ອີຣັກ:
ເຈົ້າໜ້າທີ່ອີຣັກ ກ່າວວ່າ ຣະເບີດຣົດ ທີ່ເມືອງນາຈາບ ຊຶ່ງເປັນຫົວເມືອງສັກສິດຂອງ ສາສນາອິສລາມ ນິກາຍຊີໄອທ໌ນັ້ນ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 3 ຄົນ
ນຶ່ງມື້ ກ່ອນການ ປ່ອນບັດ ໃນການເລືອກຕັ້ງແຫ່ງຊາດ ຢູ່ໃນປະ ເທດອີຣັກ
ຈະເລີ້ມຂຶ້ນ. ນອກນັ້ນ ເຫດຣະເບີດ ໃນວັນເສົາມື້ນີ້ ຊຶ່ງເກີດຂຶ້ນໃກ້ໆກັບວັດ
IMAM ALI ຊຶ່ງເປັນສະຖານທີ່ ທີ່ພວກສແວງບຸນຊາວ ອີຣ່ານ ແລະຊາວອີຣັກ ມັກພາກັນໄປຢ້ຽມຢາມ ນັ້ນ ຍັງເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບ ອີກ 50 ກວ່າຄົນ.
ພວກທີ່ເສັຽຊີວິດແມ່ນຮວມທັງຊາວອີຣ່ານ 2 ຄົນແລະຊາວອີຣັກຄົນນຶ່ງ.
ສ່ວນ ເຫດຣະເບີດ ໃກ້ໆໜ່ວຍປ່ອນບັດ ທີ່ນະຄອນຫລວງແບັກແດັດ ໃນມື້ວານນີ້
ເຮັດໃຫ້ມີ ຜູ້ ເສັຽຊີວິດ ຢ່າງນ້ອຍ 15 ຄົນ. ການໂຈມຕີ ໄດ້ມີຂຶ້ນທັງໆທີ່
ໄດ້ມີການເພີ້ມ ການຮັກສາ ຄວາມປອດພັຍ ກ່ອນໜ້າການເລືອກຕັ້ງ.
ເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາຈຸນຶ່ງ ໄດ້ລົງຂ່າວ ທາງອິນເຕີແນັດ
ເຕືອນພວກທີ່ ນັບຖືສາສນາອິສລາມ ນິກາຍຊຸນນີ່ວ່າ ພວກ ເຂົາເຈົ້າຈະປະເຊີນກັບຄວາມຮຸນແຮງ ຖ້າເຂົາເຈົ້າຫາກພາກັນ ໄປປ່ອນບັດ ໃນວັນອາທິດ ມື້ອື່ນນີ້.
ຊີເລ່: ແຜ່ນດິນໄຫວ ທີ່ຕິດຕາມມາຂນາດແຮງ
ຫລາຍໆຄັ້ງ ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ ປະເທດຊີເລ່ອີກ ຂະນະທີ່
ເລຂາທິການໃຫຍ່ອົງ ການສະຫະປະຊາຊາດທ່ານ BAN KI MOON ເລີ້ມການຢ້ຽມຢາມເ
ປັນເວລາ 2 ມື້ ເພື່ອຊັ່ງຊາ ຕີຣາຄາເບິ່ງ ຄວາມເສັຽຫາຍ ທີ່ເກີດຈາກ
ແຜ່ນ ດິນໄຫວຮ້າຍແຮງ ແລະຟອງຍັກ ສຶນາມິ ທີ່ຕິດ ຕາມມາ ໃນວັນທີ 27 ກຸມພາ
ຜ່ານມານັ້ນ. ແຜ່ນດິນໄຫວທີ່ຕິດຕາມມາ ແຮງສຸດແມ່ນແທກ ໄດ້ 6.6 ແລະເຮັດໃຫ້
ເຂດພາກກາງຂອງຊີເລ່ ສັ່ນສະເທືອນ ໃນວັນສຸກວານນີ້. ທີ່ເມືອງ CONCEPCION
ຊຶ່ງເປັນຫົວເມືອງ ທີ່ໄດ້ຮັບຄວາມເສັຽຫາຍຮ້າຍແຮງ ແລະຕັ້ງຢູ່ໃກ້ສຸດ
ກັບຈຸດສູນກາງ ໃນການເກີດແຜ່ນດິນໄຫວ ເທື່ອທຳອິດນັ້ນ ປະຊາຊົນໄດ້ພາກັນແລ່ນອອກ ໄປຢູ່ນອກເຮືອນ ຕາມຖນົນຫົນທາງ ຂະນະທີ່ແຜ່ນດິນ ສັ່ນສະເທືອນ.
ມີລາຍງານວ່າ ໄດ້ ເກີດແຜ່ນດິນໄຫວ ທີ່ຕິດຕາມມາຫລາຍໆຄັ້ງ ນັບແຕ່ໄດ້ເກີດ
ແຜ່ນດິນໄຫວຂນາດແຮງໃນ ເດືອນແລ້ວ. ໃນຕອນເຊົ້າ ຂອງມື້ວານນີ້ ທ່ານ BAN
ໄດ້ພົບປະ ກັບປະທານາທິບໍດີ ຊີເລ່ ທ່ານນາງ MICHELLE BACHELET
ແລະໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫລືອ 10 ລ້ານໂດລາ ຈາກກອງທຶນ
ບັນເທົາແຜ່ນດິນໄຫວ ຂອງອົງການ ສະຫະປະຊາຊາດ.
ສະຫະຣັດ
- ເຕີກກີ: ເຕີກກີເຕືອນສະຫະຣັດ ໃນມື້ວານນີ້ວ່າ ມະຕິທີ່ຮັບຜ່ານ
ໂດຍຄະນະກັມ ມະການນຶ່ງຂອງຣັຖສະພາສະຫະຣັດທີ່ເອີ້ນການ ສັງຫານໝູ່
ຊາວອາຣ໌ເມເນັຽ ໃນສມັຍ ສົງຄາມ ໂລກ ຄັ້ງທີ 1 ໂດຍຊາວເຕີກກີ
ຂອງອານາຈັກ ອອັດໂຕແມັນວ່າເປັນການຂ້າລ້າງເຊື້ອຊາດເຜົ່າ ພັນນັ້ນ
ອາດຈະສ້າງ ຄວາມເສັຽຫາຍ ໃຫ້ແກ່ ຄວາມສັມພັນ ລະຫວ່າງປະເທດທັງສອງ. ຣັຖ ມຸນຕຣີການຕ່າງປະເທດເຕີກກີ ທ່ານ AHMET DAVUTOGLU ກ່າວໃນມື້ວານນີ້ວ່າມັນບໍ່ແມ່ນ ເຣື່ອງ ທີ່ສະພາຂອງປະເທດອື່ນ ຈະມາຕັດສິນເຕີກກີ. ທ່ານ DAVUTOGLU
ໄດ້ກ່າວຫາ ຣັຖບານທ່ານໂອບາມາວ່າ ບໍ່ໄດ້ດຳເນີນການຢ່າງພຽງພໍ ເພື່ອສະກັດກັ້ນ
ບໍ່ໃຫ້ມີການລົງຄະ ແນນສຽງ ກ່ຽວກັບເຣື່ອງນີ້ ແລະທ່ານກ່າວຕື່ມວ່າ ທ່ານຄາດວ່າ
ທຳນຽບຂາວ ຈະຫາທາງ ຂັດຂວາງບໍ່ໃຫ້ມີການສົ່ງມະຕິ ທີ່ບໍ່ມີຜົນບັງຄັບດັ່ງກ່າວໄປໃຫ້ສະພາຕຳສະຫະຣັດຄົບຄະນະ ພິຈາຣະນາ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ
ທ່ານນາງ HILLARY CLINTON ກ່າວຕໍ່ພວກນັກຂ່າວ ທີ່ປະເທດກວາເຕມາລາ
ໃນມື້ວານນີ້ວ່າ ຣັຖບານທ່ານໂອບາມາ ຄັດ ຄ້ານຕໍ່ມະຕິດັ່ງກ່າວນີ້
ແລະຈະດຳເນີນການ ຢ່າງຂຸ້ນຂ້ຽວ ເພື່ອໃຫ້ເປັນທີ່ແນ່ໃຈວ່າ
ບໍ່ໄດ້ມີ ການສົ່ງມະຕິນີ້ ໄປໃຫ້ສະພາຕຳ ຄົບຄະນະ ພິຈາຣະນາ.
ອັຟການິສຖານ:
ນະໂຍບາຍໃໝ່ຂອງອົງການ ນາໂຕ້ ກຳນົດວ່າ ກຳລັງຂອງ ອັຟການິສຖານ ຕ້ອງເຂົ້າຮ່ວມ
ທຸກໆການວາງແຜນ ແລະການ ປະຕິບັດງານ ໃນການບຸກເຂົ້າໄປກວດຄົ້ນຕອນ ກາງຄືນ
ທີ່ໄດ້ດຳເນີນ ໂດຍກຳລັງ ຂອງສະຫະ ຣັດແລະອົງການນາໂຕ້ໃນອັຟການິສຖານ.
ຄຳ ສັ່ງດັ່ງກ່າວເວົ້າວ່າ ກຳລັງຮັກສາຄວາມປອດພັຍ ແຫ່ງຊາດຂອງອັຟການິສຖານ
ຄວນຈະເປັນກຳ ລັງຈຸທຳອິດ ທີ່ໄດ້ເຫັນ ແລະໄດ້ຍິນສຽງ ໂດຍ ພວກທີ່ຢູ່ຂ້າງໃນ
ສະຖານທີ່ ທີ່ມີການບຸກເຂົ້າ ໄປກວດຄົ້ນນັ້ນ. ຜູ້ບັນຊາການ ກຳລັງອົງການ ນາໂຕ້ໃນອັຟການິສຖານນາຍພົນ STANLEY McCHRYSTAL ຂອງສະຫະຣັດ ໄດ້ອອກຄຳສັ່ງດັ່ງກ່າວໃນສັບປະດານີ້ ຊຶ່ງໄດ້ກ່າວໂດຍ ສັງເຂບ ກ່ຽວກັບຣະບຽບການໃໝ່ ທີ່ແນໃສ່
ເພື່ອແກ້ໄຂຄວາມວິຕົກກັງວົນຂອງຊາວອັຟກາ ນິສຖານ. ນາຍພົນ McCHRYSTAL ກ່າວວ່າ
ການບຸກເຂົ້າໄປກວດຄົ້ນ ໃນຕອນກາງຄືນ ເປັນການປະຕິບັດງານທີ່ໄດ້ຜົນດີ
ໃນການຕໍ່ສູ້ກັບພວກກະບົດທາລີບານແຕ່ຕ້ອງໄດ້ດຳເນີນ ດ້ວຍຄວາມຣະມັດຣະວັງ
ເປັນພິເສດ ເພື່ອຫລຸດຜ່ອນ ຄວາມໂກດແຄ້ນ ຂອງຊາວອັຟກາ ນິສຖານ ທີ່ມີຕໍ່
ການບຸກເຂົ້າໄປກວດຄົ້ນ ເຫລົ່ານີ້.
ສະຫະຣັດ - ເອເຊັຽ: ກະຊວງການຕ່າງປະ ເທດສະຫະຣັດ ແຈ້ງວ່າ ນັກການທູດອະວຸໂສ ທ່ານນຶ່ງຂອງອະເມຣິກັນ ຈະອອກເດີນທາງໃນ ວັນອາທິດມື້ອື່ນນີ້
ເພື່ອໄປຢ້ຽມຢາມຍີ່ປຸ່ນ ແລະ ອີກ 5 ປະເທດ ໃນເຂດເອເຊັຽ. ທ່ານ KURT CAMBELL
ຣັຖມຸນຕຣີຊ່ອຍວ່າການ ກະຊວງ ການຕ່າງປະເທດ ສະຫະຣັດ ຮັບຜິດຊອບ ກິຈ ການເອເຊັຽ
ແລະປາຊີຟິກ ນອກຈາກຍີ່ປຸ່ນແລ້ວ ຍັງຈະໄດ້ໄປຢ້ຽມຢາມອິນໂດເນເຊັຽ ສປປ ລາວ
ມາເລເຊັຽ ສິງກະໂປ ແລະ ປະເທດໄທ. ທີ່ນະ ຄອນວຽງຈັນ ທ່ານ CAMBELL ຈະໄດ້ພົບປະ
ກັບເຈົ້າໜ້າທີ່ອະວຸໂສ ຂອງຣັຖບານລາວ ແລະ ເຂົ້າຮ່ວມ ການເຈຣະຈາ
ກ່ຽວກັບຄວາມສັມພັນ ສອງຝ່າຍ ສະຫະຣັດ-ລາວ. ນອກນັ້ນ ທ່ານຍັງຈະໄດ້ພົບປະກັບພວກຜູ້ຕາງໜ້າໃນຄະນະ ກັມມາທິການ ແມ່ນຳຂອງ. ກະຊວງການຕ່າງປະເທດສະຫະຣັດ
ເວົ້າວ່າ ທີ່ປະເທດຍີ່ປຸ່ນ ຊຶ່ງຈະເປັນບ່ອນຢຸດແວ່ ບ່ອນສຸດທ້າຍ ໃນການຢ້ຽມຢາມ
ທີ່ສິ້ນສຸດລົງໃນວັນທີ 17 ມີນາ ນັ້ນ ທ່ານ CAMBELL ຈະໄດ້ສົນທະນາຫາຣືກ່
ຽວກັບບັນຫາ ການຍົກຍ້າຍ ສນາມບິນ FUTENMA ຂອງທະຫານມາຣີນ ທີ່ເກາະໂອກີນາວາ.
ໄທ: ທ່ານທັກສິນ ຊິນນະວັດ ອະດີດນາຍົກຣັຖມຸນ ຕຣີໄທທີ່ລີ້ພັຍ ຢູ່ໃນຕ່າງປະເທດ ໄດ້ຮຽກຮ້ອງຜ່ານ ທາງຕາໜ່າງ ຊອກຄົ້ນຫາຂໍ້ມູນ TWITTER ໃຫ້ ພວກສນັບສນຸນທ່ານ ໄປຮ່ວມການໂຮມຊຸມນຸມ ຕໍ່ ຕ້ານຣັຖບານຄັ້ງໃຫຍ່ ຊຶ່ງຈະມີຂຶ້ນ ໃນກາງເດືອນນີ້. ການໂຮມຊຸມນຸມ ໃນວັນທີ 14 ມີນານີ້ ຈະຢູ່ພາຍ ໃຕ້ການນຳພາ ຂອງກຸ່ມແນວໂຮມ ປະຊາທິປະໄຕ ຕໍ່ຕ້ານຜະເດັດການຫລື UDD ທີ່ນິຍົມທ່ານທັກສິນ ຊຶ່ງເປັນທີ່ຮູ້ຈັກກັນ ໃນນາມພວກໃສ່ເສື້ອແດງນັ້ນ. ທ່ານແສນ ບຸນປຣະຄົງ ໂຄສົກຂອງກຸ່ມແນວໂຮມ ປະຊາທິປະໄຕ ຕໍ່ຕ້ານຜະເດັດການ ກ່າວວ່າ ຈຸດ ປະສົງທີ່ສຳຄັນ 3 ຢ່າງ ຂອງພວກປະທ້ວງ ກໍຄືຍຸບສະພາແຫ່ງຊາດ ນຳເອົາຣັຖທັມມະນູນ ສະບັບປີ 1997 ມາໃຊ້ຄືນໃໝ່ ແລະບໍ່ໃຫ້ສະພາຣາຊມຸນຕຣີ ຊຶ່ງເປັນສະພາທີ່ປຶກສາຂອງ ກະສັດພູມີພົນອະດຸນຍະເດດນັ້ນ ເຂົ້າໄປຍຸ່ງກ່ຽວໃນເຣື່ອງການເມືອງ. ໃນວັນເສົາມື້ນີ້ ທ່ານ ທັກສິນ ໄດ້ຮຽກຮ້ອງ ໃຫ້ພວກສນັບສນຸນທ່ານ ດຳເນີນງານ ເພື່ອປະຊາທິປະໄຕ ຄວາມຍຸ ຕິທັມ ແລະຄວາມສເມີພາບ ຢູ່ໃນປະເທດໄທ.
ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.