ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລະດັບແມ່ນໍ້າຂອງບົກແຫ້ງລົງຕໍ່າຫຼາຍທີ່ສຸດໃນຮອບ 6 ທົດສະວັດ


ລະດັບນໍ້າໃນແມ່ນໍ້າຂອງຫລຸດຕໍ່າລົງຫຼາຍທີ່ ສຸດໃນຮອບ6ທົດສະວັດຊຶ່ງກໍ່ໄດ້ເປັນຜົນເຮັດ ໃຫ້ການເດີນເຮືອໃນລໍານໍ້າຂອງບໍ່ສາມາດດຳ ເນີນການໄດ້ຕາມປົກກະຕິ. ສ່ວນຢູ່ໃນເຂດ ນະຄອນຫລວງວຽງຈັນກໍ່ກໍາລັງປະເຊີນກັບ ບັນຫາຂາດແຄນນໍ້າປະປາຢ່າງໜັກ.

ອີງຕາມການລາຍງານຂ່າວໂດຍສື່ມວນຊົນ ໃນລະດັບທ້ອງຖິ່ນຂອງລາວໃນໄລຍະເກືອບ ໜຶ່ງເດືອນມານີ້ ໄດ້ລະບຸຢ່າງຊັດເຈນວ່າລະ ດັບນໍ້າໃນແມ່ນໍ້າຂອງໄດ້ຫລຸດຕໍ່າລົງໄວກວ່າທຸກປີ ແລະ ຫລຸດລະດັບຫຼາຍທີ່ສຸດໃນຮອບ 60 ປີ ອີກດ້ວຍ.

ສະພາວະການດັ່ງກ່າວນີ້ບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ການປູກເຂົ້ານາແຊງ ແລະ ການປູກພືດ ໃນລະດູແລ້ງໃນລາວເທົ່ານັ້ນຫາກແຕ່ຍັງໄດ້ເຮັດໃຫ້ການເດີນເຮືອຂົນສົ່ງສິນຄ້າແລະ ໂດຍສານ ໃນລຳແມ່ນໍ້າຂອງຈາກທ່າເຮືອປາກແບ່ງຫາທ່າເຮືອຫຼວງພະບາງ ບໍ່ສາມາດດຳເນີນການໄດ້ ຕາມປົກກະຕີຊຶ່ງກໍ່ເຊັ່ນດຽວກັນກັບສະພາບການຂອງການເດີນເຮືອຈາກຫຼວງພະບາງລົງມາ ໃນເຂດພາກກາງຂອງລາວ.

ສ່ວນຢູ່ໃນນະຄອນຫຼວງວຽງຈັນນັ້ນກໍ່ປະກົດວ່າ ການຜະຫລິດນໍ້າປະປາບໍ່ສາມາດດຳເນີນການ ໄດ້ຕາມປົກກະຕິແລະບໍ່ສາມາດຕອບສະໜອງ ນໍ້າປະປາໄດ້ຢ່າງພຽງພໍກັບຄວາມຕ້ອງການ ເນື່ອງຈາກວ່າລະດັບນໍ້າໃນແມ່ນໍ້າຂອງທີ່ບົກ ແຫ້ງຢ່າງໄວວາດັ່ງກ່າວໄດ້ກາຍເປັນອຸປະ ສັກຕໍ່ການສູບນໍ້າຂອງຂຶ້ນມາເພື່ອແລ ະຜະຫລິດເປັນນໍ້າປະປາ.

ຊຶ່ງກໍ່ຄືໂດຍປົກກະຕິແລ້ວລັດວິສາຫະກິດ ນໍ້າປະປາຈາກລາວຈະສາມາດຜະຫລິດນໍ້າ ປະປາໄດ້ໃນປະລິມານສະເລ່ຍ160.000 ແມັດກ້ອນເພື່ອຕອບສະໜອງການຊົມໃຊ້ ຂອງປະຊາຊົນໃນເຂດນະຄອນຫຼວງໃນແຕ່ ລະວັນ. ຫາກແຕ່ວ່າເມື່ອລະດັບນໍ້າໃນແມ່ນໍ້າຂອງ ໄດ້ແຫ້ງລົງດັ່ງກ່າວກໍ່ໄດ້ເປັນຜົນເຮັດໃຫ້ ຄວາມອາດສາມາດໃນການຜະຫລິດ ນໍ້າປະປາຫລຸດລົງເຖິງ 50% ຈາກລະດັບປົກກະຕິ.

ສ່ວນມາດຕະການແກ້ໄຂບັນຫາສະເພາະໜ້າທີ່ລັດວິສະຫະກິດນໍ້າປະປາລາວໄດ້ດຳເນີນການໃນ ໄລຍະນີ້ກໍ່ຄືການນຳເອົາລົດຂຸດລົງໄປຕັກເອົາຊາຍອອກໄປຈາກອ່າງຮອງຮັບນໍ້າ ແລະ ຂຸດຮ່ອງ ຈາກອ່າງຮອງຮັບນໍ້າລົງໄປເຊື່ອມຕໍ່ກັບຮ່ອງນໍ້າເລິກໃນແມ່ນໍ້າຂອງ ເພື່ອດຶງ ເອົານໍ້າເຂົ້າມາໃນ ອ່າງຮອງຮັບນໍ້າກ່ອນທີ່ຈະສູບຂື້ນໄປຜະຫລິດເປັນນໍ້າປະປານັ້ນເອງ.

ແຕ່ຢ່າງໃດກໍ່ຕາມ ສື່ມວນຊົນລາວກໍບໍ່ໄດ້ລາຍງານເຖິງສາເຫດທີ່ເຮັດໃຫ້ເກີດສະພາວະການດັ່ງ ກ່າວນີ້ ແຕ່ຢ່າງໃດຫາກແຕ່ສຳລັບກຸ່ມມອງການອະນຸລັກສະພາບແວດລ້ອມທຳມະຊາດ ໃນ ເຂດ ລຸ່ມແມ່ນໍ້າຂອງກໍເຊື່ອວ່າ ມີສາເຫດສຳຄັນມາຈາກເຂື່ອນຂະໜາດໃຫຍ່ໃນເຂດມົນທົນຢູ່ ນານຂອງຈີນ ຊຶ່ງສ້າງເສັດແລ້ວ 4 ໂຄງການຈາກທັງໝົດ 8 ໂຄງການທີ່ເປັນເຂື່ອນຜະຫລິດ ກະແສໄຟຟ້າຢູ່ເທິງລຳແມ່ນໍ້າຂອງຕອນເທິງຈຶ່ງເຮັດໃຫ້ເຂື່ອນຂະໜາດໃຫຍ່ໃນຈີນ ທຳການກັກ ເກັບນໍ້າ ໄວ້ຜະຫລິດກະແສໄຟຟ້າ ແລະຫລໍ່ລ້ຽງຕົວເຂື່ອນເປັນຫຼັກ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໃນຊ່ວງລະດູແລ້ວປະລິມານນໍ້າທີ່ຫລໍ່ລ້ຽງແມ່ນໍ້າຂອງເປັນສ່ວນ ໃຫຍ່ນັ້ນ ຈະມາຈາກການລະລາຍຂອງຫິມະໃນເຂດທິເບດຂອງຈີນ ແລະ ໃນເມື່ອວ່າເຂື່ອນ ຂະໜາດໃຫຍ່ໃນຈີນໄດ້ກັກເກັບນໍ້າໄວ້ເປັນສ່ວນໃຫຍ່ຈຶ່ງເຮັດໃຫ້ມີນໍ້າໃນປະລິມານ ທີ່ໜ້ອຍຫຼາຍທີ່ ໄຫຼລົງມາສູ່ເຂດຕອນຫລ່າງຂອງລຸ່ມແມ່ນໍ້າຂອງ.

ຊຶ່ງດ້ວຍສະພາວະການທີ່ເປັນຢູ່ໃນເວລານີ້ ຈຶ່ງເຮັດໃຫ້ບັນດາສະມາຊິກລັດຖະສະພາໄທ ໄດ້ພາ ກັນປະກາດເຈດຕະນາວ່າຈະດຳເນີນການຕໍ່ຕ້ານການກໍ່ສ້າງເຂື່ອນຢູ່ເທິງແມ່ນໍ້າຂອງໃນເຂດປະ ເທດຈີນຢ່າງເຖິງທີ່ສຸດ ໂດຍຈະດຳເນີນການເຄື່ອນໄຫວທັງໃນລະດັບ ລັດຖະບານໄທ, ລະດັບ ພູມີພາກ ແລະ ລະດັບສາກົນໄປພ້ອມໆກັນ.

XS
SM
MD
LG