ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີອິນໂດເນເຊັຽ ກ່າວວ່າ ຜູ້ຕ້ອງສົງສັຍ ໃນການ ວາງຣະເບີດໂຈມຕີ ເກາະບາຫລີ ຖືກຂ້າຕາຍແລ້ວ


ອິນໂດເນເຊັຽ: ປະທານາທິບໍດີ ອິນໂດເນເຊັຽ ທ່ານ SUSILO BAMBANG YUDHOYO NO ໃຫ້ການຢືນຢັນວ່າ ຜູ້ນຳຄົນສຳຄັນຂອງກຸ່ມ ຫົວຮຸນແຮງ ທີ່ທາງການຕ້ອງການໂຕ ໃນການ ວາງຣະເບີດໂຈມຕີ ທີ່ເກາະບາຫລີ ໃນປີ 2002 ນັ້ນ ໄດ້ຖືກຂ້າຕາຍແລ້ວໃນການບຸກເຂົ້າໄປກວດ ຄົ້ນຂອງເຈົ້າໜ້າທີ່ ທີ່ເກາະ JAVA ​ ໃນວັນອັງ ຄານມື້ວານນີ້. ທ່ານ YUDHOYONO ໄດ້ປະ ກາດກ່ຽວກັບເຣື່ອງດັ່ງກ່າວ ໃນຄຳປາສັຍ ທີ່ນະ ຄອນຫລວງ CANBERRA ຂອງອອສເຕຣເລັຽ ໃນວັນພຸດມື້ນີ້. ເປັນທີ່ເຊື່ອກັນວ່າ ນາຍ DUL- MATIN ຊຶ່ງເປັນເຈົ້າໜ້າທີ່ອະວຸໂສ ຂອງກຸ່ມກໍ່ ການຮ້າຍ JEMAAH ISLAMIYAH ເປັນຜູ້ ວາງແຜນ ໃນການວາງຣະເບີດໂຈມຕີ ທີ່ເກາະບາຫລີ ບ່ອນຕາກອາກາດຂອງອິນໂດເນເຊັຽ ໃນປີ 2002 ທີ່ເຮັດໃຫ້ມີຜູ້ເສັຽຊີວິດ 202 ຄົນ ຫລາຍໆຄົນໃນນັ້ນ ແມ່ນເປັນພວກນັກທ່ອງ ທ່ຽວຊາວອອສເຕຣເລັຽ. ນາຍ DULMATIN ແມ່ນນຶ່ງໃນ 3 ຄົນ ທີ່ຖືກຂ້າຕາຍໃນການບຸກ ເຂົ້າໄປກວດຄົ້ນຫລາຍໆຄັ້ງ ທີ່ເມືອງ PANULANG ທີ່ຕັ້ງຢູ່ທາງທິດໃຕ້ ຂອງນະຄອນຫຼວງ ຈາກາຕ້າ.

ມຽນມາ: ພັກສັນນິບາດແຫ່ງຊາດເພື່ອປະຊາ ທິປະໄຕ ຊຶ່ງເປັນ ພັກຝ່າຍຄ້ານ ຂອງມຽນມາ ອາດຖືກບັງຄັບ ໃຫ້ຕ້ອງໄດ້ຂັບໄລ່ ທ່ານນາງ ອອງຊານຊູຈີ ຜູ້ນຳຂອງພັກ ທີ່ຖືກກັກບໍຣິເວນ ຢູ່ໃນເວລານີ້ ອອກຈາກພັກ ຍ້ອນກົດໝາຍ ເລືອກຕັ້ງໃໝ່ ທີ່ຫາກໍນຳອອກເຜີຍແຜ່ ໂດຍ ອຳນາດ ການປົກຄອງທະຫານ ໃນປະເທດ ດັ່ງກ່າວ. ຮ່າງກົດໝາຍວ່າດ້ວຍການຈົດທະ ບຽນພັກການເມືອງໃໝ່ ທີ່ພິມເຜີຍແຜ່ໃນວັນ ອັງຄານວານນີ້ ທາງໜັງສືພິມຂອງທາງການ ມຽນມານັ້ນ ກ່າວວ່າ ຜູ້ໃດກໍຕາມ ທີ່ເຄີຍຖືກ ຕັດສິນວ່າ ໄດ້ກະທຳ ຄວາມຜິດມາກ່ອນ ຈະບໍ່ສາມາດ ເປັນສະມາຊິກ ຂອງພັກການເມືອງ​ໃດໄດ້. ທ່ານນາງອອງຊານຊູຈີ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນເດືອນສິງຫາປີກາຍ ຍ້ອນໄດ້ການລະເມີດ ເງື່ອນໄຂການກັກບໍຣິເວນ ທ່ານນາງ ເວລາທ່ານນາງ ໃຫ້ບ່ອນພັກເຊົາ ແກ່ຜູ້ຊາຍຊາວອະເມຣິກັນຄົນນຶ່ງ ທີ່ລອຍນຳ ໄປຫາເຮືອນທ່ານນາງ ແບບບໍ່ໄດ້ມີການເຊື້ອເຊີນ. ທ່ານນາງໄດ້ຖືກຕັດສິນໂທດ ໃຫ້ຈຳຄຸກອອກແຮງງານໜັກ ເປັນເວລາ 3 ປີ ແຕ່ໂທດຂອງທ່ານນາງ ໄດ້ຖືກຜ່ອນຜັນ ໃຫ້ເປັນກັກບໍຣິເວນ ຕື່ມອີກ 1 ປີເຄິ່ງ ໂດຍຜູ້ນ ຳອຳນາດການປົກຄອງ ທະຫານມຽນມາ ນາຍພົນອະວຸໂສ THAN SHWE.

ທິເບດ: ອົງດາໄລລາມະ ຊົງກ່າວວ່າ ການກະ ທຳຂອງຈີນ ໃນທິເບດແມ່ນຕັ້ງໃຈທີ່ຈະທຳລາຍ ລ້າງພຸທສາສນາໂດຍເຈຕະນາ. ຜູ້ນຳທາງດ້ານ ຈິດໃຈທີ່ລີ້ພັຍຢູ່ໃນຕ່າງປະເທດຂອງຊາວທິເບດ ໄດ້ຊົງກ່າວຫາຈີນໃນການກ່າວຄຳປາສັຍທີ່ເມືອງ DHARMSALA ປະເທດອິນເດັຽ ບ່ອນຕັ້ງຣັຖ ບານພັດຖິ່ນ ຂອງອົງດາໄລລາມະ ເພື່ອເປັນຂີດ ໝາຍໂອກາດວັນຄົບຮອບ 51 ປີ ​ໃນການລຸກ ຮືຂຶ້ນ ທີ່ບໍ່ສຳເຣັດຜົນ ຂອງຊາວທິເບດ ​ເພື່ອຕໍ່ ຕ້ານ ການປົກຄອງຂອງຈີນນັ້ນ. ອົງດາໄລລາມະ ຊົງກ່າວວ່າ ປັກກິ່ງກຳລັງ ທຳການປຸກຣະດົມ ທາງດ້ານການເມືອງ ຫລາຍໆຢ່າງ ຢູຸ່ໃນທິເບດ ແລະບັງຄັບໃຫ້ ພວກພຣະສົງ ແລະນາງຊີ ຂອງພຸທສາສນາ ຕົກ​ຢູ່​ໃນສະພາບ ການເປັນຢູ່ ຄືກັນກັບຢູ່ໃນຄຸກ. ນອກນັ້ນ ຜູ້ນຳທາງດ້ານຈິດໃຈ ຂອງຊາວທິເບດ ຍັງໄດ້ຊົງສະແດງ ຄວາມບໍ່ພໍພຣະທັຍກັບຈີນ ທີ່​ບໍ່​ເອົາ​ຫົວຊາ​ ຕໍ່ຄວາມພະຍາຍາມ ຂອງພຣະອົງ ທີ່ຈະເຈຣະຈາ ເພື່ອໃຫ້ຊາວທິເບດ ມີສິດໃນການປົກຄອງຕົນເອງ ຫລາຍຂຶ້ນນັ້ນ. ປັກກິ່ງຖືວ່າ ອົງດາໄລ ລາມະ ເປັນຜູ້ແບ່ງແຍກດິນແດນ ທີ່ຢາກໃຫ້ທິເບດ ເປັນເອກກະຣາດຈາກຈີນ.

ປາກິສຖານ: ຕຳຣວດປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ໂຈມຕີ ຫ້ອງການຂອງ ກຸ່ມໃຫ້ຄວາມຊ່ອຍເຫລືອຄຣິສຕຽນ ຊຶ່ງມີສຳ ນັກງານໃຫຍ່ ຢູ່ສະຫະຣັດ ທີ່ແຂວງພາກຕາ ເວັນຕົກສຽງເໜືອ ຂອງປາກິສຖານ ເຮັດໃຫ້ ມີຜູ້ເສັຽຊີວິດ 5 ຄົນ. ຕຳຣວດເວົ້າວ່າ ພວກ ໂຈມຕີໄດ້ແກວ່ງຣະເບີດມື 3 ລູກແລະຍິງປືນ ສາດເຂົ້າໃສ່ຫ້ອງການຂອງອົງການ WORLD VISION ໃນເຂດເມືອງ MANSEHRA ໃນ ວັນພຸດມື້ນີ້. ອົງການ WORLD VISION ກ່າວວ່າ ພວກທີ່ເສັຽຊີວິດແມ່ນເປັນພະນັກງານ ຊາວປາກິສຖານ. ຕຳຣວດເວົ້າວ່າ 2 ຄົນຂອງ ພວກທີ່ເສັຽຊີວິດ ແມ່ນເປັນແມ່ຍິງ. ເຈົ້າໜ້າທີ່ກ່າວວ່າ ຕຳຣວດໄດ້ຍິງຕອບໂຕ້ ກັບພວກໂຈມຕີ ຊຶ່ງໃນເວລາຕໍ່ມາ ໄດ້ພາກັນຫລົບໜີໄປ. ເມືອງ MANSEHRA ແມ່ນສູນກາງ ດຳເນີນຄວາມພະຍາຍາມ ບັນເທົາທຸກ ຂອງນາໆຊາດ ​ໃຫ້​ແກ່ພວກທີ່ລອດຊີວິດມາໄດ້ ຈາກແຜ່ນດິນໄຫວ ໃນປາກິສຖານ ເມື່ອເດືອນຕຸລາ ປີ 2005 ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ 75 ພັນຄົນນັ້ນ.

ອັຟການິສຖານ - ອີຣ່ານ: ປະທານາທິບໍ ດີອີຣ່ານທ່ານ MAHMOUD AHMADINE JAD ກຳລັງຢ້ຽມຢາມ ອັຟການິສຖານ ເພື່ອ ເຈຣະຈາຫາຣື ກັບພວກຜູ້ນຳອັຟການິສຖານ ກ່ຽວກັບຄວາມສັມພັນລະຫວ່າງປະເທດເພື່ອນ ບ້ານທັງສອງ. ທ່ານ AHMADINEJAD ໄດ້ ເດີນທາງ ໄປເຖິງນະຄອນຫລວງກາບູລໃນວັນ ພຸດມື້ນີ້ ບໍ່ດົນຫລັງຈາກ ຣັຖມຸນຕຣີກະຊວງ ປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ສິ້ນສຸດ ການຢ້ຽມຢາມ ປະເທດດັ່ງກ່າວ. ຕໍ່ມາ ປະທານາທິບໍດີອີຣ່ານ ໄດ້ພົບປະ ກັບປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI. ລາຍລະອຽດ ກ່ຽວກັບການພົບປະ ຍັງບໍ່ທັນມີ ການເປີດເຜີຍ ໃຫ້ຊາບເທື່ອ. ທ່ານ GATES ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບການເດີນທາງ ໄປຢ້ຽມຢາມ ຂອງຜູ້ນຳອີຣ່ານ ໃນລະຫວ່າງທີ່ທ່ານ ກຳລັງຢ້ຽມຢາມ ສູນກາງຝຶກທະຫານ ອັຟການິສຖານ ຢູ່ນອກນະຄອນຫລວງກາບູລ. ທ່ານກ່າວວ່າ ວໍຊິງຕັນ ຢາກໃຫ້ອັຟການິສຖານ ມີຄວາມສັມພັນທີ່ດີ ກັບທຸກປະເທດເພື່ອນບ້ານ ແຕ່ຕ້ອງການຢາກໃຫ້ ປະເທດເພື່ອນບ້ານ ດຳເນີນການ ແບບຍຸຕິທັມ ກັບອັຟການິສຖານ.

ອິສຣາແອລ - ປາແລສໄຕນ໌: ທ່ານ BAN KI MOON ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ໄດ້ສົມທົບກັບ ຮອງປະທາ ນາທິບໍດີສະຫະຣັດ ທ່ານ JOE BIDEN ໃນ ການປະນາມ ຕໍ່ແຜນການຂອງອິສຣາແອລ ທີ່ ຈະກໍ່ສ້າງເຮືອນໃໝ່ ຢູ່ໃນກຳຕາເວັນອອກຂອງ ນະຄອນເຈຣູຊາແລັມທີ່ຍັງເປັນບັນຫາ ຖົກຖຽງ ໂຕ້ແຍ້ງກັນ​ນັ້ນ. ແຜນການ ຊຶ່ງໄດ້ຮັບການອະ ນຸມັດ ຈາກກະຊວງພາຍໃນ ຂອງອິສຣາແອລ ໃນມື້ວານນີ້ ມີກຳນົດຈະສ້າງ​ເຮືອນໃໝ່​ແບບຫໍ ພັກ 1 ພັນ 600 ຫ້ອງ ຢູ່ທີ່ ຄຸ້ມ RAMAT SCHLOMO ຊຶ່ງເປັນຄຸ້ມ ປະຊາຄົມຊາວຢິວ ນິຍົມແນວທາງດັ້ງເດີມ ທີ່ສ້າງໃສ່ດິນ ທີ່ຊາວ ປາແລສໄຕນ໌ ຕ້ອງການຈະຕັ້ງເປັນ ເມືອງ ຫລວງຂອງຕົນ ໃນອະນາຄົດ. ສຳນັກງານ ຂອງທ່ານ BAN ໄດ້ອອກຖແລງການ ສະບັບ ນຶ່ງຢຳວ່າ ການຕັ້ງຖິ່ນຖານ ເປັນເຣື່ອງທີ່ຜິດກົດໝາຍ ພາຍໃຕ້ກົດໝາຍ ລະຫວ່າງປະເທດ ຕລອດທັງເປັນ ເຣື່ອງທີ່ຂັດແຍ້ງ ຕໍ່ພັນທະ ຂອງອິສຣາແອລ ພາຍໃຕ້ແຜນທີ່ ສັນຕິພາບ ສະບັບປີ 2003. ຖແລງການ ເວົ້າຕື່ມວ່າ ການປະກາດທີ່ວ່ານີ້ ແມ່ນເປັນການ ບ່ອນທຳ ລາຍຕໍ່ການດຳເນີນ ຄວາມພະຍາຍາມ ທີ່ຈະຮື້ຟື້ນ ການເຈຣະຈາ ສັນຕິພາບ ກັບຝ່າຍປາ ແລສໄຕນ໌.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG