ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກຣັຖມຸນຕີໄທ ບໍ່ຍອມປະຕິບັດຕາມຄຳຮຽກຮ້ອງ ຂອງພວກຕໍ່ຕ້ານຣັຖບານ

ນາຍົກຣັຖມຸນຕີໄທ ບໍ່ຍອມປະຕິບັດຕາມຄຳຮຽກຮ້ອງ ຂອງພວກຕໍ່ຕ້ານຣັຖບານ
ນາຍົກຣັຖມຸນຕີໄທ ບໍ່ຍອມປະຕິບັດຕາມຄຳຮຽກຮ້ອງ ຂອງພວກຕໍ່ຕ້ານຣັຖບານ

<!-- IMAGE -->

ຂ່າວຄືບ​ໜ້າ​ກ່ຽວ​ກັບການ​ປະ​ທ້ວງ​ທ່ີ​ໄທ: ນາຍົກຣັຖມຸນຕີ​ໄທ ກ່າວ​ວ່າ ຣັຖບານ​ຂອງ​ທ່ານ​ຈະ​ບໍ່​ຍອມ​ປະຕິບັດຕາມ​ຄຳ​ຮຽກຮ້ອງ​ຂອງພວກ​ເດີນ​ຂະ​ບວນຕໍ່ຕ​້ານຣັຖບານ​ຫລາຍ​ໝື່ນ​ຄົນ ທ່ີ​ຢາກ​ໃຫ້​ທ່ານ​ຍຸບ​ສະພາ​ແຫ່ງ​ຊາດ​ນັ້ນ. ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງທາງ​ໂທຣະພາບ​ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ຈັນ​ ມື້​ນີ້ ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ກ່າວ​ວ່າ ພວກ​ສະມາຊິກ​ຂອງຄນະ ຣັຖບານ​ປະສົມ​ຂອງ​ທ່ານ​ໄດ້​ຕົກລົງ​ເຫັນ​ພ້ອມ​ກັນ ວ່າ​ພວກ​ທ່ານ​ບໍ່ສາ ມາດ​ທ່ີ​ຈະ​ກົ້ມ​ຫົວໃຫ້​ແກ່​ຄຳ​ຮຽກຮ້ອງ​ຂອງ​ພວກ​ປະ​ທ້ວງ​ໄດ້. ປະຊາຊົນ​ຈຳນວນ​ປະມານ 1 ​ແສນ​ຄົນ​ໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ ຢູ່​ໃນ​ນະຄອນຫລວງ​ ມາ​ຕັ້ງ​ແຕ່​ວັນ​ອາທິດ​ວານ​ນີ້ ​ແລະ​ໃນ​ວັນ​ຈັນ​ມື້​ນີ້ ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ​ໄດ້​ພາກັນເດີນທາງ​ໄປໃນ​ຂະ​ບວນລົດ​ເພື່ອໄປທຳ​ການ​ປະ​ທ້ວງຢູ່​ຕໍ່ໜ້າ​ຄ້າຍທະຫານ​ ບ່ອນ​ທ່ີ​ພວກ​ຜູ້ນຳຣັຖ ບານ​ໄດ້ທຳ​ການປະຊຸມກັນ​. ຫລາຍ​ຄົນ​ໄດ້​ພາກັນ​ກັບ​ຄືນ​ໄປ​ຍັງ​ໃນ​ເມືອງ ຫລັງ​ຈາກ​ໄດ້​ຍິນ​ຄຳ​ປະກາດ​ຂອງ​ນາຍົກຣັຖມຸນຕີ​ອະພິສິດ​ແລ້ວ. ທ່ານ​ອະພິສິດ​ໄດ້​ອອກ​ຈາກບໍລິ​ເວນ​ຄ້າຍ​ທະຫານ​ໄປ​ໃນ​ເຊົ້າວັນ​ຈັນ​ມື້​ນີ້ໂດຍ​ທາງ​ເຮືອບິນ​ເຮ​ລີ​ຄອບ​ເຕີ ​ແຕ່​ທາງ​ກອງທັບ​ກໍ​ໄດ້​ເສີມ​ກຳລັງ​ຂຶ້ນ​ອີກ​ ຢູ່ອ້ອມ​ບໍລິ​ເວນ​ຄ້າຍ​ນັ້ນ. ​ໃນ​ເວລາ​ຕໍ່​ມາ ​ໄດ້​ມີ​ການ​ຍິງ​ລູກ​ລະ​ເ​ເບີດ​ມື 4 ລູກ​ໃສ່​ຄ້າຍ​ທະຫານ​ອີກ ແຫ່ງນຶ່ງ​ໃນ​ບາງກອກ ​ເຮັດ​ໃຫ້​ທະຫານ 2 ຄົນ​ໄດ້​ຮັບ​ບາດ​ເຈັບ. ​ໂຄສົກປະຈຳ​ກອງທັບ ກ່າວ​ວ່າ ຍັງ​ບໍ່​ເປັນ​ທ່ີ​ແຈ້ງ​ຂາວ​ເທື່ອ​ວ່າ ຜູ້​ໃດ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຫລື​ວ່າການ​ໂຈມ​ຕີ​ນີ້​ມີ​ສ່ວນ​ພົວພັນ​ໃດໆກັບ​ການ​ປະ​ທ້ວງນັ້ນ​ຫລື​ບໍ? ພວກ​ປະ​ທ້ວງ​ຫລາຍ​ຄົນ​ ທີ່ພາກັນ​ໃສ່​ເສື້ອ​ສີ​ແດງ ​ແມ່ນເປັນ​ພວກສະ ໜັບສະໜຸນ​ອະດີດ​ນາຍົກຣັຖມຸຸນຕີ ທັກສິນ ຊິນນະ​ວັດ ທ່ີ​ໄດ້ຖືກ​ໂຄ່ນ​ລົ້ມ​ຈາກ​ການຣັຖປະຫານ​ຂອງ​ພວກ​ທະຫານ​ໃນ​ປີ 2006 ນັ້ນ.
ສະຫະຣັດ​ແລະ​ເອ​ເຊັຍ: ທ່ານ Kurt Campbell ຣັຖມຸນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ ເທດ​ສະຫະຣັດ ​ກຳລັງ​ມ້ວນທ້າຍ​ການ​ຢ້ຽມຢາມນະຄອນຫລວງຈາ​ກາ ຕາ​ຂອງ​ອິນ​ໂດ​ເນ​ເຊັຍ​ ຊຶ່ງ​ເປັນ​ບ່ອນ​ຢຸດ​ແຫ​ວ່​ແຫ່ງ​ສຸດທ້າ​ຍ ​ໃນ​ການ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊັຍ​ເປັນ​ເວລາ 10 ມື້. ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດບອກ ວີ​ໂອ​ເອ ວ່າ ທ່ານ Camp-bell ເດີນທາງ​ໄປ​ຮອດ​ຈາກາກ​ຕາ​ ໃນ​ວັນ​ອາທິດວານ​ນີ້​ ຫລັງ​ຈາກ​ທຳ​ການ​ຢ້ຽມຢາມ​ປະ​ເທດ​ບຣູ​ໄນ ​ເປັນ​ເວລາ 2 ມື້​. ທ່ານ Campbell ຈະ​ເດີນທາງໄປ​ຍັງ​ໄທ​ໃນ​ວັນ​ທີ 15 ມື້​ນີ້ ກ່ອນ​ຈະ​ມ້ວນທ້າຍ​ການ​ເຄື່ອນ​ໄຫວ​ຢ້າມຢາມ​ຂົງ​ເຂດ​ເອ​ເຊັຍ​ໃນ​ຄັ້ງນີ້ ທ່ີ​ກຸງ​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ.
​ປະ​ເທດໄທ​ໄດ້​ຕົກ​ຢູ່​ໃນ​ຄວາມ​ວຸ້ນວາຍ​ມາ​ໄລຍະ​ນຶ່ງ​ແລ້ວ ​ຍ້ອນ​ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ​ມາ​ຕັ້ງ​ແຕ່​ປີ 2006 ຫລັງ​ຈາກ​ອະດີດ​ນາຍົກຣັຖມຸນຕີ ທັກສິນ ຊິນນະ​ວັດ​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ.
ທ່ານ Campbell ເດີນທາງ​ໄປ​ອິນ​ໂດ​ເນ​ເຊັຍ ​ຫລັງ​ຈາກ​ທຳ​ການ​ຢ້ຽມ ຢາມ​ ສປປ ລາວ ​ບ່ອນ​ທ່ີ​ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກຣັຖມຸນຕີ​ແລະຣັຖມຸນຕີ​ການ​ຕ່າງປະ​ເທດ​ຂອງ​ລາວ ​ເພື່ອ​ໂອ້​ລົມ​ສົນທະ​ນາ​ກັນ​ ເຣື່ອງການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ລະຫວ່າງ​ສະຫະຣັດ​ແລະ ປະ​ເທດ​ຄອມ​ມີ​ວນິດ​ລາວ​ນັ້ນ ຊຶ່ງສື່​ມວນ​ຊົນ​ລາວ​ກ່າວ​ວ່າ ​ເປັນ ການ​ຢ້ຽມຢາມ​ໃນ​ລະດັບ​ສູງ​ຄັ້ງ​ທຳ​ອິດ ແລະ​ຈະ​ຊ່ອຍ​ເສີມ​ສ້າງສາ​ຍພົວ ພັນສອງ​ຝ່າຍ ​ໃຫ້ເຂັ້ມ​ແຂງ​ຂຶ້ນ.
ບິນ​ລາ​ເດັນ ​ແລະ​ອິຣ່ານ: ມີ​ລາຍ​ງານຂ່າວ​ວ່າ ລູກ​ຊາຍ​ຂອງ​ນາຍ​ໂອຊາ​ມາ ​ບິນ​ ລາ​ເດັນຜູ່​ນຳເຄືອຂ່າຍ al-Qaida ກ່າວ​ຫາ​ທາງ​ການ​ອິຣ່ານວ່າ ທຳ​ການ​ຄຸມ​ຂັງ​ແລະ​ທຸບ​ຕີ​ພວກ​ສະມາຊິກ​ຄອບຄົວ​ຂອງ​ນາຍ​ບິນ​ລາ​ເດັນ. ລາຍ​ງານ​ເວົ້າ​ວ່າ ນາຍ Khalid bin Laden ​ໄດ້ທຳ​ການ​ກ່າວ​ຫາ​ດັ່ງ ​ກ່າວ ໃນ​ວັນ​ຈັນ​ມື້​ນີ້​ ຢູ່​ໃນ​ຈົດໝາຍ​ສະບັບ​ນຶ່ງ​ທ່ີ​ເຜີຍ​ແຜ່​ອອກ​ທາງ Internet ໂດຍ​ກຸ່ມ Global Islamic Media Front ຊຶ່ງ​ມີ​ສາຍ​ພົວພັນ​ກັບ​ເຄືອຂ່າຍ al-Qaida.
ຈົດໝາຍ​ທ່ີ​ກ່າວ​ກັນ​ວ່າ​ ເປັນ​ຂອງນາຍ Khalid ລູກ​ຊາຍ​ຂອງ​ຫົວໜ້າ​ກຸ່ມ al-Qaida ນັ້ນ ເວົ້າ​ວ່າ​ພວກ​ສະມາຊິກ​ຄອບຄົວ​ຂອງນາຍ​ບິນ​ລາ​ເດິ​ນ ທ່ີ​ມີຮວມທັງພວກ​ແມ່ຍິງ​ແລະ​ເດັກນ້ອຍ ​ໄດ້​ພາກັນ​ຫລົບໜີ​ຈາກ​ອັຟກາ​ນີສຖານ​ ຫລັງ​ຈາກ​ພວກ​ທະຫານ​ພັນທະ​ມິດ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະຣັດ ​ເຂົ້າຮຸກ​ຮານ​ອັຟກາ​ນີສຖານ​ໃນ​ປີ 2001 ​ແລະໄດ້ລັກ ລອບ​ເຂົ້າ​ປະ​ເທດອິຣ່ານ ໂ​ດຍບໍ່​ໄດ້​ຜ່ານ​ທາງ​ການ.
ຈົດໝາຍເວົ້າ​ວ່າ ພວກ​ບຸກຄົນ​ກຸ່ມ​ນີ້​ໄດ້​ຖືກພວກ​ພະນັກ​ງານ​ສືບ​ລັບຂອງ ​ ອິຣ່ານ ຈັບ​ກຸມ​ແລະ​ກັກ​ຂັງ​ໄວ້ ແລະ​ເຂົາ​ເຈົ້າ​ໄດ້​ຮ້ອງ​ຂໍຊ້ຳ​ແລ້​ວຊ້ຳ​ອີກ​ໃຫ້ປ່ອຍ​ໃຫ້​ພວກ​ເຂົາ​ອອກ​ຈາກ​ອິຣ່ານ​ໄປ ​ແຕ່ກໍ​ໄດ້​ຖືກ​ທຸບ​ຕີ​ ໃຫ້​ມິດ​ງຽບ​ໄປ​ໃນ​ແຕ່ລະຄັ້ງ. ນາຍ Khalid bin Laden ຮຽກຮ້ອງ​ໃຫ້ Ayatollah Ali Khame-nei ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານ​ເຂົ້າ​ແຊກ​ແຊງ​ ເພື່ອ​ຊ່ວຍ​ໃຫ້​ມີການ​ປ່ອຍ ໂຕບຸກຄົນ​ເຫລົ່າ​ນີ້. ​ແຕ່​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ໃດໆ​ຈາກຣັຖບານ​ກຸງ​ເຕຮະ ຣ່ານເທ່ືອໃນ​ເວລາ​ນີ້.
ສະຫະຣັດ​ແລະ​ອີສຣາ​ແອນ: ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະຣັດ ກ່າວ​ວ່າ ​ແຜນການ​ຂອງ ອີສຣາ​ແອນ​ທ່ີ​ຈະ​ສ້າງ​ບ້ານ​ເຮືອນ​ຂຶ້ນ​ຕື່ມ​ ໃສ່​ເຂດ​ກ້ຳ​ຕາ​ເວັນ​ອອກ​ຂອງ ນະຄອນ Jerusalem ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງກັນ​ນັ້ນ ປາກົດ​ວ່າໄດ້​ມີ​ການ​ຄຳນວນ​ກັນ​ໄວ້​ກ່ອນ​ ເພື່ອ​ສ້າງ​ຄວາມ​ເສັຍ​ຫາຍ​ໃຫ້​ແກ່​ຄວາມ​ພະ ຍາຍາມ​ ໃນ​ການ​ຮື້ຟື້ນ​ການ​ເຈຣະຈາ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ​ ແລະ​ປາ​ເລ​ສ​ໄຕ​ນ໌ ຄືນ​ມາ​ໃໝ່​ນັ້ນ. ທ່ານ David Axelrod ທ່ີ​ປຶກສາ​ປະຈຳ​ປະທານາທິບໍດີ​ປະນາມ​ແຜນ
ການ​ກໍ່ສ້າງ​ບ້ານ​ເຮືອນ​ໃໝ່​ຄັ້ງ​ຫລ້າ​ສຸດ​ຂອງ​ອີສຣາ​ແອນ ​ໃນ​ວັນ​ອາທິດວານ​ນີ້​ວ່າ ​ເປັນ​ການ​ຢຽດ​ຢາມ​ແລະທຳລາຍ.
ກະຊວງ​ພາຍ​ໃນ​ຂອງ​ອີສຣາ​ແອນ​ໄດ້​ປະກາດ​ຂ່າວ​ການອະນຸມັດ​ໂຄງ ການ​ກໍ່ສ້າງດັ່ງກ່າວ​ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ເວລາ​ທ່ີ​ຮອງ​ປະທານາທິ ບໍດີ​ສະຫະ ທ່ານ Joe Biden ກຳລັງທຳ​ການ​ຢ້ຽມຢາມ​ຢູ່​ໃນ​ຂົງ​ເຂດ ​ເພື່ອ​ເກັ້ຍກ່ອມ​ໃຫ້ອີສຣາ​ແອນ​ແລະປາ​ເລ​ສ​ໄຕ​ນ໌​ ເລີ້ມ​ຕົ້ນທຳການ​ເຈຣະ ຈາ​ສັນຕິພາບກັນ​ໂດຍ​ທາງ​ອ້ອມ​ ພາຍ​ໃຕ້​ການ​ໄກ່​ເກັ່ຍຂອງສະຫະຣັດ. ທ່ານ Biden ​ໄດ້​ປະນາມ​ແຜນການ​ຂອງ​ອີສຣາ​ແອນ​ເຊັ່ນ​ກັນ.
ພວກ​ປາ​ເລ​ສ​ໄຕ​ນ໌ ຢາກ​ໄດ້ເຂດ​ກ້ຳຕາ​ເວັນ​ອອກ​ຂອງ​ Jerusalem ​ເປັນ​ນະຄອນຫລວງ​ຂອງ​ປະ​ເທດ​ຂອງ​ຕົນ​ໃນ​ອະນາຄົດ ແລະຢືນ​ຢັດ ໃຫ້​ອີສຣາ​ແອນ​ລົບ​ລ້າງ​ແຜນການ ທີ່​ຈະ​ກໍ່ສ້າງ​ເຮືອນ​ຫ້ອງ​ແຖວໃໝ່​ ຕື່ມ​ອີກ 1600 ຫ້ອງ​ ສຳລັບໃຫ້ຊາວ​ຢີວ​ອາ​ໃສ​ຢູ່ໃນ​ເຂດ​ນັ້ນ.
ສື່​ມວນ​ຊົນ​ອີສຣາ​ແອນ​ກ່າວ​ວ່າ ທາງຣັຖບານ​ກຸງ​ວໍ​ຊິງ​ຕັນກໍ​ຮຽກຮ້ອງ
​ໃຫ້​ອີສຣາ​ແອນ​ ລົບ​ລ້າງ​ແຜນການ​ດັ່ງກ່າວເຊັ່ນ​ກັນ.
ອີສ​ແອນ​ອ້າງ​ວ່າ ນະຄອນ Jerusalem ທັງ​ໝົດ​ເປ​ັນນະຄອນຫລວງ
ຂອງ​ຕົນ​ທ່ີ​ແບ່ງ​ແຍກ​ບໍ່​ໄດ້ ​ແລະຜ່ານ​ມາ ກໍ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ນາໆຊາດ ເພື່ອ​ໃຫ້​ຕົນ​ຢຸດເຊົາກໍ່ສ້າງ​ບ້ານ​ເຮືອນໃນເຂດ​ຕາ​ເວັນ​ອອກ​ຂອງ​ Jerusalem ນັ້ນ.
ຄວາມ​ວຸ້ນວາຍ​ທີ່ເມັກ​ຊິ​ໂກ: ຣັຖບານ​ສະຫະຣັດອາ​ເມຣິກາ ກ່າວ​ວ່າ ຕົນ​ມີ​ຄວາມໂກດແຄ້ນ​ຢ່າງ​ທີ່​ສຸດ ນຳ​ການ​ເຂັ່ນຂ້າ​ປະຊາຊົນ 3 ຄົນ​ທ່ີ​ພົວພັນ​ກັບ​ສະຖານກົງສູນ​ຂອງ​ສະຫະຣັດຢູ່​ໃນ​ເມືອງ​ຊາຍ​ແດນ Ciudad Juarez ຂອງ​ເມັກ​ຊິ​ໂກ ທ່ີ​ປະສົບ​ກັບ​ບັນຫາ​ຢາ​ເສບ​ຕິດ​ນັ້ນ.
ບັນດາ​ເຈົ້າ​ໜ້າ​ທ່ີກ່າວ​ວ່າພະນັກງານ​ ປະຈຳ​ສະຖານກົງສູນ​ສະຫະຣັດ ຄົນ​ນຶ່ງ ​ພ້ອມ​ທັງ​ສາມີ​ຂອງ​ນາງ ຊຶ່ງ​ຖືສັນຊາດ​ອາ​ເມຣິກາທັງ​ສອງຄົນ ໄດ້​ຖືກຄົນ​ຮ້າຍ​ທ່ີ​ຂັບ​ລົດ​ກາຍ​ມາ​ ຍິງ​ຕາຍໃນ​ວັນ​ເສົາ​ມື້ກ່ອນ​ນີ້.​ ລູກ ນ້ອຍຄົນ​ນຶ່ງຂອງ​ຜົວ​ເມັຍ​ຄູ່​ນີ້​ ກໍ​ຢູ່​ໃນ​ລົດ​ນຳເຂົາ​ເຈົ້າ​ເວລາ​ເກີດ​ເຫດ​ນັ້ນ ​ແຕ່​ບໍ່​ໄດ້​ຮັບ​ບາດ​ເຈັບ​.
​ໃນ​ການ​ຍິງ​ກັນ​ຢູ່​ບ່ອນ​ນຶ່ງ​ຕ່າງຫາກ ພວກ​ມື​ປືນ​ໄດ້​ຍິງ​ຜົວ​ຂອງແມ່ຍິງ​ ​ເມັກ​ຊິ​ກັນຄົນ​ນຶ່ງ​ ທ່ີ​ເປັນ​ພນັກ​ງານ​ປະຈຳ​ກົງ​ສູນ​ຂອງ​ສະຫະຣັດ ຕາຍ​ເຊັ່ນ​ກັນ ແລະ​ເດັກນ້ອຍ 2 ຄົນ​ໄດ້​ຮັບ​ບາດ​ເຈັບ.
ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ພວກ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ ຢູ່​ເບື້ອງ​ຫລັງ​ຂອງ​ການ​ສັງຫານ​ເຫລົ່າ​ນີ້.
ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ
​ມີ​ຄວາມໂກດແຄ້ນ​ຢ່າງ​ທີ່​ສຸດ ​ນຳ​ການ​ສັງຫານ​ໂຫດເຫລົ່ານີ້ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທ່ີ​ຈະ​ໃຫ້ການ​ຮ່ວມ​ມື​ ກັບ​ພວກ​ເຈົ້າ​ໜ້າປະຕິບັດ​ກົດໝາຍ​ ຂອງ​ເມັກ​ຊິ​ໂກ​ ໃນ​ການ​ຕາມ​ລ່າ​ພວກ​ມື​ປືນ​ນັ້ນ.

#4 CN-014 ສະຫະຣັດ​ແລະ​ອີສຣາ​ແອນ

​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະຣັດ ກ່າວ​ວ່າ ​ແຜນການ​ຂອງ ອີສຣາ​ແອນ​ທ່ີ​ຈະ​ສ້າງ​ບ້ານ​ເຮືອນ​ຂຶ້ນ​ຕື່ມ​ ໃສ່​ເຂດ​ກ້ຳ​ຕາ​ເວັນ​ອອກ​ຂອງ ນະຄອນ Jerusalem ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງກັນ​ນັ້ນ ປາກົດ​ວ່າໄດ້​ມີ​ການ​ຄຳນວນ​ກັນ​ໄວ້​ກ່ອນ​ ເພື່ອ​ສ້າງ​ຄວາມ​ເສັຍ​ຫາຍ​ໃຫ້​ແກ່​ຄວາມ​ພະ ຍາຍາມ​ ໃນ​ການ​ຮື້ຟື້ນ​ການ​ເຈຣະຈາ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ​ ແລະ​ປາ​ເລ​ສ​ໄຕ​ນ໌ ຄືນ​ມາ​ໃໝ່​ນັ້ນ.

ທ່ານ David Axelrod ທ່ີ​ປຶກສາ​ປະຈຳ​ປະທານາທິບໍດີ​ປະນາມ​ແຜນ

ການ​ກໍ່ສ້າງ​ບ້ານ​ເຮືອນ​ໃໝ່​ຄັ້ງ​ຫລ້າ​ສຸດ​ຂອງ​ອີສຣາ​ແອນ ​ໃນ​ວັນ​ອາທິດ

ວານ​ນີ້​ວ່າ ​ເປັນ​ການ​ຢຽດ​ຢາມ​ແລະທຳລາຍ.

ກະຊວງ​ພາຍ​ໃນ​ຂອງ​ອີສຣາ​ແອນ​ໄດ້​ປະກາດ​ຂ່າວ​ການອະນຸມັດ​ໂຄງ ການ​ກໍ່ສ້າງດັ່ງກ່າວ​ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ເວລາ​ທ່ີ​ຮອງ​ປະທານາທິ ບໍດີ​ສະຫະ ທ່ານ JoeBiden ກຳລັງທຳ​ການ​ຢ້ຽມຢາມ​ຢູ່​ໃນ​ຂົງ​ເຂດ ​ເພື່ອ​ເກັ້ຍກ່ອມ​ໃຫ້ອີສຣາ​ແອນ​ແລະປາ​ເລ​ສ​ໄຕ​ນ໌​ ເລີ້ມ​ຕົ້ນທຳການ​ເຈຣະ ຈາ​ສັນຕິພາບກັນ​ໂດຍ​ທາງ​ອ້ອມ​ ພາຍ​ໃຕ້​ການ​ໄກ່​ເກັ່ຍຂອງສະຫະຣັດ. ທ່ານ Biden ​ໄດ້​ປະນາມ​ແຜນການ​ຂອງ​ອີສຣາ​ແອນ​ເຊັ່ນ​ກັນ.

ພວກ​ປາ​ເລ​ສ​ໄຕ​ນ໌ ຢາກ​ໄດ້ເຂດ​ກ້ຳຕາ​ເວັນ​ອອກ​ຂອງ​ Jerusalem ​ເປັນ​ນະຄອນຫລວງ​ຂອງ​ປະ​ເທດ​ຂອງ​ຕົນ​ໃນ​ອະນາຄົດ ແລະຢືນ​ຢັດ ໃຫ້​ອີສຣາ​ແອນ​ລົບ​ລ້າງ​ແຜນການ ທີ່​ຈະ​ກໍ່ສ້າງ​ເຮືອນ​ຫ້ອງ​ແຖວໃໝ່​ ຕື່ມ​ອີກ 1600 ຫ້ອງ​ ສຳລັບໃຫ້ຊາວ​ຢີວ​ອາ​ໃສ​ຢູ່ໃນ​ເຂດ​ນັ້ນ.

ສື່​ມວນ​ຊົນ​ອີສຣາ​ແອນ​ກ່າວ​ວ່າ ທາງຣັຖບານ​ກຸງ​ວໍ​ຊິງ​ຕັນກໍ​ຮຽກຮ້ອງ

​ໃຫ້​ອີສຣາ​ແອນ​ ລົບ​ລ້າງ​ແຜນການ​ດັ່ງກ່າວເຊັ່ນ​ກັນ.

ອີສ​ແອນ​ອ້າງ​ວ່າ ນະຄອນ Jerusalem ທັງ​ໝົດ​ເປ​ັນນະຄອນຫລວງ

ຂອງ​ຕົນ​ທ່ີ​ແບ່ງ​ແຍກ​ບໍ່​ໄດ້ ​ແລະຜ່ານ​ມາ ກໍ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ຂອງ​ນາໆຊາດ ເພື່ອ​ໃຫ້​ຕົນ​ຢຸດເຊົາກໍ່ສ້າງ​ບ້ານ​ເຮືອນໃນເຂດ​ຕາ​ເວັນ​ອອກ​ຂອງ​ Jerusalem ນັ້ນ.

#5 CN-004ຄວາມ​ວຸ້ນວາຍ​ທ່ີ​ເມັກ​ຊິ​ໂກ

ຣັຖບານ​ສະຫະຣັດອາ​ເມຣິກາ ກ່າວ​ວ່າ ຕົນ​ມີ​ຄວາມໂກດແຄ້ນ​ຢ່າງ​ທີ່​ສຸດ ນຳ​ການ​ເຂັ່ນຂ້າ​ປະຊາຊົນ 3 ຄົນ​ທ່ີ​ພົວພັນ​ກັບ​ສະຖານກົງສູນ​ຂອງ​ສະຫະຣັດຢູ່​ໃນ​ເມືອງ​ຊາຍ​ແດນ Ciudad Juarez ຂອງ​ເມັກ​ຊິ​ໂກ ທ່ີ​ປະສົບ​ກັບ​ບັນຫາ​ຢາ​ເສບ​ຕິດ​ນັ້ນ.

XS
SM
MD
LG