີໄພສົງຄາມຢູ່​ພາຍ​ໃນ​ປະ​ເທດ​ນັ້ນແມ່ນເປັນບັນຫາທີ່ຮ້າຍ ແຮງເປັນພິເສດຢູ່ໃນຊູດັງ, ຊາດ, ສາທາລະນະລັດປະຊາທິປະ​ໄຕ ກົງໂກ ແລະ ສາທາລະນະລັດ ອາຟຣິກາກາງ.

ຢູ່ເອເຊຍ, ອົງການ UNICEF ຄາດວ່າ ຄວາມຕ້ອງການ ການຊ່ວຍ ເຫລືອດ້ານການເງິນ ຂອງ​ຕົນ ສຳລັບ​ໃຊ້​ຈ່າຍ​ໃນ​ວຽກ​ງານ​ດ້ານ​ມະນຸ​ສະ​ທຳນັ້ນ ຈະມີ​ເພິ່ມຂຶ້ນ​ ເປັນ​ຫລາຍ​ກວ່າ​ນຶ່ງເທົ່າ​ໂຕ ໃນປີນີ້ ຊຶ່ງສາ​ເຫດສ່ວນນຶ່ງ ກໍຍ້ອນ​ວ່າ​ ໄດ້ມີການເອົາປະ​ເທດ ປາກິສຖານ ແລະ ຟີລິບປິນ ເພີ້ມເຂົ້າໃສ່ໃນບັນຊີ​ພວກ​ປະ​ເທດ​ທີ່​ຕ້ອງການ​ຊ່ວຍ​ເຫລືອ ຄັ້ງຫລ້າສຸດນີ້. ລາຍງານ​ເວົ້າວ່າ ຢູ່ປາກິສຖານ ມີຄົນຫລາຍ ກວ່າ 2 ລ້ານຄົນ ໄດ້ຖືກພັກດັນໃຫ້ອອກ ຈາກບ້ານເຮືອນຂອງຕົນຍ້ອນ ມີການສູ້ຮົບກັນຢູ່ໃນ​ບໍລິ​ເວນຮ່ອມພູ Swat ແລະ ຢູ່ໃນ ເຂດອື່ນໆ ຂອງພາກຕາເວັນຕົກ ສຽງເໜືອຂອງ​ປະ​ເທດ. ແລະ ຢູ່ໃນຟີລິບປິນນັ້ນ, ຍັງມີ ຫລາຍກວ່າ 2 ແສນຄົນ ອາ​ໃສ​ແລະ​ດຳລົງ​ຊີວິດຢູ່ຕາມ​ບ່ອນພັກ​ເຊົາຊົ່ວຄາວຢູ່ ຫລັງຈາກທີ່ໄດ້ປະສົບກັບພາຍຸຮ້າຍແຮງ ຫລາຍ​ບັ້ນໃນປີກາຍນີ້.

XS
SM
MD
LG