ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ສະແດງຄວາມເສັຽໃຈ ກ່ຽວກັບເຣື່ອງເວລາ ໃນ ການປະກາດ ແຜນການສ້າງເຮືອນໃໝ່ ຂອງອິສຣາແອລ


ທ່ານເນຕັນຢາຮູ ສະແດງຄວາມເສັຽໃຈ ກ່ຽວກັບເຣື່ອງເວລາ ໃນ ການປະກາດ ແຜນການສ້າງເຮືອນໃໝ່ ຂອງອິສຣາແອລ
ທ່ານເນຕັນຢາຮູ ສະແດງຄວາມເສັຽໃຈ ກ່ຽວກັບເຣື່ອງເວລາ ໃນ ການປະກາດ ແຜນການສ້າງເຮືອນໃໝ່ ຂອງອິສຣາແອລ
<!-- IMAGE -->

ອິສຣາແອລ - ປາແລສໄຕນ໌: ນາຍົກຣັຖ ມຸນຕຣີອິສຣາແອລ ທ່ານ BENJAMIN NE TANYAHU ໄດ້ສະແດງຄວາມເສັຽໃຈ ຕໍ່ຮອງ ປະທານາທິບໍດີສະຫະຣັດທ່ານ JOE BIDEN ກ່ຽວກັບ ການໃຫ້ອະນຸມັດໂດຍກະຊວງນຶ່ງຂອງ ອິສຣາແອລ ຕໍ່ແຜນການປຸກເຮືອນ ໃນເຂດກຳ ຕາເວັນອອກ ຂອງນະຄອນເຈຣູຊາແລັມ ທີ່ຍັງ ເປັນບັນຫາຖົກຖຽງໂຕ້ແຍ້ງ ລະ​ວ່າງ​ອິສຣາ​ແອ​ລ ກັບ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ນັ້ນ. ທຳນຽບຂອງທ່ານ NETANYAHU ຖແລງວ່າ ທ່ານຮູ້ສຶກເສັຽໃຈ ກ່ຽວກັບວັນເວລາ ໃນການໃຫ້ອະນຸມັດ ຕໍ່ແຜນການປຸກເຮືອນໃໝ່ ໃນວັນອັງຄານຜ່ານມາ ຊຶ່ງມີຂຶ້ນ ໃນຂະນະທີ່ ທ່ານ BIDEN ພວມຢູ່ໃນລະຫວ່າງ ການຢ້ຽມຢາມ ອິສຣາແອລ ເພື່ອຊ່ອຍໃຫ້ມີການລິເລີ້ມການເຈຣະຈາສັນຕິພາບ ລະຫວ່າງອິສຣາແອລກັບປາແລສໄຕນ໌ ຄືນໃໝ່ ແລະວ່າ ທ່ານ NETANYAHU ໄດ້ກ່າວຕໍ່ທ່ານ BIDEN ວ່າ ບໍ່ເປັນຈັ່ງໂຊກ ກ່ຽວກັບເຣື່ອງເວລາ ​ໃນ​ການ​ປະກາດຂ່າວ​ນີ້. ໃນມື້ວານນີ້ ທ່ານ BIDEN ໄດ້ປະນາມ ແຜນການປຸກເຮືອນໃໝ່ ຂອງອິສຣາແອລ ໂດຍເວົ້າວ່າ ມັນໄດ້ທຳລາຍ ຄວາມໄວ້ເນື້ອ ເຊື່ອໃຈ ທີ່ຈຳເປັນ ສຳລັບການລິເລີ້ມ ການເຈຣະຈາ ສັນຕິພາບຄືນໃໝ່ ທີ່ໄດ້ມີການໂຈະ​ ມາເປັນເວລາ 14 ເດືອນແລ້ວນັ້ນ.

<!-- IMAGE -->

ປາກິສຖານ - ອັຟການິສຖານ: ປະທານາທິ ບໍດີ ອັຟການິສຖານ ທ່ານ HAMID KARZAI ໄດ້ສະແດງຄວາມຊົມເຊີຍ ຕໍ່ການສເນີ ຂອງປາ ກິສຖານ ທີ່ຈະຊ່ອຍຣັຖບານອັຟການິສຖານບັນ ລຸການສ້າງຄວາມປອງດອງຊາດ ກັບພວກຫົວ ຮຸນແຮງ ທາລີບານ. ໃນການຖແລງ ລະຫວ່າງ ການເດີນທາງໄປຢ້ຽມຢາມ ນະຄອນຫລວງອິສ ລາມາບັດ ໃນວັນພະຫັດມື້ນີ້ ທ່ານ KARZAI ກ່າວວ່າ ປາກິສຖານ ມີບົດບາດສຳຄັນ ທີ່ຈະ ຫລິ້ນ ໃນຂັ້ນຕອນ ການສ້າງຄວາມປອງດອງ ຊາດ ໃນອັຟການິສຖານ. ທ່ານໃຫ້ທັສນະດັ່ງ ກ່າວ ໃນລະຫວ່າງ ການຖແລງຂ່າວຮ່ວມ ກັບນາຍົກ ຣັຖມຸນຕຣີປາກິສຖານ ທ່ານ YOU SUF RAZA GILANI. ທ່ານ KARZAI ມີແຜນການ ທີ່ຈະເປີດກອງປະຊຸມສ້າງຄວາມ ປອງດອງຊາດ ກັບກຸ່ມທາລີບານ ໃນເດືອນເມສາ ຈະມານີ້. ສ່ວນທ່ານ GILANI ເວົ້າວ່າ ປາກິສຖານ ຈະຊ່ອຍ ຊາວອັຟການິສຖານ ໃນການສ້າງ ສະເຖັຽຣະພາບ ໃຫ້ແກ່ປະເທດ ຂອງພວກເຂົາເຈົ້າ ໃນທຸກຊ່ອງທາງ ເທົ່າທີ່ເປັນໄປໄດ້.

<!-- IMAGE -->

ມຽນມາ: ກົດໝາຍເລືອກຕັ້ງໃໝ່ ຂອງມຽນມາໄດ້ ປະກາດ ໃຫ້ເປັນໂມຄະ ຜົນການເລືອກຕັ້ງ ໃນປີ 1990 ຊຶ່ງໄດ້ຊະນະ ໂດຍພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງອອງຊານຊູຈີທີ່ ເປັນພັກຝ່າຍຄ້ານໃນມຽນມານັ້ນ. ໜັງສືພິມ ທີ່ໄດ້ ຮັບອະນຸຍາດຈາກທາງການມຽນມາໄດ້ພິມເຜີຍແຜ່ ກົດໝາຍໃໝ່ອີກ​ ໃນວັນພະຫັດມື້ນີ້ຊຶ່ງ​ເປັນຊຸດ​ສຸດ​ ທ້າຍ​ ຂອງກົດໝາຍ​ເລືອກ​ຕັ້ງ ທີ່ອຳນາດປົກຄອງ ທະຫານມຽນມາ ໄດ້ໃຫ້ການອະນຸມັດ ແລ້ວນັ້ນ. ກົດໝາຍຊຸດໃໝ່ນີ້ ເວົ້າວ່າ ຜົນການເລືອກຕັ້ງ ໃນປີ 1990 ບໍ່ໄດ້ມີຜົນສັກສິດ ຖືກຕ້ອງຕາມກົດໝາຍອີກ​ແລ້ວ ຍ້ອນວ່າ ການປ່ອນບັດ​ໃນ​ຄັ້ງນັ້ນ ໄດ້ມີຂຶ້ນ ພາຍໃຕ້ກົດໝາຍທີ່ບໍ່ໄດ້ມີຜົນບັງຄັບ ຫລືຖືກຍົກເລີກ ໄປແລ້ວ. ການປະກາດໃຫ້ ຜົນການເລືອກຕັ້ງດັ່ງກ່າວ ເປັນໂມຄະ ແມ່ນເປັນຄວາມເສັຽຫາຍລ່າສຸດທີ່ພັກ ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງອອງຊານຊູຈີ ໄດ້ຮັບ ພາຍໃຕ້ກົດໝາຍ ເລືອກຕັ້ງສະບັບໃໝ່. ກົດໝາຍ ທີ່ພິມເຜີຍແຜ່ ໃນວັນພຸດວານນີ້ ໄດ້ສັ່ງໃຫ້ ພັກການເມືອງຕ່າງໆ ຂັບໄລ່ບັນດາສະມາຊິກຂອງຕົນ ທີ່ເຄີຍຖືກຕັດສິນໂທດວ່າ ມີຄວາມຜິດນັ້ນ ອອກຈາກພັກ.

<!-- IMAGE -->

ຈີນ: ຣັຖບານຈີນກ່າວວ່າ ອັດຕຣາເງິນເຟີ້ ໄດ້ ຖີບຂຶ້ນ ໃນເດືອນກຸມພາຜ່ານມາເປັນເດືອນທີ 4 ລຽນຕິດ. ຜແນກສະຖິຕິ ແຫ່ງຊາດຂອງຈີນກ່າວ ວ່າ ຣາຄາສິນຄ້າ ໄດ້ເພີ້ມຂຶ້ນ 2.7 ເປີເຊັນ ໃນ ເດືອນແລ້ວ ທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ຜແນກສະຖິຕິຂອງຈີນ ໃຫ້ເຫດຜົນວ່າ ການເພີ້ມ ຂຶ້ນ ຂອງຣາຄາສິນຄ້າຢູ່ໃນປະເທດຈີນນັ້ນແມ່ນ ເປັນຍ້ອນ ສະພາບດິນຟ້າອາກາດບໍ່​ດີ ທີ່ພາໃຫ້ ຣາຄາອາຫານແພງຂຶ້ນ. ພວກນັກຊ່ຽວຊານ ດ້ານເສຖກິດ ກ່າວວ່າ ການຖີີບໂຕຂຶ້ນ ຂອງຣາຄາສິນຄ້າຢູ່ຈີນ ອາດພາໃຫ້ ພວກຜູ້ນຳ ຂອງພັກຄອມມູນິສ ອອກຣະບຽບ ການ ຄວບຄຸມ ​ປະລິມານ​ເງິນ​ໝຸນ​ວຽນ​ ຢູ່ໃນເສດຖະກິດ ຢ່າງເຄັ່ງຄັດ. ບັນດາທະນາຄານ​ໃນຈີນ ໄດ້ເລີ້ມໂຄງການ ໃຫ້ເງິນກູ້ຢືມ ເປັນຈຳນວນມະຫາສານ ໃນປີກາຍນີ້ ຊຶ່ງ​ການ​ປ່ອຍ​ເງິນ​ອອກ​ດັ່ງກ່າວ ບວກ​ກັບໂຄງການ ກະຕຸກຊຸກຍູ້ເສຖກິດ ໃນມູນຄ່າ 586 ພັນລ້ານໂດລາ ຂອງຣັຖບານ​ ໄດ້ຊ່ອຍໃຫ້ເສຖກິດ ທີ່ພວມດີ້ນຮົນຂອງຈີນ ຂຍາຍ​ໂຕ​ອອກ ​ຂະນະທີ່ເສຖກິດໂລກ ມີການຊັກຊ້ານັ້ນ.

<!-- IMAGE -->

ກຣີສ: ຕຳຣວດແລະພວກປະທ້ວງໄດ້ປະທະ ກັນ ທີ່ນະຄອນຫຼວງເອເທັນໃນລະຫວ່າງການ ປະທ້ວງຕໍ່ຕ້ານການດຳເນີນຄວາມພະຍາຍາມ ຂອງຣັຖບານ ທີ່ຈະຫລຸດ ການຂາດດຸນງົບປະ ມານໃຫຕຳລົງນັ້ນ. ສ່ວນນຶ່ງຂອງພວກປະທ້ວງ ຈຳນວນຫຼາຍໆພັນຄົນ ທີ່ນະຄອນຫຼວງເອເທັນ ໃນວັນພະຫັດມື້ນີ້ ໄດ້ພາກັນແກວ່ງສິ່ງຂອງໃສ່ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຊຶ່ງພາໃຫ້ພວກ ເຈົ້າໜ້າທີ່ຕອບໂຕ້ ດ້ວຍການຍິງ ຣະເບີດນຳຕາເຂົ້າໃສ່. ມີພວກຄົນງານ ຢ່າງນ້ອຍ 1 ລ້ານຄົນ ໃນທົ່ວປະເທດ ກຳລັງພາກັນ ນັດຢຸດງານເປັນເວລານຶ່ງມື້ ໂດຍພາໃຫ້ມີ ການຢຸດຊະງັກລົງ ໃນການໃຫ້ບໍຣິການ ຂອງຣັຖບານ ການບິນໄປມາຂອງຖ້ຽວບິນ ຕລອດທັງ ມີການປິດສະຖານທີ່ຕ່າງໆ ເຊັ່ນໂຮງຮຽນ ແລະໂຮງໝໍ ເປັນຕົ້ນ. ຣະບົບການຂົນສົ່ງ ສາທາຣະນະ ກໍຢຸດເຊົາ ການບໍຣິການເຊັ່ນກັນ. ສອງສະຫະພັນ ກັມມະບານ ທີ່ໃຫຍ່ສຸດ ໃນກຣີສກ່າວວ່າ ມາຕການປະຢັດ ຂອງຣັຖບານ ຈະສ້າງຄວາມເຈັບປວດທໍຣະມານ ແກ່ພວກທີ່ທຸກຍາກ ແລະເຮັດໃຫ້ບັນຫາເສຖກິດ ຂອງກຣີສ ຮ້າຍ​ແຮງຂຶ້ນຕື່ມ.

<!-- IMAGE -->

ຊີເລ່: ມະຫາເສດຖີ ພັນລ້ານ SEBASTIAN PINERA ເຂົ້າຮັບຕຳແໜ່ງ ເປັນປະທານາທິ ບໍດີຊີເລ່ໃນວັນພະຫັດມື້ນີ້ ຊຶ່ງທ່ານຈະປະເຊີນ ກັບພາລະກິດໃນການບູຣະນະສ້າງສາປະເທດ ຊາດຄືນໃໝ່ ຫລັງຈາກໄດ້ເກີດ ແຜ່ນດິນໄຫວ ຮ້າຍແຮງ ໃນເດືອນແລ້ວ. ທ່ານ PINERA ຮັບໜ້າທີ່ຕໍ່ຈາກປະທານາທິບໍດີ ແມ່ຍິງຄົນທຳ ອິດ ຂອງຊີເລ່ ທ່ານນາງ MICHELLE BACHELET ຈາກພັກສັງຄົມນິຍົມ ທີ່ກົດໝາຍ ຫ້າມ ບໍ່ໃຫ້ເຂົ້າຮັບຕຳແໜ່ງເປັນສມັຍທີ 2 ລຽນຕິດ. ເປັນທີ່ຄາດກັນວ່າ ທ່ານ PINERA ນັກເສຖສາດ ທີ່ຮຽນຈົບຈາກມະຫາວິທຍາລັຍ HAVARD ຈະນຳພາເສຖກິດ ໄປສູ່ນະໂຍ ບາຍ ຕລາດເສຣີຫລາຍຂຶ້ນ. ທ່ານນາງ BACHELET ໄດ້ກ້າວລົງຈາກຕຳແໜ່ງ ໂດຍໄດ້ ຮັບຄະແນນນິຍົມສູງ ທັງໆທີ່ໄດ້ມີ ການຕຳໜິຕິຕຽນ ກ່ຽວກັບການຮັບມື ໃນຂັ້ນຕົ້ນໆ ຂອງຣັຖບານ ຕໍ່ພັຍແຜ່ນດິນໄຫວ ແຮງຂນາດ 8.8 ເມື່ອວັນທີ 27 ກຸມພາ ຜ່ານມາ. ໃນມື້ວານນີ້ ຫົວໜ້າຄຸ້ມຄອງ ຮັບມືກັບເຫດການສຸກເສີນ ຂອງຊີເລ່ ໄດ້ລາອອກ ຍ້ອນ​ການທີ່ ທາງ​ການຊີເລ່ ບໍ່ໄດ້ອອກຄຳເຕືອນ ຢ່າງຈະແຈ້ງ ​ໃຫ້​ປະຊາຊົນ​ ລະວັງ​ໂຕ ກ່ຽວກັບຟອງຍັກ ສຶນາມິ ທີ່ຕິດຕາມມາ ຫລັງຈາກ ເກີດແຜ່ນດິນໄຫວນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG