ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເມືອງມໍລະດົກໂລກຫລວງພະບາງໄດ້ຮັບຄະແນນນິຍົມສູງທີ່ສຸດ ກັບຄືນມາອີກ


ເມືອງມໍລະດົກໂລກຫລວງພະບາງໄດ້ຮັບຄະ ແນນສູງທີ່ສຸດໃນຖານະທີ່ເປັນເປົ້າໝາຍທີ່ນັກ ທ່ອງທ່ຽວຊາວຕ່າງຊາດ ຢາກຈະເດີນທາງ ໄປທ່ອງທ່ຽວຫລາຍທີ່ສຸດໃນຂະນະທີ່ລັດ ຖະມົນຕີລາວກໍເຊື່ອໝັ້ນວ່າ ຈະມີນັກທ່ອງ ທ່ຽວຊາວຕ່າງຊາດເພີ້ມຂຶ້ນຫລາຍແສນຄົນ.

ວາລະສານ Wanderlust Travel ຊຶ່ງເປັນ ວາລະສານທີ່ນຳສະເໜີລາຍງານກ່ຽວກັບການ ທ່ອງທ່ຽວໃນລະດັບສາກົນໄດ້ຖະແຫຼງການ ຢືນຢັນເມື່ອບໍ່ນານມານີ້ວ່າ ເມືອງມໍລະດົກ ໂລກຫຼວງພະບາງໄດ້ຮັບຄະແນນນິຍົມສູງທີ່ ສຸດຈາກບັນດານັກທ່ອງທ່ຽວໃນຖານະທີ່ ເປັນເມືອງເປົ້າໝາຍທີ່ບັນດານັກທ່ອງທ່ຽວຊາວ ຕ່າງຊາດຢາກຈະເດີນທາງໄປທ່ອງທ່ຽວ ຫຼາຍທີ່ສຸດເປັນອັນດັບ 1 ຂອງໂລກໃນປີ 2010 ນີ້.

ການທີ່ໄດ້ຮັບຖານະດັ່ງກ່າວນີ້ຈາກບັນດານັກທ່ອງທ່ຽວຊາວຕ່າງຊາດ ກໍ່ເປັນຜົນທີ່ເນື່ອງ ມາຈາກການທີ່ວາລະສານ Wanderlust Travel ໄດ້ຈັດທຳແບບສອບຖາມ ແລະ ສຳ ຫລວດຄວາມຄິດເຫັນ ຈາກບັນດາສະມາຊິກຂອງວາລະສານໃນທົ່ວໂລກ ຊຶ່ງກໍ່ນັບເປັນ ຄັ້ງທີ່ 4 ແລ້ວທີ່ເມືອງມໍລະດົກໂລກ ຫຼວງພະບາງໄດ້ຮັບຄະແນນນິຍົມສູງສຸດຈາກ ບັນດານັກທ່ອງທ່ຽວຊຶ່ງກໍ່ຄືໃນປີ2006-2008 ແລະໃນປີ 2010 ນີ້.

ສ່ວນໃນປີ 2009 ນັ້ນເມືອງຫຼວງພະບາງໄດ້ ຕົກໄປຢູ່ໃນອັນດັບທີ່ 7 ຂອງໂລກໂດຍເຊື່ອ ວ່າມີສາເຫດມາຈາກການກໍ່ສ້າງແລະປັບ ປ່ຽນອາຄານສະຖານທີ່ຕ່າງໆ ຢູ່ພາຍໃນ ຕົວເມືອງເກົ່າຈົນເປັນສາເຫດເຮັດໃຫ້ອົງ ການ NESCO ຕ້ອງອອກມາຕັກເຕືອນໃຫ້ ທາງການລາວດຳເນີນການປັບປຸງແກ້ໄຂ ຢ່າງຮີບດ່ວນເພື່ອບໍ່ໃຫ້ຜິດເງື່ອນໄຂຂອງ ການທີ່ໄດ້ຮັບສະຖານະເປັນເມືອງມໍລະ ດົກໂລກນັບຕັ້ງແຕ່ປີ 1995 ເປັນຕົ້ນມາ ນັ້ນເອງ.

ແຕ່ຢ່າງໃດກໍ່ຕາມ ການທີ່ໄດ້ຮັບຄວາມນິຍົມຈາກ ບັນດານັກທ່ອງທ່ຽວຊາວຕ່າງຊາດເປັນ ອັນດັບ 1 ຂອງ ໂລກດ້ວຍຄະແນນສະເລ່ຍເຖິງ 94.74% ໃນປີນີ້ກໍ່ເຮັດໃຫ້ທາງການ ລາວເຊື່ອວ່າການດຳເນີນມາດຕະການປັບປຸງແກ້ໄຂໃນຕະຫຼອດປີທີ່ຜ່ານມານັ້ນກໍ່ໄດ້ເປັນ ຜົນເຮັດໃຫ້ອົງການ UNESCO ແລະ ບັນດານັກທ່ອງທ່ຽວຊາວຕ່າງຊາດໃຫ້ການ ຍອມຮັບເມືອງມໍລະດົກໂລກຫຼວງພະບາງອີກຄັ້ງໜຶ່ງ.

ໃນປີ 2009 ທີ່ຜ່ານມາມີນັກທ່ອງທ່ຽວເດີນທາງໄປເມືອງຫຼວງພະບາງຫຼາຍກວ່າ 344.000 ຄົນ ຊຶ່ງຫລຸດລົງຈາກປີ 2008 ຄິດເປັນສັດສ່ວນເຖິງ 30% ໂດຍນອກຈາກ ຈະມີສາເຫດມາຈາກສະພາບທີ່ປ່ຽນແປງພາຍໃນຕົວເມືອງເກົ່າແລ້ວ ບັນຫາວິກິດການທາງ ເສດຖະກິດການເງິນໂລກກໍນັບເປັນສາເຫດທີ່ສຳຄັນອີກປະການໜຶ່ງ.

ຫາກແຕ່ວ່າສຳລັບໃນປີ 2010 ນີ້ທາງການ ລາວກໍ່ເຊື່ອໝັ້ນວ່າ ຈະມີນັກທ່ອງທ່ຽວເດີນທາງໄປ ເມືອງຫຼວງພະບາງເພີ່ມຂຶ້ນຈາກປີ ກາຍໂດຍເມື່ອປະກອບກັບການທີ່ ລັດຖະບານລາວກໍ່ມີນະໂຍບາຍໃຫ້ ການສົ່ງເສີມການທ່ອງທ່ຽວທາງປະ ຫວັດສາດ, ວັດທະນາທໍາແລະ ທໍາມະຊາດ ອີກດ້ວຍແລ້ວກໍ່ ຍັງເຮັດໃຫ້ທາງການລາວເຊື່ອວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າໄປໃນລາວເພີ່ມຂຶ້ນຫຼາຍແສນຄົນໃນປີ 2010 ນີ້ອີກດ້ວຍ.

ອົງການການທ່ອງທ່ຽວແຫ່ງຊາດລາວໄດ້ ຄາດໝາຍໄວ້ວ່າ ໃນຕະຫຼອດປີ 2010 ນີ້ຈະ ມີນັກ ທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປໃນລາວ ເຖິງ 2 ລ້ານຄົນ ຊຶ່ງຈະເຮັດໃຫ້ ພາກບໍລິການແລະການທ່ອງທ່ຽວ ຂອງລາວມີລາຍຮັບລວມຫຼາຍກວ່າ 325 ລ້ານ ໂດລາ. ສ່ວນໃນປີທີ່ຜ່ານມານັ້ນກໍປະກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດ 1,8 ລ້ານຄົນທີ່ ເດີນທາງເຂົ້າໄປໃນລາວຊຶ່ງກໍ່ເຮັດໃຫ້ ພາກບໍລິການ ແລະການທ່ອງທ່ຽວໃນລາວມີ ລາຍຮັບ ເຖິງ $295 ລ້ານໂດລາ.

XS
SM
MD
LG