ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຕີກກີ ຮຽກເອກອັຄຣັຖທູດກັບຄືນປະເທດ ຫຼັງຈາກກັມມະການ ຂອງຣັຖສະພາສະຫະຣັດ ຮັບຜ່ານຮ່າງມະຕິ ສະບັບນຶ່ງ


ສະຫະຣັດ - ເຕີກກີ: ເຕີກກີໄດ້ຮຽກໂຕເອກອັຄ ຣັຖທູດຂອງຕົນ ຈາກສະຫະຣັດກັບຄືນປະເທດຫຼັງ ຈາກຄະນະກັມມະການນຶ່ງ ຂອງຣັຖສະພາ ສະຫະ ຣັດໄດ້ຮັບຜ່ານຮ່າງມະຕິນຶ່ງທີ່ປະກາດວ່າ ການສັງ ຫານຊາວອາຣ໌ເມເນັຽ ໃນສມັຍສົງຄາມໂລກ ຄັ້ງທີ 1 ໂດຍຊາວເຕີກກີ ໃນອານາຈັກອອັດໂຕແມັນນັ້ນ ເປັນການຂ້າລ້າງ ເຊື້ອຊາດເຜົ່າພັນ. ເຕີກກີໄດ້ປະ ນາມມະຕິດັ່ງກ່າວ ແລະເວົ້າວ່າ ເປັນການກ່າວຫາ ຊາວເຕີກກີ ໃນອາຊຍາກັມ ທີ່ເຕີກກີ ບໍ່ໄດ້ກະທຳ. ນອກນັ້ນ ເຕີກກີຍັງໄດ້ສະແດງ ຄວາມວິຕົກກັງວົນ ຢ້ານວ່າມະຕິດັ່ງກ່າວ ອາດຈະສ້າງຄວາມເສັຽຫາຍ ໃຫ້ແກ່ຄວາມສັມພັນລະຫວ່າງສະຫະຣັດກັບເຕີກກີ ແລະການດຳເນີນ ຄວາມພະຍາຍາມ ທີ່ຈະສ້າງຕັ້ງ ຄວາມສັມພັນແບບປົກກະຕິລະຫວ່າງເຕີກກີກັບປະ ເທດອາຣ໌ເມເນັຽ. ແຕ່ເຖິງຢ່າງໃດທຳນຽບຂາວແລະ ກະຊວງ ການຕ່າງປະເທດ ສະຫະຣັດກໍໄດ້ຄັດຄ້ານ ຕໍ່ການລົງມະຕິດັ່ງກ່າວ ຊຶ່ງໃນເວລານີ້ ກຳລັງຖືກສົ່ງເຂົ້າສູ່ ກອງປະຊຸມຄົບຄະນະ ຂອງສະພາຕຳ ເພື່ອຮັບການ ພິຈາຣະນາ.

ຈີນ: ຈີນກ່າວວ່າ ຕົນຈະເພັ່ງເລັງຄວາມສົນໃຈ ໃສ່ການເສີມຂຍາຍ ເຮັດໃຫ້ເສຖກິດເຕີບໂຕໃນ ປີຈະມາ ຂະນະທີ່ດຳເນີນການແກ້ໄຂ ຄວາມບໍ່ ກຳເກິ່ງ ຫລືການຫລຸດໂຕນຢ່າງໃຫຍ່ໃນເຣື່ອງ ລາຍໄດ້ ລະຫວ່າງພວກທີ່ຊ່ຽວຊານໃນດ້ານວິ ຊາຊີບ ແລະພວກຊົນຊັ້ນ ກັມມະກອນອອກ ແຮງງານ. ໃນພິທິເປີດ ກອງປະຊຸມ ປະຈຳປີ ຂອງສະພາປະຊາຊົນແຫ່ງຊາດຈີນ ໃນວັນສຸກ ມື້ນີ້ ນາຍົກຣັຖມຸນຕຣີ WEN JIABAO ຮຽກ ຮ້ອງໃຫ້ ເດີນໜ້າ ຢ່າງຣະມັດຣະວັງ ກ່ຽວກັບ ເຣື່ອງວິກິຕການເສຖກິດໂລກ ໂດຍເວົ້າວ່າ ປີ 2010 ເປັນປີທີ່ ມີຄວາມຫລໍ່ແຫລມສຳຄັນ ໃນການຟື້ນໂຕຄືນ ຂອງເສຖກິດ. ທ່ານ WEN ຮັບຮູ້ເຖິງ ຄວາມວິຕົກກັງວົນ ຂອງບັນດາ ສະມາຊິກສະພາ ກ່ຽວກັບອັດຕຣາເງິນເຟີ້ ທີ່ຖີບສູງຂຶ້ນ ຍ້ອນໄດ້ມີການນຳໃຊ້ ໂຄງການ ໃຫ້ເງິນກູ້ຢືມ ໃນປີກາຍ ເພື່ອຮອງຮັບ ພັຍອັນຕະລາຍ ທີ່ເກີດຈາກ ວິກິຕການເສຖກິດນັ້ນ. ທ່ານເວົ້າວ່າ ທະນາຄານຕ່າງໆຈະຕ້ອງໄດ້ຫລຸດການໃຫ້ເງິນກູ້ຢືມໃໝ່ ລົງ ປະມານ 20% ໃນປີນີ້.

ສິງກະໂປ: ເຈົ້າໜ້າທີ່ສິງກະໂປ ໄດ້ເພີ້ມການ ຮັກສາ ຄວາມປອດພັຍ ຫລັງຈາກໄດ້ຮັບຂ່າວ ກ່ຽວກັບ ພວກກໍ່ການຮ້າຍ ວາງແຜນໂຈມຕີກຳ ປັ່ນທີ່ຈອດຢູ່ໃນທ່າກຳປັ່ນຂອງສິງກະໂປ. ຣັຖ ມຸນຕຣີກະຊວງພາຍໃນ ຂອງສິງກະໂປ ທ່ານ WONG KAN SENG ໄດ້ປະກາດ ກ່ຽວກັບ ເຣື່ອງດັ່ງກ່າວ ໃນລະຫວ່າງກອງປະຊຸມສະພາ ແຫ່ງຊາດໃນວັນສຸກມື້ນີ້. ທ່ານກ່າວຕໍ່ສະມາຊິກ ສະພາແຫ່ງຊາດວ່າ ໄດ້ມີການເພີ້ມການຮັກສາ ຄວາມປອດພັຍທີ່ດ່ານກວດ ທາງພາກພື້ນດິນກ່ອນຈະເຂົ້າໄປໃນບໍຣິເວນ ທ່າກຳປັ່ນ. ໃນ ມື້ວານນີ້ ກອງທັບເຮືອ ຂອງສິງກະໂປ ເຕືອນວ່າ ພວກກໍ່ການຮ້າຍ ອາດວາງແຜນໂຈມຕີ ກຳປັ່ນ ບັນທຸກນຳມັນແລະກຳປັ່ນໃຫຍ່ອື່ນໆ ຢູ່ໃນບໍຣິເວນ ຊ່ອງແຄບມາລັກກາ ຊຶ່ງເປັນ ຊ່ອງແຄບ ທີ່ມີກຳປັ່ນ ແລ່ນຜ່ານໄປມາ ຫລາຍທີ່ສຸດ ແຫ່ງນຶ່ງໃນໂລກ. ກອງທັບເຮືອ ສິງ ກະໂປ ບໍ່ໄດ້ລະບຸຊື່ ພວກກໍ່ການຮ້າຍກຸ່ມນີ້.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດສະລະຊີບ ເຮັດໃຫ້ມີ ຜູ້ເສັຽຊີວິດຢ່າງນ້ອຍ 8 ຄົນ ແລະອີກຈຳນວນ ນຶ່ງ ໄດ້ຮັບບາດເຈັບ ໃນພາກຕາເວັນຕົກ ສຽງ ເໜືອຂອງປາກິສຖານ. ຕຳຣວດ ແລະພວກທີ່ ເຫັນເຫດການ ເວົ້າວ່າ ມີແມ່ຍິງຢ່າງນ້ອຍ 2 ຄົນ ແລະເດັກນ້ອຍອີກ 2 ຄົນ ຮວມຢູ່ໃນຈຳ ນວນພວກທີ່ເສັຽຊີວິດ. ຕຳຣວດເວົ້າວ່າ ການ ໂຈມຕີ ໃນຄັ້ງນີ້ແມ່ນແນເປົ້າໝາຍໃສ່ຂະບວນ ຣົດ ຂອງພວກທີ່ນັບຖືສາສນາອິສລາມນິກາຍ ຊີໄອທ໌ ທີ່ໄດ້ຮັບການຄຸ້ມກັນໂດຍກຳລັງຮັກສາ ຄວາມສະງົບ ທີ່ເມືອງ HANGU ໃກ້ໆກັບຊາຍ ແດນ ອັຟການິສຖານ. ພວກທີ່ນັບຖື ສາສນາອິສລາມນິກາຍຊີໄອທ໌ ເປັນຊົນກຸ່ມນ້ອຍໃນ ປາກິສຖານ ບ່ອນທີ່ ປະຊາຊົນສ່ວນໃຫຍ່ ນັບຖືສາສນາອິສລາມ ນິກາຍຊຸນນີ່ນັ້ນ ໄດ້ຕົກ ເປັນເປົ້າ ໃນການໂຈມຕີ ໂດຍກຸ່ມທາລີບານ ໃນປາກິສຖານ. ປາກິສຖານໄດ້ສົ່ງກຳລັງທະ ຫານບຸກໂຈມຕີເ ພື່ອປາບປາມ ພວກມຸສລິມຫົວຮຸນແຮງ ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ ແລະໄດ້ປະສົບ ຄວາມສຳເຣັດ ໃນການທຳລາຍ ຄ້າຍຕ່າງໆ ຂອງພວກຫົວ ຮຸນແຮງ ແລະເປັນທີ່ເຊື່ອກັນ ຢ່າງກວ້າງຂວາງວ່າ ໄດ້ສັງຫານ ນາຍ HAKIMULLAH MEHSUD ຜູ້ນຳຂອງກຸ່ມ ທາລີບານນັ້ນ.

ກຣີສ: ການນັດຢຸດງານ ທີ່ຮຽກໃຫ້ມີຂຶ້ນ ໂດຍ ພວກກັມມະກອນ ໄດ້ກະທົບກະເທືອນຢ່າງໜັກ ຕໍ່ການສັນຈອນໄປມາທາງອາກາດແລະການຂົນ ສົ່ງທາງຣົດໄຟແລະເຮັດໃຫ້ການຈະລາຈອນຕິດ ຂັດ ໃນທົ່ວນະຄອນຫລວງເອເທັນ. ພວກນາຍ ຄຣູ ຢູ່ຕາມໂຮງຮຽນຫລວງ ແລະພວກຄົນງານ ທີ່ເຮັດວຽກຢູ່ຕາມ ໂຮງໝໍຕ່າງໆ ກໍໄດ້ພາກັນ ເຂົ້າຮ່ວມໃນ ການນັດຢຸດງານ ໃນວັນສຸກ ມື້ນີ້ ເພື່ອປະທ້ວງ ຕໍ່ແຜນການ ຕັດການໃຊ້ຈ່າຍສຳ ລັບປະຢັດເງິນຂອງຣັຖບານ. ການນັດຢຸດງານ ທີ່ວ່ານີ້ ມີຂຶ້ນຂະນະທີ່ ສະພາແຫ່ງຊາດກຣີສ ມີກຳນົດທີ່ຈະ ລົງຄະແນນສຽງ ກ່ຽວກັບແຜນການ ຕັດການໃຊຈ່າຍ ສຳລັບປະຢັດເງິນ 6 ພັນລ້ານໂດລາ ເພື່ອຫລີກລ້ຽງ ບໍ່ໃຫ້ເກີດ ວິກິຕການ ທາງດ້ານໜີ້ສິນທີ່ໄດ້ສ້າງຄວາມສັ່ນ ສະເທືອນ ໃຫ້ແກ່ສະຫະພາບຢູໂຣບ ແລະທຳລາຍ ຣະບົບເງິນຢູໂຣ. ນາຍົກຣັຖມຸນຕຣີ ກຣີສ ທ່ານ GEORGE PAPANDREOU ກ່າວວ່າ ກຣີສສ່ຽງຕໍ່ການ ປະສົບກັບຄວາມ ຫາຍານະ ຖ້າຫາກບໍ່ສາມາດ ຕັດສິນໃຈ ຢ່າງເດັດຂາດ ໃນການຫລຸດ ຄ່າໃຊ້ຈ່າຍລົງ.

ສະຫະຣັດ: ເຈົ້າໜ້າທີ່ສະຫະຣັດ ກ່າວວ່າ ມື ປືນທີ່ຈົກປືນອອກມາຍິງຢູ່ນອກທຳນຽບ 5 ແຈ ໃນມື້ວານນີ້ ກ່ອນຈະຖືກຕຳຣວດ ຍິງຕາຍນັ້ນ ມີປືນ ເຄິ່ງອັຕໂນມັດ 2 ກະບອກ ເປັນອາວຸດ. ຜູ້ບັນຊາການຕຳຣວດ ທີ່ທຳນຽບ 5 ແຈ ທ່ານ RICHARD KEEVILL ກ່າວວ່ານາຍ JOHN PATRICK BEDELL ມີລູກປືນຫຼາຍໆຊັກເຊີ ແລະມີລູກປືນ ຕື່ມອີກຈຳນວນນຶ່ງຢູ່ໃນຣົດຂອງ ລາວ ຊຶ່ງຈອດຢູ່ ໃນບ່ອນຈອດຣົດ ໃກ້ຄຽງນັ້ນ. ເຈົ້າໜ້າທີ່ ຮັກສາຄວາມປອດພັຍ 3 ຄົນ ໄດ້ຍິງຕອບໂຕ້ ຫລັງຈາກນາຍ BEDELL ໄດ້ຈົກປືນອອກມາຍິງ ຢູ່ນອກທຳນຽບ 5 ແຈ ໃກ້ໆນະຄອນຫລວງ ວໍຊິງຕັນ. ມີຕຳຣວດ 2 ຄົນ ທີ່ໄດ້ຮັບບາດເຈັບເລັກນ້ອຍ ຖືກສົ່ງໄປ ໂຮງໝໍ ແຕ່ໄດ້ອອກຈາກ ໂຮງໝໍແລ້ວ ໃນເວລານີ້. ທ່ານ KEEVILL ກ່າວວ່າ ເຈົ້າໜ້າທີ່ ຍັງບໍ່ຮູ້ຈັກ ກ່ຽວກັບຈຸດປະສົງ ຂອງມືປືນຄົນນີ້ ແລະຍັງບໍ່ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ເຫດຮ້າຍໃນເທື່ອນີ້ ມີຄວາມກ່ຽວພັນ ກັບກຸ່ມກໍ່ການຮ້າຍ ພາຍໃນປະເທດຫລືຕ່າງປະເທດ ແຕ່ຢ່າງໃດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ:

XS
SM
MD
LG