ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ WHO ເວົ້າວ່າໄຂ້ຫວັດໃຫຍ່ ຊະນິດ H1N1 ຍັງສືບ ຕໍ່ແຜ່ລາມ


ຄະນະ​ກຳມະການວ່າ​ດ້ວຍ​ສະພາວະສຸກ​ເສີນຂອງອົງການອະນາ​ໄມໂລກ​ ຫລື WHO ເວົ້າ​ວ່າ​ ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ສາ ມາດສະຫລຸບ​ໄດ້ວ່າ ການ​ແຜ່ລະບາດ​ຂອງໄຂ້ຫວັດໃຫຍ່ ຊະນິດ H1N1​ໃນ​ທົ່ວ​ໂລກໄດ້ຖີບຕົວ​ເຖິງຈຸດສູງສຸດແລ້ວ. ​ເຈົ້າໜ້າທີ່ ຂອງອົງການ WHO ​ເວົ້າເພີ້ມອີກ​ວ່າ ທັງ​ນີ້ກໍ​ຍ້ອນວ່າທາງອົງ ການ ເຫັນວ່າມັນຍັງມີ​ຄວາມ​ບໍ່ແນ່ນອນຢູ່ຫລາຍ ປະເດັນ. ​ສະ ນັ້ນ ພວກ​ເຂົາ​ເຈົ້າຍັງຕ້ອງການຂໍ້​ມູນ​ເພີ້ມ​ເຕີມເສຍກ່ອນ ຈຶ່ງຈະສາມາດ​ສະ ຫລຸບ​ໄດ້​ວ່າການແຜ່ລະບາດຂອງພະຍາດ​ນີ້ແມ່ນຢູ່​ຈຸດ​ໃດແທ້.

ອົງການອະນາ​ໄມໂລກ​ ຫລື WHO ເວົ້າ​ວ່າມີ​ຫລາຍ​ກວ່າ 16.000 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ ການ​ແຜ່​ລະ​ບາດຂອງໄຂ້ ຫວັດໃຫຍ່ສາຍ​ພັນ H1N1 ຫລື​ໄຂ້ຫວັດ​ໃຫຍ່ 2009 ນັ້ນ ແລະ ອົງການ​ນີ້ກໍຄິດ​ວ່າ ​ເວລານີ້​ ແມ່ນຍັງ​ໄວ​ເກີນ​ໄປ​ທີ່​ຈະ​ສະຫລຸບໄດ້​ວ່າ ການ​ແຜ່ລະບາດ​ຂອງ​ເຊື້ອ​ໄວຣັສສາຍ​ພັນ H1N1​ ຢູ່ໃນ​ທົ່ວ​ໂລກໄດ້ຖີບຕົວ​ເຖິງຈຸດສູງສຸດແລ້ວ.

ດຣ. Shmuel Shoham ນັກ​ຊ່ຽວຊານດ້ານ​ພະຍາດທີ່​ເກີດ​ຈາກ​ການຕິດ​ເຊື້ອ​ໄວຣັສ ທີ່​ສູນ​ກາງ​ໂຮງໝໍນະຄອນຫລວງ​ວໍ ຊິງຕັນ ຫລື Washington Hospital Center ຂອງສະຫະ ຣັດ ເວົ້າວ່າ ຖ້າ​ຫາກເຈົ້າໜ້າທີ່ຂອງອົງການ WHO ​ບໍ່ລະມັດລະວັງ ໃນການດ່ວນໃຫ້ຂໍ້ ສະຫລຸບກ່ຽວກັບເຊື້ອໄຂຫວັດນີ້​ແລ້ວ​ມັນກໍຈະ​ສົ່ງ​ຜົນ​ເຮັດ​ໃຫ້​ ​ແຜນການ​ດ້ານ​ສາທາ​ລະນະ​ສຸກ​ຕ່າງໆ ທີ່ໄດ້​ຈັດ​ວາງໄວ້​ແລ້ວ ​ເພື່ອຄວບ​ຄຸມການ​ແຜ່​ລະບາດ​ຂອງ​ໂຣກນີ້ ອາດ​ຈະຕົກ​ຢູ່​ໃນ​ຄວາມ​ເສັຍ​ຫາຍ.

ບັນດານັກ​ຊ່ຽວຊານດ້ານ​ສຸກຂະພາບ​ຂອງ​ໂລກໄດ້ຊີ້​ໄປ​ໃສ່ພວກ​ປະ​ເທດ​ເຊັ່ນ​ເຊ​ເນ​ກາລ ​ແລະ ມໍຣິຕາ​ເນຍ ຢູ່​ອາ​ຟຣິກ ກາຕາ​ເວັນ​ຕົກ​ວ່າ​ເປັນໂຕ​ຢ່າງ​ຂອງ​ພວກປະ​ເທດທີ່ຈຳນວນ​ຄົນ​ເປັນໄຂ້ຫວັດໃຫຍ່ H1N1 ຍັງ​ກຳລັງເພີ້ມຫລາຍຂຶ້ນ​. ແລະ ຢູ່ໃນ​ເຂດຊີກ​ໂລກໃຕ້, ລະດູໜາວກຳລັງ​ຈະ​ມາ​ເຖິງ​ໃນ​ໄວໆນີ້ ​ຊຶ່ງ​ໝາຍ​ຄວາມ​ວ່າ ກໍລະນີຄົນເປັນໄຂ້ຫວັດໃຫຍ່ H1N1 ອາດ​ຈະ​ເລີ້ມມີຫລາຍ​ຂຶ້ນ.

ອົງການອະນາ​ໄມໂລກ​ ຫລື WHO ເວົ້າ​ວ່າມີ​ຫລາຍ​ກວ່າ 300 ລ້ານຄົນ ​ໄດ້ຮັບການສັກ ຢາ​ວັກ​ຊິນກັນ​ໄຂ້ຫວັດ​ໃຫຍ່ H1N1 ​ແລະ ກໍລະນີຄົນທີ່​ເປັນໄຂ້ຫວັດໃຫຍ່ສອງ​ພັນ​ເກົ້ານີ້ຢູ່ເຂດຢູ ໂຣບຕາ​ເວັນ​ຕົກ ​ແລະອາ​ເມຣິກາເໜືອນັ້ນ​ ກໍໄດ້​ຫລຸດ​ລົງແລ້ວ.

ພວກ​ທ່ານໝໍທັງຫລາຍ​ເວົ້າວ່າ ທຸກຄົນຄວນຈະສືບຕໍ່​ລ້າງ​ມື ​ຂອງ​ຕົນຢູ່​ເລື້ອຍໆ ແລະ ຖ້າ ຫາກຜູ້ໃດຍັງບໍ່ທັນໄດ້ສັກຢາວັກ ຊິນ ກັນ​ໄຂ້ຫວັດ​ໃຫຍ່ H1N1 ກໍຄວນໄປສັກ​ເສຍ, ແມ່ນ ກະທັ້ງຜູ້ທີ່ຢູ່ໃນທະວີບອາເມຣິກາເໜືອ ຫລື ຢູໂຣບ ກໍຄວນເຮັດເຊັ່ນ ນັ້ນຄືກັນ ເພາະວ່າ ອາດຈະ​ເກີດການແຜ່ລະບາດຂອງໂຣກໄຂ້ ຫວັດ​ໃຫຍ່ H1N1 ອີກຄັ້ງໃໝ່.

ທ່ານໝໍ Shoham ເວົ້າວ່າ ຖ້າຫາກຈະມີກະແສຟອງການແຜ່ ລະບາດຂອງໂຣກໄຂ້ຫວັດ​ໃຫຍ່ H1N1 ອີກງວດນຶ່ງ ມັນ​ກໍ​ອາດສາມາດ​ເກີດ​ຂຶ້ນ​ໄດ້ ໃນ​ໄລຍະຫລາຍເດືອນຂ້າງໜ້າ ນີ້. ທາງອົງການ WHO ເວົ້າ​ວ່າ ຄະນະກຳມະການວ່າ​ດ້ວຍ​ສະພາວະສຸກ​ເສີນຂອງຕົນ ຈະ ປະຊຸມກັນໃນ 2-3 ອາທິດ ຂ້າງໜ້ານີ້ເພື່ອພິຈາລະນາເບິ່ງບັນຫາໂຣກໄຂ້ຫວັດ​ໃຫຍ່ H1N1 ໃນລະດັບໂລກອີກຄັ້ງນຶ່ງ.
XS
SM
MD
LG