ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໜຸ່ມລາວນັບມື້ຕິດຢາເສບຕິດ ແລະ ກ່ຽວຂ້ອງກັບການກໍ່ອາດ ສະຍາກຳຫລາຍຂຶ້ນ


ຜູ້ຕາງໜ້າຂອງສະຫະປະຊາຊາດໃນລາວລະບຸວ່າ ຄົນ ຕິດຢາໃນລາວໃຊ້ຈ່າຍ​ເງິນໃນການຊື້ຢາເສບຕິດ ຫຼາຍກວ່າ 380 ​ລ້ານ ໂດ​ລາ. ສ່ວນທາງການລາວ ກໍ່ຍອມຮັບວ່າ ເຍົາວະຊົນລາວມີສ່ວນກ່ຽວຂ້ອງກັບ ການຄ້າຢາເສບຕິດ ແລະ ກໍ່ອາດສະຍາກຳຫຼາຍຂຶ້ນ.

ທ່ານ Leik Boonwat, ຜູ້ຕາງໜ້າຂອງສຳນັກງານ ຄວບຄຸມຢາເສບຕິດ ແລະ ອາດສະຍາກຳແຫ່ງສະ ຫະປະຊາຊາດ (UNODC) ປະຈໍາປະເທດລາວໄດ້ ໃຫ້ການຢືນຢັນວ່າ ລາວຍັງຄົງເປັນປະເທດໜຶ່ງໃນ ໂລກທີ່ຈະຕ້ອງປະເຊີນກັບບັນຫາຢາເສບຕິດຕໍ່ໄປ ແລະ ມີແນວໂນ້ມທີ່ຈະເພີ້ມລະດັບຄວາມຮຸນແຮງ ຫຼາຍຂຶ້ນນັບມື້ອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າ ໃນປັດຈຸບັນລາວມີສະຖານະເປັນທັງເຂດຜະຫລິດ ເຂດທາງຜ່ານ ແລະ ເຂດ ຮອງຮັບຢາເສບຕິດໃນເວລາດຽວກັນອີກດ້ວຍ. ຊຶ່ງກໍຄືໃນຂະນະທີ່ຍັງຄົງມີການລັກລອບປູກຝີ່ນຢູ່ ໃນລາວຄິດເປັນເນື້ອທີ່ກ້ວາງກວ່າ 1.500 ha ໃນເຂດແຂວງພາກເໜືອ. ແລະ ເຖິງແມ່ນວ່າ ລັດ ຖະບານລາວຈະໄດ້ປະກາດໃຫ້ລາວ ເປັນປະເທດທີ່ປອດຈາກການປູກຝີ່ນຢ່າງສີ້ນເຊີງ ນັບຕັ້ງ ແຕ່ປີ 2006 ເປັນຕົ້ນມາ ແລ້ວກໍ່ຕາມ ຫາກແຕ່ວ່າ ຍ້ອນມີການລັກລອບປູກຝີ່ນດັ່ງກ່າວກໍ່ເຮັດໃຫ້ລາວ ຍັງຄົງມີຄົນເສບແລະຕິດຢາຝີ່ນຢູ່ເລື້ອຍມາ.

ສ່ວນການທີ່ລາວໄດ້ຕົກໄປເປັນເຂດທາງຜ່ານຂອງ ການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມ ທອງຄຳໄປຍັງຕ່າງ ປະເທດທີ່ເພີ້ມຫຼາຍຂຶ້ນນັບມື້ ອີກດ້ວຍນັ້ນກໍ່ເປັນເຫດເຮັດໃຫ້ລາວຕ້ອງຕົກໄປ ເປັນເຂດຮອງຮັບຢາເສບຕິດເຫຼົ່ານັ້ນອີກດ້ວຍເຊັ່ນ ກັນ. ໂດຍສະເພາະ ແມ່ນຢາບ້ານັ້ນ ນັບເປັນຢາ ເສບຕິດທີ່ມີເຍົາວະຊົນລາວ ຊົມໃຊ້ເພີ້ມຫຼາຍຂຶ້ນ ຢ່າງຕໍ່ເນື່ອງ.

ທ່ານ Leik Boonwat ໄດ້ປະມານການວ່າໃນ ປັດຈຸບັນນີ້ມີເຍົາວະຊົນລາວຫຼາຍກວ່າ 4 ໝື່ນ ຄົນທີ່ ຊົມໃຊ້ຢາບ້າ ແລະ ໃນຂະນະດຽວກັນກໍ່ມີຊົນເຜົ່າ ລາວສູງຈຳນວນຫຼາຍກວ່າ 12.000 ຄົນ ທີ່ຕິດ ຢາຝີ່ນ ຊຶ່ງກໍ່ເຮັດໃຫ້ບັນດາຄົນຕິດຢາເຫຼົ່ານີ້ ຕ້ອງໃຊ້ຈ່າຍເງິນ ໄປຫຼາຍກວ່າ 380 ລ້ານໂດລາ ໃນ ປີ 2009 ທີ່ຜ່ານມາ. ກັບທັງຍັງມີແນວໂນ້ມ ທີ່ຈະເພີ້ມຫຼາຍຂຶ້ນ ນັບມື້ອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານແລະສະຫວັດດີການສັງຄົມລາວກໍ່ໄດ້ໃຫ້ການຍອມຮັບ ວ່າເຍົາວະຊົນລາວບໍ່ພຽງແຕ່ຈະຕົກເປັນທາງຜ່ານຂອງຢາເສບຕິດຫຼາຍຂຶ້ນເທົ່ານັ້ນ ຫາກແຕ່ການ ຕົກເປັນທາດຂອງຢາເສບຕິດ ດັ່ງກ່າວກໍ່ຍັງນັບເປັນສາເຫດທີ່ສຳຄັນ ທີ່ເຮັດໃຫ້ເຍົາວະຊົນລາວຕ້ອງ ເຂົ້າໄປມີສ່ວນໃນການກໍ່ອາດສະຍາກຳຫຼາຍຂຶ້ນ ໂດຍສະເພາະແມ່ນເຍົາວະຊົນລາວ ທີ່ມີອາ ຍຸຕໍ່າ ກວ່າ 18 ປີ.

ແຕ່ຢ່າງໃດກໍ່ຕາມ ທາງການລາວກໍຍອມຮັບວ່າ ສາເຫດ ທີ່ສຳຄັນປະການໜຶ່ງ ທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກ ໄປເປັນທາດຂອງຢາເສບຕິດ ແລະ ກໍ່ເຂົ້າໄປມີສ່ວນ ກ່ຽວຂ້ອງກັບອາດສະຍາກຳອີກດ້ວຍນັ້ນກໍ່ຍ້ອນວ່າຂາດ ໂອກາດທາງດ້ານການສຶກສາ ແລະການຫວ່າງງານ ທີ່ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້ໂດຍໃນໄລຍະຂອງການສຶກສາປະຈຳປີ 2008- 2009 ທີ່ຜ່ານມາປະກົດວ່າມີເຍົາວະຊົນລາວ 12.000 ກວ່າ ຄົນທີ່ຈົົບການສຶກສາລະດັບປະລິນຍາຕີ ແລະ ວິ ຊາຊີບຊັ້ນສູງ ຫາກແຕ່ບັນຫາກໍ່ຄືບັນດາບໍລິສັດເອກກະ ຊົນລາວ ແລະ ຕ່າງຊາດໃນລາວ ກັບບໍ່ ຕ້ອງການທີ່ຈະຈ້າງງານເຍົາວະຊົນລາວເຫຼົ່ານີ້ເລີຍ ດ້ວຍ ເຫດຜົນທີ່ວ່າມີຄຸມສົມບັດ ບໍ່ຄົບຖ້ວນ ແລະ ບໍ່ມີປະສົບການທີ່ຈະຮັບຜິດຊອບໃນຕຳແໜ່ງງານໄດ້ ເລີຍ ແລະ ສະພາບການດັ່ງກ່າວ ກໍ່ ຍັງເຮັດໃຫ້ອັດຕາການຫວ່າງງານຂອງເຍົາວະຊົນລາວສູງເຖິງ 2.4% ອີກດ້ວຍ.

XS
SM
MD
LG