ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຊຸມນຸມປະທ້ວງຕໍ່ຕ້ານຣັຖບານກຳລັງດຳເນີນໄປໃນໄທ


ການຊຸມນຸມປະທ້ວງຕໍ່ຕ້ານຣັຖບານກຳລັງດຳເນີນໄປໃນໄທ
ການຊຸມນຸມປະທ້ວງຕໍ່ຕ້ານຣັຖບານກຳລັງດຳເນີນໄປໃນໄທ
<!-- IMAGE -->

ຂ່າວການ​ປະ​ທ້ວງ​ທີ່ໄທ: ພວກ​ປະ​ທ້ວງ​ຕໍ່ຕ້ານຣັຖບານ​ຫລາຍ​ໝື່ນ​ຄົນ​ໄດ້​ໄປ​ເຕົ້າໂຮມ​ກັນ​ຢູ່ທີ່​ບາງກອກ ນະຄອນຫລວງ​ຂອງໄທ ​ເພື່ອ​ທຳ​ການ​ເດີນ​ຂະ​ບວນປະ​ທ້ວງ​ທ່ີ​ມີວັດຖຸ​ປະສົງ​ເພື່ອ​ໂຄ່ນ​ລົ້ມ ຣັຖບານ​ຂອງ​ນາຍົກຣັຖມຸນຕີ​ອະພິສິດ ​ເວດຊາ​ຊີວະ. ພວກ​ປະ​ທ້ວງ​ໄດ້​ເລີ້ມ​ການໂຮມຊຸມນຸມ​ກັນ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ດຳ​ເນີນການ​ປະ​ທ້ວງ​ຢ່າງ​ສັນຕິສືບ​ຕໍ່​ໄປ​ໃນ​ບາງ​ກອກ ເປັນ​ເວລາ​ອີກ​ຫລາຍ​ມື້. ພວກ​ປະ​ທ້ວງທ່ີ​ພາກັນ​ໃສ່​ເສື້ອ​ສີແດງ ​ໄດ້ພາກັນເດີນທາງໄປ​ຮອດ ບາງກອກ​ໄດ້​ຫລາຍມື້​ແລ້ວ ແລະ​ພາກັນ​ໂບກ​ທຸງ ຮ້ອງ​ລຳ​ທຳ​ເພງ​ແລະ ຮ້ອງໂຮຄຳ​ຂວັນ​ຕ່າງໆ. ​ຫລາຍ​ຄົນ​ເປັນ​ພວກ​ສະໜັບສະໜຸນ​ອະດີດ​ນາ ຍົກຣັຖມຸນຕີ​ທັກສິນ​ ຊິນນະ​ວັດ ທ່ີ​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ຕຳແໜ່​ງ​ໂດຍການກໍ່ຣັຖປະຫານ​ຂອງ​ພວກ​ທະຫານ​ ໃນ​ປີ2006 ນັ້ນ. ປັດຈຸບັນ​ນີ້ ​ທ່ານ​ທັກສິນ​ອາ​ໄສ​ຢູ່​ໃນ​ປະ​ເທດ Dubai ​ແຕ່​ຍັງໄດ້​ຮັບ ຄວາມນິຍົມສູງ ໃນ​ບັນດາ​ພວກ​ຜູ້​ຄົນ​ທຸກ​ຍາກ​ແລະ​ພວກຊາວ​ຊົນນະບົດ​ໃນ​ປະ​ເທດໄທ​ຢູ່. ພວກ​ສະໜັບສະໜຸນ​ທ່ານ​ໄດ້​ທຳ​ການ​ຮຽກຮ້ອງ​ມາ​ຕະຫລອດ ໃຫ້​ຈັດ​ຕັ້ງການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂຶ້ນ​ໃໝ່ ຊຶ່ງ​ເຂົາ​ເຈົ້າ​ຫວັງ​ວ່າ ຈະ​ນຳ​ທ່ານ​ທັກສິນ​ກັບ​ຄືນ​ມາ​ກຳ​ອຳນາດ​ອີກ. ​ເຂົາ​ເຈົ້າ​ໄດ້​ກຳນົດ​ເວລາເສ້ນຕາຍໃສ່​ວັນ​ຈັນ​ມື້​ອື່ນນີ້ ສຳລັບໃຫ້ຣັຖບານ​ປະຕິບັດ​ຕາມ​ຄຳ​ຮຽກ ຮ້ອງ​ຂອງ​ເຂົາ​ເຈົ້າ​. ນາຍ​ກົຣັຖມຸນຕີ​ອະພິສິດ​ເວດ​ຊາ​ຊີວະ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທ່ານ​ບໍ່ ມີ​ເຈດ​ຕະນາ​ທີ່ຈະລາ​ອອກ​ຈາກ​ຕຳ​ແໜ່​ງ ຫລື​ຍຸບ​ສະພາ ​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ຣັຖບານ​ບໍ່​ມີ​ແຜນການ​ໃດໆ​ທ່ີ​ຈະ​ປາບ​ປາມ​ພວກ​ປະ​ທ້ວງ. ຣັຖບານ​ໄດ້​ລະດົມ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ 5 ​ໝື່ນ​ຄົນ​ ໄປປະຕິ ບັດ​ງານ​ໃນ​ບາງກອກ ​ເພື່ອ​ຮັກສາ​ຄວາມເປັນ​ລະບຽບ​ຮຽບຮ້ອຍ​ຂອງ ບ້ານ​ເມືອງ.
ການເມືອງທີ່ຈີນ: ທ່ານເຫວີນ ເຈ້ຍບາວ ນາຍົກລັດຖະມົນຕີຈີນກ່າວວ່າ ທ່ານຈະບໍ່ຍອມ ຖືກ​ບັງຄັບ​

<!-- IMAGE -->

ໃຫ້ປ່ຽນແປງຂອງອັດຕາແລກປ່ຽນເງິນຕາຂອງຈີນ. ຜູ້ນຳຈີນບອກກັບຜູ້ສື່ຂ່າວເວລາໃຫ້ສຳພາດຕໍ່ສື່ມວນຊົນ ຫລັງຈາກກອງ ປະຊຸມປະຈຳ​ປີ​ຂອງສະພາ​ແຫ່ງ​ຊາດຈີນອັດ​ລົງ ວ່າປະເທດຈີນຈະບໍ່ ຍອມ​ກົ້ມຫົວ​ໃຫ້​ແກ່ຄວາມກົດດັນຈາກພາຍນອກ ກ່ຽວ​ກັບການປະຕິຮູບ ອັດຕາແລກປ່ຽນເງິນຫຢວນຂອງຈີນ. ເມື່ອອາທິດ ຜ່ານມານີ້ ທ່ານບາຣັກໂອບມາ ປະທານາທິບໍດີສະຫະລັດ ໄດ້ຮຽກຮ້ອງໃຫ້ຈີນຮັບຮອງເອົາອັດຕາແລກປ່ຽນ ຂອງເງິນຫຢວນ ທີ່​ຖືກຕ້ອງຕາມ “ສະພາບການຂອງຕະຫລາດ” ເພື່ອຊ່ວຍການສ້າງ ຄວາມສົມດຸນຄືນໃໝ່​ ໃຫ້​ແກ່ເສດຖະກິດໂລກ. ລັດຖະບານໂອບາມາ ໄດ້ກ່າວຫາລັດຖະບານປັກກິ່ງ ວ່າຄວບຄຸມຄ່າ ເງິນຫຢວນຂອງຕົນໄວ້ ​ໃຫ້​ຕ່ຳ​ກ່ວາ​ອັດຕາ​ໃນ​ທ້ອງ​ຕະຫລາດ ເພື່ອເຮັດ ໃຫ້ຜະລິດຕະພັນຂອງຈີນ ມີລາຄາຖືກກວ່າຂອງ​ປະ​ເທດ​ອື່ນໆ ໃນ ຕລາດໂລກ.ໃນໂອກາດດຽວກັນນີ້ ທ່ານເຫວີ້ນເຈັຍບາວ ນາຍົກຣັຖມຸນຕີຈີນ ກ່າວວ່າສະຫະຣັດເປັນຜູ້ຮັບຜິດຊອບໃນການເຮັດໃຫ້ສາຍພົວພັນລະ ຫວ່າງກຸງປັກກິງ ແລະກຸງວໍຊິງຕັນ ເຄັ່ງຕຶງຂຶ້ນນັ້ນ. ທ່ານເຫວິີ້ນກ່າວໃນວັນອາທິດມື້ນີ້ວ່າສະຫະຣັດໄດ້ລະເມີດອະທິປະໄຕຂອງ ກຸງປັກກິງ ໃນການຂາຍອາວຸດ ມູນຄ່າຫລາຍພັນລ້ານດອນລາໃຫ້ໄຕ້ຫວັນ ແລະອະນຸຍາດໃຫ້ອົງດາໄລລາມະຢ້ຽມຢາມ ທຳນຽບຂາວໃນເດືອນກຸມພາຜ່ານມານີ້. ໃນການກ່າວຖ້ອຍຖະແຫລງຕໍ່ພວກນັກຂ່າວ ຫລັງຈາກ ເສັດສຶິ້ນກອງປະຊຸມປະຈຳປີ ຂອງສະພານິຕິບັນຍັດຂອງຈີນ ທ່ານເຫວີ້ນເຈັຍບາວ ກ່າວວ່າ ການເຄື່ອນໄຫວ ຂອງສະຫະຣັດໃນສອງຢ່າງນີ້ ໄດ້ສ້າງຄວາມວຸ້ນວາຍຂຶ້ນຢ່າງຮ້າຍແຮງໃນສາຍພົວພັນລະຫວ່າງຈີນແລະສະ ຫະຣັດ.
ທີ່ອັຟກາ​ນີສຖານ: ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການວາງ​ລະ​ເບີດ​ສະລະ ຊີບ​ຫລາຍ​ບັ້ນ​ຕິດ​ຕໍ່​ກັນ​ ​ທ່ີ​ໄດ້​ສັ່ນ​ສະ​ເທືອ​ນ​ເມືອງ​ກັນດາ​ຮາ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ນ້ອຍ 33 ຄົນ ຮວມທັງ​ 10 ຄົນ​ທ່ີ​ກຳລັງ​ຮ່ວມ​ພິທີ​ແຕ່​ງານ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ມີ​ປະມານ 50 ຄົນ​ ໄດ້​ຮັບ​ບາດ​ເຈັບ​.
ທ່ານ Ahmad Wali Karzai ຊຶ່ງ​ເປັນ​ນ້ອງ​ຊາຍ​ຄົນ​ລະ​ແມ່​ກັບ​ປະທາ ນາ​ທິບໍດີ Hamid Karzai ກ່າວ​ວ່າ ລະ​ເບີດແຮງທ່ີ​ສຸດ​ແມ່ນເກີດ​ຂຶ້ນ​ຢູ່​ ຕໍ່ໜ້າ​ຄຸກ​ໃຫຍ່​ຂອງ​ເມືອງ​ກັນດາ​ຮາ​. ທ່ານ Karzai ທ່ີ​ເປັນ​ຫົວໜ້າ​ສະ ພາ​ປົກຄອງ​ປະຈຳ​ແຂວງ​ກັນດາ​ຮາ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທ່ີ​ເຊື່ອ​ວ່າ ​ເປົ້າ​ໝາຍ​ສຳຄັນຂອງ​ການວາງ​ລະ​ເບີດ​ໂຈມ​ຕີ​ໃນ​ຄືນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແມ່ນ​ເພື່ອ​ປົດ​ປ່ອຍ​ພວກ​ນັກ​ໂທ​ກອອກ​ຈາກ​ຄຸກ​. ພວກລາຍ​ງານ​ສື່​ມວນຊົນ​ກ່າວ​ວ່າ Web site ຂອງ​ກຸ່ມ​ຕາ​ລີ​ບັນ​ເອີ້ນ ການວາງ​ລະ​ເບີດ​ໃນ​ຄືນ​ວັນ​ເສົາ​ນີ້​ວ່າ ​ເປັນ​ການ​ສົ່ງ​ສານ​ໄປ​ຫາ​ພວກ​ຜູ້​ບັນຊາ​ການ​ກຸ່ມ NATO. ນາຍ​ພົນ Stanley McChrystal ຫົວໜ້າ ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ອັຟກາ​ນີສຖານ ກ່າວ​ວ່າ ​ເປົ້າ​ໝາຍອັນຕໍ່​ໄປຂອງ​ທ່ານ​ ​ແມ່ນ​ຍຶດ​ເອົາ​ເມືອງ​ກັນດາ​ຮາ​ ຄືນ ຊຶ່ງ​ເມືອງ​ນີ້​ເປັນ​ທ່ີ​ໝັ້ນ​ຕັ້ງ​ແຕ່​ໃດໆ​ມາ​ຂອງ​ກຸ່ມ​ຕາ​ລີ​ບັນ​.
ສະຫະຣັດ​ແລະຣັດເຊັຍ: ສະຫະຣັດ​ແລະຣັດ​ເຊັຍ​ກຳລັງ​ທຳ​ຄວາມ​ຄືບໜ້າ ​ກ່ຽວ​ກັບການເຮັດ​ສົນທິສັນຍາ​ວ່າ​ດ້ວຍ​ການ​ລົດ​ກຳລັງ​ອາວຸດ​ນີວ​ເຄລັຍ ​ສະບັບ​ໃໝ່. ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ​ແລະ​ປະທານາທິບໍດີ Dmitri Medvedev ​ແຫ່ງຣັດ​ເຊັຍ​ໄດ້​ໂອ້​ລົມ​ກັນ​ທາງ​ໂທຣະສັບ​ໃນ​ວັນເສົາ​ວານ​ນີ້​ ກ່ຽວ​ກັບ​ຂໍ້​ຕົກລົງ​ເພື່ອ​ລົດ​ຜ່ອນ​ຄັງ​ອາວຸດ​ນີວ​ເຄລັຍ​ຂອງແຕ່ ລະ​ປະ​ເທດ​ລົງ ທີ່​ໄດ້​ເຣິ່ມເຈຣະຈາ​ກັນມາ​ໄດ້ ​ເກືອບ1 ປີ​ແລ້ວ. ໂຄສົກ​ທຳນຽບຂາວກ່າວ​ວ່າ ຜູ້ນຳ​ທັງ​ສອງ​ໄດ້​ໂອ້​ລົມສົນທະນາ​ກັນ​ດີ ​ແລະ​ຕ່າງ​ຄົນ​ຕ່າງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃນໄວໆ​ນີ້.
ບັນດາ​ເຈົ້າ​ໜ້າ​ທ່ີຣັດ​ເຊັຍ​ທ່ີ​ວັງ Kremlin ກ່າວ​ວ່າ ບັດ​ນີ້​ມີ​ທາງ​ເປັນໄປ​ໄດ້​ທ່ີ​ຈະ​ເວົ້າ​ກັນ​ເຣື່ອງວັນ​ເວລາ​ທ່ີ​ແນ່ນອນ​ ໃນ​ການ​ລົງ​ນາມ​ໃນ​ສົນທິ ສັນຍາ ສະບັບ​ນີ້.
ຂໍ້​ຕົກລົງ​ທ່ີ​ອາດ​ເປັນ​ໄປ​ໄດ້​ນີ້ ຈະ​ໃຊ້​ແທນ​ສົນທິສັນຍາ​ວ່າ​ດ້ວຍ​ການ​ລົດ​ກຳລັງ​ອາວຸດ​ຍຸດ​ທະ​ສາດ​ສະບັບ​ປີ 1991 ​ທີ່​ໄດ້​ໝົດ​ອາຍຸລົງໃນ​ທ້າຍ​ເດືອນ​ທັນວາ​ຜ່ານ​ມາ. ການເຈລະຈາກັນ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ
ຍ້ອນ​ຕົກລົງ​ກັນ​ບໍ່​ໄດ້​ ກ່ຽວ​ກັບວິທີ​ການ​ກວດ​ສອບ​ເບິ່ງ​ການ​ຕັດ​ກຳລັງ​ອາວຸດ​ ແລະຍ້ອນ​ແຜນການ​ຂອງ​ສະຫະຣັດທ່ີ​ຈະ​ສ້າງ​ລະບົບ​ຕໍ່ຕ້ານລູກ​ສອນໄຟ​ຂຶ້ນ​ໃນ​ຢູ​ໂຣບ ຊຶ່ງ​ທາງຣັດ​ເຊັຍ​ຄັດຄ້ານ​ຕໍ່​ແຜນການ​ດັ່ງກ່າວ​ນີ້.
ກ່ຽວກັບການແຈກຢາຍເງິນລາງວັນໂນແບນຂອງທ່ານໂອບາມາ: ປະທານາທິບໍດີບາຣັກໂອບາມາ
ໄດ້ບົ່ງ​ຊື່ 10 ອົງການກຸສົນ ທີ່​ທ່ານ​ຈະ​ມອບເງິນລາງວັນໂນເ​ເບລຂອງ​ທ່ານ​ໃຫ້ ທີ່ທ່ານໄດ້ຮັບເມື່ອປີກາຍນີ້ ຈຳນວນນຶ່ງລ້ານສີ່ແສນໂດລາ ນັ້ນ. ໃນຖະແລງການສະບັບນຶ່ງ​ ທີ່ທຳນຽບຂາວນຳ​ອອກ​ເປີດ​ເຜີຍໃນອາທິດນີ້ ປະທານາທິບໍດີໂອບາມາໄດ້ສະເຫນີຊື່ ສິບອົງການ ທີ່ຈະໄດ້ຮັບເງິນ ສ່ວນແບ່ງຈາກລາງວັນໂນ​ເເບລຂອງທ່ານ ຊຶ່ງ​ໃນ​ນັ້ນ ຫລາຍໆ​ອົງການ ເປັນອົງການທີ່ກ່ຽວກັບການສຶກສາ. ປະທານາທິບໍດີໂອບາມາ ກ່າວວ່າ ອົງການຕ່າງໆດັ່ງກ່າວນັ້ນ ແມ່ນອົງ ການທີ່​ເຮັດ​ວຽກ​ຢ່າງ​ດີ​ເລີດ ​ໃຫ້ການ​ຊ່ວຍ​ເຫລືອ​ສະ​ນັບ​ສະ​ນູນພວກນັກ ສຶກສາ ນັກລົບເກົ່າ ແລະພວກອື່ນຢ່າງນັບບໍ່ຖ້ວນ ທັງໃນສະຫະລັດ ແລະ ຕ່າງປະເທດ.
ປະທານາທິບໍດີໂອບາມາໄດ້ມອບເງິນຈຳນວນຫລາຍ​ທີ່ສຸດຄື 250,000 ໂດລາ ໃຫ້ແກ່ອົງການ Fisher House ຊຶ່ງເປັນອົງການບໍ່ຫວັງຜົນ ກຳໄລທີ່ຈັດຫາບ້ານຢູ່ອາໄສໃຫ້ແກ່ຄອບ
ຄົວຂອງພວກທະຫານ​ບາດ ເຈັບທີ່ໄດ້ກຳລັງໄດ້ຮັບການຮັກສາ ປິ່ນປົວ ທີ່​ໂຮງພະຍາບານທະຫານ ແລະນັກລົບເກົ່າຕ່າງໆ.
ອີກຈຳນວນ 200,000 ໂດລາ ທ່ານໄດ້ມອບໃຫ້ກອງທຶນ Clinton- Bush ກ່ຽວກັບເຮຕິ ຊຶ່ງເປັນອົງການບັນເທົາທຸກພວກປະຊາຊົນເຮຕິ ລະຍະຍາວ ຫລັງຈາກພັຍແຜ່ນດິນໄຫວຮ້າຍແຮງ​ໄດ້​ປະ​ທະປະເທດ ດັ່ງກ່າວ​ເມື່ອ​ຕົ້ນປີ​ນີ້.

XS
SM
MD
LG