ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ດ້ວຍຣະເບີດສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 10 ຄົນ ໃນປາກິສຖານ


ການໂຈມຕີ ດ້ວຍຣະເບີດສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 10 ຄົນ ໃນປາກິສຖານ
ການໂຈມຕີ ດ້ວຍຣະເບີດສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 10 ຄົນ ໃນປາກິສຖານ
<!-- IMAGE -->

ປາກິສຖານ: ຕຳຣວດປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດສະລະຊີບ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 10 ຄົນ ແລະໄດ້ຮັບ ບາດເຈັບອີກບໍ່ຕຳວ່າ 37 ຄົນ ໃນເຂດຮ່ອມພູ SWAT ທາງພາກ ຕາເວັນຕົກສຽງເໜືອຂອງ ປາກິສຖານ. ເຫດຮ້າຍທີ່ວ່ານີ້ ແມ່ນການໂຈມ ຕີຮ້າຍແຮງຄັ້ງທີ 3 ໃນປາກິສຖານ ໃນອາທິດ ນີ້. ຕຳຣວດກ່າວວ່າ ຜູ້ໂຈມຕີ ທີ່ຂີ່ຣົດລາກໄດ້ ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ຢູ່ດ່ານກວດ ແຫ່ງນຶ່ງ ທີ່ເມືອງ SAIDU SHARIF ໃນວັນ ເສົາມື້ນີ້. ເຫດຮ້າຍທີ່ວ່ານີ້ ເກີດຂຶ້ນລຸນຫຼັງການ ໂຈມຕີແບບມີການ ປະສານງານກັນ ດ້ວຍຣະເບີດສະລະຊີບ ທີ່ນະຄອນລາຮໍ ໃນພາກຕາ ເວັນອອກ ຂອງປາກິສຖານ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 55 ຄົນໃນວັນສຸກວານນີ້. ຕຳຣວດຄົນນຶ່ງ ກ່າວຕໍ່ພວກນັກຂ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບທັງສອງໄດ້ ມີຂຶ້ນ ໃນເວລາຫ່າງກັນ ບໍ່ເທົ່າໃດວິນາທີ. ພວກທີ່ເຫັນເຫດການ ເວົ້າວ່າ ພວກໂຈມຕີໄດ້ ແນເປົ້າໝາຍໃສ່ ຂະບວນຣົດທະຫານ ທີ່ພວມແລ່ນຜ່ານ ບໍຣິເວນ ທີ່ມີການສັນຈອນໄປ ມາຢ່າງຄັບຄັ່ງ.

<!-- IMAGE -->

ອັຟການິສຖານ: ກະຊວງພາຍໃນອັຟການິສ ຖານກ່າວວ່າ ການແຕກຂຶ້ນຂອງຣະເບີດແຄມ ທາງເຮັດໃຫ້ມີຜູ້ເສັຽຊີວິດ 6 ຄົນ ແລະໄດ້ຮັບ ບາດເຈັບ ອີກຄົນນຶ່ງ ທີ່ເມືອງ TIRIN KOT ເມືອງເອກຂອງແຂວງ URUZGAN ໃນພາກ ກາງ ອັຟການິສຖານ. ກະຊວງພາຍໃນເວົ້າວ່າ ເຫດຣະເບີດດັ່ງກ່າວ ໄດ້ເກີດຂຶ້ນ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ເວລາຣົດຄັນນຶ່ງ ໄດ້ແລ່ນໄປ ຢຽບເອົາຣະເບີດທີ່ຝັງໄວ້ ໃນຫົນທາງ. ໃນອີກ ດ້ານນຶ່ງນັ້ນ ອົງການຂ່າວຝຣັ່ງ ລາຍງານວ່າ ເຫດຣະເບີດແຕກ ໄດ້ເຮັດໃຫ້ພວກຫົວຮຸນແຮງ 2 ຄົນເສັຽຊີວິດ ຂະນະທີ່ພວກກ່ຽວ ພວມພະ ຍາຍາມ ຈະນຳເອົາຣະເບີດດັ່ງກ່າວ ໄປຝັງໄວ້ ໃນທາງສາຍນຶ່ງ ທີ່ແຂວງ BADGHIS ໃນ ພາກຕາເວັນຕົກ ຂອງອັຟການິສຖານ. ພວກກະບົດໃນອັຟການິສຖານ ມັກໃຊ້ຣະເບີດແຄມ ທາງໂຈມຕີຕໍ່ກຳລັງ ອັຟການິສຖານແລະກຳລັງນາໆຊາດ ແຕ່ຣະເບີດເຫລົ່ານີ້ ມັກຈະເຮັດ ໃຫ້ ພວກພົລເຮືອນເສັຽຊີວິດ.

<!-- IMAGE -->

ໄທ: ພວກປະທ້ວງ ຫລາຍໆພັນຄົນ ຈາກເຂດ ຊົນນະບົດ ໃນພາກເໜືອຂອງໄທເລີ້ມເດີນທາງ ໄປເຖິງບາງກອກ ເພື່ອເຂົ້າຮ່ວມ ການໂຮມຊຸມ ນຸມ ທີ່ແນໃສ່ຈະໂຄ່ນລົ້ມ ຣັຖບານຂອງ ນາຍົກ ຣັຖມຸນຕຣີ ອະພິຊິດ ເວດຊາຊີວະ. ຣົດບັນທຸກ ແລະຣົດ ຊະນິດຕ່າງໆ ທີ່ແໜ້ນຖນົນ ຫົນທາງ ພວມມຸ່ງໜ້າ ໄປຍັງນະຄອນຫລວງຂອງໄທໃນ ວັນເສົາມື້ນີ້ຂະນະທີ່ ກຳລັງຮັກສາຄວາມສະງົບ ໄດ້ກວດຄົ້ນ ພວກເຂົາເຈົ້າ ກ່ອນການປະທ້ວງ ຊຶ່ງມີກຳນົດ ຈະຈັດຂຶ້ນໃນວັນອາທິດມື້ອື່ນ ເພື່ອ ຟື້ນຟູອຳນາດ ໃຫ້ແກ່ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ທີ່ໄດ້ຖືກໂຄ່ນລົ້ມ ໄປນັ້ນ. ພວກຈັດການປະທ້ວງ ເວົ້າວ່າ ຈະມີພວກສນັບ ສນຸນແນວໂຮມເພື່ອປະຊາທິປະໄຕຕ້ານຜະເດັດ ການປະມານ 6 ຫາ 7 ແສນຄົນ ເຂົ້າຮ່ວມ ການໂຮມຊຸມນຸມປະທ້ວງທີ່ບາງກອກ. ພວກ ຕຳຣວດ ທະຫານ ແລະກຳລັງຮັກສາຄວາມສະງົບອື່ນໆຂອງໄທປະມານ 50 ພັນຄົນພວມ ທຳການລາຕເວນ ແລະປະຕິບັດໜ້າທີ່ ຢູ່ທີ່ນະຄອນຫຼວງຂອງໄທ. ຣັຖບານ ໄດ້ອອກກົດ ໝາຍສະບັບນຶ່ງວ່າດ້ວຍຄວາມໝັ້ນຄົງພາຍໃນ ທີ່ອະນຸຍາດໃຫ້ທາງກອງທັບ ປະກາດຫ້າມ ອອກນອກເຮືອນ ແລະຈຳກັດ ການເຄື່ອນຍ້າຍ ໄປມາໄດ້.

<!-- IMAGE -->

ສະຫະຣັດ - ອິສຣາແອລ: ສະຫະຣັດ ອົງ ການສະຫະປະຊາຊາດ ສະຫະພາບຢູໂຣບ ແລະຣັດເຊັຽ ໄດ້ປະນາມການຕັດສິນໃຈ ຂອງ ອິສຣາແອລທີ່ຈະປຸກເຮືອນໃໝ່ໃນເຂດຢຶດຄອງ ກຳຕາເວັນອອກ ຂອງ ນະຄອນເຈຣູຊາແລັມ. ກຸ່ມ QUARTET ຫລື 4 ພັກຝ່າຍການທູດທີ່ ຮັບຜິດຊອບ ກ່ຽວກັບ ພາກຕາເວັນອອກກາງ ໄດ້ອອກຖແລງການ ສະບັບນຶ່ງ ໃນມື້ວານນີ້ ເວົ້າວ່າ ການດຳເນີນການ ໂດຍລຳພັງທີ່ວ່ານີ້ ຈະບໍ່ຖືກຮັບຮູ້ໂດຍປະຊາຄົມນາໆຊາດ. ນອກ ນັ້ນ ກຸ່ມການທູດດັ່ງກ່າວຍັງເວົ້າວ່າ ພວກຕົນຈະຕິດຕາມເບິ່ງ ການເຄື່ອນໄຫວທີ່ນະຄອນ ເຈຣູຊາແລັມ ຢ່າງໃກ້ຊິດ ແລະສົນທະນາຫາຣື ກ່ຽວກັບສະຖານະການຮອບດ້ານ ໃນກອງ ປະຊຸມທີ່ກຸງມົສກູ ໃນວັນທີ 19 ມີນາຈະມານີ້. ໃນຕອນເຊົ້າວານນີ້ຣັຖມຸນຕຣີການຕ່າງປະ ເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ຕຳໜິຕິຕຽນຢ່າງແຮງ ຕໍ່ນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ກ່ຽວກັບ ການປະກາດ ຂອງອິສຣາແອລ ໃນວັນອັງຄານຜ່ານມາ ທີ່ຈະປຸກເຮືອນໃໝ່ 1 ພັນ 600 ຫ້ອງ ໃນເຂດກຳ ຕາເວັນອອກ ຂອງນະຄອນເຈຣູຊາແລັມ ທີ່ຊາວປາແລສໄຕນ໌ ຕ້ອງການຈະຕັ້ງເປັນ ນະຄອນຫລວງຂອງຕົນ ໃນອະນາຄົດນັ້ນ.

<!-- IMAGE -->

ສະຫະຣັດ: ສະຖາບັນຄົ້ນຄວ້ານຶ່ງທີ່ມີສຳນັກງານຢູ່ສະຫະ ຣັດ ກ່າວວ່າ ການຂາດແຄນຜູ້ພິພາກສາແມ່ນໝາຍຄວາມ ວ່າ ພວກຄົນເຂົ້າເມືອງ ທີ່ປະເຊີນກັບ ການຖືກເນຣະເທດ ຫລືຂັ້ນຕອນ ທາງກົດໝາຍອື່ນໆ ໃນສະຫະຣັດນັ້ນຕ້ອງໄດ້ ລໍຖ້າ ດົນກວ່າແຕ່ກ່ອນ ກ່ອນຈະໄດ້ຮັບ ການພິຈາຣະນາ. ສະຖາບັນ TRANSACTIONAL RECORDS ACCESS CLEARINGHOUSE ຂອງມະຫາວິທຍາລັຍ SYRACUSE ກ່າວໃນລາຍງານສະບັບນຶ່ງໃນມື້ວານນີ້ວ່າ ຜູ້ຄົນພາກັນລໍຖ້າສະເລັ່ຽແລ້ວ 439 ມື້ກ່ອນຈະໄດ້ຮັບການ ພິຈາຣະນາ. ທີ່ນະຄອນ LOS ANGELES ລາຍງານເວົ້າ ວ່າ ການລໍຖ້າໂດຍສະເລັ່ຽ ແມ່ນໄດ້ແກ່ຍາວ ດົນເກືອບ 2 ປີ. ລາຍງານເວົ້າ ວ່າ ມີຫລາຍກວ່າ 228 ພັນຄະດີ ຍັງເປີດຢູ່ ມາຮອດທ້າຍປີ 2009 ຫລືປະມານ 23% ຫລາຍກວ່າປີກ່ອນ. ສະຖາບັນຄົ້ນຄວ້າດັ່ງກ່າວເວົ້າວ່າ ການຊັກຊ້າຂອງຄະດີ ເປັນຈຳນວນຫລວງຫລາຍ ທີ່ວ່ານີ້ ແມ່ນເປັນຍ້ອນ ການຂາດແຄນ ຜູ້ພິພາກສາ ຂອງຣັຖບານກາງ ໂດຍເວົ້າວ່າ ປັດຈຸບັນນີ້ ຍັງມີຕຳແໜ່ງ ຜູ້ພິພາກສາຫວ່າງຢູ່ 48 ຕຳແໜ່ງ.

<!-- IMAGE -->

ສະຫະຣັດ - ເຢເມນ: ເຈົ້າໜ້າທີ່ກ່າວວ່າ ຜູ້ ຕ້ອງສົງສັຍ ເປັນສະມາຊິກກຸ່ມກໍ່ການຮ້າຍອາລ ກາຍດາຄົນນຶ່ງ ຊຶ່ງເປັນພົລເມືອງອະເມຣິກັນທີ່ ຖືກຈັບໂດຍເຈົ້າໜ້າທີ່ ເຢເມນນັ້ນ ໄດ້ເຮັດວຽກ ທີ່ໂຮງໄຟຟ້າ ນິວເຄລັຽແຫ່ງນຶ່ງຢູ່ໃນສະຫະຣັດ. ບໍຣິສັດ PSEG ຊຶ່ງເປັນບໍຣິສັດຂອງສະຫະຣັດ ທີ່ເປັນເຈົ້າຂອງໂຮງໄຟຟ້ານິວເຄລັຽຫຼາຍໆແຫ່ງ ກ່າວໃນມື້ວານນີ້ວ່ານາຍ SHARIF MOBLEY ເຮັກວຽກ ຢູ່ກັບເຕົາແຍກນິວເຄລັຽ 2 ໜ່ວຍໃນ ຣັດນິວເຈີຊີ ໃນພາກຕາເວັນອອກ ຂອງສະຫະ ຣັດແລະໂຮງໄຟຟ້າ ນິວເຄລັຽອື່ນໆຢູ່ໃນເຂດນັ້ນ. ນາຍ MOBLEY ແມ່ນນຶ່ງ ໃນຈຳນວນ ຜູ້ຕ້ອງສົງສັຍ ເປັນສະມິກກຸ່ມກໍ່ການຮ້າຍ ອາລກາຍດາ ຈຳນວນ 11 ຄົນ ທີ່ຖືກຈັບ ຢູ່ນະຄອນຫລວງ SANAA ຂອງເຢເມນ ໃນຕົ້ນເດືອນນີ້. ນາຍ MOBLEY ອາຍຸ 26 ປີ ພວມໄດ້ຮັບການປິ່ນປົວ ທີ່ໂຮງໝໍທ້ອງຖິ່ນ ເວລາລາວ ໄດ້ຍິງຍາມຄົນນຶ່ງຕາຍ ຂະນະທີ່ພວມ ພະຍາຍາມຈະຫລົບໜີ. ບໍຣິສັດ PSEG ກ່າວໃນຖແລງຂ່າວ ສະບັບນຶ່ງ ໃນມື້ວານນນີ້ວ່າ ສ່ວນໃຫຍ່ແລ້ວ ນາຍ MOBLEY ໄດ້ເຮັດວຽກ ໃນລະຫວ່າງທີ່ມອດຈັກ ຕື່ມເຊື້ອໄຟ ເປັນເວລາ ຫລາຍໆອາທິດ ແລະເຮັດໜ້າທີ່ ເປັນຄົນງານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG