ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນອິຣັກ 24 ຄົນເສັຍຊີວິດໃນວັນເລືອກຕັ້ງໃນອິຣັກ


ການ​ເລືອກ​ຕັ້ງ​ທີ່ອິຣັກ: ຄວາມ​ວຸ້ນວາຍ​ໃນ​ນະຄອນຫລວງ​ຂອງ​ອິຣັກ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ອິຣັກ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 24 ຄົນ​ ໃນ​ວາລະເລີ້ມ​ຕົ້ນ​ຂອງ​ການ​ເລືອກຕັ້ງ​ ສະພາ​ແຫ່ງ​ຊາດ​ ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ​ນັບ​ແຕ່​ ​ປີ2005 ​ເປັນ​ຕົ້ນ​ມາ. ​ແຫ​ລ່ງຂ່າວ​ຈາກ​ກະຊວງ​ພາຍ​ໃນ​ຂອງ​ອິຣັກກ່າວ​ວ່າ ຢ່າງ​ນ້ອຍ​ມີ 12 ຄົນ​ເສັຍ​ຊີວິດ​ແລະ​ອີກ 8 ຄົນ​ໄດ້​ຮັບ​ບາດ​ເຈັບ​ເວລາ​ລະ​ເບີດແຕກ​ຂຶ້ນ​ທີ​ແລະ​ທຳລາຍອາຄານ​ຫລັງ​ນຶ່ງ​ໃນ​ກຸງ​ແບກ​ແດ໊ດ.
​ເຫດ​ລະ​ເບີດ​ອີກ​ບັ້ນນຶ່ງ ທີ່​ເກີດ​ຂຶ້ນ​ກ່ອນ​ໜ້າ​ນັ້ນ​ເວລາ​ໜ່ວຍ​ປ່ອນ​ບັດ​ໄຂ​ຂຶ້ນໄດ້​ສັງຫານ​ 4 ຄົນ​ແລະເຮັດ​ໃຫ້ບາດ​ເຈັບ 8 ຄົນ. ມີ​ອີກ 8 ຄົນ​ໄດ້​ ເສັຍ​ຊີວິດ​ ຍ້ອນ​ເຫດ​ລະ​ເບີດ​ໃນ​ແຫ່ງ​ອື່ນໆ​ອີກ​ຂອງ​ນະຄອນຫລວງ.
ລູກປືນ​ໃຫຍ່​ຫລາຍ​ລູກ​ໄດ້​ຕົກລົງ​ໃສ່ຫລາຍ​ບ່ອນ ​ໃນ​ກຸງ​ແບກ​ແດ໊ດ ຮວມທັງ​ໃນ​ເຂດ​ສີຂຽວ​ຫລື Green Zone ທ່ີ​ເປັນ​ບ່ອນທ່ີ​ຕັ້ງ​ຂອງສະ ພາແຫ່ງ​ຊາດ ຕລອດ​ທັງ​ພວກ​ສະຖານທູດ​ສະຫະຣັດ​ແລະ​ອັງກິດນຳ. ຜ່ານ​ມາ ການ​ໂຈມ​ຕີ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ເຂດ​ຂອງ​ປະຊາຊົນ ນິກາຍ​ຊຸນ​ນີ. ແຕ່ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີຜູ້​ຄົນ​ ພາກັນ​ອອກ​ໄປ​ລຽນ​ກັນ ​ເປັນແຖວຍາວ ລໍຖ້າ​ປ່ອນ​ບັດ​ຢູ່​ຕາມ​ໜ່ວຍ​ປ່ອນ​ບັດ​ຫລາຍ​ແຫ່ງ​.
ປະຊາຊົນ​ອິຣັກກຳລັງ​ປະກອບສ່ວນ​ໃນ​ກ​ການ​ເລືອກ​ຕັ້ງ​ ທ່ີ​ຖືກ​ເບິ່ງເຫັນ​ ​ວ່າ ​ເປັນການ​ທົດ​ສອບ​ທ່ີ​ສຳຄັນ​ທ່ີ​ສຸດ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ອິຣັກ ​ໃນ​ການຮັກສາຄວາມ​ປອດ​ໄພ ​ແລະ​ດຳ​ເນີນ​ການ​ໂອນ​ອຳນາດໄດ້​ຢ່າງ ​ເປັນ​ລະບຽບ​ຮຽບຮ້ອຍຫລື​ບໍ ຫລັງ​ຈາກ​ການ​ບຸກລຸກ​ພາຍ​ໃຕ້​ການນຳພາ ​ຂອງ​ສະຫະຣັດ ໃນ​ປີ2003 ​ເປັນ​ຕົ້ນ​ມາ.
ປະຊາຊົນ​ທ່ີ​ມີ​ສິດ​ເລືອກ​ຕັ້ງ​ປະມານ 19 ລ້ານ​ຄົນ ​ກຳລັງ​ພາກັນໄປ ປ່ອນບັດ​ ​ເລືອກເອົາຜູ້​ແທນ​ເຂົ້າ​ໄປ​ນັ່ງ​ບ່ອນ​ນັ່ງ 325 ບ່ອນ​ ຢູ່​ໃນ​ສະ ພາ​ແຫ່ງ​ຊາດ​ອິຣັກ ຈາກຜູ້​ສມັກ​ເລືອກ​ຕັ້ງທັງ​ໝົດ​ປະມານ 6200 ຄົນ.
ທີ່ອັຟການີສຖານ: ປະທານາທິບໍດີ ອັຟການີສຖານ ທ່ານຮາມິດກາຊາຍ ໄດ້ເດີນທາງ ​ໂດຍບໍ່ໄດ້ປະກາດໃຫ້ຮູ້ລ່ວງ​ໜ້າ ໄປຍັງເຂດ Marjah ທີ່ໝັ້ນເກົ່າ ຂອງກຸ່ມຕາລິບານ ໃນແຂວງ Helmand.ທາງການອັຟການີສ
ຖານກ່າວວ່າ ໃນລະວ່າງການຢ້ຽມຢາມນັ້ນ ມີລູກ ສອນໄຟ ຫລືປືນຄົກລູກນຶ່ງ ຍິງ​ມາໃສ່ແລະຕົກລົງດິນ ແຕ່ບໍ່ລະເບີດ ຢູ່ປະມານສີ່ຫລັກກິໂລເ​ເມດ ຫ່າງຈາກກຸ່ມຂອງປະທານາທິບໍດີ.
ພວກຕາລິບານກ່າວວ່າ ພວກຕົນເປັນຜູ້ທຳການໂຈມຕີ ແຕ່ໂຄສົກຄົນ ນຶ່ງຂອງ​ກຸ່ມເວົ້າວ່າ ທ່ານກາຊາຍບໍ່​ແມ່ນເປົ້າຂອງການໂຈມຕີ ແລະວ່າ ເປົ້າໝາຍແທ້ໆນັ້ນ ແມ່ນທ່ານ Gordon Brown ນາຍົກລັດຖະມົນຕີ ອັງກິດ. ແຕ່ທ່ານ Brown ຊຶ່ງໄດ້ໄປຢ້ຽມຢາມເມືອງ Marjah ເມື່ອ ວັນເສົາວານນີ້ ແລະໄດ້ເດີນທາງກັບອັງກິດແລ້ວ. ເຈົ້າໜ້າ​ທີ່ກ່າວວ່າ ການໂຈມຕີຄັ້ງນີ້ບໍ່ມີໃຜໄດ້ຮັບບາດເຈັບ.
ຂະນະ​ດຽວ​ກັນ ທາງການອັຟການີສຖານກ່າວວ່າ ​ໄດ້​ເກີດການປະທະ ກັນລະວ່າງກຸ່ມຫົວຮຸນແຮງມຸສລິ​ມ ທີ່​ເປັນຄູ່​ແຂ່ງກັນໃນເຂດພາກຕາ ເວັນອອກສຽງ ເໜືອຂອງປະເທດ ທີ່​ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 50 ຄົນ.ເຈົ້າໜ້າທີ່ກ່າວວ່າ ການສູ້ລົບກັນລະວ່າງກຸ່ມຕາລິບານ ແລະກຸ່ມກະບົດ Zerb-i-Islami ໄດ້ລະ​ເບີດຂື້ນເມື່ອວັນເສົາວານນີ້ ແລະດຳເນີນສືບຕໍ່ ມາ ຈົນເຖິງວັນອາທິດມື້ນີ້.
ທີ່ Chile: ຈະ​ມີ​ການ​ຊັກ​ທຸງ​ລົງ​ເຄິ່ງ​ເສົາ​ໃນ​ທົ່ວ​ປະ​ເທດໃນ​ວັນ​ອາທິດ​ມື້​ນີ້ ເພື່ອເປັນ​ ຂີດ​ໝາຍ​ເລີ່​ມຕົ້ນ​ການ​ໄວ້ອາ​ໄລ​ແຫ່ງ​ຊາດ​ເປັນ​ເວລາ 3 ມື້​ ເຖິງ​ດວງ​ວິນຍານ​ຂອງ​ພວກ​ເຄາະ​ຄ້າຍ​ຫລາຍ​ຮ້ອຍ​ຄົນ​ ທ່ີ​ໄດ້​ເສັຍ​ຊີວິດ​ໄປ​ຍ້ອນ​ ​ໄພແຜ່ນ​ດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ໃນ​ປະ​ເທດ​ ຫວ່າງ​ບໍ່​ດົນ​ມາ​ນີ້. ບັນດາ​ເຈົ້າ​ໜ້າ​ທ່ີ​ຍັງ​ກຳລັງ​ຂຸ້ນຂ້ຽວ ​ ພະຍາຍາມ​ໃຫ້​ຮູ້ຈຳນວນຜູ້​ເສັຍ ​ຊີວິດທີ່ແນ່ນອນ ນຶ່ງ​ອາທິດ​ກ່ວາຫລັງ​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີມີຄວາມ​ແຮງ 8.8 ຕາມ​ເຄື່ອງ​ວັດ​ແທກ Richter ​ແລະ​ຄື້ນຟອງ​ຍັກສຶນາ​ມິໄດ້ ​ປະ​ທະພາກ​ກາງຂອງ​ປະ​ເທດ.
ຣັຖບານ Chile ​ໄດ້​ລົດ​ຈຳນວນ​ຜູ້​ເສັຍ​ຊີວິດ​ຈາກ​ໄພ​ແຜ່ນດິນ​ໄຫວຢ່າງ​ເປັນ​ທາງ​ການ​ ລົງຈາກ​ຫລາຍ​ກວ່າ 800 ຄົນ​ມາ​ເປັນ 452 ຄົນ. ບັດ​ນີ້​ທາງ​ການ​ເວົ້າ​ວ່າ ​ເຂົາ​ເຈົ້າ​ຈະ​ຕື່ມ​ຈຳນວນ​ຜູ້​ເຄາະ​ຮ້າຍ​ທ່ີ​ເສັຍຊີວິດ​ໄປ ​ນັ້ນ ກໍ​ຕໍ່​ເມື່ອ​ເວລາ​ໃດ​ມີ​ການ​ຢັ້ງຢືນ​ຊາກ​ສົບ​ຢ່າງ​ແນ່ນອນ​ແລ້ວ​ເທົ່າ​ນັ້ນ. ໄດ້​ມີ​ການປ່ຽນ​ແປງ​ໂຕ​ເລກ​ຜູ້​ເສັຍ​ຊີວິດ​ນີ້ ຫລັງ ​ຈາກ​ມີ​ການ​ພົບ​ເຫັນ​ວ່າ ຜູ້​ຄົນ​ທ່ີ​ຫາຍ​ສາບ​ສູນ​ຫລື​ຍັງ​ຊອກ​ຫາ​ບໍ່​ເຫັນ​ນັ້ນ ​ໄດ້​ຖືກຮວມ​ເຂົ້າ​ໃນ​ບັນ ຊີພວກ​ທ່ີ​ເສັຍ​ຊີວິດ​. ບັນດາ​ເຈົ້າ​ໜ້າ​ທ່ີ​ສາທາຣະນະ​ສຸກ​ຂອງ Chile ​ໄດ້​ເລີ້ມ​ໂຄງການ​ສັກ​ຢາ​ກັນ​ພະຍາດ​ເພື່ອ ​ຊ່ອຍ​ປ້ອງ​ກັນ​ການລະບາດ​ຂອງ​ເຊື້ອ​ໂຣກ ​ໂດຍ​ທຳ​ການ​ສັກ​ຢາ​ປ້ອງ​ກັນ​ບາດ​ທະ​ຍັກ​ແລະ​ຕັບ​ອັກ​ເສບ​ ແກ່​ປະຊາຊົນ​ທ່ີ​ມີ​ຄວາມສ່ຽງ​ຕໍ່​ການ​ຕິດເຊື້ອ​ພະຍາດ​ດັ່ງກ່າວ​ໃນ​ຂົງ​ເຂດ ທ່ີ​ເກີດ​ໄພ​ຫາ​ຍະ​ນະ​ນັ້ນ.
ກ່ຽວ​ກັບ​ລູກ​ສອນ​ໄຟ​ຂອງ​ອິຣ່ານ: ສື່​ມວນ​ຊົນ​ຂອງ​ລັດອິຣ່ານລາຍ​ງານ​ຂ່າວ​ວ່າ ອິຣ່ານ​ໄດ້​ເລີ້ມ​ຜລິດລູກ​ສອນ​ໄຟ​ທ່ີ​ຍິງ​ໄດ້​ໃນ​ລະຍະ​ສັ້ນ​ຊນິດ​ໃໝ່​ ທ່ີ​ສາມາດ​ທຳລາຍ​ເຮືອຣົບ ຂະໜາດໝັກ​ເຖິງ 3000 ຕັນ​ໄດ້.
ວິທະຍຸ​ແລະ​ໂທຣະພາບ​ແຫ່ງ​ຊາດ​ອິຣ່ານກ່າວ​ວ່າ ທ່ານ Ahmad Vahidi ຣັຖມຸນຕີ​ປ່ອງ​ກັນ​ປະ​ເທດ​ ປະກາດ​ໃຫ້​ຮູ້​ໃນ​ວັນ​ອາທິດ​ມື້​ນີ້ໃນ ກຸງ​ເຕຮິຣ່ານວ່າ ລູກ​ສອນ​ໄຟ​ທ່ີ​ຊື່ວ່າ Nash 1 ຫລື​ໄຊຊະນະ ສາມາດ​ຍິງ​ຈາກ​ພາກ​ພື້ນ​ດິນ ​ຫລື​ຈາກ​ເຮືອກໍ​ໄດ້.
ອົງການ​ຂ່າວ IRNA ທາງ​ການ​ຂອງ​ອິຣ່ານອ້າງ​ຄຳ​ເວົ້າ​ຂອງ​ທ່ານ Va-hidi ວ່າ​ ອິຣ່ານຈະ​ຜລິດລູກ​ສອນ​ໄຟລຸ່ນ​ດຽວ​ກັນ​ນີ້ ອີກ​ແບບ​ນຶ່ງ​ທ່ີ​ສາມາດ​ຍິງ​ຈາກ​ ເຮືອບິນ​ເຮ​ລີ​ຄອບ​ເຕີ​ແລະ​ເຮືອ​ດຳ​ນ້ຳ​ໄດ້.
​ໂຄງການ​ອະວະກາດ​ແລະ​ທະຫານ​ທ່ີໃຫຍ່​ໂຕຂອງ​ອິຣ່ານໄດ້​ສ້າງ​ຄວາມ ​ເປັນ​ຫ່ວງ​ກັງວົນ​ແກ່ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຊຶ່ງ​ພວກ​ປະ​ເທດ​ເຫລົ່າ​ນີ້​ໄດ້​ສະ​ແດງ​ຄວາມ​ຢ້ານ​ກົວ​ວ່າ ອິຣ່ານອາດ​ສາມາດ​ນຳເອົາເທັກ​ໂນ​ໂລ​ຈີແນວ​ດຽວ​ກັນ​ນີ້ ໄປໃຊ້​ໃນ​ການ​ຍິງ​ຫົວ​ລະ​ເບີດ​ນີວ​ເຄລັຍ​ໄດ້.
ທີ່ປະ​ເທດ Iceland: ຊາວ Iceland ຜູ້​ມີ​ສິດ​ປ່ອນ​ບັດ​ ໄດ້​ພາກັນ​ລົງປະຊາມະ​ຕິ​ປະຕິ​ເສດ ຢ່າງ​ຖ້ວມ​ລົ້ນ​ຕໍ່​ຮ່າງ​ຍັດຕິຕົກລົງໃຊ້​ຄືນ ໜີ້​ສິນ​ ມູນ​ຄ່າ 5 ພັນ300 ດອນ​ລ້າ ໃຫ້​ອັງກິດ​ແລະ​ປະ​ເທດ Netherlands ສຳລັບ​ຄ່າ​ເສັຍ​ຫາຍ​ຂອງ​ປະ​ເທດທັງ​ສອງ ໃນ​ການພັງທະລາ​ຍລົງ​ໃນ​ປີ2008 ຂອງ​ທະນາ ຄານ​ເອກະ​ຊົນ Icesave ທ່ີໃຫ້ການບໍລິການ​ທາງ​ຄອມ​ພີ​ວ​ເຕີ​ຂອງ Iceland ນັ້ນ. ຜົນ​ການລົງ​ປະຊາ​ມະຕິທີ່​ໄດ້​ມາ​ເປັນ​ບາງ​ສ່ວນ​ໃນ​ວັນ ​ເສົາ​ວານ​ນີ້​ ກ່ຽວ​ກັບການໃຊ້​ໜີ້​ສິນ​ດັ່ງກ່າວ​ຄືນ​ ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ຈຳນວນປະຊາ ຊົນ​ທ່ີໄປ​ລົງປະຊາ​ມະຕິ​ ​ຫລາຍ​ກວ່າ 93 ​ເປີ​ເຊັນ​ ​ໄດ້​ປະຕິ​ເສດ​ຕໍ່​ຮ່າງ​ຍັດຕິ​ດັ່ງກ່າວ ມີ​ພຽງ​ແຕ່ 1.5 ​ເປີ​ເຊັນ​ເທົ່າ​ນັ້ນ ​ທ່ີ​ເຫັນ​ດີ​ນຳ.
ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້​ຖືກຮັບ​ຜ່ານ​ຢ່າງ​ວຸດ​ວິດ ຢູ່​ໃນ​ສະພາ​ແຫ່ງ​ຊາດ​ຂອງ Iceland ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້ ​ແຕ່​ປະທານາທິບໍດີ Olafur Ragnar Grimsson ບໍ່​ຍອມ​ລົງ​ນາມອະນຸມັດໃຫ້​ເປັນ​ກົດໝາຍ ​ໂດຍ​ກ່າວ​ວ່າ ​ເງື່ອນ​ໄຂ​ໃນ​ການ​ຈ່າຍ​ໜີ​ສິນ​ຄືນ​ນີ້​ ເຂັ້ມ​ງວດ​ໂພດ. ພາຍ​ໃຕ້​ແຜນການ​ດັ່ງກ່າວ ພົນລະ​ເມືອງ​ແຕ່ລະຄົນ​ຈະ​ຕ້ອງ​ຈ່າຍ​ເງິນ
ສົມທົບ​ໃນ​ການ​ໃຊ້​ໜີ້​ຄືນ ປະມານ 135 ດອນ​ລ້າ​ຕໍ່​ເດືອນ​ເປັນ​ເວລາ 8 ປີ. ປະທານາທິບໍດີ​ກ່າວ​ວ່າ ພວກ​ຄອບຄົວ​ຊາວ Iceland ຫລາຍ​ຄອບ ຄົວ​ບໍ່​ສາມາດ​ຈ່າຍ​ເງິນຈຳນວນ​ນີ້​ໄດ້.
ກ່ຽວກັບອີຢິບ: ທ່ານ Hosni Mubarak ປະທານາທິບໍດີອີຢິບ ໄດ້ຮັບ​ການຜ່າຕັດ ​ເອົາໜິ້ວອອກ​ຈາກ​ພົກຍ່ຽວຢ່າງສຳເລັດຜົນ ຫລັງຈາກໄດ້ມອບອຳ ນາດຊົ່ວຄາວ ໃຫ້ແກ່ນາຍົກລັດຖະມົນຕີຂອງທ່ານ.
ການຜ່າຕັດດັ່ງກ່າວຂອງຜູ້ນຳອີຢິບ ມີຂື້ນ​ໃນວັນເສົາວານນີ້ ທີ່ໂຮງ ພະຍາບານມະຫາວິທະຍາລັຍໃນເມືອງ Heidelberg ປະເທດເຢັຍ ລະມັນ ຫລັງຈາກນາຍ​ແພດກວດພົບວ່າພົກຍ່ຽວຂອງທ່ານອັກເສບ. ປະທານາທິບໍດີ ມູບາຣັກ ກຳລັງ​ຢ້ຽມຢາມເຢັຍລະມັນຢ່າງເປັນທາງ ການເມື່ອເຈລະຈາກັບ ນາຍົກລັດຖະມົນຕີ ທ່ານນາງ Angela Merkel ​ເວລາ​ທີ່ທ່ານຮູ້ສຶກເຈັບທີ່ພົກຍ່ຽວ.ໜັງສືພິມທາງການຂອງອີຢິບ ກ່າວວ່າ ທ່ານ Ahmed Nazif ນາຍົກ ລັດຖະມົນຕີຈະຮັກສາການຕຳແນ່ງປະທານາທິບໍດີ ໄປຈົນກວ່າທ່ານ ມູບາຣັກ ຈະສາມາດກັບ​ໄປທຳງານໄດ້ເປັນປົກກະຕິ.

ກ່ຽວຂ້ອງກັນ

XS
SM
MD
LG