ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 39 ຄົນ ທີ່ນະຄອນລາຮໍ ປາກິສຖານ


ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 39 ຄົນ ທີ່ນະຄອນລາຮໍ ປາກິສຖານ
ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ມີຜູ້ເສັຽຊີວິດ 39 ຄົນ ທີ່ນະຄອນລາຮໍ ປາກິສຖານ
<!-- IMAGE -->

ປາກິສຖານ: ຕຳຣວດປາກິສຖານກ່າວວ່າ ມີ 39 ຄົນ ເສັຽຊີວິດ ແລະເກືອບ ອີກ 100 ຄົນ ໄດ້ ຮັບບາດເຈັບ ໃນການໂຈມຕີ ດ້ວຍຣະເບີດ ສະລະຊີບ 2 ຄັ້ງ ທີ່ນະຄອນລາຮໍ ໃນພາກຕາ ເວັນອອກ ຂອງປາກິສຖານ. ເຈົ້າໜ້າທີ່ເວົ້າວ່າ ເຫດຣະເບີດທັງ 2 ໄດ້ເກີດຂຶ້ນຫ່າງກັນ 15 ວິ ນາທີ ແລະມີເປົ້າໝາຍແນໃສ່ ຣົດທະຫານປາ ກິສຖານໃນຕອນເຊົ້າຂອງວັນສຸກມື້ນີ້. ຕຳຣວດ ເວົ້າວ່າຜູ້ໂຈມຕີທັງ 2 ໄດ້ພາກັນຍ່າງໄປ. ການ ໂຈມຕີທີ່ວ່ານີ້ ແມ່ນການໂຈມຕີ ຄັ້ງທີ 2 ທີ່ນະ ຄອນລາຮໍ ໃນສັບປະດານີ້. ການໂຈມຕີ ດ້ວຍຣົດຣະເບີດ ສະລະຊີບ ໃນມື້ ວັນຈັນແລ້ວ ເຮັດໃຫ້ມີຜູ້ເສັຽຊີວິດ 13 ຄົນ ແລະໄດ້ຮັບບາດເຈັບອີກ 70 ຄົນ. ໃນອີກດ້ານນຶ່ງນັ້ນ ເຈົ້າ ໜ້າທີ່ປາກິສຖານ ທ່ານນຶ່ງກ່າວວ່າ ຄວາມຮຸນແຮງ ທີ່ປາກົດວ່າ ເປັນຍ້ອນເຣື່ອງສາສນາ ທີ່ນະຄອນ ກາຣາຈີ ໃນພາກໃຕ້ປາກິສຖານ ເຮັດໃຫ້ມີຜູ້ເສັຽຊີວິດ 5 ຄົນ ໃນວັນພະຫັດ ວານນີ້. ພວກມືປືນ ໄດ້ຣະດົມຍິງ ໃສ່ຣົດຄັນນຶ່ງ ທີ່ມີຜູ້ນຳສາສນາ ຫົວແຂງກະດ້າງ MUFTI SAEED JALALPURI ນັ່ງໄປນຳ ໂດຍໄດ້ສັງຫານ ຜູ້ກ່ຽວ ແລະອີກ 3 ຄົນ ທີ່ຢູ່ໃນຣົດ ຄັນດັ່ງກ່າວ.

<!-- IMAGE -->

ຈີນ - ສະຫະຣັດ: ຈີນໄດ້ອອກ ຄຳຕຳໜິຕິ ຕຽນຂອງຕົນ ຕໍ່ສະຫະຣັດເພື່ອເປັນການຕອບ ໂຕ້ ຕໍ່ການທົບທວນ ປະຈຳປີ ກ່ຽວກັບປະວັດ ການເຄົາຣົບນັບຖື ສິດທິມະນຸດ ຂອງປັກກິ່ງ ໂດຍວໍຊິງຕັນ. ສະພາທີ່ປຶກສາ ຣັຖບານຂອງ ຈີນ ໄດ້ອອກລາຍງານ ສະບັບນຶ່ງ ໃນວັນສຸກ ມື້ນີ້ ຖິ້ມໂທດໃສ່ ວິກິຕການ ໃຫ້ເງິນກູ້ຢືມຊື້ ເຣືອນ ແບບ SUBPRIME ຢູ່ໃນສະຫະຣັດ ໃນການກໍ່ໃຫ້ເກີດ ວິກິຕການ ເສຖກິດຕົກຕຳ ຢູ່ໃນທົ່ວໂລກ. ລາຍງານຂອງຈີນຍັງໄດ້ກ່າວ ຫາສະຫະຣັດວ່າ ຈຳກັດຮັດແຄບສິດທິປະ ຊາຊົນ ຂອງຕົນ ຢູ່ໃນຫລາຍໆດ້ານ ຮວມທັງ ຄວາມສເມີພາບ ໃນດ້ານເຊື້ອຊາດຜິວພັນ ຄວາມໝັ້ນຄົງ ໃນດ້ານສ່ວນໂຕ ຕລອດທັງ ຄວາມກ້າວໜ້າ ທາງດ້ານການເມືອງ ແລະດ້ານເສຖກິດ. ສ່ວນລາຍງານປະຈຳປີ ຂອງ ກະຊວງການຕ່າງປະເທດສະຫະຣັດ ທີ່ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ ໄດ້ກ່າວ ຫາຈີນວ່າ ລະເມີດສິດທິມະນຸດ ຈຳນວນນຶ່ງ. ລາຍງານເວົ້າວ່າ ປັກກິ່ງໄດ້ຮາວີຣົບກວນ ແລະຈັບກຸມ ພວກນັກເຄື່ອນໄຫວ ສິດທິມະນຸດ ເພີ້ມຂຶ້ນ ໃນປີກາຍນີ້ ແລະໄດ້ກ່າວຫາ ຣັຖບານຈີນຄອມມູນິສວ່າ ທຳການກົດຂີ່ຢ່າງໜັກ ໃນດ້ານວັທນະທັມ ແລະສາສນາຢູ່ໃນ ທິເບດ ແລະໃນ ແຂວງຊິນຈຽງ ຂອງຈີນ.

<!-- IMAGE -->

ໄທ: ພວກຄັດຄ້ານຣັຖບານໄທກຳລັງໂຮມຊຸມ ນຸມກັນ ຢູ່ທີ່ບາງກອກໃນການເລີ້ມການປະທ້ວງ ຄັ້ງໃຫຍ່ ເປັນເວລາຫຼາຍໆມື້ທີ່ແນໃສ່ເພື່ອບັງຄັບ ໃຫ້ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ຮຽກໃຫ້ມີການເລືອກຕັ້ງຄັ້ງໃໝ່. ພວກເສື້ອແດງ ທີ່ສນັບສນຸນແນວໂຮມເພື່ອປະຊາທິປະໄຕຕ້ານ ຜະເດັດການ ໄດ້ພາກັນໄປໂຮມຊຸມນຸມຢູ່ 5 ຈຸດ ທີ່ນະຄອນຫລວງຂອງໄທ. ພວກຈັດການໂຮມ ຊຸມນຸມຄາດວ່າ ຈະມີພວກສນັບສນຸນ ຈາກທົ່ວ ປະເທດ ຫລາຍຮ້ອຍພັນຄົນ ໄປຮ່ວມການໂຮມ ຊຸມນຸມ ທີ່ບາງກອກ ໃນວັນອາທິດ ຈະມານີ້. ຈະມີການສົ່ງ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຢ່າງນ້ອຍ 50 ພັນຄົນ ໄປຮັກສາການ ຢູ່ຕາມ ຈຸດຕ່າງໆ ໃນບາງກອກ ໃນລະຫວ່າງ ທີ່ມີການ ເດີນຂບວນປະທ້ວງ ທັງໆທີ່ກຸ່ມແນວໂຮມ ເພື່ອປະຊາທິປະໄຕ ຕ້ານຜະເດັດການ ໃຫ້ຄຳ ໝັ້ນສັນຍາວ່າ ຈະບໍ່ມີການກໍ່ ຄວາມຮຸນແຮງຂຶ້ນ. ຣັຖບານໄທໄດ້ອອກກົດໝາຍ ວ່າດ້ວຍ ຄວາມໝັ້ນຄົງພາຍໃນ ສະບັບນຶ່ງ ທີ່ອະນຸຍາດໃຫ້ ພວກທະຫານ ສາມາດປະກາດ ຫ້າມ ອອກນອກເຮືອນ ແລະຈຳກັດ ສຣະພາບ ໃນການເຄື່ອນຍ້າຍ ໄປມາໄດ້.

<!-- IMAGE -->

ໃຕ້ຫວັນ: ຣັຖມຸນຕຣີກະຊວງຍຸຕິທັມ ຂອງໃຕ້ ຫວັນ ໄດ້ລາອອກ ທ່າມກາງຄວາມກົດດັນ ຫຼັງ ຈາກທ່ານນາງ ໄດ້ປະກາດວ່າ ທ່ານນາງ ຈະບໍ່ ອະນຸມັດໃຫ້ມີການປະຫານຊີວິດພວກນັກໂທດ 44 ຄົນທີ່ພວມລໍຖ້າການປະຫານຢູ່ໃນໃຕ້ຫວັນ ນັ້ນ. ນາຍົກຣັຖມຸນຕຣີ ໃຕ້ຫວັນ ທ່ານ WU DEN YIH ກ່າວໃນຕອນແລງ ວັນພະຫັດ ວານນີ້ວ່າ ທ່ານໄດ້ຮັບເອົາ ການລາອອກ ຂອງຣັຖມຸນຕຣີ ກະຊວງຍຸຕິທັມ ທ່ານນາງ WANG CHIN FENG ແລ້ວ. ທ່ານນາງ WANG ຊຶ່ງເປັນອະດີດ ທະນາຍຄວາມ ປົກປ້ອງສິດທິມະນຸດ ໄດ້ລາອອກນຶ່ງມື້ຫລັງຈາກທ່ານນາງ ໄດ້ປະກາດວ່າ ທ່ານນາງ ຈະບໍ່ ອະນຸຍາດໃຫ້ ມີການປະຫານຊີວິດ ພວກນັກໂທດ ແລະຈະດຳເນີນງານ ໄປສູ່ການລຶບລ້າງ ບໍ່ໃຫ້ມີໂທດປະຫານຊີວິດ ຢູ່ໃນໃຕ້ຫວັນ. ທຳນຽບ ປະທານາທິບໍດີໃຕ້ຫວັນກ່າວໃນມື້ວານ ນີ້ວ່າ ພວກທີ່ພວມລໍຖ້າ ການປະຫານທັງໝົດ ຈະຕ້ອງໄດ້ຖືກ ປະຫານຊີວິດ ນອກຈາກ ວ່າ ຈະມີເຫດຜົນດີໆ ບໍ່ໃຫ້ປະຫານຊີວິດ ຂອງພວກເຂົາເຈົ້າ.

<!-- IMAGE -->

ອິສຣາແອລ - ປາແລສໄຕນ໌: ສະຫະຣັດ ກ່າວວ່າ ຕົນເຊື່ອວ່າ ການເຈຣະຈາສັນຕິພາບ ທາງອ້ອມລະຫວ່າງອິສຣາແອລ ກັບປາແລສ ໄຕນ໌ ຍັງຈະມີຂຶ້ນ ເຖິງແມ່ນຊາວອາຣັບໄດ້ມີ ຄວາມໂກດແຄ້ນ ຕໍ່ແຜນການ ຂຍາຍການຕັ້ງ ຖິ່ນຖານໃໝ່ ຂອງອິສຣາແອລ ໃນກຳຕາເວັນ ອອກຂອງນະຄອນ ເຈຣູຊາແລັມກໍຈິງ. ໂຄສົກ ກະຊວງການຕ່າງປະເທດສະຫະຣັດທ່ານ P.J. CROWLEY ກ່າວຕໍ່ພວກນັກຂ່າວ ໃນວັນພະ ຫັດວານນີ້ວ່າ ສະຫະຣັດຍັງບໍ່ທັນ ໄດ້ຮັບຂ່າວ ໃດໆທີ່ສະແດງໃຫ້ເຫັນວ່າ ຝ່າຍປາແລສໄຕນ໌ ໄດ້ຕັດສິນໃຈ ທີ່ຈະຖອນໂຕ ຈາກການເຈຣະຈາ ທາງອ້ອມດັ່ງກ່າວ. ທ່ານ CROWLEY ເວົ້າວ່າ ທ່ານ GEORGE MITCHELL ທູດພິເສດ ຮັບຜິດຊອບກ່ຽວກັບພາກຕາເວັນ ອອກກາງ ຂອງສະຫະຣັດ ຍັງມີແຜນການ ທີ່ຈະເດີນທາງ ໄປຍັງເຂດດັ່ງກ່າວ ໃນອາທິດ ຈະມາ ເພື່ອຈັດແຈງ ກ່ຽວກັບການ ເປີດເຈຣະຈາທາງອອ້ມ. ເຈົ້າໜ້າທີ່ ປາແລສໄຕນ໌ ກ່າວວ່າ ຕົນຈະບໍ່ເຂົ້າຮ່ວມການເຈຣະຈາ ນອກຈາກວ່າ ອິສຣາແອລ ຈະຢຸດເຊົາ ກິຈການ ໃນການຕັ້ງບ້ານໃໝ່.

<!-- IMAGE -->

ອິນເດັຽ - ຣັດເຊັຽ: ນາຍົກຣັຖມຸນຕຣີຣັດ ເຊັຽທ່ານ VLADIMIR PUTIN ໄດ້ພົບປະ ກັບນາຍົກຣັຖມຸນຕຣີອິນເດັຽທ່ານ MANMO HAN SINGH ທີ່ນະຄອນຫລວງ ນິວເດລີ ໃນວັນສຸກມື້ນີ້ເພື່ອຮ່ວມເປັນ ສັກຂີພະຍານ ໃນພິທີລົງນາມ ກ່ຽວກັບຂໍ້ຕົກລົງຕ່າງໆ ສິບ ກວ່າສະບັບ ນັບແຕ່ເຣື່ອງອາວຸດຕລອດເຖິງ ເທັກໂນໂລຈີນິວເຄລັຽດ້ານພົລເຮືອນ. ທ່ານ PUTIN ຫວັງວ່າ ຈະໄດ້ມ້ວນທ້າຍການຂາຍ ອາວຸດ ແລະເທັກໂນໂລຈີ ໃນມູນຄ່າ 10 ພັນລ້ານໂດລາ ໃຫ້ແກ່ປະເທດອິນເດັຽ. ເປັນທີ່ ຄາດກັນວ່າ ອິນເດັຽ ຈະຊື້ກຳປັ່ນ ບັນທຸກເຮືອບິນລຳນຶ່ງ ໃນສມັຍ ສະຫະພາບໂຊວຽດ ທີ່ ຣັດເຊັຽ ໄດ້ນຳມາປັບປຸງໃໝ່ ໃຫ້ທັນສມັຍ ສຳລັບກອງທັບເຮືອ ຂອງອິນເດັຽ. ໃນຂັ້ນຕົ້ນ ອິນເດັຽໄດ້ຕົກລົງ ທີ່ຈະຊື້ກຳປັ່ນບັນທຸກເຮືອບິນ ADMIRAL GORSHKOV ໃນປີ 2004 ໃນຣາຄາທີ່ຕຳກວ່າ 1 ພັນລ້ານໂດລາ ແຕ່ຄາດວ່າ ໃນເວລານີ້ ອິນເດັຽສເນີຊື້ໃນຣາຄາ 2 ພັນ 3 ຮ້ອຍລ້ານໂດລາ. ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ຄະນະຜູ້ແທນ ຂອງທ່ານ PUTIN ຍັງຈະໄດ້ລົງນາມ ໃນຂໍ້ຕົກລົງ ຂາຍເຮືອບິນມິກ 29K ຊຶ່ງເປັນ ເຮືອບິນຣົບອາຍ ພົ່ນ ສຳລັບກອງທັບເຮືອ 29 ລ ຳໃຫ້ແກ່ອິນເດັຽ ແລະຊ່ອຍອິນເດັຽ ສ້າງໂຮງໄຟຟ້ານິວ ເຄລັຽຫລາຍໆແຫ່ງ ອີກດ້ວຍ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG