ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດິນ ມອງເຫັນຂີດໝາຍຂອງໂອກາດ ໃນຂັ້ນຕອນ ການສ້າງສັນຕິພາບ ໃນພາກຕາເວັນອອກກາງ


ອິສຣາແອລ - ປາແລສໄຕນ໌: ຮອງປະທາ ນາທິບໍດີ ສະຫະຣັດ ທ່ານ JOE BIDEN ກ່າວວ່າ ຂໍ້ຕົກລົງ ລະຫວ່າງ ອິສຣາແອລ ແລະປາແລສໄຕນ໌ ທີ່ຈະເລີ້ມ ເປີດການເຈຣະ ຈາກັນທາງອ້ອມ ແມ່ນ​ເປັນຂີດໝາຍ ຂອງໂອກາດ ໃນຂັ້ນຕອນ ຂອງການສ້າງສັນຕິພາບ. ທ່ານ BIDEN ໃຫ້ທັສນະດັ່ງກ່າວ ໃນວັນອັງຄານມື້ນີ້ ກ່ອນການພົບປະ ທີ່ນະຄອນເຈຣູຊາແລັມ ກັບປະທານາທິບໍດີ ອິສຣາແອລທ່ານ SHIMON PERES. ການຢ້ຽມຢາມ ຂອງທ່ານ BIDEN ຄັງນີ້ ແມ່ນເປັນການຢ້ຽມຢາມ ອິສຣາແອລ ແລະເຂດຝັ່ງຕາເວັນຕົກ ຂອງແມ່ນຳຈໍແດັນ ​ໂດຍເຈົ້າໜ້າທີ່ ຂັ້ນສູງທີ່ສຸດ ຂອງສະຫະຣັດ ນັບແຕ່ຣັຖບານ ທ່ານໂອບາມາ ເຂົ້າຮັບໜ້າທີ່ ເມື່ອນຶ່ງປີກວ່າໆ ຜ່ານມາແລ້ວນັ້ນ. ຮອງປະທານາທິບໍດີ ສະຫະຣັດ ມີກຳນົດທີ່ຈະພົບປະ ກັບນາຍົກຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU ໃນວັນອັງຄານມື້ນີ້ ແລະປະທານາທິບໍດີປາແລສໄຕນ໌ ທ່ານ MAHMOUD ABBAS ທີ່ເມືອງ RAMALLAH ໃນວັນພຸດມື້ອື່ນ. ເຈົ້າໜ້າທີ່ ສະຫະຣັດ ກ່າວໃນມື້ວານນີ້ວ່າ ທັງສອງຝ່າຍ ໄດ້ຕົກລົງ ທີ່ຈະເລີ້ມ ການເຈຣະຈາທາງອ້ອມ ໂດຍຜ່ານສະຫະຣັດ ທີ່ເປັນຄົນກາງ ຫລັງຈາກໄດ້ມີການຢຸດຊະງັກລົງ ເປັນເວລາ 14 ເດືອນ.

ອັຟການິສຖານ: ຣັຖມຸນຕຣີກະຊວງປ້ອງກັນ ປະເທດ ສະຫະຣັດ ທ່ານ ROBERT GATES ກຳລັງຢູ່ທີ່ ພາກໃຕ້ອັຟການິສຖານ ເພື່ອສົນທະນາຫາຣື ກັບພວກນາຍພົນ ສະຫະຣັດ ແລະອັງກິດ ທີ່ກຳກັບນຳ ການບຸກໂຈມຕີ ຕໍ່ພວກຫົວຮຸນແຮງ ທາລີບານທີ່ນັ້ນ. ທ່ານ GATES ໄດ້ເດີນທາງ ຈາກນະຄອນຫລວງກາບູລ ໄປຍັງແຂວງ ການດາຮາ ໃນວັນອັງຄານມື້ນີ້. ກ່ອນໜ້ານີ້ ທ່ານເວົ້າວ່າ ທ່ານມີກຳລັງໃຈ ຈາກຄວາມກ້າວໜ້າ ​ທີ່​ໄດ້​ຮັບ ໃນການບຸກໂຈມຕີ ທີ່ເມືອງ MARJAH ໃນແຂວງ HELMAND ທີ່ຕິດກັບ ແຂວງການດາຮານັ້ນ. ແຕ່ຂະນະດຽວກັນ ທ່ານກໍເຕືອນວ່າ ການສູ້ຣົບ ທີ່ຍາກລຳບາກ ຍັງຂວາງໜ້າຢູ່ ສຳລັບທະຫານ ຂອງອົງການເນໂຕ້. ກຳລັງຂອງອົງການ​ເນໂຕ້ ແລະອັຟການິສຖານ ພວມກວດລ້າງ ພວກກະບົດ ອອກຈາກເມືອງ MARJAH ໃນການເປີດສາກ ບຸກໂຈມຕີ ທີ່ເລີ້ມຂຶ້ນໃນ ເດືອນແລ້ວ ເພື່ອອຳນວຍໃຫ້ ພວກເຈົ້າໜ້າທີ່ ອັຟການິສຖານ ເຂົ້າຄວບຄຸມເມືອງ ດັ່ງກ່າວຄືນໃໝ່. ທີ່ນະຄອນຫລວງກາບູລ ທ່ານ GATES ໄດ້ພົບປະ ກັບຜູ້ບັນຊາການ ກຳລັງທະຫານສະຫະຣັດ ໃນອັຟການິສຖານ ນາຍພົນ STANLEY McCHRYSTAL ທີ່ກ່າວວ່າ ເປົ້າໝາຍໃນຂັ້ນຕໍ່ໄປ ຂອງທ່ານກໍຄື ເຂົ້າຢຶດເອົາການດາຮາຄືນ ຊຶ່ງເປັນທີ່ໝັ້ນ ມາແຕ່ໃດໆ ຂອງພວກກະບົດ ທາລີບານນັ້ນ.

ປາກິສຖານ: ກຸ່ມທາລີບານ ໃນປາ​ກິ​ສຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ສະລະຊີບ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 13 ຄົນ ແລະບາດເຈັບອີກ 70 ຄົນ ທີ່ນະຄອນລາຮໍ ຫົວເມືອງໃຫຍ່ ອັນດັບ 2 ຂອງປາກິສຖານ ​ໃນມື້ວານ​ນີ້. ນາຍ AZAM TARIQ ໂຄສົກຂອງ ກຸ່ມທາລີບານກ່າວວ່າ ການໂຈມຕີ ໃນຕອນເຊົ້າວັນ​ຈັນ​ນັ້ນ ແມ່ນເພື່ອແກ້ແຄ້ນ ຕໍ່ການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ແລະການປະຕິບັດງານ ຂອງກອງທັບ ປາກິສຖານ ໃນເຂດຊົນເຜົ່າ ຕິດກັບຊາຍແດນ ອັຟການິສຖານນັ້ນ. ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ການໂຈມຕີ ດ້ວຍຣະເບີດຣົດ ສະລະຊີບທີ່ວ່ານີ້ ມີຂຶ້ນຢູ່ຂ້າງນອກ ຕຶກໂຮງການ ຜແນກສືບສວນ ຂອງຣັຖບານກາງ ປາກິສຖານ. ພວກເຈົ້າໜ້າທີ່ ກະປະມານວ່າ ມີການໃຊ້ດິນຣະເບີດ ໜັກເຖິງ 600 ກິໂລ ໃນການໂຈມຕີດັ່ງກ່າວ ທີ່ເຮັດໃຫ້​ ໂຮງການ​ທີ່​ເປັນຕຶກ 2 ຊັ້ນນັ້ນ ພັງລົງ ແລະສ້າງຄວາມເສັຽຫາຍ ໃຫ້ແກ່ເຮືອນຊານ ຂອງປະຊາຊົນ ທີ່ຕັ້ງຢູ່ໃກ້ຄຽງ. ບໍ່ເທົ່າໃດຊົ່ວໂມງຕໍ່ມາ ກໍ​ໄດ້​ມີການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າ ມາຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ໃນເຂດຊົນເຜົ່າ WAZIRISTAN ເໜືອ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ 5 ຄົນ ແລະບາດເຈັບ ຢ່າງນ້ອຍຄົນນຶ່ງ.

ອິນໂດເນເຊັຽ: ຕຳຣວດອິນໂດເນເຊັຽ ກ່າວວ່າ ກຳລັງຕໍ່ຕ້ານ ພວກກໍ່ການຮ້າຍ ໄດ້ສັງຫານ ຜູ້ຕ້ອງສົງສັຍວ່າ ເປັນຜູ້ກໍ່ການຮ້າຍ 1 ຄົນ ແລະຈັບໄດ້ອີກ 2 ຄົນ ໃນການບຸກເຂົ້າໄປ ກວດຄົ້ນ ທີ່ເກາະ JAVA ໃນວັນອັງຄານມື້ນີ້. ຜູ້ບັນຊາການ ໜ່ວຍຕໍ່ຕ້ານ ພວກກໍ່ການຮ້າຍ ຂອງອິນໂດເນເຊັຽ ນາຍພົນຈັດຕະວາຕຳຣວດ TITO KARNAVIAN ກ່າວວ່າ ຜູ້ຕ້ອງສົງສັຍ ເຫລົ່ານີ້ ມີສ່ວນພົວພັນກັບ ກຸ່ມກໍ່ການຮ້າຍ ທີ່ຢູ່ໃນເຂດ ພາກຕາເວັນຕົກ ຂອງແຂວງອາເຈ່. ເຈົ້າໜ້າທີ່ເວົ້າວ່າ ຜູ້ຊາຍທີ່ຖືກຂ້າຕາຍ ອາດແມ່ນນາຍ DULMATIN ນຶ່ງໃນບັນດາຜູ້ນຳ ອະວຸໂສ ຂອງກຸ່ມຫົວຮຸນແຮງ JEMAAH ISLAMIYA ທີ່ທາງການອິນໂດເນເຊັຽ ຕ້ອງການໂຕ ຫລາຍທີ່ສຸດ ຊຶ່ງ​ໄດ້​ຖືກຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບ ໃນການວາງຣະເບີດ ທີ່ເກາະບາຫລີ ​ເມື່ອປີ 2002 ທີ່ເຮັດໃຫ້ມີຜູ້ເສັຽຊີວິດ 202 ຄົນນັ້ນ. ຕຳຣວດກ່າວວ່າ ຕົນພວມທຳການ ພິສູດຊາກສົບ ຜູ້ເສັຽຊີວິດຄົນ​ນີ້ຢູ່. ສ່ວນຜູ້ບັນຊາການ ຕຳຣວດແຫ່ງຊາດ ອິນໂດເນເຊັຽ ທ່ານ BAMBANG HANDARSO DANURI ກ່າວໃນມື້ວານນີ້ວ່າ ມີ 18 ຄົນຖືກຈັບ ນັບແຕ່ໄດ້ມີການປາບປາມ ກຸ່ມກໍ່ການຮ້າຍ ໃນແຂວງອາເຈ່ ຊຶ່ງເລີ້ມຂຶ້ນ ໃນເດືອນແລ້ວນີ້.

ບັງກລາແດັສ - ມຽນມາ: ກຸ່ມປົກປ້ອງສິດທິ ມະນຸດກຸ່ມນຶ່ງ ທີ່ມີສຳນັກງານ ໃນສະຫະຣັດກ່າວວ່າ ບັງກລາແດັສ ໄດ້ບັງຄັບໃຫ້ ພວກຊົນເຜົ່າ ROHINGYA ທີ່ນັບຖືສາສນາອິສລາມ ຈາກມຽນມາ ຊຶ່ງເປັນປະເທດເພື່ອນບ້ານ ໃຫ້ເຂົ້າໄປຢູ່ໃນສູນຊົ່ວຄາວ ບ່ອນທີ່ພວກເຂົາເຈົ້າ ປະເຊີນກັບຄວາມອຶດຢາກນັ້ນ. ໃນລາຍງານສະບັບນຶ່ງ ທີ່ພິມເຜີຍແຜ່ ໃນວັນອັງຄານມື້ນີ້ ກຸ່ມນາຍແພດ ເພື່ອສິດທິມະນຸດ ໄດ້ກ່າວເຖິງສູນອົພຍົບຊົ່ວຄາວ ຂອງບັງກລາແດັສນັ້ນວ່າ ເປັນຄຸກກາງແຈ້ງ ສຳລັບພວກອົພຍົບເຜົ່າ ROHINGYA ທີ່ບໍ່ໄດ້ຈົດທະບຽນ. ລາຍງານເວົ້າວ່າ ພວກອົພຍົບເຫຼົ່ານີ້ ພວມປະເຊີນກັບ ຄວາມອຶດຫິວ ຍ້ອນຣັຖບານ ບັງກລາແດັສ ໄດ້ຂັງຂວາງບໍ່ໃຫ້ ບັນດາອົງການ ໃຫ້ຄວາມຊ່ອຍເຫລືອຕ່າງໆ ນຳເອົາອາຫານການກິນ ໄປແຈກຢາຍ ຢູ່ທີ່ສູນຕ່າງໆ. ຊົນເຜົ່າ ROHINGYA ຈຳນວນຫລາຍພັນຄົນ ໄດ້ພາກັນຂ້າມຊ້າຍແດນ ຈາກຣັດ RAKINE ຊຶ່ງຕັ້ງຢູ່ໃນພາກເໜືອ ຂອງມຽນມາ ເຂົ້າໄປໃນບັງກລາແດັສ ໃນໄລຍະສອງ-ສາມປີ ຜ່ານມານີ້ ຈຳນວນນຶ່ງ ແມ່ນພາກັນຫລົບໜີ ຄວາມວຸ້ນວາຍ.

ມຽນມາ: ມຽນມາໃຫ້ລາຍລະອຽດເປັນເທື່ອທຳ ອິດ ກ່ຽວກັບກົດໝາຍ ການປ່ອນບັດ ທີ່ມີການ ຄອງຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ ໃນວັນອັງຄານມື້ນີ້ ໂດຍເປີດເຜີຍໃຫ້ຊາບວ່າ ຣັຖບານທະຫານ ຈະເປັນຜູ້ເລືອກເອົາ ຄະນະກັມມະການເລືອກຕັ້ງ ຊຸດໃໝ່ຂອງປະເທດທັງໝົດ. ຣັຖບານມຽນມາ ໄດ້ປະກາດໃຊ້ ກົດໝາຍໃໝ່ 5 ສະບັບ ໃນມື້ວັນຈັນວານນີ້ ກ່ອນການເລືອກຕັ້ງ ທີ່ມີການໃຫ້ຄຳໝັ້ນສັນຍາວ່າ ຈະມີຂຶ້ນ ພາຍໃນທ້າຍປີນີ້. ຣັຖບານທະຫານ ຍັງບໍ່ທັນແຈ້ງໃຫ້ຊາບ ກ່ຽວກັບການປ່ອນບັດ ຂອງມຽນມາ ຊຶ່ງມີຂຶ້ນເປັນເທື່ອທຳອິດ ໃນຮອບ 20 ປີ. ໃນວັນອັງຄານມື້ນີ້ ໜັງສືພິມ ຂອງທາງການມຽນມາ ໄດ້ພາກັນພິມເຜີຍແຜ່ ກົດໝາຍສະບັບທຳອິດ ທີ່ມີຊື່ວ່າ “ກົດໝາຍວ່າດ້ວຍຄະນະກັມການເລືອກຕັ້ງ ຂອງສະຫະພາບ” ທີ່ລົງນາມໂດຍ ນາຍພົນອະວຸໂສ THAN SHWE. ກົດໝາຍດັ່ງກ່າວນີ້ ເວົ້າວ່າ ຣັຖບານຈະເປັນຜູ້ແຕ່ງຕັ້ງ ຄະນະກັມມະການເລືອກຕັ້ງ ທັງ 5 ຄົນ ຊຶ່ງຈະເປັນຜູ້ຮັບຜິດຊອບ ກ່ຽວກັບການກຳນົດເຂດເລືອກຕັ້ງ ເຮັດບັນຊີລາຍຊື່ ແລະກຳກັບນຳພັກການເມືອງຕ່າງໆ ເພື່ອປະຕິບັດໜ້າທີ່ ຕາມທີ່ກົດໝາຍ ໄດ້ກຳນົດໄວ້.

ວັນແມ່ຍິງສາກົນ: ໃນວັນຈັນວານນີ້ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ຮ່ວມກັບບັນດາ ຜູ້ນຳຄົນອື່ນໆຂອງໂລກ ແລະບັນດາ ອົງການຈັດຕັ້ງນາໆຊາດ ​ໄດ້ພາກັນຮຽກຮ້ອງ ໃຫ້ພວກແມ່ຍິງ ມີສິດທິ ແລະໂອກາດຫລາຍຂຶ້ນ. ໃນພິທີຢູ່ທີ່ທຳນຽບຂາວ ຈັດ​ຂຶ້ນເພື່ອເປັນຂີດໝາຍ ວັນແມ່ຍິງສາກົນ ຊຶ່ງສະຕຣີ ໝາຍເລກນຶ່ງ ທ່ານນາງ MICHELLE OBAMA ກໍໄດ້ໄປຮ່ວມນຳນັ້ນ ປະທານາທິບໍດີ​ໂອ​ບາ​ມາ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະດຳເນີນງານ ເພື່ອໃຫ້ອຳນາດເພີ້ມຂຶ້ນ ແກ່ພວກແມ່ຍິງ ທັງຢູ່ພາຍໃນ ສະຫະຣັດ ແລະຕ່າງປະເທດ. ທ່ານ OBAMA ໄດ້ກ່າວຊົມເຊີຍ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ຊຶ່ງກໍໄດ້ໄປຮ່ວມພິທີີ ຄືກັນນັ້ນ ສຳລັບການດຳເນີນ ຄວາມພພະຍາຍາມ ມາເປັນເວລາດົນນານ ຂອງ​ທ່ານ​ນາງ ເພື່ອສິດທິຂອງພວກແມ່ຍິງ. ກ່ອນໜ້ານີ້ ທ່ານນາງ CLINTON ໄດ້ຮຽກຮ້ອງໃຫ້ ໂລກສະທ້ອນໃຫ້ເຫັນ ເຖິງຄວາມກ້າວໜ້າ ໃນການຊຸກຍູ້ ສິດທິຂອງພວກແມ່ຍິງ. ສ່ວນທ່ານນາງ MADELEINE ALBRIGHT ຣັຖມຸນຕຣີ ການຕ່າງປະເທດ ແມ່ຍິງຄົນທຳອິດ ຂອງສະຫະຣັດກ່າວວ່າ ເຖິງແມ່ນພວກແມ່ຍິງ ໃນທົ່ວໂລກ ໄດ້ຮັບຄວາມກ້າວໜ້າ ຢ່າງໃຫຍ່ຫລວງກໍຈິງ ແຕ່ພວກເຂົາເຈົ້າ ກໍຍັງປະເຊີນ ກັບສະພາບການໂຕຈິງ ທີ່ບໍ່ເປັນຜົນດີຢູ່.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG